2
ຍີ່ປຸ່ນ ສົ່ງເສີມກະສິກອນສວນກາເຟ ຢູ່ 8 ບ້ານ ໃນເມືອງໂພນໄຊ ແລະ ເມືອງວຽງຄຳ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 22 February, 2024

ລັດຖະບານຍີ່ປຸ່ນ ໃຫ້ທຶນສະໜັບສະໜູນໂຄງການສ້າງການຄ້ຳປະກັນສະບຽງອາຫານໃຫ້ຊາວກະສິກອນ ແລະ ເຊື່ອມໂຍງທາງດ້ານເສດຖະກິດ ກັບຍີ່ປຸ່ນ (COFFEE-JAPAN) ປະມານ 1 ລ້ານໂດລາສະຫະລັດ ຊຶ່ງໂຄງການນີ້ ແນໃສ່ການສົ່ງເສີມກະສິກອນສວນກາເຟ ຢູ່ 8 ບ້ານ ໃນເມືອງໂພນໄຊ ແລະ ເມືອງວຽງຄຳ ແຂວງຫຼວງພະບາງ ໃນໄລຍະເວລາ 30 ເດືອນ, ພ້ອມທັງຊຸກຍູ້ຄວາມພະຍາຍາມໃນການຜະລິດ, ການຕະຫຼາດ, ສົ່ງເສີມການເຂົ້າເຖິງ ແລະ ຄວາມເຂົ້າໃຈ ກ່ຽວກັບດ້ານໂພຊະນາການທີ່ຈໍາເປັນ ເຊິ່ງກາເຟທີ່ຜະລິດໄດ້ແມ່ນຈະສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ.

ທ່ານ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ໄດ້ກ່າວວ່າ: ກາເຟ ເປັນພືດທີ່ມີທ່າແຮງສູງ ໃນການສ້າງໂອກາດທາງເສດຖະກິດໃຫ້ປະຊາຊົນ. ແຕ່ກາເຟທີ່ມີຄຸນນະພາບສູງເພື່ອສາມາດສົ່ງອອກສູ່ຕະຫຼາດສາກົນແມ່ນຍັງຂາດແຄນ ເນື່ອງຈາກກະສິກອນຢູ່ເຂດພາກເໜືອຂອງປະເທດລາວ ຍັງມີທັກສະທີ່ຈຳກັດ ໃນການປູກກາເຟ ທີ່ມີຄຸນນະພາບຕາມຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດສາກົນ. ການສະໜັບສະໜູນຈາກປະເທດຍີ່ປຸ່ນ ແລະ ການຮ່ວມມືຂອງຫຼາຍພາກສ່ວນໃນຄັ້ງນີ້ ຈະຊ່ວຍສ້າງລາຍຮັບໃຫ້ກະສິກອນສວນກາເຟ, ພ້ອມທັງຮັບປະກັນໃຫ້ເຂົາເຈົ້າໄດ້ຮຽນຮູ້ ກ່ຽວກັບໂພຊະນາການ ແລະ ເຂົ້າເຖິງອາຫານ ເພື່ອສຸຂະພາບຕື່ມອີກ.

ທ່ານ ເຄນິຈິ ໂກບາຢາຊິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ກ່າວວ່າ: ໃນຫຼາຍທົດສະວັດທີ່ຜ່ານມາ, ປະເທດຍີ່ປຸ່ນ ໄດ້ສືບຕໍ່ສະໜັບສະໜູນການພັດທະນາ ຂະແໜງກະສິກຳ ແລະ ປ່າ ໄມ້ຢູ່ ສປປ ລາວ ລວມທັງການຮ່ວມມືກັບ ອົງການອາຫານໂລກ. ການສະໜັບສະໜູນໂຄງການລິເລີ່ມຄັ້ງນີ້ ຈະເປັນການປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ປັບປຸງລາຍຮັບໃນຊົນນະບົດ, ພ້ອມທັງຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງໂພຊະນາການ ຢູ່ ສປປ ລາວ ກໍຄື ແຂວງຫຼວງພະບາງ. ນອກນີ້, ການເລັ່ງໃສ່ສະໜອງການຝຶກອົບຮົມ ແລະ ພື້ນຖານໂຄງລ່າງ ໃຫ້ກະສິກອນສວນກາເຟ ຈະສ້າງຜົນປະໂຫຍດໃຫ້ບັນດາຊຸມຊົນທັງໝົດຂອງເຂົາເຈົ້າ ໂດຍມີເປົ້າໝາຍສູງສຸດນັ້ນຄື ການຊ່ວຍໃຫ້ພວກເຂົາມີຊີວິດການເປັນຢູ່ທີ່ດີຂຶ້ນ ເພື່ອວາງແຜນເພີ່ມປະລິມານກາເຟທີ່ຈະມີການສົ່ງອອກ ເພື່ອແນໃສ່ຕະຫຼາດ ຮ້ານຂົ້ວກາເຟ ຂະໜາດນ້ອຍ ແລະ ກາງ ຢູ່ປະເທດຍີ່ປຸ່ນ.

ແຫຼ່ງຂໍ້ມູນ: ຂປລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
pele - 2025-07-04T090816.696
ຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ IV
ຢ່າລື່ມກົດຕິດຕາມ