2
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມ ເວທີປຶກສາຫາລືອະນາຄົດ ອາຊຽນ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 24 April, 2024
ໝວດ: ຂ່າວ

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນນາມປະທານອາຊຽນ 2024 ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລື ອະນາຄົດອາຊຽນ (ASEAN Future Forum) ພາຍໃຕ້ຄຳຂວັນ “ກ້າວໄປສູ່ການຂະຫຍາຍຕົວທີ່ວ່ອງໄວ ແລະ ຍືນຍົງຂອງປະຊາຄົມອາຊຽນ ທີ່ມີປະຊາຊົນ ເປັນໃຈກາງ” ໃນວັນທີ 23 ເມສາ 2024, ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ, ມີການນຳຂັ້ນສູງ ຂອງບາງປະເທດສະມາຊິກອາຊຽນ, ເລຂາທິການໃຫຍ່ອາຊຽນ, ເຈົ້າໜ້າທີ່ອາວຸໂສ ຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາທູຕານຸ ທູດ ປະຈຳ ສສ ຫວຽດນາມ, ນັກຄົ້ນຄວ້າ, ຕາງໜ້າພາກທຸລະກິດ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ.

 

ເວທີປຶກສາຫາລືດັ່ງກ່າວ, ແມ່ນຂໍ້ລິເລີ້ມຂອງ ສສ ຫວຽດນາມ ເພື່ອລະດົມຄວາມຄິດຈາກພາກລັດ, ພາກເອກະຊົນ ກໍຄື ນັກທຸລະກິດ, ນັກຄົ້ນຄວ້າ ແລະ ອື່ນໆ ກ່ຽວກັບອະນາຄົດຂອງອາຊຽນ ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ພວມຜັນແປໄປ ຢ່າງໄວວາ, ບໍ່ແນ່ນອນ ແລະ ມີສິ່ງທ້າທາຍນາໆປະການ.

 

 

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເປັນປະທານຮ່ວມ ການປຶກສາຫາລືກ່ຽວກັບ “ກ້າວໄປສູ່ປະຊາຄົມ ທຸລະກິດ ອາຊຽນ ທີ່ມີຄວາມກົມກຽວ, ເຂັ້ມແຂງ ແລະ ຍືນຍົງ: ຈັບເອົາກາລະໂອກາດຍຸກຂອງດີຈິຕອນ” ໃນງານລ້ຽງອາຫານທ່ຽງແບບເຮັດວຽກ ເພື່ອລະດົມຄວາມຄິດກ່ຽວກັບ ກາລະໂອກາດ ແລະ ສິ່ງທຳທາຍ ໃນການຫັນອາຊຽນ ໃຫ້ເປັນເຂດເສດຖະກິດ ດີຈິຕອນ ແລະ ກໍໄດ້ພົບປະກັບ ທ່ານ ນາຍົກລົດຖະມົນຕີຟາມ ມິງ ຈິງ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ການພົວພັນ ແລະ ຮ່ວມມື 2 ຝ່າຍ ລາວ-ຫວຽດນາມ.

KPL

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ