ລວມນ້ຳມັນທາຜິວໜ້າຈາກທຳມະຊາດເພື່ອຜິວງາມສຸຂະພາບດີ

ນ້ຳມັນທາຜິວໜ້າ ກາຍເປັນໜຶ່ງໃນໄອເທັມດູແລຜິວທີ່ຫຼາຍຄົນໃຫ້ຄວາມສົນໃຈ ໂດຍສະເພາະນ້ຳມັນຈາກທຳມະຊາດທີ່ອ່ອນໂຍນແລະປອດໄພ ບົດຄວາມນີ້ຈະພາຄຸນໄປຮູ້ຈັກນ້ຳມັນແຕ່ລະຊະນິດ ລວມທັງວິທີເລືອກໃຫ້ເໝາະກັບສະພາບຜິວ ເປັນຫຍັງຈຶ່ງຄວນໃຊ້ນ້ຳມັນທາຜິວໜ້າ ນ້ຳມັນທາຜິວໜ້າ ຊ່ວຍເຕີມຄວາມຊຸ່ມຊື່ນ ປັບສົມດຸນຜິວ ແລະປ້ອງກັນການສູນເສຍນ້ຳ ເໝາະທັງກັບຜິວແຫ້ງ ຜິວມັນ ຫຼືແມ້ແຕ່ຜິວແພ້ງ່າຍ ນ້ຳມັນຈາກທຳມະຊາດມັກອຸດົມໄປດ້ວຍກອດໄຂມັນຈຳເປັນ ວິຕາມິນ ແລະສານຕ້ານອະນຸມູນອິດສະຫຼະທີ່ຊ່ວຍຟື້ນຟູຜິວຈາກພາຍໃນ ນ້ຳມັນທາຜິວໜ້າ ຈາກທຳມະຊາດຍອດນິຍົມ Jojoba Oil (ໂຈໂຈ້ບາອອຍ) ຄືນ້ຳມັນທາຜິວໜ້າທີ່ສະກັດຈາກເມັດຂອງພືດໂຈໂຈ້ບາ ມີຄຸນສົມບັດຄ້າຍນ້ຳມັນຕາມທຳມະຊາດຂອງຜິວມະນຸດ (sebum) ຈຶ່ງຊ່ວຍຄວບຄຸມຄວາມມັນໄດ້ດີ ຊຶມງ່າຍ ບໍ່ເໜຍວເໜາະໜະ ແລະບໍ່ອຸດຕັນຮູຂຸມຂົນ ເໝາະສຳລັບທຸກສະພາບຜິວ ໂດຍສະເພາະຜິວມັນແລະຜິວເປັນສິວ Rosehip Oil (ໂຣສຮິບອອຍ) ໄດ້ຈາກເມັດຂອງຜົນກຸຫຼາບປ່າ ເປັນນ້ຳມັນທາຜິວໜ້າທີ່ອຸດົມດ້ວຍວິຕາມິນ A, C ແລະກອດໄຂມັນຈຳເປັນ ເໝາະກັບຜູ້ທີ່ຕ້ອງການຫຼຸດຮອຍສິວ ຈຸດດ່າງດຳ ຮອຍແຜົນເປັນ ແລະຟື້ນຟູຜິວໃຫ້ກະຈ່າງໃສຢ່າງເປັນທຳມະຊາດ Argan Oil (ອາການອອຍ) ສະກັດຈາກເມັດຂອງຕົ້ນອາການທີ່ພົບໃນປະເທດໂມຣັອກໂກ ເປັນນ້ຳມັນທາຜິວໜ້າທີ່ອຸດົມໄປດ້ວຍວິຕາມິນ E ແລະສານຕ້ານອະນຸມູນອິດສະຫຼະ ມີຄຸນສົມບັດຊ່ວຍໃຫ້ຜິວນຸ່ມຊຸ່ມຊື່ນ ຫຼຸດການອັກເສບ ແລະເສີມຄວາມຍືດຫຍຸ່ນຂອງຜິວ ເໝາະກັບຜິວແຫ້ງຫຼືຜູ້ມີບັນຫາຮີ້ວຮອຍ Marula Oil […]
ຈົດຈຳນັກວິທະຍາສາດຊາວອິນເດຍທີ່ທ້າທາຍທິດສະດີ Big Bang

ໃນເລື່ອງວິທະຍາສາດ-ນິຍາຍປີ 1983 ຂອງລາວ, ນັກດາລາສາດຟີຊິກອິນເດຍຄົນໜຶ່ງໄດ້ພະຍາກອນວ່າໂຮງຮຽນຈະເປັນແນວໃດໃນປີ 2050. Jayant Narlikar ໄດ້ຈິນຕະນາການເຖິງສາກກະວາກໜຶ່ງທີ່ມີສັດຕະວະໂລກອື່ນ, ທີ່ອາໄສຢູ່ທ່າມກາງມະນຸດ, ຈະນັ່ງຢູ່ໜ້າຈໍແລະເຂົ້າຮຽນອອນລາຍ. ສັດຕະວະໂລກອື່ນຍັງບໍ່ທັນປາກົດຕົວ, ແຕ່ການຮຽນອອນລາຍໄດ້ກາຍເປັນຄວາມຈິງສຳລັບນັກຮຽນຢ່າງວ່ອງໄວກວ່າທີ່ຄາດ, ໃນປີ 2020, ເມື່ອການແຜ່ລະບາດຂອງ Covid-19 ເກີດຂຶ້ນ. Narlikar ຍັງມີຊື່ສຽງໃນການສະເໜີທາງເລືອກອື່ນຕໍ່ກັບທິດສະດີ Big Bang – ແນວຄິດທີ່ນິຍົມວ່າຈັກກະວານຖືກສ້າງຂຶ້ນໃນຈຸດດຽວໃນເວລາດຽວ. ລາວເຊື່ອວ່າຈັກກະວານມີມາຕັ້ງແຕ່ສະໄໝໃດແລ້ວ, ຂະຫຍາຍຕົວຢ່າງຕໍ່ເນື່ອງເຖິງອະນັນ. ດ້ວຍການເສຍຊີວິດຂອງລາວໃນວັນອັງຄານທີ່ຜ່ານມານີ້, ອິນເດຍໄດ້ສູນເສຍນັກດາລາສາດຟີຊິກທີ່ມີຊື່ສຽງທີ່ສຸດຄົນໜຶ່ງ. Narlikar ມີອາຍຸ 86 ປີ – ເປັນຄົນທີ່ກ້າວໜ້າກວ່າຍຸກສະໄໝຂອງລາວ ແລະເປັນຜູ້ທີ່ປະກົບສ້າງຄົນລຸ້ນນັກຄົ້ນຄວ້າອິນເດຍຜ່ານການອຸທິດຕົນຕະຫຼອດຊີວິດໃຫ້ແກ່ການສຶກສາວິທະຍາສາດ. ງານສົ່ງສົບຂອງລາວມີຜູ້ເຂົ້າຮ່ວມຫຼາຍຮ້ອຍຄົນ, ຕັ້ງແຕ່ນັກຮຽນຈົນເຖິງນັກວິທະຍາສາດທີ່ມີຊື່ສຽງ ແລະເຖິງແມ່ນແຕ່ພະນັກງານບໍລິການຂອງລາວ, ສະແດງໃຫ້ເຫັນເຖິງຜົນກະທົບອັນເລິກເຊິ່ງທີ່ລາວມີຕໍ່ສັງຄົມ. ເກີດວັນທີ 19 ກໍລະກົດ 1938, ຢູ່ເມືອງ Kolhapur ໃນລັດ Maharashtra ພາກຕາເວັນຕົກ, Narlikar ຖືກລ້ຽງດູໃນຄອບຄົວທີ່ເຕັມໄປດ້ວຍປະເພນີທາງວິຊາການ. ພໍ່ຂອງລາວ, Vishnu Narlikar, ເປັນອາຈານແລະນັກຄະນິດສາດ, ແລະແມ່ Sumati […]
ຈາກ “ການເຂົ້າເມືອງເພື່ອທ່ອງທ່ຽວ” ໄປສູ່ “ການເຂົ້າເມືອງເພື່ອຊື້ສິນຄ້າ” ທ່າອ່ຽງໃໝ່ແຫ່ງການບໍລິໂພກດ້ານການທ່ອງທ່ຽວຢູ່ຈີນ

ຊຸມປີມໍ່ໆມານີ້, ຄຽງຄູ່ກັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຢູ່ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການເຂົ້າເມືອງຈີນເພື່ອທ່ອງທ່ຽວທັງຈັດຊື້ສິນຄ້າ ພວມກາຍເປັນທ່າອ່ຽງໃໝ່ໃນດ້ານການບໍລິໂພກ, ຕົວຢ່າງ: ສາມາດທ່ອງທ່ຽວປະເທດຈີນທີ່ມີຫຼາກຫຼາຍສີສັນຍ້ອນມີນະໂຍບາຍຍົກເວັ້ນວີຊາ, ຈັດຊື້ສິນຄ້າຢູ່ທ້ອງຖິ່ນຍັງສາມາດຄືນເງິນພາສີຢູ່ກັບທີ່ ແລະ ອື່ນໆ. ຄຽງຄູ່ກັບຈີນປັບປຸງນະໂຍບາຍການທ່ອງທ່ຽວໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, “ການທ່ຽວເມືອງຈີນ” ມີມົນສະເໜ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ນັກທ່ອງທ່ຽວຕ່າງປະເທດນັບມື້ນັບຫຼາຍໄດ້ເລີ່ມນິຍົມຈັດຊື້ສິນຄ້າຢູ່ຈີນໄປພ້ອມກັບການທ່ຽວຊົມທິວທັດທີ່ສວຍງາມຂອງຈີນ. ການສະໜັບສະໜູນດ້ານນະໂຍບາຍແມ່ນໜຶ່ງໃນປັດໄຈສຳຄັນທີ່ຊຸກຍູ້ກະແສນິຍົມການເຂົ້າເມືອງຈີນເພື່ອທ່ອງທ່ຽວທັງຈັດຊື້ສິນຄ້າ. ປີ 2025, ລັດຖະບານຈີນໄດ້ປັບປຸງນະໂຍບາຍເພື່ອຄືນເງິນພາສີໃນຕອນອອກເມືອງໃຫ້ສົມບູນຕື່ມອີກ ໂດຍໄດ້ປັບຫຼຸດຈໍານວນພື້ນຖານທີ່ສາມາດຄືນເງິນພາສີຈາກ 500 ຢວນລົງມາເປັນ 200 ຢວນ, ທັງໄດ້ປັບຈຳນວນເງິນສູງສຸດໃນການຄືນເງິນສົດພາສີຈາກ 1 ໝື່ນຢວນຂຶ້ນເປັນ 2 ໝື່ນຢວນ, ການປັບປຸງນະໂຍບາຍດັ່ງກ່າວໄດ້ຍົກສູງຄວາມຕ້ອງການຈັດຊື້ສິນຄ້າຂອງນັກທ່ອງທ່ຽວຕ່າງປະເທດ, ນັກທ່ອງທ່ຽວຕ່າງປະເທດຈຳນວນໜຶ່ງຍັງພົບເຫັນວ່າ ລາຄາສິນຄ້າຢູ່ຈີນພຽງເທົ່າກັບເຄິ່ງໜຶ່ງຂອງລາຄາຢູ່ປະເທດຕົນ, ການຈັດຊື້ສິນຄ້າແທນລູກຄ້າໃນປະເທດຕົນໄດ້ກາຍເປັນທ່າອ່ຽງໃໝ່ດ້ານການບໍລິໂພກ. ພ້ອມກັນນັ້ນ, ການຊຸກຍູ້ຄວາມສະດວກສະບາຍໃນດ້ານການຊຳລະເງິນ ໄດ້ສະໜອງການສະໜັບສະໜູນຢ່າງແຂງແຮງໃຫ້ແກ່ການເຂົ້າເມືອງຈີນເພື່ອທ່ອງທ່ຽວ ແລະ ຈັດຊື້ສິນຄ້າ. ປັດຈຸບັນ, ການຊໍາລະເງິນຜ່ານວີແຊັດ ແລະ ອາລີເພ ໄດ້ເປີດໃຫ້ບໍລິການທີ່ຜູກຕິດກັບບັດທະນາຄານສາກົນ, ຈຳນວນການບໍລິໂພກສະເລ່ຍຕໍ່ມື້ຂອງນັກທ່ອງທ່ຽວຕ່າງປະເທດໄດ້ເພີ່ມຂຶ້ນ 136% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ຍອດມູນຄ່າການບໍລິໂພກຢູ່ແຂວງກວາງຕຸ້ງໄດ້ເພີ່ມຂຶ້ນທົບເທົ່າ. ການປະດິດສ້າງຮູບແບບການຊຳລະເງິນແບບນີ້ບໍ່ພຽງແຕ່ໄດ້ເພີ່ມຄວາມສະດວກສະບາຍໃນການຈັດຊື້ສິນຄ້າເທົ່ານັ້ນ, ແຕ່ຍັງໄດ້ຊຸກຍູ້ສົ່ງເສີມຄວາມກະຕືລືລົ້ນດ້ານການບໍລິໂພກຂອງນັກທ່ອງທ່ຽວຕ່າງປະເທດຕື່ມອີກ. ໃນເວລາດຽວກັນ, ຄວາມນິຍົມຊົມຊອບຂອງການເຂົ້າມາເມືອງຈີນເພື່ອທ່ອງທ່ຽວ ແລະ ຈັດຊື້ສິນຄ້າກໍໄດ້ຂະຫຍາຍຕົວກວ້າງອອກຢ່າງບໍ່ຢຸດຢັ້ງ. ນອກຈາກຜະລິດຕະພັນທີ່ມີເອກະລັກທ້ອງຖິ່ນແລ້ວ, ນັກທ່ອງທ່ຽວຕ່າງປະເທດນັບມື້ນັບຫຼາຍເລີ່ມສົນໃຈນຳຜະລິດຕະພັນເອເລັກໂຕຣນິກ, […]
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ IIໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ໄດ້ລາຍງານກ່ຽວກັບການຄົ້ນຄວ້າສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ໃຫ້ຮູ້ວ່າ: ພາຍຫຼັງລັດຖະທໍາມະນູນສະບັບປັບປຸງໃໝ່, ຮ່າງກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນເທື່ອ 2 ຂອງສະພາແຫ່ງຊາດ ຊຸດທີ IX, ບ່ອນອີງໃນການສ້າງຕັ້ງຕາແສງຈຶ່ງມີທັງລັດຖະທຳມະນູນ, ມີກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງ, ມີທັງມະຕິຂອງສູນກາງພັກ, ແຈ້ງການຂອງລັດຖະບານ ແລະ ຂອງຄະນະປະຈໍາພັກ, ອົງການປົກຄອງນວ ໃຫ້ທົດລອງສ້າງຕັ້ງຕາແສງທໍາອິດຂອງ ນວ ແລະ ຂອງປະເທດຢູ່ເມືອງໄຊທານີ. ມາຮອດປັດຈຸບັນ, ສຳເລັດການຂຽນບົດວິພາກເສດຖະກິດ-ສັງຄົມຂອງຕາແສງ, ສໍາເລັດການກຳນົດຂອບເຂດພື້ນທີ່ຂອງຕາແສງ, ສຳເລັດການສໍາຫຼວດເຂດແດນເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ໃນຂອບເຂດຕາແສງ, ລົງໂຄສະນາເຜີຍແຜ່ນິຕິກຳຕ່າງໆໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າຮ່ວມໃນການກະກຽມສ້າງຕັ້ງຕາແສງ ໄດ້ທາບທາມຊື່ຂອງເມືອງໃໝ່ໃນ 24 ບ້ານເປົ້າໝາຍ ແລະ ທາບທາມໃນ 9 ເມືອງທົ່ວ ນວ ເພື່ອໃຫ້ຊາວ […]
ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ

ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແບບລຽງຫີນຕາມຄວາມເນີນ ແຄມແມ່ນໍ້າຂອງ ແຕ່ຈຸດຄຸ້ມບ້ານ ມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງບໍ່ແກ້ວ ເຈົ້າຂອງໂຄງການ ກັບ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ-ສ້ອມແປງຊົນລະປະທານ ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ, ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາຜ່ານມາ ຢູ່ທີ່ພະແນກ ຍທຂ ແຂວງ. ທ່ານ ອ່ອງຄໍາ ໄຊຍະລາດ ຮອງຫົວໜ້າ ພະແນກ ຍທຂ ແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງບໍ່ແກ້ວ ວ່າດ້ວຍການເຫັນດີ ຮັບຮອງເອົາບໍລິສັດ ແກ້ວຈະເລີນກໍ່ສ້າງ-ສ້ອມແປງຊົນລະປະທານ, ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຊະນະການປະມູນ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ມີລວງຍາວ 3,692 ແມັດ, ໄລຍະການປະຕິບັດໜ້າວຽກ […]
ສະມາຊິກພັກ 178 ສະຫາຍ ຂອງເມືອງສະໜາມໄຊ ໄດ້ຮັບການປະດັບຫຼຽນກາລະນຶກ 70 ປີ

ເມືອງສະໜາມໄຊ ແຂວງອັດຕະປື ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຂຶ້ນໃນຕອນເຊົ້າຂອງວັນທີ 21 ພຶດສະພາຜ່ານມາ ທີ່ສະໂມສອນຫ້ອງວ່າການເມືອງ ໂດຍການໃຫ້ກຽດປະດັບຫຼຽນໂດຍ ສະຫາຍ ສຸລິວົງ ອະໄພວົງ ເລຂາຄະນະບໍລິຫານງານພັກເມືອງ ສະໜາມໄຊ. ການປະດັບຫຼຽນກາລະນຶກ 70 ປີຄັ້ງນີ້, ແມ່ນອີງໃສ່ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 420/ຄລສພ, ລົງວັນທີ 14 ມີນາ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກ ແຂວງ ອັດຕະປືທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສໍາລັບຜູ້ທີ່ໄດ້ປະດັບຫຼຽນ ຢູ່ເມືອງສະໜາມໄຊ ປະກອບມີທັງໝົດ 178 ສະຫາຍ. […]
ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ໂດຍ: ບິກໄຊ ສົມພູ ໂດຍອີງຕາມທິດຊີ້ນໍາຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບວາງອອກ ເວົ້າລວມ ເວົ້າສະເພາະ ກໍຄືຂັ້ນເທິງໄດ້ມອບໝາຍໜ້າທີ່ໃຫ້ກອງພັນໃຫຍ່ 11 ເຂົ້າຮ່ວມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ, ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ສາມາດຖອດຖອນບົດຮຽນໄດ້ຫຼາຍດ້ານເປັນຕົ້ນແມ່ນ: ການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເຫັນໄດ້ຄວາມໝາຍຄວາມສຳ ຄັນທີ່ເປັນມູນເຊື້ອລະຫວ່າງສອງກອງທັບລາວ-ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ, ເປັນການປັບປຸງແບບແຜນຂອງກອງທັບໃຫ້ເຂັ້ມແຂງເປັນຕົ້ນລະບຽບບຸກຄົນ, ລວມໝູ່, ອົບຮົມຫັດແອບໃຫ້ມີຄວາມສໍານິຊໍານານ ເພື່ອກຽມພ້ອມປະຕິບັດໜ້າທີ່ການເມືອງຂອງກົມກອງໃຫ້ມີປະສິດທິພາບສູງ, ພ້ອມທັງເປັນການສືບຕໍ່ຮັດແໜ້ນສາຍພົວພັນທີ່ເປັນປະຫວັດສາດມູນເຊື້ອລະຫວ່າງສອງກອງທັບລາວ-ຫວຽດນາມ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ. ສະຫາຍ ພັນໂທ ໂພທະເລ ທໍາມະວົງສາ ຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 11 ທັງເປັນຄະນະຮັບຜິດຊອບຊີ້ນຳກ້ອນກຳລັງກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ ໄດ້ໃຫ້ສຳພາດໃນວັນທີ 21 ພຶດສະພາ ຜ່ານມາ ວ່າ: ພາຍຫຼັງທີ່ສຳເລັດໃນການເຂົ້າຮ່ວມສວນສະໜາມ ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ (30 ເມສາ 1975 – 30 ເມສາ 2025) […]
ສະພາບເງິນຕາຂອງລາວມີສັນຍານເປັນບວກ

ໂດຍ: ຣັດສະໝີ ດວງສັດຈະ ຜູ້ຂຽນ ໄດ້ມີໂອກາດເຂົ້າໄປພົວພັນວຽກງານຢູ່ທະນາຄານແຫ່ງ ສປປ ລາວ ກໍໄດ້ພົບປະກັບ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ຊຶ່ງທ່ານໄດ້ຜ່ານການເປັນຫຼາຍຫົວໜ້າກົມແລະ ຫ້ອງການ ຂອງທະນາຄານກາງ ຫຼາຍປະເດັນທີ່ຕິດພັນ ສະພາບທາງດ້ານເງິນຕາ ແລະ ສັງລວມໄດ້ບາງເຫດຜົນອັນສໍາຄັນວ່າ: ພາຍຫຼັງທີ່ລັດຖະບານເຮົາ ໄດ້ມີຄວາມພະຍາຍາມຢ່າງສູງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນຕາ ໃນຜ່ານມາ ໂດຍໄດ້ຊີ້ນໍາຢ່າງໃກ້ສິດຕໍ່ຂະແໜງການທີ່ກ່ຽວຂ້ອງ ລວມທັງຂະແໜງການທະນາຄານເພື່ອຈັດຕັ້ງປະຕິບັດມາດຕະການທີ່ເປັນລະບົບຄົບຊຸດ ເປັນຕົ້ນມາດຕະການທາງດ້ານການເງິນ-ເງິນຕາ ໂດຍສະເພາະ ການດຳເນີນນະໂຍບາຍເງິນຕາຢ່າງຮັດກຸມຂອງທະນາຄານແຫ່ງ ສປປ ລາວ ເພື່ອຄວບຄຸມປະລິມານເງິນ ໃຫ້ຢູ່ໃນຂອບເຂດເໝາະສົມ ຊຶ່ງເປັນພາລະກິດຕົ້ນຕໍສໍາຄັນຂອງທະນາຄານກາງ, ການຄຸ້ມຄອງເງິນຕາຕ່າງປະເທດ, ການອອກນິຕິກໍາໃນການຄຸ້ມຄອງລາຍຮັບ, ການສົ່ງອອກ ດ້ວຍການເປີດບັນຊີສະເພາະ ແລະ ການກຳນົດອັດຕາ. ສ່ວນລາຍຮັບເງິນຕາເຂົ້າມາ ແລະ ກຳນົດມາດຕະການແລກປ່ຽນແບບທັນທີຂັ້ນຕໍ່າເຂົ້າໃນລະບົບທະນາຄານອັນໄດ້ສ້າງສະພາບຄ່ອງ ແລະ ຄວາມສົມດຸນທາງດ້ານເງິນຕາຫຼາຍຂຶ້ນ, ການສ້າງຕະຫຼາດເງິນຕາຕ່າງປະເທດ ເປັນລວມສູນ (LFX) ແລະ ອື່ນໆ; ທ່ານຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ […]
ກອງປະຊຸມໃຫ່ຍຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ

ກອງປະຊຸມຄັ້ງທີ VIII ຜູ້ເເທນເເນວລາວສ້າງຊາດ ເມືອງນາເເລ ແຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາຜ່ານມາ ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ສຸລິຕານ ຈອມສະຫັວນ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ ປະທານເເນວລາວສ້າງຊາດເມືອງ. ໃນກອງປະຊຸມໄດ້ຮັບຟັງການຜ່ານ ບົດລາຍງານຄຸນລັກສະນະຜູ້ເເທນກອງປະຊຸມ, ຜ່ານຮ່າງລາຍງານການເມືອງ ແລະ ທິດທາງໜ້າທີ່ຂອງຄະນະກໍາມະການເເນວລາວສ້າງຊາດ ໃນຊຸ້ມປີຕໍ່ໜ້າ, ຜ່ານເເຜນພັດທະນາວຽກງານເເນວລາວສ້າງຊາດ 5 ປີຕໍ່ໜ້າ. ປັດຈຸບັນມີຄະນະກໍາມະການແນວລາວສ້າງຊາດເມືອງ 40 ທ່ານ ຍິງ 2 ທ່ານ, ພະສົງ 1 ອົງ. ໃນ 5 ປີ ຜ່ານມາ ຄະນະກໍາມະການແນວລາວສ້າງຊາດເມືອງນາແລ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງແນວລາວສ້າງຊາດແຂວງ, ປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງເມືອງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນແນວລາວສ້າງຊາດເມືອງນາແລ,. ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມ ທ່ານ ບຸນປີ ໄລປະເສີດ ກໍາມະການພັກເເຂວງ ກໍາມະການສູນກາງເເນວລາວສ້າງຊາດ […]
ປະກາດການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ

ພິທີປະກາດ ການຈັດຕັ້ງສານປະຊາຊົນເຂດ II ແຂວງຜົ້ງສາລີ ແລະ ເລື່ອນຊັ້ນຜູ້ພິພາກສາສານປະຊາຊົນໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາຜ່ານມາ ທີ່ຫ້ອງການ ການເງິນ ເມືອງຂວາ ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ. ໃນພິທີ, ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນຜູ້ພິພາກສາຂອງສານປະຊາຊົນແຂວງຜົ້ງສາລີສະບັບເລກທີ 536/ສປສສ ນະຄອນຫຼວງວຽງຈັນ, ລົງວັນທີ 16 ພຶດສະພາ 2025, ປະທານສານປະຊາຊົນສູງສຸດຕົກລົງເຫັນດີເລື່ອນຊັ້ນຜູ້ພິພາກສາໃຫ້ທ່ານ ສຸກຖາວອນ ດວງສາ ຜູ້ພິພາກສາຊັ້ນໜຶ່ງ ຮັກສາການຫົວໜ້າຄະນະສານອາຍາສານປະຊາຊົນແຂວງຜົ້ງສາລີ ເປັນຜູ້ພິພາກສາຊັ້ນສອງ, ຜ່ານຂໍ້ຕົກລົງສະບັບເລກທີ 537/ສປສສ ເຫັນດີເລື່ອນຊັ້ນຜູ້ພິພາກສາໃຫ້ທ່ານ ບຸນປັນ ເພັດສະໝອນ ຜູ້ພິພາກສາຊັ້ນໜຶ່ງ ຮັກສາການຫົວໜ້າຄະນະສານແພ່ງ ສານປະຊາຊົນແຂວງຜົ້ງສາລີ ເປັນຜູ້ພິພາກສາຊັ້ນສອງ, ຜ່ານຂໍ້ຕົກລົງສະບັບເລກທີ 538/ສປສສ ເຫັນດີເລື່ອນຊັ້ນຜູ້ພິພາກສາໃຫ້ທ່ານ ໄວ ໄຊຊະນະ ຜູ້ພິ ພາກສາຊັ້ນໜຶ່ງ ຮອງຫົວໜ້າຄະນະສານອາຍາ ສານປະຊາຊົນເຂດ I ແຂວງຫຼວງນໍ້າທາ ເປັນຜູ້ພິພາກສາຊັ້ນສອງ, ສະບັບເລກທີ 539/ສປສສ ຕົກລົງສັບປ່ຽນບ່ອນປະຈໍາການຂອງທ່ານ […]