ດວງ-Tou-Vientianepost (5)
ກະຊວງສາທາ ໄດ້ຮັບເຄື່ອງໃຊ້ຈຳເປັນ ເພື່ອຊ່ວຍຜູ້ລອດຊີວິດຈາກຄວາມຮຸນແຮງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 2 ເດືອນສິງຫາ, 2023
ໝວດ: ຂ່າວ

ເມື່ອບໍ່ດົນມານີ້, ສະຖານທູດອົດສະຕຣາລີ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫລືອຜູ້ລອດຊີວິດ ຈາກຄວາມຮຸນແຮງ, ລວມມູນຄ່າ 1 ຕື້ກວ່າກີບ ໃຫ້ກະຊວງສາທາລະນະສຸກ ແລະ ສູນກາງສະຫະພັນແມ່ຍິງລາວ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ປະກອບມີ: ອຸປະກອນການແພດສະເພາະທາງເຊັ່ນ: ຕູ້ເຢັນສຳລັບການກວດນິຕິວິທະຍາ, ໂຄມໄຟສຳລັບການກວດພະຍາດຍິງ, ເຟີນິເຈີ ແລະ ອຸປະກອນ ເອເລັກໂຕຣນິກ(ICT) ເພື່ອເພີ່ມຄວາມປອດໄພ ໃຫ້ຜູ້ລອດຊີວິດທີ່ຕ້ອງການທີ່ພັກຊົ່ວຄາວທີ່ປອດໄພ ເຊິ່ງອຸປະ ກອນເຫລົ່ານີ້ ໄດ້ຖືກຈັດຊື້ພາຍໃຕ້ການສະໜອງທຶນຂອງ ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ (DFAT) ຜ່ານໂຄງການ ປັບປຸງການບໍລິການສັງຄົມ ແລະ ສາທາລະນະສຸກ ເພື່ອໂຕ້ຕອບກັບຄວາມຮຸນແຮງບົນພື້ນຖານທາງເພດ ແຕ່ປີ 2021-2023, ການສະໜັບສະໜູນດັ່ງກ່າວ ແມ່ນມີຄວາມຈຳເປັນຕໍ່ການດໍາເນີນງານຂອງສູນບໍລິການປະຕູດຽວ (OSSC) ແຫ່ງທຳອິດຂອງປະເທດ ທີ່ຈະເປີດໃຫ້ບໍລິການຢູ່ໂຮງໝໍມະໂຫສົດໃນໄວໆນີ້, ລວມທັງສູນປົກປ້ອງຜູ້ລອດຊີວິດ ຈາກຄວາມຮຸນແຮງ ທີ່ຫາກໍ່ສ້າງຂຶ້ນເມື່ອບໍ່ດົນມານີ້ຢູ່ ແຂວງສະຫວັນນະເຂດ, ບໍ່ແກ້ວ ແລະ ແຂວງອັດຕະປື. ສ່ວນຢູ່ແຂວງ ຈໍາປາສັກ ແລະ ບໍລິຄໍາໄຊ ແມ່ນໃກ້ຈະສຳເລັດແລ້ວ ໂດຍພາຍໃຕ້ການຊີ້ນໍາຂອງສະຫະພັນແມ່ຍິງແຂວງ.

ທ່ານ ດຣ ໄຄສີ ລາດສະວົງ ຮອງຜູ້ອຳນວຍການ ໂຮງໝໍມະໂຫສົດ ກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານອົດສະຕຣາລີ ແລະ ອົງການ UNFPA ປະຈຳ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຄັ້ງນີ້ ໂດຍສະເພາະ ການສ້າງສູນບໍລິການຜ່ານປະຕູດຽວ ເພື່ອຊ່ວຍຜູ້ລອດຊີວິດຈາກຄວາມຮຸນແຮງ ແຫ່ງທຳອິດໃນໂຮງໝໍຂອງ ສປປ ລາວ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສະໜອງການບໍລິການ ດ້ານສຸຂະພາບທີ່ມີຄຸນະພາບໃຫ້ແກ່ຜູ້ລອດຊີວິດ ທີ່ເຂົ້າມາໃຊ້ບໍລິການ, ພ້ອມທັງຈະຊ່ວຍເຊື່ອມໂຍງ ສົ່ງຕໍ່ໃຫ້ສາມາດເຂົ້າເຖິງການບໍລິການ ທາງດ້ານສັງຄົມ, ຍຸຕິທໍາ ແລະ ຕໍາຫລວດ.

ໃນໂອກາດນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວວ່າ: ສູນກາງສະຫະພັນແມ່ຍິງລາວ ໄດ້ຂະຫຍາຍສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ຢູ່ 5 ແຂວງ ເຊິ່ງການຊ່ວຍເຫລືອຄັ້ງນີ້, ຈະເຮັດໃຫ້ສູນບໍລິການປະຕູດຽວ ແລະ ສູນປົກປ້ອງຜູ້ລອດຊີວິດຈາກຄວາມຮຸນແຮງ ສາມາດດໍາເນີນງານ, ພະນັກງານຂອງ ສະຫະພັນແມ່ຍິງ ຈະສາມາດສະໜອງການບໍລິການ ປະສານງານ ແລະ ການເຊື່ອມສານໃຫ້ແກ່ຜູ້ລອດຊີວິດ ຈາກຄວາມຮຸນແຮງ ໄດ້ຢ່າງມີປະສິດທິພາບຫລາຍຂຶ້ນ.

ທ່ານ ນາງ ວາເນັດຊາ ເຮກາຕີ ຮັກສາການ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ຈະເພີ່ມທະວີການຊ່ວຍເຫລືອຕໍ່ຜູ້ລອດຊີວິດ ຈາກຄວາມຮຸນແຮງ ບົນພື້ນຖານທາງເພດ ເຊິ່ງຜູ້ລອດຊີວິດທຸກຄົນຄວນໄດ້ຮັບການປະຕິບັດຢ່າງເອົາໃຈໃສ່ ແລະ ໄດ້ຮັບການປົກປ້ອງກຽດສັກສີຢ່າງຈິງຈັງ; ການປະກອບສ່ວນທາງດ້ານອຸປະກອນ ແລະ ເຄື່ອງໃຊ້ທີ່ຈໍາເປັນ ໃຫ້ແກ່ກະຊວງສາທາລະນະສຸກ ແມ່ນບາດກ້າວໜຶ່ງໄປສູ່ການສ້າງສະພາບແວດລ້ອມທີ່ດີ ແລະ ປອດໄພ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ