ດວງ-Tou-Vientianepost - 2023-07-31T211227.572
ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ທູດຈີນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 31 July, 2023
ໝວດ: ຂ່າວ

ໃນວັນທີ 31 ກໍລະກົດ 2023 ນິ້, ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ສະຫາຍ ຈຽງ ຈ້າຍຕຸ່ງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຕະຫລອດໄລຍະ 4 ປີກວ່າ ຢູ່ ສປປ ລາວ. ພ້ອມນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ສະຫາຍ ເອກອັກຄະລັດຖະທູດ ຈຽງ ຈ້າຍຕຸ່ງ ເພື່ອເປັນການຍ້ອງຍໍຊົມເຊີຍ, ສັນສະເສີນ ແລະ ຈາລຶກຄຸນງາມຄວາມດີ ຕໍ່ຜົນງານໃນການປະກອບສ່ວນເສີມ ຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ແຕກດອກອອກຜົນຢ່າງຕໍ່ເນື່ອງ.

ໃນໂອກາດນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວວຽກງານຢ່າງຫ້າວຫັນຂອງ ສະຫາຍ ເອກອັກຄະລັດຖະທູດ ທີ່ໄດ້ຊຸກຍູ້ການພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃນຫລາຍດ້ານ ເປັນຕົ້ນແມ່ນ ການປະກອບສ່ວນໃຫ້ແກ່ການລົງນາມ “ແຜນແມ່ບົດການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ”; ຊຸກຍູ້ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການເດີນທາງຢ້ຽມຢາມ, ເຂົ້າຮ່ວມກອງປະຊຸມ ແລະ ສໍາມະນາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ຂອງການນໍາຂັ້ນສູງຂອງສອງປະເທດ ຈາກສູນກາງ ແລະ ທ້ອງຖິ່ນ ຢ່າງເປັນປົກກະຕິ; ຊຸກຍູ້ ແລະ ຈັດຕັ້ງປະຕິບັດໂຄງການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ພົ້ນເດັ່ນທີ່ສຸດກໍແມ່ນໂຄງການທາງລົດໄຟ ລາວ-ຈີນ ຊຶ່ງເປັນໂຄງການໃຫຍທີ່ສຳຄັນ ແລະ ມີລັກຊະນະປະຫວັດສາດຂອງການຮ່ວມມື ລາວ-ຈີນ ລວມທັງໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ, ໂຄງການກໍ່ສ້າງເຂດພັດທະນາກວມລວມໄຊເສດຖາ, ໂຄງການກໍ່ສ້າງໂຮງໝໍມະໂຫສົດ, ໂຄງການກໍ່ສ້າງເຂດພັດທະນາບຶງທາດຫລວງ, 8 ໂຄງການໃຫຍ່ ທີ່ລັດຖະບານ ສປ ຈີນ ໄດ້ປະກາດໃຫ້ການຊ່ວຍເຫລືອ ສປປ ລາວ ເປັນຕົ້ນໂຄງການບ້ານຈັດສັນ 100 x 100, ໂຄງການເຂດເສດຖະກິດ ບໍ່ເຕັນ-ບໍ່ຫານ, ໂຄງການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່, ການສົ່ງອອກສິນຄ້າກະສິກໍາຈາກລາວໄປຈີນ ໃນນັ້ນລວມທັງການສົ່ງອອກງົວຈາກລາວໄປຈີນ. ນອກນັ້ນ, ຍັງໄດ້ປະກອບສ່ວນສຳຄັນໃນການຊູກຍູ້ນັກທ່ອງທ່ຽວຈີນໃຫ້ເຂົ້າມາທ່ຽວຢູ່ລາວບັນລຸ 1 ລ້ານເທື່ອຄົນໃນປິ 2019 ແລະ ໂຄງການອື່ນໆ ທີ່ພົ້ນເດັ່ນອີກຫລາຍໂຄງການ, ເຊິ່ງທັງໝົດນີ້ ໄດ້ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວ ກໍຄື ໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ. ພ້ອມນັ້ນ, ສະຫາຍ ຈຽງ ຈ້າຍຕຸ່ງ ໄດ້ເປັນຂົວຕໍ່ທີ່ສຳຄັນ ແລະ ຊຸກຍູ້ການຮ່ວມມືຂອງສອງປະເທດທາງດ້ານການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ, ວັດທະນະທໍາ ແລະ ຂົງເຂດອື່ນໆ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ນອກຈາກນັ້ນ, ໃນໄລຍະການເກີດສະພາບການແພ່ລະບາດຂອງເຊື້ອພະຍາດໂຄວິດ-19, ສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ຊຸກຍູ້ການຊ່ວຍເຫລືອອັນລໍ້າຄ່າ ໃຫ້ແກ່ ສປປ ລາວ ໃນການຕໍ່ຕ້ານການລະບາດຂອງພະຍາດໂຄວິດ-19, ເຊິ່ງໄດ້ຊຸກຍູ້ ແລະ ປະສານກັບຝ່າຍຈີນ ໃນການສົ່ງທີມແພດຊ່ຽວຊານມາຊ່ວຍ ສປປ ລາວ ໃນໄລຍະທໍາອິດ ພ້ອມທັງໄດ້ສະໜອງວັກຊີນ ຈໍານວນ 8,9 ລ້ານໂດສ, ຜ້າອັດປາກ-ດັງ, ອຸປະກອນການແພດ ແລະ ການຊ່ວຍເຫລືອດ້ານອື່ນໆ ທີ່ຈໍາເປັນ ເປັນຈໍານວນຫລວງຫລາຍ.

ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະແມ່ນ ສະຫາຍ ເອກອັກຄະລັດຖະທູດ ແລະ ພະນັກງານສະຖານທູດທຸກຄົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນດ້ານຕ່າງໆ ຕະຫລອດໄລຍະຜ່ານມາ ລວມທັງການຕ້ານ ແລະ ຄວບຄຸມການແພ່ລະບາດຂອງພະຍາດ ໂຄວິດ-19 ກໍຄື ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ ສປປ ລາວ ໃນປັດຈຸບັນ.

ສະຫາຍ ເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະແມ່ນກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫລືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ໃນຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ, ພ້ອມທັງໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຍ້ອງຍໍຊົມເຊີຍຜົນງານ ແລະ ປະດັບຫລຽນໄຊມິດຕະພາບ ອັນມີຄວາມໝາຍສໍາຄັນ ໃຫ້ແກ່ຕົນໃນຄັ້ງນີ້, ເຊິ່ງຈະເປັນສັນຍາລັກອັນມີຄວາມໝາຍຄວາມສໍາຄັນ ຕໍ່ການປະກອບສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ພາຍຫລັງກັບຄືນປະເທດແລ້ວ ກໍຍັງຈະສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ທີ່ເປັນມູນເຊື້ອອັນດີ ລະຫວ່າງ ສອງປະເທດ ລາວ-ຈີນ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ເຊິ່ງສະຫາຍ ເອກອັກຄະລັດຖະທູດ ໄດ້ມີຄວາມຊົງຈໍາທີ່ດີຫລາຍດ້ານຕໍ່ລາວ ແລະ ທັງຈະສືບຕໍ່ໂຄສະນາສິ່ງທີ່ດີງາມຂອງ ສປປ ລາວ ຕໍ່ ສປ ຈີນ ກໍຄື ຕໍ່ສາກົນ.

ທີ່ມາ ຂປລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ