ພະແນກສາທາລະນະສຸກແຂວງສະຫວັນນະເຂດ ໄດ້ຈັດພິທີສະເຫຼີມສະຫຼອງວັນຖົງຢາງອະນາໄມສາກົນ
ເມື່ອມໍ່ໆມານີ້ ທີ່ຫໍວັດທະນະທຳໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຕ້ຄຳຂວັນ ‘’ຮູ້ຈັກປ້ອງກັນຕົວເອງແມ່ນຄົນທີ່ມີສະເໜ່’’.
ທ່ານ ດຣ ສຸລິວັນ ເພັງໄຊ ຜູ້ຈັດການ ແລະ ບໍລິຫານຄຸ້ມຄອງມູນນິທິດູແລປິ່ນປົວພະຍາດເອດ ປະຈຳ ສປປ ລາວ ໄດ້ກ່າວມີພິທີວ່າ: ວັນທີ 13 ກຸມພາ ຂອງທຸກປີ ເເມ່ນວັນຖົງຢາງອະນາໄມສາກົນ ຈຸດປະສົງຂອງການຈັດງານຄັ້ງນີ້ແມ່ນເພື່ອສົ່ງເສີມຄວາມ ຮູ້ກ່ຽວກັບຄວາມສຳຄັນຂອງການນໍາໃຊ້ຖົງຢາງອະນາໄມ ເພື່ອຍົກໃຫ້ເຫັນວ່າ ຖົງຢາງອະນາໄມເປັນວິທີທີ່ດີທີ່ ສຸດ ໃນການປ້ອງກັນໂຕທ່ານເອງ ແລະ ຄອບຄົວຈາກການຕິດເຊື້ອເຮສໄອວີ, ພະຍາດຕິດຕໍ່ທາງເພດສຳພັນ ແລະ ການຖືພາໂດຍບໍ່ຕັ້ງໃຈ.
ການນໍາໃຊ້ຖົງຢາງອະນາໄມແມ່ນໄດ້ຮັບຜົນດີທີ່ສຸດ ຕໍ່ການປ້ອງກັນການຕິດເຊື້ອເຮສໄອວີ/ເອດໃນທົ່ວໂລກ, ເຮັດໃຫ້ສາມາດປ້ອງກັນບໍ່ໃຫ້ມີການຕິດເຊື່ອເຮສໄອວີໃໝ່ເພີ່ມຂຶ້ນ, ອີງຕາມຂໍ້ມູນຂອງອົງການອະນາໄມໂລກ (WHO), ແມ່ນມີຫຼາຍກວ່າ 1 ລ້ານຄົນ ທີ່ຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນແຕ່ລະມື້ ແລະ ນັບແຕ່ ປີ 1990 ເປັນຕົ້ນມາ ມີຜູ້ຕິດເຊື້ອໃຫມ່ພຽງແຕ່ 117 ລ້ານຄົນໃນທົ່ວໂລກ ຍ້ອນການນໍາໃຊ້ຖົງຢາງອະນາໄມ ເຖິງເເນວໃດກໍ່ຕາມຍັງມີຄົນຫຼາຍລ້ານຄົນໃນທົ່ວໂລກ ທີ່ຍັງບໍ່ສາມາດເຂົ້າເຖິງການຊົມໃຊ້ຖົງຢາງອະນາໄມໂດຍບໍ່ ເສຍຄ່າ ແລະ ລາຄາບໍ່ເເພງ
ດ້ວຍເຫດຜົນທີ່ຕ່າງກັນໃນຫຼາຍໆຂົງເຂດໃນທົ່ວໂລກຂອງພວກເຮົາ “ທຸກຄົນ ຕ້ອງສາມາດເຂົ້າເຖີງການປ້ອງກັນການຕິດເຊື້ອເຮສໄອວີ, ພະຍາດຕິດຕໍ່ທາງເພດສຳພັນຕ່າງໆ ແລະ ການຖືພາໂດຍບໍ່ຕັ້ງໃຈ.
ແຫຼ່ງຂ່າວ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,524 | 21,761 |
![]() THB | 632.92 | 644.95 |
![]() EUR | 22,057 | 22,496 |
![]() CNY | 2,867 | 2,922 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 29,850 |
![]() | 23,450 |
![]() | 19,610 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 29,750,000 | 30,280,000 |
![]() | 29,480,000 | 30,389,000 |