ຄົນເກີດວັນອາທິດ:ການງານຈະເຮັດສິ່ງໃດໃນຊ່ວງນີ້ຈະປະສົບຄວາມສຳເລັດຢູ່ໃນເກນໂຊກດີ ມີອຸປະສັກຕໍ່ການປ່ຽນແປງ ແຕ່ກໍຄຸ້ມຄ່າກັບຄວາມພະຍາຍາມໃນຕອນນີ້ ການເງິນມີຄວາມກັງວົນໃນເລື່ອງຂອງການໃຊ້ເງິນ ແລະການໃຊ້ຈ່າຍ ມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງວ່ອງໄວ ແຕ່ກໍຈະຫາເຂົ້າມາໄດ້ເພິ່ມເຕິມ ຄວາມຮັກໂດດເດັ່ນໄດ້ພົບຄົນຜິວຂາວ ກ່ຽວຂ້ອງກັບການງານທີ່ຈະນຳພາມໃຫ້ໄດ້ກັນ ໃນຊ່ວງນີ້ມີໂອກາດພົບຄົົນທີ່ຖືກໃຈ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນ ສີດໍາ ເລກນຳໂຊກ2 9
ຄົນເກີດວັນຈັນ:ການງານຈະປະສົບຄວາມສຳເລັດດີຂຶ້ນ ແຕ່ຕ້ອງມີການໃຊ້ເງິນທຶນອອກໄປ ຈຶ່ງຄວນວາງແຜນໃຫ້ຮອບຄອບຫລາຍໆ ຈຶ່ງຈະກໍ່ໃຫ້ເກີດຄວາມສຳເລັດ ການເງິນຈະມີອຸປະສັກເຮັດໃຫ້ຮູ້ສຶກເມືອຍ ເພາະເປັນຊ່ວງທີ່ທ່ານໄດ້ໃຊ້ເງິນ ຄວາມຮັກມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈທີ່ຈະມີເຂົ້າມາໃນຊ່ວງນີ້ ແຕ່ກໍຕ້ອງລະວັງອາລົມໃຈຮ້ອນເຮັດໃຫ້ເກີດຄວາມຂັດແຍ້ງ ຈຶ່ງຕ້ອງປັບຕົວເຂົ້າຫາກັນຄ່ອນຂ້າງຫລາຍ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຂາວ ເລກນຳໂຊກ6
ຄົນເກີດວັນອັງຄານ:ການງານຊ່ວງນີ້ຈະປະສົບໂຊກດີ ແລະຄວາມສຳເລັດ ແຕ່ທ່ານຕ້ອງລະວັງຄວາມໃຈຮ້ອນ ເຮັດສິ່ງຕ່າງ ໆ ດ້ວຍຄວາມຮອບຄອບຈະດີທີ່ສຸດ ການເງິນທ່ານຈະໄດ້ເຄື່ອງໃໝ່ໆ ທີ່ຕ້ອງໃຊ້ເງິນຊື້ຫາເຂົ້າມາໃນຊ່ວງນີ້ກໍເປັນໄປໄດ້ ຄວາມຮັກລະວັງຄວາມໃຈຮ້ອນລະຫວ່າງກັນໃນການຂັດແຍ້ງຈະສົ່ງຜົນຕໍ່ຄວາມສຳພັນ ຕ້ອງໃຊ້ຄວາມໃຈເຢັນ ແລະມີເຫດຜົນຫລາຍໆ ຈະເຮັດໃຫ້ຄວາມສຳພັນລະຫວ່າງກັນດີຂຶ້ນໄດ້ ເຄື່ອງມຸງຄຸນ ຫີນນໍາໂຊກສີທອງ ສີມຸງຄຸນສີີສົ້ມ ເລກນຳໂຊກ 2
ຄົນເກີດວັນພຸດ:ການງານຊ່ວງນີ້ໄດ້ປະລິມານງານຫລາຍຂຶ້ນ ເພາະສາມາດໃຊ້ຄວາມສາມາດໃນການເຮັດວຽກງານໄດ້ຢ່າງເຕັມທີ່ ການເງິນຈະສັງເກດໄດ້ວ່າດວງດ້ານການເງິນດີຂຶ້ນກວ່າແຕ່ກ່ອນເປັນຢ່າງຫລາຍ ໃນຊ່ວງນີ້ຈະມີໂຊກເຂົ້າມາຢ່າງຕໍ່ເນື່ອງ ຄວາມຮັກຊ່ວງນີ້ຄວນໃຊ້ຄຳເວົ້າ ແລະ ຄວາມເຊື່ອໃຈໃນການເບິ່ງແຍງເອົາໃຈໃສ່ ຈະສົ່ງຜົນຕໍ່ຄວາມສຳພັນທີ່ດີຂຶ້ນເປັນຢ່າງຫລາຍ ເຄື່ອງມຸງຄຸນ ເພັດສິຂຽວ ສີມຸງຄຸນສີເທົາ ເລກນຳໂຊກ0 5
ຄົນເກີດວັນພະຫັດ:ການງານມີໂອກາດເດິນທາງປ່ຽນແປງຍົກຍ້າຍໃນຊ່ວງນີ້ໃນເລື່ອງຂອງການງານ ການຕິດຕໍ່ເຈນຈາກັບຜູ້ໃຫຍ່ປະສົບຜົນສຳເລັດເປັນຢ່າງດີ ການເງິນມີຂ່າວດີທາງດ້ານການເງິນເຂົ້າມາໃນໄລຍະນີ້ ແຕ່ຖ້າຈະຫວັງໃຫ້ລູກໜີ້ເກົ່າມາໃຊ້ໜີ້ຄືນກໍຍັງບໍ່ໄດ້ ຈະໄດ້ຈາກດ້ານການງານ ຫລືການສ່ຽງໂຊກຫລາຍກວ່າ ຄວາມຮັກໄລຍະທາງຍັງເປັນອຸປະສັກລະຫວ່າງກັນຢູ່ກ່ຽວກັບເລື່ອງຄວາມສຳພັນທາງດ້ານຄວາມຮັກທີ່ທ່ານນັ້ນໝາຍປອງໃຜຢູ່ໃນຊ່ວງນີ້ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ 3
ຄົນເກີດວັນສຸກ:ການງານຈະເຮັດທຸລະກິດການງານສິ່ງໃດໃນຊ່ວງນີ້ເປັນເງິນເປັນທອງໄປທຸກຢ່າງ ປະສົບຄວາມສຳເລັດ ປະສົບຄວາມໂຊກດີ ການເງິນຊ່ວງນີ້ຕ້ອງໃຊ້ຈ່າຍຄ່ອນຂ້າງຫລາຍເປັນພິເສດ ຍັງບໍ່ສາມາດບໍລິຫານການໃຊ້ຈ່າຍໃຫ້ລົງຕົວໄດ້ ຈຶ່ງຕ້ອງໃຊ້ຈ່າຍຢ່າງຮອບຄອບ ຄວາມຮັກໃນພາບທັງຫມົດກໍຍັງຖືວ່າຢູ່ໃນເກນທີ່ດີ ໄດ້ພົບກັບຄົົນທີ່ທ່ານປາດຖະຫນາໃນຊ່ວງນີ້ ແຕ່ເວລາທີ່ມີໃຫ້ກັນກໍຍັງບໍ່ຫລາຍພໍ ເຄື່ອງມຸງຄຸນເງິນ ສີມຸງຄຸນສີມ້ວງແກ່ ເລກນຳໂຊກ6
ຄົນເກີດວັນເສົາ:ການງານຈະເຮັດວຽກງານທຸລະກິດສິ່ງໃດໃນຊ່ວງນີ້ຈະປະສົບຄວາມສຳເລັດ ມີການໃຊ້ເທັກນິກພິເສດສະເພາະຕົວໃນການສ້າງຜົນງານ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງວ່ອງໄວ ແຕ່ກໍຈະຫາເຂົ້າມາໄດ້ທັນທ່ວງທີຢ່າງຕໍ່ເນື່ອງໃນເລື່ອງຊ່ວງນີ້ ຄວາມຮັກຍັງບໍ່ມີເວລາທີ່ຈະທຸ້ມເທໃຫ້ເລື່ອງເຫຼົ່ານີ້ ຈຶ່ງຍັງບໍ່ໄດ້ໃຫ້ຄວາມສົນໃຈກັບໃຜເປັນພິເສດ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ8
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,479 | 21,690 |
![]() THB | 645.44 | 657.70 |
![]() EUR | 23,823 | 24,300 |
![]() CNY | 2,898 | 2,956 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |