ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ເລກທີ 0127/ກຄພນ ລົງວັນທີ 5 ກຸມພາ 2024 ປັບລົງລາຄານໍ້າມັນທັງ 3 ປະເພດ ເລີ່ມປະຕິບັດ ເວລາ 6:00 ໂມງ ວັນທີ 6 ກຸມພາ 2024 ໃນຂອບເຂດທົ່ວປະເທດ.
ແຈ້ງການດັ່ງກ່າວ ປັບລົງລາຄານໍ້າມັນແອັດຊັງພິເສດ 350 ກີບຕໍ່ລິດ; ປັບລົງລາຄານໍ້າມັນແອັດຊັງທໍາມະດາ 130 ກີບຕໍ່ລິດ ແລະ ປັບລົງລາຄານໍ້າມັນກາຊວນ 360 ກີບຕໍ່ລິດ.
ການປັບລົງລາຄານໍ້າມັນດັ່ງກ່າວ ແມ່ນເປັນຄັ້ງທໍາອິດຂອງເດືອນກຸມພາ ແລະ ເປັນຄັ້ງທີ 6 ຂອງປີ 2024 ໂດຍມີຄັ້ງວັນທີ 3 ມັງກອນ ( ປັບລົງ ), ວັນທີ 10 ມັງກອນ ( ປັບຂຶ້ນ ), ວັນທີ 17 ມັງກອນ ( ປັບຂຶ້ນ ), ວັນທີ 22ມັງກອນ ( ປັບຂຶ້ນ ) ວັນທີ 29 ມັງກອນ ( ປັບຂຶ້ນ ) ແລະ ວັນທີ 5 ກຸມພາ ( ປັບລົງ ).
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,398 | 21,673 |
![]() THB | 659.07 | 670.93 |
![]() EUR | 24,168 | 24,652 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |