ດວງ-Tou-Vientianepost - 2023-07-14T095043.954
ດວງລາຍວັນປະຈໍາວັນຈັນ ທີ 17 ກໍລະກົດ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 ເດືອນກໍລະກົດ, 2023

ຄົນເກີດວັນອາທິດ:ການ​ງານຊ່ວງ​ນີ້​ເຮັດ​ທຸລະກິດ​ແບບ​ສາຍ​ດ່ຽວ​ຈະ​ດີ​ທີ່ສຸດ​ເພາະ​ຖ້າ​ມີ​ຮຸ້ນ​ສ່ວນ​ຈະ​ເກີດ​ບັນຫາ ການ​ເງິນຈະ​ຮັບ​ຊັບ ຮັບ​ໂຊກ ເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ ຄວາມ​ຮັກດ້ວຍ​ບຸນ​ເກົ່າ​ທີ່​ເຄີຍ​ເຮັດ​ມາ​ຮ່ວມ​ກັນ​ຈະ​ເຮັດໃຫ້​ພົບ​ຮັກ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​8

ຄົນເກີດວັນຈັນ:ການ​ງານກຳ​ລັງ​ດຳ​ເນີນ​ທຸລະກິດ​ກິດຈະການ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ເຂົ້າ​ມາ​ໝຸນ​ຫາ​ໃຊ້​ຈ່າຍ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົົນທີ່​ສະຫລຽວ​ສະຫລາດ​ເວົ້າ​ເກັ່ງ
ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​0

ຄົນເກີດວັນອັງຄານ:ການ​ງານມີ​ໂອ​ກາດ​ປ່ຽນ​ແປງຍົກ​ຍ້າຍ​ປ່ຽນ​ວຽກງານ​ໃໝ່ ການ​ເງິນຈະ​ໄດ້​ເງິນ​ຈາກ​ຄວາມ​ສາມາດ​ຂອງ​ຕົນເອງ​ແລະ​ຜູ້ໃຫຍ່​ຍັງ​​ຖ້າ​ຊ່ວຍ​ເຫລືອ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກຈະ​ພົບ​ຄົນ​ຜິວ​ຂາວ​ແບບບໍ່ໄດ້ຕັ້ງໂຕ  ທ່ານ​ເປັນ​ຄົົນທີ່​ເຊື່ອ​ຖື​ໄດ້ ເຄື່ອງມຸງຄຸນ​  ​ຄໍາ
ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​6

ຄົນເກີດວັນພຸດ:ການ​ງານ​ສ້າງ​ຜົນ​ງານ​ໄດ້​ຢ່າງ​ໂດດ​ເດັ່ນ​ດີຫຼາຍ ໃນດ້ານການງານ ການ​ເງິນຈະ​ໄດ້ຮັບ​ເງິນ​ກ້ອນ​ໃຫຍ່​ຈາກ​ການ​ເຈນລະຈາ ຄວາມ​ຮັກມີ​ຄົນ​ມາ​ຫຼົງ​ມັກ​ທ່ານ​ຫລາຍກວ່າ​ໜຶ່ງ​ຄົນ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​8

ຄົນເກີດວັນພະຫັດ:ການ​ງານ​ ລະ​ວັງ​ອາລົມ​ໃຈ​ຮ້ອນ​ເຮັດໃຫ້​ຂັດ​ແຍ້ງ​ກັບ​ຜູ້ໃຫຍ່ ການ​ເງິນ​​​ຊ່ວງ​ນີ້​ໂຊກ​ຊະ​ຕາ​ດີ​ຫລາຍ​ໆ ຈະ​ຮັບ​ຊັບໃນການສ່ຽງໂຊກ ຄວາມ​ຮັກຍັງ​ຄົງ​ໃຫ້​ສະ​ຖາ​ນະ​ຄົົນທີ່​ເຂົ້າ​ມາ​ໃຫ້​ເປັນໝູ່ເພື່ອນ​ກັນ​ໄປ​ກ່ອນ ເຄື່ອງມຸງຄຸນ​​​ໄຂ່ມຸກ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​8

ຄົນເກີດວັນສຸກ:ການ​ງານ​ຈະ​ໄດ້​ພົບ​ທີ່​ປຶກ​ສາ​ທາງ​ທຸລະກິດ​ທີ່​ດີ​ ແລະ ​ເຮັດ​ທຸລະກິດ​ໃຫ້​ເກີດ​ຜົນ​ກຳ​ໄລ ການ​ເງິນ​ຊ່ວງ​ນີ້​ຈະ​ຖືກ​ເອົາ​ປຽບ​ຫລື​ຖືກ​ໂກງທາງດ້ານຜົນປະໂຫຍດແບບບໍ່ລົງຕົວ ຄວາມ​ຮັກ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ມີ​ຄວາມ​ສຸກ​ສົມ​ຫວັງ ເຄື່ອງມຸງຄຸນ  ຫິນນໍາໂຊກສີຂຽວ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​9

ຄົນເກີດວັນເສົາ:ການ​ງານເຮັດ​ທຸນ​ກິດຈະການ​ບໍລິການ ການ​ຂາຍ​ຂອງ​ສວຍ​ງາມ​ດ້ານ​ສິນ​ປະ ໃນ​ໄລຍະ​ນີ້​ຈະ​ໄດ້ຮັບ​ຜົນ​ກຳ​ໄລ​ທີ່​ເພີ່ມ​ຂຶ້ນ ການ​ເງິນ​ຄວນ​ໃຊ້​ຄວາມ​ປະ​ຢັດ​ເອົາ​ໄວ້​ກ່ອນ ເພາະທ່ານໃຊ້ລາຍຈ່າຍເກີດຫຼາຍຮັບໄປແລ້ວ ຄວາມ​ຮັກຄົນ​ຮັກ​ຈະ​ມີ​ສ່ວນ​ຊ່ວຍ​ສ້າງທາງດ້ານກິດຈະການ​ວຽກງານຂອງທ່ານ ເຄື່ອງມຸງຄຸນ​  ຕ່າງຫູຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​1

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ