ek
ດວງລາຍວັນປະຈໍາວັນສຸກ ທີ 29 ທັນວາ 2023
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 29 December, 2023

ຄົນເກີດວັນອາທິດ:ການ​ງານ ເໝາະ​ທີ່​ຈະ​ເຮັດ​ທຸລະກິດ​ທາງ​ດ້ານ​ເປັນ​ທີ່​ປຶກ​ສາ ຈະ​ໄດ້ຮັບ​ຄ່າ​ຕອບ​ແທນ​ຄຸ້ມ​ຄ່າ ການ​ເງິນ ອາດຈະມີພີ່ນ້ອງ ​ຫລື ​ຄົນທີ່ທ່ານ​ເຊື່ອໃຈຈະ​ນຳ​ໂຊກ​ມາ​ໃຫ້ ຄວາມ​ຮັກ ລະ​ວັງ​ເກີດ​ຄວາມ​ຂັດ​ແຍ້ງ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ​ ສີຂາວ ເລກ​ນຳ​ໂຊກ​ 2

ຄົນເກີດວັນຈັນ:ການ​ງານ ຊ່ວງ​ນີ້​ຖ້າຈະ​ເຮັດ​ທຸລະກິດ​ແບບ​ສາຍ​ດ່ຽວ​ຈຶ່ງ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ດີ ການ​ເງິນ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ຄວາມ​ຮັກ ລະ​ວັງ​ຄຳ​ເວົ້າ​ ແລະ ​ການ​ສື່​ສານ​ທີ່​ເຮັດໃຫ້​ເກີດ​ຄວາມ​ບໍ່​ເຂົ້າໃຈ​ກັນ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີ​ສົ້ມ ເລກ​ນຳ​ໂຊກ​ 4

ຄົນເກີດວັນອັງຄານ:ການ​ງານ ເຮັດ​ທຸລະກິດ​ເປັນ​ທີ່​ປຶກ​ສາ ກັບ​ຊາວ​ຕ່າງ​ຊາດ ຈະ​ເຮັດໃຫ້​ກ້າວ​ໜ້າ​ຫລາຍ​ໆ ການ​ເງິນ ຈະ​ນຳ​ເງິນ​ຂອງ​ຕົນເອງ​ໄປ​ຊ່ວຍ​ເຫລືອ​ຄົນ​ໃນ​ຄອບຄົວ ຄວາມ​ຮັກ ຕົນເອງ​ນັ້ນ​ມີ​ສະເໜ່​ຫລາຍ​ໆ​ຈະ​ພົບ​ໃຜ​ທີ່​ຈະ​ເຂົ້າ​ມາ​ໃຫ້​ເລືອກ​ຫລາຍກວ່າ 1 ຄົນ ເຄື່ອງມຸງຄຸນ​ ຫີນນໍາໂຊກສິແດງ ສີມຸງຄຸນ ສີ​ບົວ ເລກ​ນຳ​ໂຊກ​ 2

ຄົນເກີດວັນພຸດ:ການ​ງານ ຊ່ວງ​ນີ້​ໃຫ້​ຕຽມ​ແຜນ​ງານ​ທຸລະກິດຈະການ​ງານ​ເອົາ​ໄວ້​ກ່ອນ ຍັງ​ບໍ່​ແມ່ນ​ຈັງ​ຫວະ​ທີ່​ດີ​ທີ່​ຈະ​ໃຊ້​ເງິນ​ລົງ​ທຶນ​ເພີ່ມເຕີມ ການ​ເງິນ ຈະ​ໄດ້​ເງິນ​ຫລື​ເຄື່ອງ​ປະ​ດັບ​ຂອງ​ທີ່​ຖືກ​ໃຈ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ຄົົນທີ່​ເຂົ້າ​ມາ​ໃນ​ຊ່ວງ​ນີ້ ຢູ່ໃນ​ເກນ​ຜິວ​ສອງ​ສີ ເຄື່ອງມຸງຄຸນ​​ ສາຍຄໍຄໍາ ສີມຸງຄຸນ ສີດໍາ ເລກ​ນຳ​ໂຊກ​ 7

ຄົນເກີດວັນພະຫັດ:ການ​ງານ​ ເຮັດ​ທຸລະກິດ​ດ້ານ​ແຟ​ຊັ່ນ ການ​ຄ້າ​ເສື້ອ​ຜ້າ ທຸລະ​ກິດຈະການ​ຂາຍ​ອາຫານ ທຸລະກິດ​ງານ​ສິນ​ປະ ຈະ​ເຮັດໃຫ້​ໄດ້ຮັບ​ຜົນ​ກຳ​ໄລ ການ​ເງິນ ຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ແບບ​ບໍ່​ຄາດ​ຝັນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ຊ່ວງ​ນີ້ ຄວາມ​ຮັກ ຈະ​ພົບ​ຮັກ​ກັບ​ຄົົນທີ່​ມີ​ສະເໜ່​ຫລາຍ​ໆ ມີ​ເກນ​ອາ​ຍຸ​ນ້ອຍ​ກວ່າ ເຄື່ອງມຸງຄຸນ ຕ່າງຫູຄໍາ ສີມຸງຄຸນ ສີ​ຟ້າ ເລກ​ນຳ​ໂຊກ​ 6

ຄົນເກີດວັນສຸກ:ການ​ງານ​ ຖ້າ​ຕິດ​ຕໍ່​ສະໝັກ​ວຽກງານ​ໄວ້​ຈະ​ໄດ້​ວຽກງານ​ໃໝ່ ຫລື​ ຜູ້ໃຫຍ່​ຈະ​ຊ່ວຍ​ເຫລືອ​ອຸປະຖຳ ການ​ເງິນ ໂຊ​ກດີ​ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ
ຄວາມ​ຮັກ ພົບ​ຮັກ​ແບບບໍ່ທັນຕັ້ງໂຕ​ກັບ​ຄົນ​ຜິວ​ຂາວ ໝູ່ເພື່ອນ​ຈະ​ຍິນ​ດີ​ດ້ວຍ​ກັບ​ຄວາມ​ຮັກ​ເທື່ອ​ນີ້ ເຄື່ອງມຸງຄຸນ​​ ເງິນ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​ 6

ຄົນເກີດວັນເສົາ:ການ​ງານ​ ຊ່ວງ​ນີ້​ຄວນ​ລະ​ງັບ​ໂປຣ​ເຈັກ​ ໂຄງ​ການ​ຕ່າງ​ໆ ເອົາ​ໄວ້​ກ່ອນ ການ​ເງິນ ​ ໂຊ​ກດີ​ຈະ​ໄດ້​ເງິນ ມີ​ໂຊກ​ຈາກ​ເພດ​ກົງກັນຂ້າມ​ຄອຍ​ຖ້າ​ອຸປະຖຳ​ແລະ​ຊ່ວຍ​ເຫຼືອ ຄວາມ​ຮັກ​ ຈະ​ເລືອກ​ຄົົນທີ່​ມີ​ສະເໜ່ ​ແລະ ​ທ່ານ​ຈະ​ນຳ​ຄວາມ​ສຸກ​ ​ຄວາມ​ຮັກ ​ຄວາມ​ຈິງ​ໃຈ​ມາສູ່​ທ່ານ ເຄື່ອງມຸງຄຸນ​ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​ 0

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ