2_20240215_080435_0001
ກຳປູເຈຍ ພົບລູກປາໂລມາ ນ້ຳຈືດໂຕທໍາອິດ ໃນປີ 2024
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 15 February, 2024

ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ປະເທດກຳປູເຈຍ ໄດ້ລາຍງານໃຫ້ຮູ້ວ່າ: ທີມງານ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ໄດ້ພົບເຫັນລູກປາໂລມາ ນ້ຳຈືດ ຫຼື ປາຂ່າ ເກີດໃໝ່ເປັນຄັ້ງທຳອິດໃນປີ 2024 ເມື່ອວັນທີ 11 ກຸມພາ 2024 ທີ່ຜ່ານມາຢູ່ ແມ່ນໍ້າຂອງ ​ເຂດ​ອະນຸລັກ​ປາ​ໂລມາ​​ ເມືອງ Anlong Kampi ແຂວງ Kratie ທີ່ປະເທດກຳປູເຈຍ ຊຶ່ງລູກ​ປາໂລມາໂຕນີ້ ​ຄາດ​​ວ່າ​ມີ​ອາຍຸ​ພຽງ 2 ວັນ, ​ຖືກພົບ​ເຫັນກຳລັງ​ລອຍນ້ຳ​ຢູ່​ກັບ​ຝຸງໂຕ​ໃຫຍ່ອີກ 6 ໂຕ.

ໃນປີ 2023 ທີ່ຜ່ານມານີ້, ກະຊວງ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ປະເທດກຳປູເຈຍໄດ້ບັນທຶກສະຖິຕິການເກີດຂອງປາໂລມາໃໝ່ 8 ໂຕ, ພ້ອມກັບການເສຍຊີວິດ 5 ໂຕ.

ແຫ່ງດຽວໃນ ສປປ ລາວ ທີ່ພວກເຮົາສາມາດພົບເຫັນປາຂ່າໄດ້ ກໍ່ຄືຢູ່ພາກໃຕ້ຂອງລາວ ເຂດສີພັນດອນ (ບ້ານຫາງສະດໍາ ແລະ ບ້ານຫາງຄອນ, ເມືອງໂຂງ ແຂວງຈໍາປາສັກ) ຊາຍແດນລະຫວ່າງ ລາວ-ກໍາປູເຈຍ. ຈາກການຕາຍຂອງປາຂ່າໃນຄັ້ງນີ້ ເຮັດໃຫ້ກະຈ່າງແຈ້ງຂຶ້ນອີກວ່າ ວຽກງານອະນຸລັກ ແລະ ມາດຕະການຕໍ່ການຄຸ້ມຄອງ ສັດນໍ້າ ຈະຕ້ອງເພີ່ມທະວີຄູນຂຶ້ນ ໂດຍສະເພາະຕໍ່ຊະນິດພັນສັດນໍ້າ ທີ່ໃກ້ຈະສູນພັນຈາກແມ່ນໍ້າຂອງ ເຊັ່ນ: ປາຝາໄລ, ປາບຶກ ແລະ ອື່ນໆ ກ່ອນຈະຊ້າເກີນໄປ.

ປາຂ່ານໍ້າຈືດ ມີທັ້ງໝົດ 6 ສາຍພັນ ແລະ ໜຶ່ງໃນ 6 ສາຍພັນນີ້ແມ່ນພົບເຫັນຢູ່ແມ່ນໍ້າຂອງ ສະເພາະໃນ ລາວ ແລະ ກໍາປູເຈຍ (ຝັ່ງກໍາປູເຈຍແມ່ນຍັງມີປະມານ 89 ໂຕ ຈາກການສໍາຫຼວດໃນປີ 2020) ແຕ່ຕອນນີ້ ຈາກການຕາຍຂອງປາຂ່າ 3 ໂຕ ໃນລະຫວ່າງປີ 2021-2022 ນີ້ ອາດຍາກທີ່ຈະເວົ້າໄດ້ວ່າ ປາຂ່າຍັງມີຢູ່ໃນ ສປປ ລາວ ເພາະລະຫວ່າງ 2-3 ປີທີ່ຜ່ານມາ ການພົບເຫັນປາຂ່າໃນລາວແມ່ນມີປະມານ 3-4 ໂຕເທົ່ານັ້ນ.

ປາຂ່ານໍ້າຈືດຄືໜຶ່ງໃນຊະນິດພັນສັດນໍ້າ ປະເພດຫວງຫ້າມ ບັນຊີ 1 ແລະ ຍັງນອນຢູ່ໃນບັນຊີແດງ ວ່າດ້ວຍສັດນໍ້າ-ສັດປ່າ ທີ່ໃກ້ຈະສູນພັນ ຂອງ IUCN.

ແຫຼ່ງຂໍ້ມູນ: Phnom Penh

ພາບ: MAFF

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ