ek
ດວງລາຍວັນປະຈໍາວັນພະຫັດ ທີ 14 ກັນຍາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 14 ເດືອນກັນຍາ, 2023

ຄົນເກີດວັນອາທິດ:ການ​ງານ    ພາລະ​ກິດ​ຫຼາຍ​ເປັນ​ພິເສດ ຈະ​ເຮັດທຸລະກິດ​ຫຍັງ​ກໍ​ເປັນ​ເງິນ​ເປັນ​ຄຳ​ໄປ​ທຸກ​ຢ່າງ ການ​ເງິນ   ມີ​ໂອ​ກາດ​ໃຊ້​ເງິນ​ຊື້​ເສື້ອ​ຜ້າ​ໃໝ່ ຫຼື​ມີ​ເລື່ອງ​ຈຳ​ເປັນ​ທີ່​ຕ້ອງ​ໃຊ້​ຈ່າຍ​ເງິນ​ອອກ​ໄປ​ໃນໄລຍະ​ນີ້ ຄວາມ​ຮັກ    ລະ​ວັງ​ຄຳ​ເວົ້າ​ທີ່​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ລະຫວ່າງ​ກັນ​ໃນໄລຍະ​ນີ້ ຄວນ​ໃຊ້​ເຫດຜົນ​ໃຫ້​ຫຼາຍ ເຄື່ອງມຸງຄຸນ  ເງິນ ສີມຸງຄຸນ​     ສີແດງ ເລກ​ນຳ​ໂຊກ​   3 

ຄົນເກີດວັນຈັນ:ການ​ງານ     ກຽມ​ສະຫຼອງ​ຄວາມ​ສຳ​ເລັດ​ໄດ້​ເລີຍ ເພາະ​ວຽກງານ​ທີ່​ພະຍາຍາມ​ເຮັດ​ມາ​ດົນ​ແລ້ວ​ຈະ​ເກີດ​ຄວາມ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່ ການ​ເງິນ​     ພົບ​ຄວາມໝັ້ນຄົງ​ດີ​ຂຶ້ນ​ທາງ​ດ້ານ​ການ​ເງິນ ມີ​ໂຊກ​ເພີ່ມເຕີມ​ຫຼາຍ​ຂຶ້ນ ຄວາມ​ຮັກ​    ຈະ​ພົບ​ຮັກ ພົບ​ຄູ່​ຄອງ ຄົນ​ຄົນ​ນີ້​ເປັນ​ຄົນ​ເກັ່ງ ​ແລະ ​ມີ​ຄວາມ​ສາມາດ ທ່ານ​ເປັນ​ຄົນ​ຈິງ​ຈັງ​ ແລະ​ ຈິງ​ໃຈ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ   ສີບົວ ເລກ​ນຳ​ໂຊກ​   1 

ຄົນເກີດວັນອັງຄານ:ການ​ງານ​  ລະ​ມັດ​ລະ​ວັງ​ຄວາມ​ຜິດ​ພາດ​ໃນ​ການ​ເຮັດ​ວຽກງານ ແຕ່​ຈະ​ສາມາດ​ສ້າງ​ຜົນ​ກຳ​ໄລ​ຈາກ​ທຸລະກິດ​ທີ່​ຕົນເອງ​ກະທຳ​ຢູ່ ການ​ເງິນ​  ລາຍ​ຈ່າຍ​ຍັງມີ​ອີກ​ຫຼາຍ​ໃນໄລຍະ​ນີ້ ແຕ່​ກໍ​ບໍ່​ກະທົບ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ ກຳ​ລັງ​ພິຈາລະນາ​ເລື່ອງ​​ຕ່າງ​ໆ ທາງ​ດ້ານ​ຄວາມ​ຮັກ ແຕ່​ກໍ​ຍັງ​ບໍ່​ຕັດ​ສິນ​ໃຈ​ໃດ​ໆ  ເຄື່ອງມຸງຄຸນ​  ສາຍແຂນຄໍາ ສີມຸງຄຸນ ສີ​ຂາວ ເລກ​ນຳ​ໂຊກ​   8

ຄົນເກີດວັນພຸດ:ການ​ງານ   ໃຊ້​ເທັກ​ນິກ ​ແລະ ​ຄວາມ​ສາມາດ​ໃນ​ການ​ສ້າງສັນ​ຜົນ​ງານ ເຮັດໃຫ້​ຕົນເອງ​ປະ​ສົບ​ຄວາມ​ສຳ​ເລັດ​ ການ​ເງິນ ຈະ​ໄດ້​ເງິນ​ເຂົ້າ​ມາ​ເລື້ອຍ​ໆ ແລະ​ ຄົນ​ຮັກ ຫຼື​ເພດ​ກົງກັນຂ້າມ ຈະ​ຖ້າ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ   ມີ​ເກນ​ທີ່​ຈະ​ພົບ​ຄົນ​ມີ​ອາ​ຢຸ​ນ້ອຍ​ກວ່າ ແລະ​ມີ​ນິ​ໄສ​ທີ່​ຕ່າງ​ກັນ​ຫຼາຍ ເຄື່ອງມຸງຄຸນ​​   ຫິນນໍາໂຊກສີແດງ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​   4

ຄົນເກີດວັນພະຫັດ:ການ​ງານ    ລະ​ວັງ​ຄວາມ​ເລັ່ງ​ຮີບ ຮີບ​ຮ້ອນ​ຈົນ​ເກີນ​ໄປ ຈະ​ກໍ່​ໃຫ້​ເກີດ​ຄວາມ​ຜິດ​ພາດ​ທາງ​ດ້ານ​ການ​ງານ ການ​ເງິນ  ຈະ​ໄດ້​ເງິນ​ເຂົ້າ​ມາ​ເລື້ອຍ​ໆ ໃນໄລຍະ​ນີ້ ມີ​ຄວາມໝັ້ນຄົງ​ທາງ​ດ້ານ​ການ​ເງິນ​ດີ​ຂຶ້ນ ຄວາມ​ຮັກ   ຄວນ​ສື່​ສານ​ກັນ​ໃຫ້​ຫຼາຍ​ຂຶ້ນ ກໍ​ຈະ​ມີ​ໂອ​ກາດ​ສົມ​ຫວັງ​ດ້ານ​ຄວາມ​ຮັກ​ຫຼາຍ​ຂຶ້ນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ  ສີຟ້າ ເລກ​ນຳ​ໂຊກ 0

ຄົນເກີດວັນສຸກ:ການ​ງານ​   ຈະ​ເຮັດ​ທຸນ​ກິດຈະການ​ງານ​ໃດ​ໆ ໃນໄລຍະ​ນີ້ ຕ້ອງ​ມີ​ທີ່​ປຶກ​ສາ​ທີ່​ດີ​ຄອຍ​ຖ້າ​ໃຫ້​ຄຳ​ແນະ​ນຳ ຄອຍ​ຖ້າ​ໃຫ້​ການ​ສະໜັບ​ສະໜຸນ ຈຶ່ງ​ຈະ​ເກີດ​ຄວາມ​ສຳ​ເລັດ ການ​ເງິນ  ຈະ​ໄດ້​ເງິນ​ເຂົ້າ​ມາໄລຍະ​ນີ້ ແລະ ​ເກີດ​ຄວາມ​ຮູ້ສຶກ​ດີ​ໃຈ​ຫຼາຍ​ໆ ຄວາມ​ຮັກ  ບໍ່​ມີ​ເວລາ​ທຸ້ມເທ​ໃນ​ເລື່ອງ​ຄວາມ​ຮັກ​ເລີຍ ເພາະ​ຕົນເອງ​ນັ້ນ​ມີ​ພາລະ​ກິດ​ຫຼາຍ​ເປັນ​ພິເສດ ເຄື່ອງມຸງຄຸນ​​  ແຫວນຄໍາ ສີມຸງຄຸນ ສີສົ້ມ ເລກ​ນຳ​ໂຊກ​   7

ຄົນເກີດວັນເສົາ:ການ​ງານ ຊ່ວງ​ນີ້​ງານ​ເຂົ້າ​ມາຫຼາຍ ມີ​ການ​ຕິດ​ຕໍ່​ປະ​ສານ​ງານ​ທີ່​ຂ້ອນຂ້າງ​​ຫຼາຍ​ເປັນ​ພິເສດ ການ​ເງິນ  ຫາ​ເງິນ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ຢ່າງ​ຕໍ່​ເນື່ອງ ​ແລະ ​ເປັນ​ໂຊ​ກດີ ມີ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ ຄວາມ​ຮັກ  ຈະ​ພົບ​​ໃຜ​ບາງ​ຄົນທີ່​ຈະ​ເຂົ້າ​ມາ​ໃຫ້​ຄວາມ​ຮັກ​ແທ້​ ແລະ ​ຄວາມ​ຈິງ​ໃຈ ພ້ອມ​ມອບ​ສິ່ງ​ດີ​ໆໃຫ້ ເຄື່ອງມຸງຄຸນ​  ເພັດສີຂາວ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​   3

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (20)
ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ
ek
ດວງລາຍວັນປະຈໍາວັນພະຫັດ ທີ 21 ກັນຍາ 2023
ດວງ-Tou-Vientianepost (17)
ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ
ດວງ-Tou-Vientianepost (14)
ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20
ek
ດວງລາຍວັນປະຈໍາວັນພຸດ ທີ 20 ກັນຍາ 2023
ek
ດວງລາຍວັນປະຈໍາວັນຈັນ ທີ 18 ກັນຍາ 2023
ດວງ-Tou-Vientianepost (9)
ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
ດວງ-Tou-Vientianepost (7)
ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ
ດວງ-Tou-Vientianepost (5)
ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ
ດວງ-Tou-Vientianepost (4)
ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ
ຢ່າລື່ມກົດຕິດຕາມ