2
ກຳປູເຈຍ ສົ່ງອອກລົດຖີບ ຫລຸດລົງ 43%
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 20 ເດືອນເມສາ, 2024
ໝວດ: ຂ່າວ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ສຳນັກງານ ພາສີ ທົ່ວໄປຂອງ ກຳປູເຈຍ ລາຍງານວ່າ:  ການສົ່ງອອກ ລົດຖີບ ຂອງ ກຳປູເຈຍ ໃນໄຕມາດທຳອິດ (ເດືອນມັງກອນ-ເດືອນມີນາ) ຂອງ ປີນີ້ ຫລຸດລົງ 43% ເມື່ອທຽບໃສ່ປີຕໍ່ປີ. ໃນນັ້ນ ລວມມີ ລົດຖີບ ແລະ ລົດຖີບໄຟຟ້າ, ກວມເອົາ ມູນຄ່າລວມ 96,9 ລ້ານໂດລາ ສະຫະລັດ ຫລຸດລົງ ຈາກ 170 ລ້ານໂດລາ ສະຫະລັດ ໃນໄລຍະດຽວກັນ ຂອງປີກາຍ.

ກະຊວງ ການຄ້າ ກຳປູເຈຍ ເປີດເຜີຍວ່າ:​ ກຳປູເຈຍ ສົ່ງອອກລົດຖີບ ໄປຍັງ ກຸ່ມປະເທດ ເອີຣົບ,​ ສ.ອາເມລິກາ, ອັງກິດ ແລະ ການາດາ ເປັນຫລັກ. ໂດຍການສົ່ງອອກ ທີ່ຫລຸດລົງ ເນື່້ອງຈາດ ການຢຸດຈຶ້ງ ແລະ ການປ່ຽນແປງຂອງ ເສດຖະກິດໂລກ. ໃນຂະນະທີ່ ລົດຖີບ ເປັນໜຶ່ງ ໃນສິນຄ້າ ສົ່ງອອກ ສຳຄັນ ຂອງ ກຳປູເຈຍ ຖັດຈາກ ເສື້ອຜ້າ ເກີບ ແລະ ອື່ນໆ. ປັດຈຸບັນ ກຳປູເຈຍ ມີໂຮງງານ ຜະລິດ ລົດຖີບ 5 ແຫ່ງ, ທັງໝົດ ຢູ່ໃນເຂດ ເສດຖະກິດ ພິເສດ ທີ່ແຂວງ ສະວາຍຣຽງ./

KPL

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ