ສານສູງອະນຸຍາດທຣັມ ເນລະເທດຜູ້ອົບພະຍົບໄປປະເທດທີ່ 3 ໄດ້ອີກຄັ້ງ

ສານສູງສຸດສະຫະລັດມີຄຳສັ່ງເປີດທາງໃຫ້ລັດຖະບານຂອງປະທານາທິບໍດີໂດນາລ ທຣັມ ດຳເນີນການສົ່ງຕົວຜູ້ອົບພະຍົບອອກນອກປະເທດໄປຍັງ “ປະເທດທີ່ສາມ” ທີ່ບໍ່ແມ່ນບ້ານເກີດຂອງຕົນໄດ້ອີກຄັ້ງ   ໂດຍບໍ່ຈຳເປັນຕ້ອງເປີດໂອກາດໃຫ້ຜູ້ອົບພະຍົບເຫຼົ່ານັ້ນສະແດງຫຼັກຖານວ່າອາດພົບກັບອັນຕະລາຍ ຫຼື ຖືກທໍລະມານຫາກຖືກສົ່ງໄປຍັງປະເທດປາຍທາງດັ່ງກ່າວ ຖືເປັນໄຊຊະນະອີກກ້າວຂອງນະໂຍບາຍກວາດລ້າງຜູ້ອົບພະຍົບຂອງທຣັມ   ຄຳສັ່ງດັ່ງກ່າວຂອງສານສູງສຸດ ເປັນການຍົກເລີກຄຳສັ່ງຂອງ ໄບອັນ ເມີຟີ ຜູ້ພິພາກສາສານແຂວງໃນເມືອງບອສຕັນ ທີ່ອອກເມື່ອວັນທີ່ 18 ເມສາທີ່ຜ່ານມາ ຊຶ່ງກຳນົດໃຫ້ລັດຖະບານຕ້ອງໃຫ້ຜູ້ອົບພະຍົບທີ່ກຳລັງຈະຖືກສົ່ງໄປຍັງປະເທດທີ່ສາມມີ “ໂອກາດຢ່າງມີໄລຍະສຳຄັນ” ໃນການສະແດງວ່າພວກເຂົາອາດຕົກຢູ່ໃນອັນຕະລາຍ ເຊັ່ນ: ຖືກທໍລະມານ ຫາກຖືກສົ່ງໄປຍັງຈຸດຫມາຍປາຍທາງດັ່ງກ່າວ   ຄຳສັ່ງຈາກສານສູງສຸດນີ້ອອກມາໃນຮູບແບບຄຳສັ່ງສັ້ນ ບໍ່ລະບຸເຫດຜົນ ຊຶ່ງເປັນແນວປະຕິບັດປົກກະຕິຂອງສານໃນການພິຈາລະນາຄຳຮ້ອງສຸກເສີນ   ຢ່າງໃດກໍ່ຕາມ ໂຊເນຍ ໂຊໂຕມາຢໍ ຜູ້ພິພາກສາ ໄດ້ຂຽນຄຳສະແດງຄວາມບໍ່ເຫັນດີຢ່າງຮຸນແຮງ ຮ່ວມກັບຜູ້ພິພາກສາສາຍເສລີນິຍົມອີກສອງຄົນ ໂດຍລະບຸວ່າຄຳສັ່ງຂອງສານສ່ວນໃຫຍ່ຄັ້ງນີ້ເປັນ “ການໃຊ້ອຳນາດສານຢ່າງບໍ່ເຫມາະສົມຢ່າງຮ້າຍແຮງ”   ກ່ອນໜ້ານີ້ ເມື່ອເດືອນກຸມພາທີ່ຜ່ານມາ ກະຊວງຄວາມໝັ້ນຄົງແຫ່ງມາຊາດ ເລີ່ມກະບວນການເລັ່ງສົ່ງຕົວຜູ້ອົບພະຍົບກັບໄປຍັງປະເທດທີ່ສາມ ເຮັດໃຫ້ກຸ່ມສິດຜູ້ອົບພະຍົບໄດ້ຍື່ນຟ້ອງໃນຮູບແບບຄະດີແບບກຸ່ມ ເພື່ອຂໍໃຫ້ສານຍັບຍັ້ງນະໂຍບາຍດັ່ງກ່າວ ໂດຍຊີ້ວ່າຜູ້ອົບພະຍົບບໍ່ມີໂອກາດໂຕ້ແຍ້ງອັນຕະລາຍທີ່ອາດເກີດຂຶ້ນ   ດ້ານສຳນັກຂ່າວຣອຍເຕີລາຍງານເພີ່ມເຕີມວ່າ ເຈົ້າໜ້າທີ່ສະຫະລັດກຳລັງພິຈາລະນາສົ່ງຕົວຜູ້ອົບພະຍົບບາງລາຍໄປຍັງຊູດານໃຕ້ ແລະ ລິເບຍ ຊຶ່ງລິເບຍເປັນປະເທດທີ່ໄຮ້ສະຖຽນລະພາບທາງການເມືອງ   ເຖິງແມ່ນກ່ອນໜ້ານີ້ສະຫະລັດຈະເຄີຍປະນາມລິເບຍໃນເລື່ອງການລະເມີດສິດມະນຸດ ແລະ […]

ສົງຄາມ 12 ວັນ! ຍອດຜູ້ເສຍຊີວິດອີຫຼ່ານ 610 ຄົນ ອິສຣາເອນ 28 ຄົນ

ຊີຊີທີວີຂອງຈີນລາຍງານວ່າ “ສົງຄາມ 12 ວັນ” ລະຫວ່າງອີຫຼ່ານ-ອິສຣາເອນ ລະຫວ່າງວັນທີ່ 13-24 ມິຖຸນາ ທີ່ຜ່ານມາ ໄດ້ຢຸດຕິລົງຢ່າງເປັນທາງການແລ້ວເມື່ອວານນີ້ 24 ມິຖຸນາ ທັງ 2 ປະເທດຕ່າງສະຫຼຸບຕົວເລກຜູ້ເສຍຊີວິດ ແລະ ຄວາມເສຍຫາຍ   ຮອສເຊນ ເຄີຣ໌ມານປູຣ໌ ຫົວໜ້າຝ່າຍປະຊາສຳພັນກະຊວງສາທາລະນະສຸກອີຫຼ່ານ ຢືນຢັນວານນີ້ (24 ມິຖຸນາ) ຜ່ານສື່ສັງຄົມອອນລາຍວ່າ ອິສຣາເອນໄດ້ໂຈມຕີທົ່ວອີຫຼ່ານຕັ້ງແຕ່ວັນທີ່ 13 ມິຖຸນາທີ່ຜ່ານມາ ເຮັດໃຫ້ອີຫຼ່ານເສຍຊີວິດ 610 ຄົນ ບາດເຈັບ 4,746 ຄົນ ແຕ່ບໍ່ໄດ້ລາຍງານຄວາມເສຍຫາຍທີ່ເກີດຈາກການໂຈມຕີຂອງອິສຣາເອນ   ດ້ານວິທະຍຸກອງທັບອິສຣາເອນລາຍງານວ່າ ອີຫຼ່ານຍິງຂີປະນາວຸດຖິ້ມຕົວ 500-550 ລູກ ແລະ ສົ່ງໂດຣນອາກາດຍານໄຮ້ຄົນຂັບໂຈມຕີອີຫຼ່ານກວ່າ 1,000 ລຳໃນຊ່ວງສົງຄາມ 12 ວັນ   ເຮັດໃຫ້ຊາວອິສຣາເອນເສຍຊີວິດ 28 ລາຍ ແລະ ສ້າງຄວາມເສຍຫາຍຢ່າງກວ້າງຂວາງ ໂຄງສ້າງພື້ນຖານໃນອິສຣາເອນຫຼາຍກວ່າ 10 ແຫ່ງເສຍຫາຍ […]

ຢາກໃຫ້ບ້ານດຶງດູດໂຊກລາບ ຕ້ອງຮັກສາສົມດຸນຮວງຈຸ້ຍໃນ 3 ຈຸດສຳຄັນນີ້

ການຈັດບ້ານຕາມຫຼັກຮວງຈຸ້ຍ ບໍ່ແມ່ນພຽງແຕ່ເລື່ອງຄວາມສວຍງາມ ແຕ່ຍັງກ່ຽວກັບການຮັກສາສົມດຸນຂອງພະລັງງານດີ ໃຫ້ໄຫຼວຽນໄດ້ຢ່າງລາບລື່ນ ລາຍລະອຽດນ້ອຍໆ ທີ່ຫຼາຍຄົນເບິ່ງຂ້າມ ອາດເປັນສັນຍານເຕືອນເຖິງຄວາມບໍ່ໝັ້ນຄົງທີ່ຈະເກີດຂຶ້ນໄດ້   ເປັນຄວາມເຊື່ອສ່ວນບຸກຄົນ ກະລຸນາໃຊ້ວິຈາລະນະຍານ   ໂຕະບູຊາ ຫຼື ຮິ້ງພະອຽງ ບໍ່ສົມດຸນ   ໂຕະບູຊາ ຫຼື ຮິ້ງພະ ຖືເປັນສິ່ງສັກສິດປະຈຳບ້ານ ຫາກສິ່ງນີ້ອຽງ ຫຼື ບໍ່ມີຄວາມສົມດຸນ ອາດເປັນການຂັດຂວາງພະລັງງານດີໆ ທີ່ເຂົ້າມາ ຫຼື ທີ່ໄຫຼວຽນຢູ່ໃນບ້ານ ສົ່ງຜົນຕໍ່ໂຊກລາບ ໜ້າທີ່ການງານ ການເງິນ ແລະ ສຸຂະພາບຂອງຄົນໃນບ້ານ ຄວນຈັດວາງຮິ້ງພະໃນຕຳແໜ່ງທີ່ໝັ້ນຄົງ ບໍ່ບ້ຽວ ບໍ່ອຽງ ເພື່ອໃຫ້ພະລັງງານດີໄດ້ເຮັດວຽກຢ່າງເຕັມທີ່   ປະຕູບ້ານບິດ ບ້ຽວ ເປີດ-ປິດລຳບາກ   ປະຕູບ້ານ ຄືຈຸດຮັບພະລັງງານຫຼັກຈາກພາຍນອກ ຫາກປະຕູຄົດ ອຽງ ຫຼື ຕິດຂັດ ອາດເຮັດໃຫ້ພະລັງງານດີໄຫຼເຂົ້າສູ່ບ້ານໄດ້ບໍ່ເຕັມທີ່ ສົ່ງຜົນໃຫ້ໂຊກລາບຕິດຂັດ ວຽກງານບໍ່ກ້າວໜ້າ ຫຼື ອາດສູນເສຍໂອກາດດີໃນຊີວິດ ແນະນຳໃຫ້ໝັ່ນກວດເບິ່ງບານພັບ ແລະ ສະພາບຂອງປະຕູຢູ່ສະເໝີ […]

ຍີ່ປຸ່ນທົດສອບ “ຂີປະນາວຸດຈາກພື້ນຍິງໄປສູ່ເຮືອ” ປ້ອງກັນໄພຄຸກຄາມຈາກຈີນ

ກອງກຳລັງຍີ່ປຸ່ນທົດສອບຍິງ “ຂີປະນາວຸດຈາກພື້ນຍິງໄປສູ່ເຮືອ” ເທິງດິນແດນຂອງຍີ່ປຸ່ນເປັນຄັ້ງທຳອິດ ຂະນະທີ່ປະເທດກຳລັງເລັ່ງເສີມກຳລັງທາງທະຫານເພື່ອຍັບຍັ້ງຈີນ   ມື້ນີ້ 25 ມິຖຸນາ ຍີ່ປຸ່ນປະກາດວ່າການທົດສອບຂີປະນາວຸດຈາກພື້ນສູ່ເຮືອຄັ້ງທຳອິດພາຍໃນດິນແດນຂອງຕົນເປັນສິ່ງຈຳເປັນໃນການຝຶກຝົນ ເນື່ອງຈາກປັດຈຸບັນມີ “ສະພາບແວດລ້ອມດ້ານຄວາມປອດໄພທີ່ເຂັ້ມງວດ” ແລະ ຕ້ອງການເພີ່ມສັກຢະພາບທາງທະຫານເພື່ອຕ້ານຕໍ່ຈີນ   ກອງພົນປືນໃຫຍ່ທີ່ 1 ຂອງກອງກຳລັງປ້ອງກັນຕົນເອງພາກພື້ນດິນຂອງຍີ່ປຸ່ນ (JGSDF) ຍິງຂີປະນາວຸດ “ໄທປ໌-88” (Type-88) ລູກໜຶ່ງໄປຍັງນ່ານນ້ຳມະຫາສະໝຸດແປຊິຟິກຈາກສະໜາມຝຶກເທິງເກາະຮອກໄກໂດ ໂດຍໃຊ້ຂີປະນາວຸດຝຶກໂຈມຕີເຮືອທີ່ບໍ່ມີລູກເຮືອ ຫ່າງຈາກຊາຍຝັ່ງທາງໃຕ້ຂອງເກາະໄປປະມານ 40 ກິໂລແມັດ   ເນື່ອງດ້ວຍຂໍ້ຈຳກັດດ້ານພື້ນທີ່ ແລະ ຂໍ້ກັງວົນດ້ານຄວາມປອດໄພ ຍີ່ປຸ່ນຈຶ່ງເຄີຍດຳເນີນການທົດສອບຂີປະນາວຸດໃນອະດີດທີ່ສະຫະລັດ ຊຶ່ງເປັນພັນທະມິດຕາມສົນທິສັນຍາ ແລະ ອົດສະຕາລີ ຊຶ່ງເປັນພັນທະມິດດ້ານການປ້ອງກັນຊັ້ນນຳຂອງຍີ່ປຸ່ນ ຊຶ່ງມີພື້ນທີ່ຝຶກຝົນທີ່ກວ້າງຂວາງ ແຕ່ການຝຶກຊ້ອມດັ່ງກ່າວມີຄ່າໃຊ້ຈ່າຍສູງ ເນື່ອງຈາກຈຳນວນບຸກຄະລາກອນທີ່ເຂົ້າຮ່ວມມັກມີຈຳກັດ   ໂຍຊິມາສະ ຮາຍາຊິ ໂຄສົກລັດຖະບານ ກ່າວໃນການຖະແຫຼງຂ່າວປະຈຳວັນພຸດວ່າ “ການຝຶກຊ້ອມຍິງແທ້ໆ ໃນປະເທດເຊັ່ນນີ້ເປັນໂອກາດໃຫ້ທະຫານໄດ້ຝຶກຊ້ອມໄດ້ຫຼາຍຂຶ້ນ” ລາວກ່າວວ່າ ການຝຶກຊ້ອມດັ່ງກ່າວ “ມີຄວາມສຳຄັນຢ່າງຍິ່ງສຳລັບເຮົາໃນການຮັກສາ ແລະ ປັບປຸງຄວາມສາມາດໃນການປ້ອງກັນເກາະ ແລະ ພື້ນທີ່ອື່ນໆ ເມື່ອພິຈາລະນາຈາກສະພາບແວດລ້ອມດ້ານຄວາມປອດໄພທີ່ເຂັ້ມງວດໃນປັດຈຸບັນ”   ລາວເນັ້ນຢ້ຳວ່າການຝຶກຊ້ອມບໍ່ໄດ້ມຸ່ງເປົ້າໄປທີ່ປະເທດໃດປະເທດໜຶ່ງໂດຍສະເພາະ […]

ຫວຽດນາມນຳຜູ້ຕ້ອງຫາ 41 ຄົນ ຂຶ້ນສານ ຄະດີທຸຈະລິດຮັບສິນບົນມູນຄ່າ 1.16 ລ້ານລ້ານດົງ

ຫວຽດນາມເປີດການພິຈາລະນາຄະດີທຸຈະລິດ ແລະ ຮັບສິນບົນ ມູນຄ່າ 1.16 ລ້ານລ້ານດົງ  ກັບຜູ້ຕ້ອງຫາ 41 ຄົນທີ່ລວມມີເຈົ້າໜ້າທີ່ລັດ ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມປາບປາມການທຸຈະລິດຂອງລັດຖະບານ   ການໂຄສະນາທີ່ມີຊື່ເອີ້ນວ່າ “ເຕົາເຜົາ” ເພື່ອຕ້ານຕໍ່ການທຸຈະລິດ ເຄີຍກວາດລ້າງບຸກຄົນລະດັບສູງຂອງລັດຖະບານຫຼາຍສິບຄົນ ລວມມີເຈົ້າໜ້າທີ່ລັດຖະບານລະດັບ 2 ຄົນ ແລະ ຜູ້ນຳທຸລະກິດລະດັບສູງຫຼາຍຄົນ ໂດຍໃນຄະດີຫຼ້າສຸດ ສານໃນນະຄອນຮາໂນຍ ໄດ້ເລີ່ມດຳເນີນຄະດີກັບອະດີດເຈົ້າໜ້າທີ່ 30 ຄົນຈາກ ແຂວງວິນຟຸກ ຟູເຖາະ ແລະ ກວ່າງຫງາຍ   ນັກທຸລະກິດ ແລະ ພະນັກງານບໍລິສັດອີກ 11 ຄົນ ຍັງຖືກກ່າວຫາວ່າມີສ່ວນກ່ຽວຂ້ອງກັບການທຸຈະລິດ ທີ່ໄອຍະການລະບຸວ່າສ້າງຄວາມເສຍຫາຍໃຫ້ກັບລັດເປັນມູນຄ່າກວ່າ 1.16 ລ້ານລ້ານດົງ ພວກເຂົາຖືກກ່າວຫາວ່າກະທຳຄວາມຜິດຕ່າງໆ ເຊັ່ນ: ຕິດສິນບົນ, ໃຊ້ອຳນາດໃນທາງທີ່ຜິດ ແລະ ລະເມີດກົດໝາຍການປະມູນ ແລະ ການບັນຊີ     ໄອຍະການກ່າວວ່າລະຫວ່າງປີ 2010 ຫາ 2024 ປະທານກຸ່ມ Phuc […]

ຈີນສັ່ງປະຫານຊີວິດອະດີດຜູ້ບັນຊາການຊັ້ນສູງ ຂອງກອງທັບປົກປ້ອງຄວາມສະຫງົບ ຂໍ້ຫາຮັບສິນບົນ 121 ລ້ານຫຍວນ

ສານຈີນສັ່ງປະຫານຊີວິດ “ອະດີດຜູ້ບັນຊາການຕຳຫຼວດປາບປາມຢາເສບຕິດ” ຖານຮັບສິນບົນ ລວມ 121 ລ້ານຫຍວນຕັດສິດທາງການເມືອງ-ຍຶດຊັບສົມບັດທັງໝົດ   ສຳນັກຂ່າວຊິນຫົວ ລາຍງານວ່າ ເມື່ອວັນທີ 23 ມິຖຸນາ 2025 ທີ່ຜ່ານມາວ່າ ສານແຂວງຟູເຈ້ຍນທາງຕາເວັນອອກຂອງຈີນເປີດເຜີຍວ່າ ຫລິວ ເຍ່ຈິນ ອະດີດທີ່ປຶກສາທາງການເມືອງລະດັບຊາດ ແລະ ອະດີດຜູ້ບັນຊາການຕຳຫຼວດປາບປາມຢາເສບຕິດ ຖືກຕັດສິນໂທດປະຫານຊີວິດໂດຍລໍຖ້າລົງອາຍາ 2 ປີ ຖານກະທຳຄວາມຜິດກ່ຽວກັບການຮັບສິນບົນ   ໂດຍຄຳພິພາກສາຂອງສານເປີດເຜີຍວ່າ ລະຫວ່າງປີ 1992-2020 ຫລິວ ເຍ່ຈິນ  ໄດ້ໃຊ້ອຳນາດຈາກຫຼາຍຕຳແຫນ່ງໃນອົງການຕຳຫຼວດເພື່ອສະແຫວງຫາຜົນປະໂຫຍດໃຫ້ຜູ້ອື່ນ ເຊັ່ນ: ການດຳເນີນທຸລະກິດ ແລະ ການຈັດຫາເງິນທຶນ ຊຶ່ງຫລິວ ເຍ່ຈິນ  ໄດ້ຮັບເງິນ ແລະ ຂອງຕິດສິນບົນຢ່າງຜິດກົດໝາຍເປັນການຕອບແທນ ລວມມູນຄ່າຫຼາຍກວ່າ 121 ລ້ານຫຍວນ     ດ້ວຍສາເຫດນີ້ ສານຈຶ່ງມີຄຳພິພາກສາໃຫ້ ຫລິວ ເຍ່ຈິນ ຖືກເພີກຖອນສິດທາງການເມືອງຕະຫຼອດຊີວິດ ຊັບສິນສ່ວນຕົວທັງໝົດຖືກຍຶດ ແລະ ຊັບສິນທີ່ໄດ້ມາໂດຍບໍ່ຊອບທຳຖືກນຳຄືນໃຫ້ລັດ   ສານລະບຸວ່າ […]

ອີຣ່ານກຳລັງພິຈາລະນາປິດຊ່ອງແຄບຮໍມຸສ ຊ່ອງແຄບທີ່ເປັນທາງຜ່ານນ້ຳມັນ ແລະ ແກັສປະມານ 20% ຂອງໂລກ

ອີຣ່ານກຳລັງພິຈາລະນາປິດຊ່ອງແຄບຮໍມຸສ ຫຼັງລັດສະພາອະນຸມັດ ໂດຍຄະນະຄວາມໝັ້ນຄົງສູງສຸດຢູ່ລະຫວ່າງຕັດສິນໃຈຂັ້ນສຸດທ້າຍ ຊ່ອງແຄບນີ້ເປັນທາງຜ່ານນ້ຳມັນ ແລະ ແກັສປະມານ 20% ຂອງໂລກ ເຖິງວ່າຍັງບໍ່ສະຫຼຸບຊັດເຈນ ແຕ່ສະຖານະການສ້າງແຮງກົດດັນຕໍ່ຄວາມໝັ້ນຄົງພະລັງງານທົ່ວໂລກ   ວັນນີ້ (22 ມິຖຸນາ 2025) ອີຣ່ານກຳລັງພິຈາລະນາຢ່າງຈິງຈັງທີ່ຈະປິດຊ່ອງແຄບຮໍມຸສ ໂດຍ Esmail Kosari ສະມາຊິກລັດສະພາ ແລະ ຫົວໜ້າຄະນະກຳມະການກະຊວງພາຍໃນ ແລະ ຄວາມໝັ້ນຄົງແຫ່ງຊາດຂອງອີຣ່ານ ໄດ້ກ່າວວ່າເລື່ອງນີ້ຢູ່ພາຍໃຕ້ການພິຈາລະນາຢ່າງຈິງຈັງ ຂະນະທີ່ລັດຖະມົນຕີຕ່າງປະເທດຂອງອີຣ່ານ Seyed Abbas Aragchi ກ່າວພຽງວ່າ “ອີຣ່ານມີທາງເລືອກທີ່ຫຼາກຫຼາຍ”   ການພິຈາລະນານີ້ເກີດຂຶ້ນຫຼັງຈາກທີ່ສະຫະລັດໂຈມຕີເປົ້າໝາຍທາງທະຫານຂອງອີຣ່ານຫຼາຍແຫ່ງ ແລະ ການໂຈມຕີຕອບໂຕ້ກັນລະຫວ່າງອິສຣາເອລກັບອີຣ່ານຍັງຄົງດຳເນີນຕໍ່ໄປ   ຢ່າງໃດກໍຕາມ ສຳນັກງານປະຕິບັດການການຄ້າທາງທະເລແຫ່ງສະຫະລາຊະອານາຈັກ (UKMTO) ແລະ ບໍລິສັດຮັກສາຄວາມປອດໄພທາງທະເລ Ambrey ຢືນຢັນວ່າ ຊ່ອງແຄບຮໍມຸສຍັງຄົງເປີດໃຫ້ບໍລິການ ແລະ ບໍ່ມີລາຍງານຜົນກະທົບຕໍ່ການເດີນເຮືອ   ການຈະລາຈອນທາງທະເລຍັງຄົງເປັນໄປຕາມປົກກະຕິ ໂດຍສະເລ່ຍມີເຮືອຂົນສົ່ງສິນຄ້າປະມານ 114 ລຳ/ວັນ ແມ້ຈະມີຄວາມຕຶງເຄັ່ງໃນລະດັບ “ເຂັ້ມຂົ້ນ” ໃນພູມິພາກ ແລະມີການລາຍງານລະດັບສັນຍານລົບກວນລະບົບ […]

ປະເທດ “ກຣີສ” ປະກາດພາວະສຸກເສີນ ປະເຊີນໄຟປ່າຄັ້ງໃຫຍ່ ເຂົ້າວັນທີ່ 3 ຍັງຄວບຄຸມໄຟບໍ່ໄດ້ ໄຟລາມເຂົ້າຊຸມຊົນ

ເກາະຄິອອສຂອງປະເທດກຣີສປະກາດພາວະສຸກເສີນໄຟປ່າ   ໄຟປ່າເທິງເກາະຄິອອສເຂົ້າສູ່ວັນທີ່ 3 ໃນວັນນີ້ (24 ມິຖຸນາ) ເກີດໄຟປ່າໃຫຍ່ທັງໝົດ 5 ຈຸດ ຍັງລຸກລາມ ແລະ ຄວບຄຸມບໍ່ໄດ້ເນື່ອງຈາກກະແສລົມແຮງ ບວກກັບອຸນຫະພູມສູງເທິງເກາະຄິອອສ 30 ອົງສາເຊນຊຽສ ແລະ ຍັງຄາດວ່າອຸນຫະພູມຈະຮ້ອນຍິ່ງຂຶ້ນໄປຈົນເຖິງທ້າຍອາທິດນີ້   ສື່ທ້ອງຖິ່ນກຣີສລາຍງານອົບພະຍົບ 17 ຊຸມຊົນ ຫຼັງໄຟປ່າລາມເຖິງບ້ານເຮືອນປະຊາຊົນເທິງເກາະອີຈຽນ (Aegean) ອາຄານບ້ານເຮືອນຫຼາຍຫຼັງຖືກເຜົາໄໝ້ ລວມໄປເຖິງພື້ນທີ່ປູກຝັງ ແລະ ໂຄງສ້າງພື້ນຖານດ້ວຍ   ເກີດໄຟຟ້າດັບເປັນວົງກວ້າງ ຫຼັງເຄືອຂ່າຍຈ່າຍກະແສໄຟຟ້າໃນພື້ນທີ່ໄຟປ່າເສຍຫາຍຈາກໄຟປ່າ ແລະ ກຳລັງມີແຜນຈະຕັດໄຟຟ້າ ເພື່ອໃຫ້ເຈົ້າໜ້າທີ່ດັບເພີງທີ່ກຳລັງດັບໄຟປ່າ ເຮັດວຽກໄດ້ງ່າຍຂຶ້ນ   ເຈົ້າໜ້າທີ່ດັບເພີງຈາກພື້ນທີ່ອື່ນຖືກລະດົມໄປຊ່ວຍດັບໄຟທີ່ເກາະຄິອອສເມື່ອວານນີ້ (23 ມິຖຸນາ) ນັກດັບເພີງຈາກກຸງເອເທນສ໌ ເມືອງຫຼວງ ແລະ ເມືອງເທດຊາໂລນິກິ 90 ຄົນ ຈະຖືກສົ່ງໄປສົມທົບຊ່ວຍນັກດັບເພີງ 190 ຄົນ ທີ່ກຳລັງດັບໄຟປ່າຢູ່ເທິງເກາະຄິອອສ ໂດຍມີເຮືອບິນ ແລະ ເຮລິຄອບເຕີສະໜັບສະໜູນຫຼາຍກວ່າ 10 ລຳ   […]

10 ອາຫານທີ່ອາດມີສານພິດຫາກບໍ່ບໍລິໂພກຢ່າງຖືກວິທີ

ອາຫານບາງຊະນິດທີ່ພວກເຮົາບໍລິໂພກໃນຊີວິດປະຈຳວັນອາດແຝງໄປດ້ວຍສານພິດຫາກກະກຽມ ຫຼື ປຸງບໍ່ຖືກວິທີ ມາເບິ່ງອາຫານທີ່ອາດກໍ່ໃຫ້ເກີດສານພິດກັນດີກວ່າວ່າມີຫຍັງແດ່   1. ມັນເທດ ມັນເທດດິບມີສານໄຊຍາໂນຈີນິກໄກລໂຄໄຊ ຊຶ່ງສາມາດປ່ຽນເປັນໄຊຍາໄນທີ່ເປັນພິດຕໍ່ຮ່າງກາຍໄດ້ ຫາກບໍ່ຜ່ານການປຸງສຸກຢ່າງຖືກວິທີ ເຊັ່ນ: ການປອກເປືອກ, ແຊ່ນ້ຳ ແລະ ຕົ້ມຈົນສຸກ   2. ຖົ່ວແດງດິບ ຖົ່ວແດງດິບມີສານເລັກຕິນຊະນິດໜຶ່ງທີ່ເອີ້ນວ່າໄຟໂຕຮີແມກກລູຕິນິນ ຊຶ່ງອາດເຮັດໃຫ້ເກີດອາການຄື່ນໄສ້ ອາເຈຍນ ແລະທ້ອງເສຍໄດ້ ການປຸງຖົ່ວແດງຄວນແຊ່ນ້ຳຢ່າງໜ້ອຍ 5 ຊົ່ວໂມງ ແລະຕົ້ມດ້ວຍນ້ຳເດືອດຢ່າງໜ້ອຍ 10 ນາທີ   3. ປາປັກເປົ້າ ປາປັກເປົ້າມີສານພິດເຕໂຕຣໂດທ໋ອກຊິນທີ່ເປັນອັນຕະລາຍເຖິງຊີວິດ ການປຸງປາປັກເປົ້າຕ້ອງເຮັດໂດຍພໍ່ຄົວທີ່ໄດ້ຮັບໃບອະນຸຍາດເທົ່ານັ້ນ   4. ນ້ຳເຜິ້ງດິບ ນ້ຳເຜິ້ງດິບອາດມີສະປໍຂອງແບັກທີເຣຍທີ່ກໍ່ໃຫ້ເກີດໂຣກໂບທູລິຊຶມ ໂດຍສະເພາະໃນເດັກນ້ອຍອາຍຸຕ່ຳກວ່າ 1 ປີ ຄວນຫຼີກລ່ຽງການໃຫ້ນ້ຳເຜິ້ງແກ່ເດັກນ້ອຍໃນໄວນີ້   5. ມັນຝຣັ່ງທີ່ມີສີຂຽວ ມັນຝຣັ່ງທີ່ມີສີຂຽວມີສານໂຊລານິນ ຊຶ່ງເປັນສານພິດທີ່ອາດເຮັດໃຫ້ເກີດອາການປວດຮາກ ອາຈຽນ ແລະ ເຈັບທ້ອງ ຄວນຫຼີກລ່ຽງການບໍລິໂພກສ່ວນທີ່ມີສີຂຽວ   6. ຖົ່ວລິງໃນຜູ້ທີ່ແພ້ ຖົ່ວລິງເປັນສາເຫດຫຼັກຂອງອາການແພ້ອາຫານທີ່ຮຸນແຮງ ຊຶ່ງອາດນຳໄປສູ່ພາວະແອນາຟິແລັກຊິສທີ່ເປັນອັນຕະລາຍເຖິງຊີວິດໃນຜູ້ທີ່ແພ້ […]

ເຈົ້າໜ້າທີ່ອາເມລິກາເປີດເຜີຍ! DeepSeek ຊ່ວຍເຫຼືອ ‘ກອງທັບຈີນ’ ແຖມຫຼົບຫຼີກມາດຕະການຫ້າມສົ່ງອອກຊິບຂອງສະຫະລັດ

ເຈົ້າໜ້າທີ່ລະດັບສູງຂອງສະຫະລັດເປີດເຜີຍ ບໍລິສັດເອໄອ DeepSeek ໃຫ້ຄວາມຊ່ວຍເຫຼືອດ້ານປະຕິບັດການທາງທະຫານ ແລະ ຂ່າວກອງຂອງຈີນ ແລະ ຍັງພະຍາຍາມໃຊ້ “ບໍລິສັດທີ່ຕັ້ງຂຶ້ນເພື່ອປິດບັງຕົວຈິງ” ໃນເອເຊຍຕາເວັນອອກສຽງໃຕ້ເພື່ອເຂົ້າເຖິງເຊມິຄອນດັກເຕີ້ລະດັບໄຮເອນທີ່ບໍ່ສາມາດຈັດສົ່ງໄປຈີນໄດ້ພາຍໃຕ້ມາດຕະການຄວບຄຸມການສົ່ງອອກຂອງສະຫະລັດ   ຂໍ້ສະຫຼຸບຂອງສະຫະລັດຊີ້ໃຫ້ເຫັນເຖິງຄວາມເຊື່ອໝັ້ນທີ່ເພີ່ມຫຼາຍຂຶ້ນໃນວໍຊິງຕັນວ່າ ສັກຍະພາບເບື້ອງຫຼັງການເຕີບໂຕຢ່າງໄວ ຂອງບໍລິສັດເອໄອຈີນແຫ່ງນີ້ອາດເປັນການອວດອ້າງເກີນຈິງ ແລະ ແທ້ຈິງກັບຕ້ອງພຶ່ງພາເຕັກໂນໂລຢີຂອງສະຫະລັດຢ່າງຫຼວງຫຼາຍ   DeepSeek ຊຶ່ງມີສຳນັກງານໃຫຍ່ຢູ່ໃນເມືອງຫາງໂຈວ ສ້າງຄວາມແຕກຕື່ນໄປທົ່ວວົງການເຕັກໂນໂລຢີໃນເດືອນມັງກອນ ຫຼັງອອກມາປະກາດວ່າ ໂມເດລການໃຊ້ເຫດຜົນແບບເອໄອຂອງຕົນນັ້ນເທົ່າທຽມ ຫຼື ດີກວ່າໂມເດລຊັ້ນນຳຂອງອຸດສາຫະກຳໃນສະຫະລັດ ຂະນະທີ່ໃຊ້ຕົ້ນທຶນພຽງໜ້ອຍດຽວ   “ພວກເຮົາເຂົ້າໃຈວ່າ DeepSeek ເຕັມໃຈໃຫ້ການສະໜັບສະໜູນ ແລະ ໜ້າຈະຍັງຄົງໃຫ້ການສະໜັບສະໜູນປະຕິບັດການທາງທະຫານ ແລະ ຂໍ້ມູນລັບຂອງຈີນຕໍ່ໄປ” ເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດສະຫະລັດຄົນໜຶ່ງໃຫ້ສຳພາດກັບສຳນັກຂ່າວຣອຍເຕີ   ໃນບັນດາຂໍ້ກ່າວຫາທັງໝົດ ເຈົ້າໜ້າທີ່ຜູ້ນີ້ອ້າງວ່າ DeepSeek ກຳລັງແບ່ງປັນຂໍ້ມູນ ແລະ ສະຖິຕິຂອງຜູ້ໃຊ້ງານໃຫ້ກັບໜ່ວຍສອດແນມຂອງປັກກິ່ງ ຂະນະທີ່ຜູ້ໃຫ້ບໍລິການຄລາວ ລາຍໃຫຍ່ 3 ລາຍຂອງສະຫະລັດ ໄດ້ແກ່ Amazon, Microsoft ແລະ Google ຂອງຄ່າຍ Alphabet ຕ່າງກໍສະເໜີບໍລິການ DeepSeek ໃຫ້ກັບລູກຄ້າ […]