ດວງ-Tou-Vientianepost - 2023-07-11T205958.450
ກຳປູເຈຍ ລາຍງານກໍລະນີພົບ ປາຂ່າເກີດໃໝ່ ລວມ​ເປັນໂຕທີ 5 ແລ້ວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 11 ເດືອນກໍລະກົດ, 2023
ໝວດ: ຂ່າວ

ດີໃຈແທນປະເທດ ກໍາປູເຈຍກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງກຳປູເຈຍ ລາຍງານກໍລະນີພົບ “ປາຂ່າ” ເກີດໃໝ່ລອຍນ້ຳຢູ່ຄຽງຂ້າງກັບຝູງປາຂ່າໃຫຍ່ເຕັມໄວ ​ເຮັດ​ໃຫ້​ຈຳນວນ​ລູກປາຂ່າເກີດ​ໃໝ່​ໃນ​ປີ​ນີ້​ຂອງ​ກຳປູ​ເຈຍລວມ​ເປັນ 5 ​ໂຕແລ້ວ !!!

ລາຍງານລະບຸວ່າ ປາຂ່າທີ່ເກີດໃໝ່ໂຕລ່າສຸດ ອາຍຸປະມານ 10 ມື້ ໄດ້ຖືກພົບເຫັນໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພທາງນ້ຳ ແລະ ເຮືອທ່ອງທ່ຽວ ໃນວັນສຸກທີ 7 ກໍລະກົດ 2023 ຢູ່ໃນບ່ອນຢູ່ອາໄສຂອງປາຂ່າໃນແມ່ນ້ຳຂອງ ໃນແຂວງ ກະແຈະ ໃນ​ພາກ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ​ຂອງ​ກໍາ​ປູ​ເຈຍ​.

ກຳປູ​ເຈຍ​ໄດ້ສຳຫຼວດພົບປາຂ່າເກີດໃໝ່ໃນປີ 2021 ແລະ ປີ 2022 ​ປີລະ 6 ໂຕ​ ໂດຍປາຊະນິດນີ້ຈັດເປັນສັດທີ່ໃກ້ສູນພັນຂັ້ນວິກິດໃນບັນຊີແດງສາຍພັນສັດທີ່ຖືກຄຸກຄາມຂອງ​ອົງການລະຫວ່າງປະເທດເພື່ອ​ການອະນຸລັກ​ທຳ​ມະ​ຊາດ (IUCN) ​ແຕ່​ປີ 2004.

ສຳນັກບໍລິຫານ​ການ​ປະມົງ​ຂອງກຳປູ​ເຈຍ​ຄາດ​ຄະ​ເນ​ວ່າ​ມີ​ປາ​ຂ່າ​ຢູ່​ໃນ​ແມ່​ນ້ຳຂອງ ໄລຍະໄຫຼ​ຜ່ານ​ແຂວງ​ກະ​ແຈະ ​ແລະ ​ແຂວງ​ສະຕຶງ​ແຕງ ​ຂອງ​ກຳປູ​ເຈຍ ມີ​ປະມານ 90 ໂຕ.

ທີ່ມາຈາກ: Xinhua

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ