ດວງ-Tou-Vientianepost (4)
ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ
ຮຽບຮຽງໂດຍ:Staff
ເຜີຍແຜ່: 15 September, 2023
ໝວດ: ຂ່າວ

ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໄດ້ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງ ແລະ ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນ ເປັນຄັ້ງທຳອິດ ເຊິ່ງມີລາຄາທີ່ຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ.

ທ່ານ ສົມຫວັງ ຄຸຣຸລັດ ຜູ້ອຳນວຍການໃຫຍ່ບໍລິສັດຍອດງື່ມພາວເວີມະຫາຊົນ ກ່າວຕໍ່ສື່ມວນຊົນຂອງແຂວງຊຽງຂວາງ ໃນວັນທີ 12 ກັນຍາ 2023 ວ່າ: ເລີ່ມແຕ່ວັນທີ 12 ກັນຍາ 2023 ເປັນຕົ້ນໄປ ບໍລິສັດຍອດງື່ມພາວເວີ ໄດ້ຫຼຸດລາຄານໍ້າມັນແອັດຊັງທຳມະດາທີ່ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນລົງ 930 ກີບຕໍ່ລິດ ເຊິ່ງການຫຼຸດລາຄາດັ່ງກ່າວ ໄດ້ເລີ່ມປະຕິບັດຢູ່ບັນດາປໍ້າຕົວແທນຂອງນໍ້າມັນເຊື້ອໄຟລາວພາຍໃນແຂວງຊຽງຂວາງ ແລະ ສືບຕໍ່ໄປຍັງແຂວງຫົວພັນ ແລະ ແຂວງໄຊສົມບູນ ຕື່ມອີກ.
ປັດຈຸບັນໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ຂອງບໍລິສັດຍອດງື່ມພາວເວີມະຫາຊົນແມ່ນໄດ້ທຳການຜະລິດ ສາມາດປຸງແຕ່ງນໍ້າມັນແອັດ ຊັງທຳມະດາ ໄດ້ 10 ລ້ານລິດຕໍ່ເດືອນ ເຊິ່ງຄາດວ່າຈະເພີ່ມກຳລັງການຜະລິດຕື່ມອີກ ຈາກ 10 ລ້ານລິດ/ເດືອນມາເປັນ 30 ລ້ານລິດ/ເດືອນ ໃນປີ 2024, ຈະສາມາດສົ່ງອອກຈໍາໜ່າຍພາຍໃນແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ບັນດາແຂວງ ໃນທົ່ວປະເທດ.

ເພື່ອເຮັດໃຫ້ການບໍລິການທີ່ມີຄວາມສະດວກສະບາຍແກ່ຜູ້ມາໃຊ້ບໍລິການນັ້ນ ທາງບໍລິສັດຍອດງື່ມພາວເວີ ໄດ້ມີແຜນທີ່ຈະພັດທະນາປໍ້າບໍລິການນໍ້າມັນເຊື້ອໄຟລາວ ທີ່ຕັ້ງຢູ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໃຫ້ເປັນປໍ້າທີ່ມີການບໍລິການຄົບວົງຈອນ ສະດວກສະບາຍທັນສະໄໝ ມີຮ້ານສັບພະສິນຄ້າ ຮ້ານອາຫານ ແລະ ເປັນປໍ້າທີ່ສວຍງາມ ທີ່ສຸດ ໃນ ສປປ ລາວ ເຊິ່ງຈະເລີ່ມເຂົ້າມາບໍລິຫານ ລົງມືກໍ່ສ້າງ ແລະ ປັບປຸງປໍ້ານໍ້າມັນໂພນງາມໃຕ້ເລີ່ມແຕ່ເດືອນຕຸລາ 2023 ເປັນຕົ້ນໄປ ແລະ ຈະໃຫ້ສຳເລັດໃນຕົ້ນປີ 2024.

ທີ່ມາ: ໜັງສືພິມວຽງຈັນທາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ