ຈີນເຕືອນທຣັມກໍລະນີເກັບພາສີນຳເຂົ້າ ຂູ່ຈະຕອບໂຕ້ປະເທດທີ່ຈັບມືສະຫະລັດ ໂດຍແລກກັບການຕັດຈີນອອກຈາກຫ່ວງໂຊ່ອຸປະທານປະເທດນັ້ນ

ຈີນອອກມາເຕືອນລັດຖະບານທຣັມ ຢ່າກໍ່ຄວາມຕຶງຄຽດທາງການຄ້າ ດ້ວຍການຟື້ນມາດຕະການຂຶ້ນພາສີນຳເຂົ້າສິນຄ້າຈາກຈີນໃນເດືອນໜ້າ   ກ່ອນໜ້ານີ້ໃນເດືອນມິຖຸນາ ສະຫະລັດແລະຈີນຫາກໍບັນລຸ ກອບຄວາມຮ່ວມມືທາງການຄ້າ ເພື່ອຟື້ນຟູສັນຕິພາບຊົ່ວຄາວ ແຕ່ຍັງຄົງມີລາຍລະອຽດຫຼາຍປະການທີ່ບໍ່ຊັດເຈນ ເຮັດໃຫ້ບັນດານັກລົງທຶນ ແລະ ຜູ້ຄ້າໃນທັງສອງປະເທດຕ່າງຈັບຕາໃກ້ຊິດວ່າ ຂໍ້ຕົກລົງນີ້ຈະລົ່ມເຫຼວ ຫຼື ສາມາດນຳໄປສູ່ຄວາມສຳພັນທີ່ຍືນຍົງໄດ້ຫຼືບໍ່   ຢ່າງໃດກໍຕາມ ເມື່ອວັນຈັນ ທຣັມໄດ້ເລີ່ມແຈ້ງເຕືອນປະເທດຄູ່ຄ້າຫຼາຍລາຍວ່າ ສະຫະລັດ ເຕື່ອນຈະຂຶ້ນພາສີນຳເຂົ້າຢ່າງຮຸນແຮງໃນວັນທີ່ 1 ສິງຫາ ນີ້ ຫຼັງຈາກທີ່ເຄີຍປະກາດເລື່ອນເກັບພາສີທີ່ອອກເມື່ອເດືອນເມສາ ອອກໄປກ່ອນໜ້ານີ້ ໂດຍຮຽກເກັບພຽງ 10% ກັບບາງປະເທດ ເພື່ອເປີດໂອກາດໃຫ້ມີການເຈລະຈາ   ຈີນຊຶ່ງກ່ອນໜ້ານີ້ຖືກສະຫະລັດ ຂຶ້ນພາສີນຳເຂົ້າສູງກວ່າ 100% ໂດຍເພາະໃນຊ່ວງຕອບໂຕ້ກັນລະຫວ່າງເດືອນເມສາ–ພຶດສະພາ ໄດ້ຮັບເສັ້ນຕາຍເຖິງວັນທີ່ 12 ສິງຫາ ໃນການເຈລະຈາເພື່ອຫຼີກເວັ້ນການກັບມາໃຊ້ມາດຕະການກີດກັນທາງການຄ້າຮອບໃໝ່ຈາກສະຫະລັດ   ບົດບັນນາທິການລົງຊື່ໂດຍ ຈົງເຊັງ (Zhong Sheng) ຫຼື “ສຽງແຫ່ງຈີນ” ຊຶ່ງເປັນນາມແຝງທີ່ໃຊ້ສະແດງທ່າທີທາງການທູດຢ່າງເປັນທາງການຂອງຈີນ   ໃນໜັງສືພິມ People’s Daily ຊຶ່ງເປັນກະບອກສຽງຂອງພັກຄອມມູນິສຈີນ ລະບຸວ່າ ບົດສະຫຼຸບທີ່ຊັດເຈນທີ່ສຸດຄື ການເຈລະຈາແລະຄວາມຮ່ວມມືຄືທາງອອກທີ່ຖືກຕ້ອງເທົ່ານັ້ນ […]

ທຣັມເປີດເຜີຍອີກ ຕັ້ງກຳແພງພາສີຕອບໂຕ້ ລາວ-ມຽນມາຖືກຮຽກເກັບພາສີ 40% ມາເລເຊຍ 25%

ໂດນັລດ໌ ທຣັມເຜີຍຈົດໝາຍແຈ້ງອັດຕາພາສີອີກຫຼາຍສະບັບ ໂດຍລາວກັບມຽນມາຖືກເອີ້ນເກັບຫຼາຍສຸດເຖິງ 40% ຂະນະທີ່ມາເລເຊຍຖືກໄປ 25%   ເມື່ອ 7 ກໍລະກົດ 2025 ສະຫະລັດເລີ່ມສົ່ງຈົດໝາຍເຖິງປະເທດຕ່າງໆ ເພື່ອແຈ້ງອັດຕາພາສີຕ່າງຕອບແທນທີ່ສະຫະລັດຈະບັງຄັບໃຊ້ກັບພວກເຂົາຕາມນະໂຍບາຍຂອງ ໂດນັລດ໌ ທຣັມ ແລ້ວ   ໂດຍທຣັມ ໂພສຕ໌ພາບຜ່ານ Truth Social ສະແດງໃຫ້ເຫັນຈົດໝາຍທີ່ສົ່ງເຖິງຫຼາຍປະເທດ ທັງຍີ່ປຸ່ນ, ເກົາຫຼີໃຕ້, ຄາຊັກສະຖານ, ມາເລເຊຍ, ລາວ ແລະ ມຽນມາ ນອກຈາກນັ້ນຍັງມີອາຟຣິກາໃຕ້ອີກດ້ວຍ   ໃນຕອນທຳອິດທຣັມໂພສຕ໌ພາບຈົດໝາຍທີ່ສົ່ງເຖິງຍີ່ປຸ່ນກັບເກົາຫຼີໃຕ້ກ່ອນ ໂດຍລະບຸວ່າຈະບັງຄັບໃຊ້ພາສີຕ່າງຕອບແທນໃນອັດຕາ 25% ກັບທັງສອງປະເທດ ເລີ່ມຕັ້ງແຕ່ 1 ສິງຫາ ເປັນຕົ້ນໄປ   ປະມານ 2 ຊົ່ວໂມງຕໍ່ມາ ທຣັມຈຶ່ງໂພສຕ໌ຈົດໝາຍທີ່ສົ່ງເຖິງ ຄາຊັກສະຖານ, ມາເລເຊຍ, ລາວ, ມຽນມາ ແລະ ອາຟຣິກາໃຕ້ ໂດຍທີ່ ຄາຊັກສະຖານກັບມາເລເຊຍຖືກຕັ້ງກຳແພງພາສີໃນອັດຕາເທົ່າກັນຄື 25% ຂະນະທີ່ອາຟຣິກາ ຖືກໄປ […]

ໝໍໄຕ້ຫວັນແນະນຳ “ຂອງຫວານ” 1 ຊະນິດ ຊ່ວຍຫຼຸດນ້ຳໜັກໄດ້ ກິນພຽງມື້ລະຖ້ວຍ ຊ່ວຍຫຼູດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນ

“ຂອງຫວານ” ຢ່າງໜຶ່ງຊ່ວຍຫຼຸດນ້ຳໜັກໄດ້! “ບໍ່ຕ້ອງອອກກຳລັງກາຍຫຼືອົດອາຫານ” ກິນພຽງມື້ລະຖ້ວຍ ກໍຊ່ວຍເຜົາຜານໄຂມັນ   ນາຍແພດຊຽວ ຈ້ຽນຈ້ຽນ ຜູ້ຊ່ຽວຊານດ້ານການຫຼຸດນ້ຳໜັກ ຄົນໄຕ້ຫວັນ ເປີດເຜີຍວ່າ ເມື່ອແບັກທີເຣຍຊະນິດ “ໄຟມິຄິວຕສ໌” ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກທີ່ເກີດຈາກການຫມັກອາຫານທີ່ມີໄຟເບີສູງ ແລະ ແປ້ງດື້ ຈະຊ່ວຍຫຼຸດໄຂມັນໃນຕັບແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ຜົນລັບຄ້າຍກັບການກິນອາຫານຄາບໂບໄຮເດຣຕຕ່ຳ   ລາວແນະນຳໃຫ້ກິນ “ຖົ່ວຂຽວຕົ້ມ” ເພາະອຸດົມໄປດ້ວຍແປ້ງດື້ ແລະ ເບຕ້າ-ກລູແຄນ ຊຶ່ງຊ່ວຍສົ່ງເສີມການເຜົາຜານໄຂມັນຕາມທຳມະຊາດ   “ທີ່ດີຍິ່ງກວ່ານັ້ນຄື ເຮົາບໍ່ຕ້ອງທໍລະມານກັບການງົດແປ້ງແບບສຸດໂຕ່ງ ພຽງແຕ່ປ່ຽນປະເພດຂອງອາຫານຫຼັກ ກໍສາມາດເປີດສະວິຊການເຜົາຜານໄຂມັນໃນຮ່າງກາຍໄດ້ຢ່າງງ່າຍດາຍ” ທ່ານໝໍກ່າວ   ໝໍຊຽວ ຈ້ຽນຈ້ຽນ ອະທິບາຍຜ່ານເຟດບຸກແຟນເພດວ່າ ຈາກງານວິໄຈໃໝ່ຫຼ້າສຸດໃນວາລະສານ Cell Metabolism ພົບວ່າ ເມື່ອແບັກທີເຣັຍຊະນິດ Bacteroides ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກ (Acetate) ຊຶ່ງເກີດຈາກການຫມັກຂອງອາຫານທີ່ມີໃຍອາຫານສູງ ແລະ ແປ້ງດື້ ຈະຊ່ວຍລົດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ໂດຍໃຫ້ຜົນຄ້າຍກັບການຄວບຄຸມອາຫານແບບຄີໂຕຫຼືໂລວ໌ຄາບ (ກິນແປ້ງໜ້ອຍ)   “ເມື່ອເຮົາກິນກ້ວຍດິບ ມັນເທດທີ່ຕົ້ມແລ້ວແຊ່ເຢັນ […]

ປກສ ແຂວງບໍ່ແກ້ວ ຈັບຕົວ ຊາຍ 2 ຄົນ ໃຊ້ລົດເມຂົນຢາເສບຕິດ 277 ມັດ

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ລາຍງານວ່າ: ໃນຄັ້ງວັນທີ່ 03 ກໍລະກົດ 2025, ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າທຸງໄດ້ເຮັດວຽກປົກກະຕິ, ຮອດເວລາ ປະມານ 13 ໂມງ, ໄດ້ກວດກາລົດເມ, ສີຂາວ ປ້າຍທະບຽນ ກກ 0513 ອຸດົມໄຊ, ແລ່ນມາແຕ່ທາງຫ້ວຍຊາຍ ຈະໄປ ແຂວງອຸດົມໄຊ. ມີຜູ້ຂັບຂີ່ມານຳລົດ ຈຳນວນ 02 ຄົນຄື:     ທ້າວ ນະມີໄຊ ຈະເບ້ຍນີ ອາຍຸ 28 ປີ, ອາຊີບ ຂັບລົດ, ເຊື້ອຊາດ – ສັນຊາດ ລາວ, ຢູ່ ບ້ານ ກູໜຶ່ງ, ເມືອງ ນາໝໍ້, ແຂວງ ອຸດົມໄຊ. ທ້າວ ບີຊົງ ຈົ່ງລື ອາຍຸ 23 ປີ, […]

ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ

ກອງກຳລັງປ້ອງກັນຕົນເອງອິສຣາເອນ (IDF) ຫຼື ກອງທັບອິສຣາເອນ ອອກມາລະບຸວ່າ ໂຈມຕີໃສ່ກຸ່ມກະບົດຮູຕີໃນດິນແດນເຢເມນ ເມື່ອກາງເດິກທີ່ຜ່ານມາຈົນເຖິງຊ່ວງເຊົ້າມື້ນີ້ (7 ກໍລະກົດ) ຕາມເວລາທ້ອງຖິ່ນ ໂດຍນັບເປັນການໂຈມຕີໃສ່ກຸ່ມກະບົດຮູຕີ ເປັນຄັ້ງທຳອິດຂອງອິສຣາເອນ ນັບຕັ້ງແຕ່ທີ່ບັນລຸຂໍ້ຕົກລົງຢຸດຍິງກັບອີຣ່ານ   ກອງທັບອິສຣາເອນ ລະບຸວ່າ ກ່ອນຫນ້ານີ້ ຮູຕີຍິງຂີປະນາວຸດໃສ່ດິນແດນອິສຣາເອນ ຢ່າງຫນ້ອຍ 3 ລູກ ນັບຕັ້ງແຕ່ທີ່ອິສຣາເອນຢຸດຍິງກັບອີຣ່ານ ໂດຍໜຶ່ງໃນນັ້ນຖືກຍິງສະກັດເອົາໄວ້ໄດ້ເມື່ອວັນເສົາ (5 ກໍລະກົດ) ທີ່ຜ່ານມາ   ສ່ວນເປົ້າຫມາຍການໂຈມຕີຂອງກອງທັບອິສຣາເອນ ຄື ເມືອງສຳຄັນໃນເຢເມນ ແລະ ໂຮງງານໄຟຟ້າທີ່ຢູ່ໃກ້ກັບທະເລແດງ ລວມເຖິງເຮືອບັນທຸກສິນຄ້າ “ແກແລັກຊີ່ ລີດເດີ”   ທີ່ຖືກກຸ່ມກະບົດຮູຕີ ຍຶດເອົາໄວ້ຕັ້ງແຕ່ເມື່ອເດືອນພະຈິກ ປີ 2023 ໂດຍອິສຣາເອນໃຫ້ເຫດຜົນໃນການໂຈມຕີວ່າ ຮູຕີ ໃຊ້ປະໂຫຍດຈາກການຕິດຕັ້ງລະບົບເຣດາເອົາໄວ້ເທິງເຮືອລຳດັ່ງກ່າວ ເພື່ອຕິດຕາມເສັ້ນທາງເດີນເຮືອນາໆຊາດ ຊຶ່ງຈະຊ່ວຍໃຫ້ງ່າຍໃນປະຕິບັດການກໍ່ການຮ້າຍ   ອິສຣາເອນ ແຄັດຊ໌ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາເອນ ລະບຸວ່າ ປະຕິບັດການໂຈມຕີກຸ່ມກະບົດຮູຕີໃນເຢເມນຄັ້ງນີ້ ຢູ່ພາຍໃຕ້ປະຕິບັດການໃໝ່ທີ່ມີຊື່ວ່າ “ແບລັກ ແຟລັກ” ຫຼື […]

ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ

ປະທານາທິບໍດີໂດນັລດ໌ ທຣັມ ແຫ່ງສະຫະລັດ ໂພສຂໍ້ຄວາມຜ່ານທູດໂຊເຊຍລ໌ (Truth Social) ເມື່ອຄ່ຳວັນອາທິດ (6 ກໍລະກົດ)   ລະບຸວ່າ ສະຫະລັດຈະເລີ່ມສົ່ງຈົດໝາຍແຈ້ງການເກັບພາສີອາກອນໄປຍັງປະເທດຕ່າງໆ ທົ່ວໂລກ ຕັ້ງແຕ່ເວລາ 12.00 ນ. ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາຝັ່ງຕາເວັນອອກ (ຕົງກັບເວລາຈະເລີ່ມສົ່ງຈົດໝາຍແຈ້ງການເກັບພາສີອາກອນໄປຍັງປະເທດຕ່າງໆ ທົ່ວໂລກ ຕັ້ງແຕ່ເວລາ  23:00 ຂອງມື້ນີ້ ຕາມເວລາປະເທດລາວ)   “ຂ້ອຍມີຄວາມຍິນດີທີ່ຈະປະກາດວ່າ ຈົດໝາຍແຈ້ງພາສີຂອງສະຫະລັດອາເມລິກາ ແລະ ຫຼື ຂໍ້ຕົກລົງກັບນານາປະເທດຈາກທົ່ວໂລກ ຈະເລີ່ມຖືກຈັດສົ່ງຕັ້ງແຕ່ເວລາ 12.00 ນ. (ຕາມເວລາຝັ່ງຕາເວັນອອກ) ຂອງວັນຈັນທີ່ 7 ກໍລະກົດ ຂໍຂອບໃຈທຸກທ່ານທີ່ໃຫ້ຄວາມສົນໃຈໃນເລື່ອງນີ້!” ທຣັມປະບຸໃນໂພສ   ຢ່າງໃດກໍຕາມ ກ່ອນໜ້ານີ້ໂດນັລດ໌ ທຣັມ ປະກາດວ່າ ຈະເກັບພາສີເພີ່ມເຕີມໃນອັດຕາ 10% ຕໍ່ປະເທດໃດກໍຕາມທີ່ດຳເນີນນະໂຍບາຍສອດຄ່ອງກັບກຸ່ມ BRICS ໂດຍລະບຸວ່າເປັນນະໂຍບາຍຕ້ານອາເມລິກາ   ທັງນີ້ ທຣັມໂພສຂໍ້ຄວາມ ລະບຸວ່າ […]

ພາຍຸ “ດານັສ” ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ

ທີ່ໄຕ້ຫວັນ ມີລາຍງານຜູ້ເສຍຊີວິດ 2 ຄົນ ແລະ ບາດເຈັບກວ່າ 300 ຄົນ ຈາກເຫດພາຍຸ “ດານັສ” ຖະລົ່ມເມື່ອວັນທີ່ 6-7 ກໍລະກົດ   ວັນທີ່ 7 ກໍລະກົດ ຄົວເຮືອນເກືອບ 400,000 ຫຼັງຄາເຮືອນໃນໄຕ້ຫວັນບໍ່ມີໄຟຟ້າໃຊ້ ຫຼັງຈາກພາຍຸໄຕ້ຝຸ່ນ “ດານັສ” ພັດຖະລົ່ມຕາຝັ່ງທາງຕາເວັນຕົກສຽງໃຕ້ຂອງເກາະ ລວມທັງຄ່າຊີວິດຜູ້ຄົນໄປຢ່າງໜ້ອຍ 2 ຄົນ ແລະ ມີຜູ້ບາດເຈັບອີກ ຫຼາຍກວ່າ 300 ຄົນ   ສຳນັກງານອຸຕຸນິຍົມວິທະຍາກາງຂອງໄຕ້ຫວັນລາຍງານວ່າ ພາຍຸໄຕ້ຝຸ່ນດານັສພັດຂຶ້ນຝັ່ງໃນເຂດເຈຍອີ້ມື້ຄືນວັນທີ່ 6 ກໍລະກົດ ດ້ວຍຄວາມຮຸນແຮງທຽບເທົ່າເຮີລິເຄນລະດັບ 1 ພາຍຸນີ້ເຄື່ອນຕົວອອກຈາກຕາຝັ່ງໃນຊ່ວງເຊົ້າຂອງວັນທີ່ 7 ກໍລະກົດ ວັນຈັນ ແລະ ກຳລັງເຂົ້າໃກ້ຈີນແຜ່ນດິນໃຫຍ່ໂດຍອ່ອນກຳລັງລົງເປັນພາຍຸໂຊນຮ້ອນ   ຄວາມເສຍຫາຍໃນໄຕ້ຫວັນຈາກພາຍຸດານັສ   ຕາມລາຍງານ ໃນຊ່ວງບ່າຍວັນທີ່ 7 ກໍລະກົດ ຄົວເຮືອນເກືອບ 400,000 ຫຼັງຄາເຮືອນທົ່ວເກາະບໍ່ມີໄຟຟ້າໃຊ້ ໂຮງຮຽນ […]

ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ – ໂລກມະເຮັງ ໂດຍສະເພາະສີແດງ

ງານວິໄຈຫຼ້າສຸດທີ່ຕີພິມໃນ Journal of the Academy of Nutrition and Dietetics ປີ 2024   ພົບວ່າ ອາຫານ ແລະ ເຄື່ອງດື່ມທີ່ມີສີສັງເຄາະມັກມີປະລິມານນ້ຳຕານສູງກວ່າຜະລິດຕະພັນທີ່ບໍ່ມີສີເຖິງຮ້ອຍລະ 141 ທີ່ຊີ້ໃຫ້ເຫັນວ່າສີເຫຼົ່ານີ້ມັກຖືກໃຊ້ໃນຜະລິດຕະພັນແປຮູບທີ່ບໍ່ດີຕໍ່ສຸຂະພາບ ເຊັ່ນ: ນ້ຳອັດລົມ, ເຂົ້າໜົມອົບ ແລະ ອາຫານສຳເລັດຮູບ ທີ່ມີຄຸນຄ່າທາງໂພຊະນາການຕ່ຳ   ໜຶ່ງໃນຜົນກະທົບທີ່ຊັດເຈນ ຄື ຄວາມປ່ຽນແປງຂອງພຶດຕິກຳໃນເດັກນ້ອຍ ງານວິໄຈຈາກມະຫາວິທະຍາໄລເຊົາແທມຕັນ ປະເທດອັງກິດ ທີ່ຕີພິມໃນວາລະສານ The Lancet ພົບວ່າ   ເດັກທີ່ບໍລິໂພກສີສັງເຄາະຮ່ວມກັບສານກັນບູດມີພຶດຕິກຳໄຮເປີຫຼາຍຂຶ້ນ ມີອາການຄ້າຍສະມາທິສັ້ນ (ADHD) ໂດຍສີທີ່ພົບຕະຫຼອດເຊັ່ນ: ສີແດງເບີ 40 (Red 40), ສີເຫຼືອງເບີ 5 ແລະ 6 ຖືກລະບຸວ່າກ່ຽວຂ້ອງກັບພຶດຕິກຳທີ່ຜິດປົກກະຕິໃນເດັກນ້ອຍບາງຄົນ   ດ້ານຄວາມສ່ຽງຕໍ່ໂລກຮ້າຍແຮງ ເຊັ່ນ: ມະເຮັງ ງານວິໄຈໃນສັດທົດລອງພົບວ່າ ສີແດງເບີ 3 […]

ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້

ໃນວັນທີ 5 ກໍລະກົດ 2025, ພັທ ບຸນທະວີ ພົມມະໄຊ ຫົວໜ້າ ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງ ບໍລິຄຳໄຊ ໄດ້ຖະແຫຼງການກ່ຽວກັບການມ້າງຄະດີຄາຕະກຳທີ່ເກີດຂື້ນຢູ່ບ້ານ ສີມຸງຄຸນ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ ສາມາດຈັບຕົວຜູ້ລົງມືກໍ່ເຫດ ຄາດຕະກຳມາດໍາເນີນຄະດີໄດ້ສຳເລັດ.   ທ່ານໄດ້ໃຫ້ຮູ້ວ່າ: ໃນເວລາ 11 ໂມງ 30 ນາທີ ຂອງວັນທີ 30 ມີຖຸນາ 2025 ເຈົ້າໜ້າທີ່ຕໍາຫຼວດພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໄດ້ຮັບແຈ້ງວ່າມີເຫດການຄົນເສຍຊີວິດຢູ່ ບ້ານ ສີມຸງຄຸນ ເມືອງ ປາກຊັນ ແຂວງບໍລິຄໍາໄຊ. ຜ່ານການກວດກາພົບເຫັນຜູ້ເສຍຊີວິດຊື່: ນາງ ຄໍາຜິວ ແສງສາທິດ(ປ້າດອນ) ອາຍຸ 87 ປີ ອາຊີບ ພະນັກງານບຳນານ (ແພດທະຫານ), ສະພາບຊາກສົບ ແມ່ນນອນເສຍຊີວິດຢູ່ໃນຫ້ອງນໍ້າເຮືອນຂອງຜູ້ກ່ຽວເອງ, ສະພາບສົບມີຖົງຢາງສີດໍາຄຸມຫົວ, ມີສະກ໋ອດໃສຮັດໄວ້ຢ່າງແໜ້ນໜາ, […]

ຍີ່ປຸ່ນກຽມຂາຍ ‘ເຮືອພິຄາດມືສອງ’ ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ ‘ຈີນ’

ລັດຖະບານຍີ່ປຸ່ນກຽມສົ່ງອອກເຮືອພິຄາດມືສອງໃຫ້ແກ່ຟີລິບປິນ ເພື່ອຍົກລະດັບຕ້ານການຂະຫຍາຍອິດທິພົນທາງທະເລຂອງຈີນ ໃນຄວາມເຄື່ອນໄຫວທີ່ສະທ້ອນຄວາມພະຍາຍາມຂອງ 2 ປະເທດພັນທະມິດສະຫະລັດທີ່ຈະຮ່ວມກັນຮັບມືໄພຄຸກຄາມຈາກປັກກິ່ງ   ຫນັງສືພິມໂຍມິອິຣິຊິມບຸນລາຍງານໂດຍອ້າງແຫຼ່ງຂ່າວໃນລັດຖະບານທີ່ບໍ່ເປີດເຜີຍຊື່ວານນີ້ 6 ກໍລະກົດ ວ່າ ແຜນການສົ່ງອອກນີ້ກ່ຽວຂ້ອງກັບເຮືອພິຄາດຄຸ້ມກັນຊັ້ນອາບຸຄຸມະ (Abukuma) ຈຳນວນ 6 ລຳ ທີ່ປະຈຳການໃນກອງກຳລັງປ້ອງກັນຕົນເອງທາງທະເລຂອງຍີ່ປຸ່ນມາດົນກວ່າ 3 ທົດສະວັດແລ້ວ   ເກນ ນາກາທານິ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ແລະ ກິລເບີໂຕ ທີໂອໂດໂຣ ລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ ໄດ້ບັນລຸຂໍ້ຕົກລົງເລື່ອງການສົ່ງອອກເຮືອພິຄາດລະຫວ່າງພົບກັນທີ່ສິງຄະໂປເມື່ອເດືອນ ມິຖຸນາ ຕາມລາຍງານຂອງໂຍມິອຸຣິ ທີ່ເສີມວ່າກອງທັບຟີລິບປິນຈະເຮັດການກວດເຊັກສະພາບເຮືອໃນຊ່ວງລະດູຮ້ອນປີນີ້ເພື່ອກຽມການໃນຂັ້ນສຸດທ້າຍ   ກອງທັບເຮືອຟີລິບປິນຖະແຫຼງເມື່ອວັນອາທິດ (ວັນທີ6) ວ່າ ຄະນະຜູ້ຊ່ຽວຊານທາງເຮືອຈາກຟີລິບປິນຈະເຮັດການກວດປະເມີນສະພາບເຮືອເຫຼົ່ານີ້ໃນເຊິງເລິກ ຫຼັງຈາກໄດ້ຮັບຄຳເຊີນຢ່າງເປັນທາງການຈາກກະຊວງປ້ອງກັນປະເທດຂອງຍີ່ປຸ່ນ   “ຜົນການກວດສອບຈະຖືກນຳໄປປະກອບການພິຈາລະນາເພີ່ມເຕີມກ່ຽວກັບການຈັດຊື້ ແລະ ຄວາມສອດຄ່ອງກັບແຜນການປັບປຸງກອງທັບເຮືອຟີລິບປິນ” ກອງທັບເຮືອຟີລິບປິນລະບຸ ພ້ອມເສີມວ່າຄວາມຄິດລິເລີ່ມນີ້ສະທ້ອນໃຫ້ເຫັນເຖິງຄວາມເປັນຫຸ້ນສ່ວນເຊິງຍຸດທະສາດທີ່ເລິກເຊິ່ງຍິ່ງກວ່າເກົ່າລະຫວ່າງຟີລິບປິນກັບຍີ່ປຸ່ນ   ໂຄສົກກະຊວງປ້ອງກັນປະເທດຍີ່ປຸ່ນປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບລາຍງານຂອງໂຍມິອຸຣິ ຂະນະທີ່ກະຊວງຕ່າງປະເທດຈີນກໍຍັງບໍ່ຕອບກັບການຂໍຄວາມເຫັນຂອງຣອຍເຕີ   ໂຕກຽວ ແລະ ມະນິລາລະບຸຕົງກັນວ່າ ພວກເຂົາກຳລັງພົບກັບຄວາມທ້າທາຍຈາກການກະທຳທີ່ແຂງກ້າວຫຼາຍຂຶ້ນຂອງຈີນໃນນ່ານນ້ຳຕ່າງໆ ລວມທັງທະເລຈີນໃຕ້ສຳລັບຟີລິບປິນ ແລະ ທະເລຈີນຕາເວັນອອກສຳລັບຍີ່ປຸ່ນ   ຄວາມຮ່ວມມືທາງທະຫານທະວິພາຄີລະຫວ່າງຍີ່ປຸ່ນກັບຟີລິບປິນຍັງລວມທັງການຝຶກຊ້ອມຮ່ວມ […]