2
ຮັບສານອວຍພອນ ວັນເກີດ ປະທານ ຄໍາໄຕ ສີພັນດອນ ຈາກຫວຽດນາມ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 8 ເດືອນກຸມພາ, 2024

ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ ເຂົ້າມອບສານອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ຂອງການ ນໍາພັກ-ລັດ ສສ ຫວຽດນາມ ກໍຄື ສານອວຍພອນຂອງ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສານອວຍພອນຂອງ ສະຫາຍ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນ ແລງວັນທີ 7 ກຸມພາ ນີ້ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ.

ໃນໂອກາດນີ້, ສະຫາຍ ຫງວຽນ ບ໋າ ຮຸ່ງ ກໍໄດ້ກ່າວລາຍງານໃຫ້ຮູ້ວ່າ ພັກ-ລັດຖະບານຫວຽດນາມ ເຫັນໄດ້ເຖິງຄວາມໝາຍ ຄວາມສຳຄັນຂອງການຈັດຕັ້ງສະເຫຼີມສະຫຼອງວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໂດຍໄດ້ຍົກເນື້ອໃນທີ່ສຳຄັນໂດຍລວມໃນສານອວຍພອນວັນເກີດຂອງ ສະຫາຍ ຫງວຽນ ຟູ ຈ້ອງ ແລະ ສະຫາຍ ຫວໍ ວັນ ເຖືອງ ວ່າ: “ພັກ, ລັດຖະ ບານ ແລະ ປະຊາຊົນຫວຽດນາມ ຕີລາຄາສູງຕໍ່ບັນດາການອຸທິດດ້ານເຫື່ອແຮງ, ສະຕິປັນຍາ ແລະ ບົດບາດສຳຄັນຂອງ ສະຫາຍ ປະທານ ຄໍາໄຕ ສີພັນດອນ ທີ່ມີຕໍ່ພາລະກິດປະຕິວັດລາວ ກໍຄືໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ຫວຽດ ນາມ-ລາວ. ອວຍພອນສະຫາຍ ຄໍາໄຕ ສີພັນດອນ ແລະ ພັນລະ ຍາ ມີສຸຂະພາບແຂງແຮງ, ມີຄວາມສຸກ, ມີອາຍຸຍືນຍາວ ແລະ ປະ ກອບສ່ວນຮ່ວມກັບບັນດາສະຫາຍການນໍາພັກ, ລັດຖະບານລາວ ໃນການນໍາພາປະຊາຊົນລາວ ສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່, ໃຫຍ່ຫຼວງກວ່າເກົ່າໃນຂະບວນການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ສຳເລັດການກໍ່ສ້າງ ປະເທດລາວ ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມເປົ້າໝາຍສັງຄົມນິຍົມ. ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຈະຮ່ວມກັບພັກ, ລັດຖະບານ ແລະ ປະຊາຊົນລາວ ປົກປ້ອງ, ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ນັບມື້ພັດທະນາເຂົ້າສູ່ລວງເລິກ, ແທດເໝາະກັບສະພາບຕົວຈິງ ແລະ ມີປະສິດທິຜົນ ໃນບັນດາຂົງເຂດ, ນໍາມາຊຶ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິ ພາບໃນພາກພື້ນ ແລະ ໃນໂລກ”.

ສະຫາຍ ສອນໄຊ ສີພັນດອນ ກໍໄດ້ກ່າວສະແດງຄວາມຂອບ ໃຈ ແລະ ຝາກຄວາມຂອບໃຈອັນສຸດຊຶ້ງ ໄປຍັງສະຫາຍການນໍາຂັ້ນສູງຂອງພັກ-ລັດຖະບານຫວຽດນາມ ທີ່ໄດ້ມີຄວາມສາມັກຄີຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດອວຍພອນວັນ ເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ແລະ ໄດ້ສົ່ງສານອວຍພອນວັນເກີດເນື່ອງໃນໂອກາດດັ່ງກ່າວ ຊຶ່ງໃນນາມທີ່ເປັນການນໍາຂັ້ນສູງຂອງພັກ-ລັດຖະບານລາວ ແລະ ໃນນາມສ່ວນ ຕົວທີ່ເປັນລູກຊາຍຂອງ ປະທານ ຄໍາໄຕ ສີພັນດອນ, ສະຫາຍ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ຂໍຂອບໃຈຕໍ່ສະຫາຍ ຫງວຽນ ບ໋າ ຮຸ່ງ ທີ່ໄດ້ນໍາສົ່ງສານອວຍພອນ ແລະ ຂອງຂວັນຈາກການນໍາຂັ້ນສູງສຸດຂອງພັກ ແລະ ລັດຖະບານຫວຽດນາມ ໃຫ້ແກ່ ປະທານ ຄໍາໄຕ ສີພັນດອນ ໂດຍສະເພາະສານອວຍພອນ ແມ່ນມີຄວາມໝາຍປະຫວັດສາດທີ່ສຳຄັນທີ່ສຸດ ຊຶ່ງໄດ້ສະແດງເຖິງຄວາມຮູ້ສຶກຂອງສະຫາຍ, ອ້າຍ, ນ້ອງ ທີ່ສະໜິດຕິດພັນກັນ, ຄວາມເປັນຈິດໜຶ່ງໃຈດຽວທີ່ເລິກເຊິ່ງ ລະຫວ່າງ ສອງຊາດ ລາວ-ຫວຽດນາມ.

(ຂ່າວ-ພາບ: ສຸກສະຫວັນ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,493
21,703
thailand (1)
THB
633.85
645.89
european-union
EUR
22,838
23,293
china
CNY
2,894
2,950
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
27,680
22,130
18,440
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,170,000
31,700,000
30,900,000
31,809,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (51)
ທາງອອກໃນການປັບໂຕຂອງທຸລະກິດເພື່ອບໍລິຫານພະນັກງານຢ່າງມີປະສິດທິພາບກັບ Bezz Solution
Copy of Copy of VP-Square (1200 x 628 px) (1)
ວິທີກຳຈັດຍຸງແບບເປັນມິດກັບສິ່ງແວດລ້ອມ: ປະສິດທິຜົນສູງ, ບໍ່ເປັນອັນຕະລາຍ
Copy of Copy of VP-Square (1200 x 628 px)
ວິທີການນຳໃຊ້ເຄື່ອງປຸງລົດຊາດອາຫານທຳມະຊາດເພື່ອສຸຂະພາບທີ່ດີ
site cover (50)
ສະຫະລັດຯ ຮຽກຄືນລົດ ເທສລາ "Cybertruck" ເພາະອາດຈະບໍ່ປອດໄພ
site cover (49)
"ທຣຳ" ລົງນາມຄຳສັ່ງຍຸບກະຊວງສຶກສາທິການ ຢືນຢັນເປັນໜ່ວຍງານບໍ່ມີປະໂຫຍດ
site cover (48)
ສະຫຼຸບຜົນບານໂລກ 2026 ຮອບຄັດເລືອກ ປະຈຳວັນທີ 21 ມີນາ 2025
site cover (47)
ເຮັດພິທີຈູດທູບກາງແຈ້ງ 21 ມີນາ 2025 ຂໍຂະມາກຳ ເປີດທາງ ເປີດດວງ
site cover (46)
ຍີ່ປຸ່ນກຽມສ້າງສະຖານີລົດໄຟຈາກເຄື່ອງພິມ 3 ມິຕິແຫ່ງທຳອິດຂອງໂລກ
site cover (45)
ມື້ນຳໂຊກ ຂອງທັງ 12 ລາສີ ມີມື້ໃດແດ່? ທີ່ພະລັງແຫ່ງດວງດາວມອບໃຫ້
site cover (44)
ເຟດຄົງດອກເບ້ຍທີ່ 4.25-4.50% ຄາດວ່າປີນີ້ປັບຫຼຸດອັດຕາດອກເບ້ຍ 2 ຄັ້ງ
ຢ່າລື່ມກົດຕິດຕາມ