2
ບໍລິຄຳໄຊເປີດໂຮງງານປຸງແຕ່ງຜະລິດຕະພັນກະສິກຳ ທອງມີໄຊ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 8 December, 2023

ເປັນຂ່າວດີຂອງແຂວງບໍລິຄຳໄຊ ທີ່ີມີໂຮງງານປຸງແຕ່ງຜະລິດຕະພັນກະສິກຳພາຍໃນແຂວງແລ້ວໂດຍການລົງທຶນຂອງບໍລິສັດພັດທະນາເຂດພູດອຍ ຈໍາກັດຜູ້ດຽວ – ໂກເອໂກ ໄດ້ຈັດຂຶ້ນໃນວັນທີ 7 ທັນວາ 2023 ນີ້ ຢູ່ບ້ານທອງມີໄຊ ເມືອງວຽງທອງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ຟ້າມຮຸ່ງຖັງ ປະທານກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກ ມີການນໍາຂອງແຂວງ, ເມືອງ ແລະ ບ້ານ ຂອງແຂວງບໍລິຄໍາໄຊ ແລະ ແຂວງຊຽງແຂວງ ຕະຫຼອດຮອດຄະນະອຳນວຍການ, ພະນັກງານ ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຖາຍຫງອກເຖະ ອຳນວຍການບໍລິສັດພັດທະນາເຂດພູດອຍ ໄດ້ລາຍງານຫຍໍ້ວ່າ: ໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ມີເນື້ອທີ 1,26 ເຮັກຕາ ເຊິ່ງເນື້ອທີ່ດັ່ງກ່າວໄດ້ຮັບອະນຸຍາດເຊົ່າ ແລະ ສຳປະທານດິນລັດ ຂອງເມືອງວຽງທອງ, ໄດ້ຈັດພິທີວາງສີລາລືກ ແລະ ລົງມືກໍ່ສ້າງໃນກາງເດືອນທັນວາ 2022 ໂດຍໄດ້ປະກອບລະບົບເຄື່ອງຈັກຜະລິດທາດແປ້ງມັນສາຄູ ດ້ວຍເຕັກໂນໂລຢີ່ທີ່ທັນສະໄໝ ແລະ ກໍ່ສ້າງສຳເລັດໃນເດືອນພະຈິກ 2023, ສະມັດຕະພາບໃນການຜະລິດແປ້ງມັນສາຄູ ໄດ້ 5.000 ໂຕນຫົວມັນສາຄູຕໍ່ປີ, ມູນຄ່າການລົງທຶນ 20 ຕື້ກີບ, ປະຈຸບັນມີປະຊາຊົນເມືອງວຽງທອງ ປູກມັນສາຄູສະໜອງວັດຖຸດີບເຂົ້າໂຮງງານ 100 ກວ່າຄອບຄົວ, ຄາດຄະເນລາຍຮັບຈະບັນລຸ 50 ລ້ານກີບ/ເຮັກຕາ.

ໂອກາດນີ້ ທ່ານ ກອງແກ້ວ ໄຊສົງຄາມ ໄດ້ຕາງໜ້າໃຫ້ການນໍາແຂວງບໍລິຄຳໄຊ ແລະ ແຂວງຊຽງຂວາງ ໃຫ້ກຽດມີຄຳເຫັນ ໂດຍທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ບໍລິສັດພັດທະນາເຂດພູດອຍ ກໍຄືກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກ ທີ່ໄດ້ມີຄວາມພະຍາຍາມ ແລະ ຕັ້ງໃຈໃນການສ້າງຕັ້ງໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊຂຶ້ນ ເຊິ່ງມັນຈະເປັນການປະກອບສ່ວນອັນສຳຄັນໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ກໍຄືຂອງແຂວງ, ຊ່ວຍສ້າງອາຊີບ ແລະ ລາຍຮັບ ໃຫ້ພໍ່ແມ່ປະຊາຊົນໃຫ້ຫຼາຍຂຶ້ນ ເຊິ່ງເປັນສິ່ງສຳຄັນ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ພ້ອມນັ້ນ ຍັງໄດ້ສະແດງເຖິງນ້ຳໃຈໄມຕີຈິດມິດຕະພາບອັນດູດດື່ມ, ສະໜິດສະໜົມ, ຄວາມສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ທີ່ນັບມື້ນັບມີຄວາມໜັກແໜ້ນໝັ້ນຄົງຍີ່ງໆຂຶ້ນໄປ.

ຈາກນັ້ນ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ຟ້າມຮຸ່ງຖັງ ປະທານກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກ ກໍໄດ້ພ້ອມກັນຕັດແຖບຜ້າເປີດໂຮງງານປຸງແຕ່ງຜະລິດຕະພັນກະສິກໍາທອງມີໄຊ ຢ່າງເປັນທາງການ ແລະ ເຂົ້າໄປຢ້ຽມຊົມເບີ່ງຂັ້ນຕອນການຜະລິດຂອງໂຮງງານດັ່ງກ່າວ ເຫັນໄດ້ວ່າມີຄວາມສະອາດ, ນັບແຕ່ຂັ້ນຕອນການບົດມັນສາຄູ, ການແຍກແຕ່ລະພາກສ່ວນ ຈົນເຖິ່ງຂັ້ນຕອນສຳເລັດ ແລະ ໄດ້ແປ້ງມັນສາຄູທີ່ມີຄຸນນະພາບສູງ.


ພາບ-ຂ່າວ: ສີປະເສີດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 17 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,417
21,692
thailand (1)
THB
659.53
669.69
european-union
EUR
23,934
24,413
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-17T104559.345
ງານລ້ຽງສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ແລະ ວັນຊາດ ຟີລິບປິນ ຄົບຮອບ 127 ປີ ທີ່ ນະຄອນຫຼວງວຽງຈັນ
_cover - 2025-07-17T105822.123
ທຣຳກົດດັນຈີນຈະ"ປະຫານຊີວິດ" ຜູ້ຜະລິດສານເຟັນທານິລ ເພື່ອເປັນການລົງໂທດຈີນໃນການສົ່ງຢາໂຕນີ້ເຂົ້າມາໃນປະເທດ
_cover - 2025-07-17T103120.864
ເກົາຫຼີໃຕ້ "ແຈກເງິນປະຊາຊົນ" 150,000 ວອນ ກະຕຸ້ນເສດຖະກິດ ແຈກແນວໃດ? ຄົນຕ່າງປະເທດກໍມີສິດໄດ້ຮັບເງິນນຳ
site cover1 (53)
Nvidia ແລະ AMD ກະກຽມກັບຄືນມາສົ່ງຊິບ AI ໄປຈີນອີກຄັ້ງ
pele - 2025-07-17T094853.382
ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ 866 ລາຍການ
_cover - 2025-07-17T094542.789
ເງິນເຟີ້ສະຫະລັດເພີ່ມຂຶ້ນສູງຮັບພາສີທຣຳ ເພີ່ມໂອກາດໃຫ້ທະນາຄານກາງສະຫະລັດ (ເຟດ) ຍັງຄົງອັດຕາດອກເບ້ຍໃນລະດັບສູງ
site cover1 - 1
ທີມຊາດລາວ ສະເໝີກັບ​ ທີມຊາດກຳປູເຈຍ 1-1 ໃນການແຂ່ງຂັນ​ກິລາ​ບານເຕະ​ຊາຍ​ ຮຸ່ນ​ອາຍຸ​ບໍ່ເກີນ​ 23​ ປີ​ ຊິງ​ແຊ້ມ​ອາຊຽນ​ 2025​ ທີ່ອິນໂດເນເຊຍ.
_cover - 2025-07-16T161824.806
ຮື້ປ້າຍທີ່ບໍ່ຖືກລະບຽບ ແລະ ມ້າງເທີບເງີບ ທີ່ກວມທາງສາທາລະນະ ເຂດຖະໜົນອາຊຽນ ເສັ້ນທາງ T2 ບ້ານອຸບມຸງ, ເມືອງສີໂຄດຕະບອງ
_cover - 2025-07-16T152852.893
ລັດຖະມົນຕີປະເທດຄິວບາລາອອກ ຫຼັງກ່າວວ່າປະເທດບໍ່ມີຂໍທານ ເພາະຄົນທີ່ຄົ້ນຂີ້ເຫຍື້ອກໍ່ເຮັດເຊັ່ນນັ້ນເພາະເລືອກທີ່ຈະຫາ "ເງິນງ່າຍໆ"
_cover - 2025-07-16T144745.125
ຈີນເປີດໂຕລົດໄຟຄວາມໄວສູງ "Maglev" ຄວາມໄວ 600 ກິໂລແມັດຕໍ່ຊົ່ວໂມງ ອາດຈະເປັນລົດໄຟທີ່ໄວທີ່ສຸດໃນໂລກ
ຢ່າລື່ມກົດຕິດຕາມ