2
ຈັບຕົວຊາຍທີ່ຄາດຕະກໍາຍິງສາວ ແລ້ວເອົາສົບໄປເຊື່ອງໄວ້ສວນມັນຕົ້ນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 10 December, 2023
ໝວດ: ຂ່າວ

ວັນທີ 27 ພະຈິກ 2023, ເຈົ້າໜ້າທີ່ຕໍາຫຼວດ ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັບຕົວ ທ້າວ ເຢັ່ງກູ້ ອາຍຸ 42 ຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງ ບໍລິຄຳໄຊ ທີ່ກໍ່ເຫດຄາດຕະກໍານາງ ປາຢົ່ງ ອາຍຸ 28 ປີ, ປະຊາຊົນ ຢູ່ບ້ານໂນນໄຮ ເມືອງ ໝື່ນ ແຂວງວຽງຈັນ (ພັກອາໄສຊົ່ວຄາວຢູ່ທີ່ເມືອງບໍລິຄັນ, ແຂວງບໍລິຄໄຊ).

ເຈົ້າໜ້າທີ່ພະແນກຕໍາຫຼວດສືບສວນ-ສອບສວນ ປກສ ເມືອງບໍລິຄັນ ໄດ້ຮັບການລາຍງານ ຈາກການຈັດຕັ້ງ ບ້ານ ຜາເມືອງ ໃນວັນທີ 23 ພະຈິກວ່າ: ໄດ້ມີປະຊາຊົນພົບເຫັນຄົນເສຍຊີວິດ ຢູ່ສວນມັນຕົ້ນເຂດຫົວພູຈຸຈີ່, ຈາກນັ້ນ, ໜ່ວຍງານວິຊາສະເພາະ ຈຶ່ງໄດ້ລົງສົມທົບກັບ ປກສ ກຸ່ມ ຜາເມືອງ ເມືອງບໍລິຄັນ, ພາກສ່ວນທີ່ກ່ຽວຂ້ອງລົງສະ ຖານທີ່ເກີດເຫດ ຈຶ່ງໄດ້ຮູ້ວ່າ ຜູ້ເສຍຊີວິດແມ່ນນາງ ປາຢົ່ງ, ພາຍຫຼັງລົງເກັບກຳຂໍ້ມູນຫຼັກຖານ, ສອບສວນພະຍານ ແລະ ພາບຈາກກ້ອງວົງຈອນ, ຈຶ່ງຮູ້ວ່າຜູ້ກໍ່ເຫດແມ່ນ ທ້າວ ເຢັ່ງກູ້ ອາຍຸ 42 ຢູ່ບ້ານຜາເມືອງ ເມືອງບໍລິຄັນ ແຂວງ ບໍລິຄໍາໄຊ.


ທ້າວ ເຢັ່ງກູ້ ຮັບສາລະພາບວ່າ: ເປັນຜູ້ລົງມືກໍ່ເຫດຄາດຕະກຳ ນາງ ປາຢົ່ງ ແທ້ ຊື່ງຜູ້ກ່ຽວໄດ້ມີການພົວພັນມັກຮັກກັບນາງ ປາຢົ່ງ ( ຜູ້ເສຍຊີວິດ ) , ສາເຫດ ແລະ ແຮງຈູງໃຈຍ້ອນຢາກຮ່ວມເພດສຳພັນກັບນາງປາຢົ່ງ, ແຕ່ນາງປາຢົ່ງບໍ່ສົມຍອມ ຈຶ່ງເກີດມີອາລົມຢາກຮ້າຍຈຶ່ງໄດ້ລົງມືຄາດ ຕະກຳ ໃນວັນທີ 20 ພະຈິກ 2023 ດ້ວຍການໃຊ້ແຂນຮັດຄໍແລ້ວລາກເຂົ້າໄປສວນມັນຕົ້ນ ແລະ ໃຊ້ເສື້ອແຂນສັ້ນຂອງນາງປາຢົ່ງ ມາຮັດຄໍຈົນໝົດສະຕິ,

 

ຈາກນັ້ນ ໄດ້ເອົາຜ້າສິ້ນຂອງຜູ້ຕາຍມາພັນຄໍຕື່ມອີກແລ້ວຫັກເອົາກົກມັນຕົ້ນມາສອດໃສ່ຄໍແລ້ວຫັນບິດເຂົ້າຕື່ມ ຈົນແນ່ໃຈວ່ານາງ ປາຢົ່ງ ເສຍຊີວິດແລ້ວ ກໍ່ເອົາໃບໄມ້ປົກປິດໄວ້ ຫຼັງຈາກນັ້ນກໍ່ຂັບຂີ່ລົດຈັກກັບມາບ່ອນຜູ້ກ່ຽວເຮັດວຽກໃຊ້ຊີວິດເປັນປົກກະຕິ ຄືບໍມີຫຍັງເກີດຂື້ນ, ຈົນຖືກເຈົ້າໜ້າທີ່ຈັບຕົວໄດ້.

 


ແຫຼງຂ່າວ: ປກສ ເມືອງບໍລິຄັນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ