2
ມອບ-ຮັບສັນຍາເງິນກູ້ ນະໂຍບາຍ ສິນເຊື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 27 March, 2024

ສາຂາທະນາຄານ ແຫ່ງ ສປປ ລາວ ພາກເໜືອແຂວງອຸດົມໄຊ ແລະ ທະນາຄານພັດທະນາລາວ ຈໍາກັດ ສາຂາ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບສັນຍາເງິນກູ້ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຂື້ນໃນວັນທີ 26 ມີນາ 2024 ຜ່ານມານີ້, ໂດຍຮັບກຽດເປັນປະທານຂອງ ທ່ານ ຄໍາເຫຼັກ ແສນທະພູມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ,  ມີຄະນະຮັບຜິດຊອບຈັດຕັ້ງປະຕິບັດ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ແອ ສ້ອຍສຸວັນ ຕາງໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ ໄດ້ກ່າວວ່າ: ພາຍຫຼັງໄດ້ຮັບສຳນວນເງິນກູ້ ຂອງຫົວໜ່ວຍທຸລະກິດທີ່ສະເໜີຂໍແຫຼ່ງທຶນນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຜ່ານທະນາຄານພັດທະນາລາວ ຈຳກັດ ຈຳນວນ 1 ຫົວໜ່ວຍ ຊື່ວິສາຫະກິດສ່ວນບຸກຄົນ ສຸກຈະເລີນ ຟາມລ້ຽງໄກ່ຄົບວົງຈອນ, ທີ່ໃນວົງເງິນ 2,5 ຕື້ກີບ ເຊິ່ງເປົ້າໝາຍນໍາໃຊ້ເງິນກູ້ທຶນໝູນວຽນຊື້ໄກ່ພັນໄຂ່ ແລະ ຫົວອາຫານ, ອັດຕາດອກເບ້ຍ 6%/ປີ, ໄລຍະເວລາກູ້ຢືມ 5 ປີ ຍົກເວັ້ນຄ່າທໍານຽມ ໂດຍທະນາຄານໄດ້ມີການປະເມີນຄວາມສ່ຽງສິນເຊື່ອ, ປະກອບເອກະສານຕາມລະບຽບຂອງທະນາຄານ ແລະ ໄດ້ຮັບການອະນຸມັດຈາກສໍານັກງານໃຫຍ່ ຂອງທະນາຄານພັດທະນາລາວຈຳກັດ.

ພ້ອມນີ້, ທ່ານ ສົມວິໄຊ ຫຼວງໄຊສຸກ ຜູ້ຕາງໜ້າຈາກພະແນກຄຸ້ມຄອງການເງິນ ໄດ້ຜ່ານສັນຍາເງິນກູ້ລະຫວ່າງສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ ແລະ ທະນາຄານພັດທະນາລາວ ຈຳກັດ. ຈາກນັ້ນ, ຕາງໜ້າທັງສອງຝ່າຍກໍໄດ້ຮ່ວມເຊັນສັນຍາ ແລະ ມອບຮັບຢ່າງເປັນທາງການ.

ແຫຼ່ງຂ່າວຈາກ ແຂວງຜົ້ງສາລີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ