ແຈ້ງການມອດໄຟ ວັນທີ 18,19,22 ມິຖຸນາ 2025

ແຈ້ງການມອດໄຟ ວັນທີ 18,19,22 ມິຖຸນາ 2025 ລາຍລະອຽດມີດັ່ງລຸ່ມນີ້: ທີ່ມາ: ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1
ທຣໍາ ອາດຈະສັ່ງຫ້າມ 36 ປະເທດເພີ່ມເຕີມ ບໍ່ໃຫ້ເດີນທາງເຂົ້າສະຫະລັດ

ລັດຖະບານສະຫະລັດ ພາຍໃຕ້ການນຳພາຂອງ ໂດນັລດ໌ ທຣໍາ ກຳລັງພິຈາລະນາທີ່ຈະຫ້າມປະຊາຊົນຈາກອີກ 36 ປະເທດເດີນທາງເຂົ້າສະຫະລັດ ຫຼັງຈາກທີ່ທາງສຳນັກຂ່າວຣອຍເຕີ ໄດ້ຂໍ້ມູນນີ້ມາຈາກທາງກະຊວງການຕ່າງປະເທດຂອງສະຫະລັດ ຊຶ່ງເປັນຂໍ້ມູນທີ່ມີການລົງນາມໂດຍ ມາກໂກ ຣູບິໂອ ລັດຖະມົນຕີການຕ່າງປະເທດຂອງສະຫະລັດ ໂດຍທາງກະຊວງການຕ່າງປະເທດຂອງສະຫະລັດ ມີຄວາມກັງວົນກ່ຽວກັບປະເທດເຫຼົ່ານີ້ ທັງ 36 ປະເທດ ທີ່ກຳລັງຖືກພິຈາລະນາຫ້າມເຂົ້າສະຫະລັດ ແລະ ແນະນຳວ່າຄວນຈະມີມາດຕະການບາງຢ່າງອອກມາໃຊ້ກັບປະເທດເຫຼົ່ານີ້ ຊຶ່ງສິ່ງທີ່ກະຊວງການຕ່າງປະເທດສະຫະລັດກັງວົນກໍ່ຄື 36 ປະເທດນີ້ ບໍ່ມີໜ່ວຍງານທີ່ຮັບຜິດຊອບ ແລະ ມີຄວາມສາມາດຫຼາຍພໍທີ່ຈະກວດກາປະຫວັດ ຫຼື ຫລັກຖານຂອງຄົນທີ່ຂໍວີຊາເດີນທາງເຂົ້າມາໃນສະຫະລັດຢ່າງມີປະສິດທິພາບ ຈຶ່ງອາດຈະເຮັດໃຫ້ບຸກຄົນທີ່ມີຄວາມສ່ຽງຫຼຸດລອດ ເດີນທາງເຂົ້າມາໃນສະຫະລັດໄດ້ ຜ່ານການຂໍວີຊາຈາກປະເທດເຫຼົ່ານີ້ ກະຊວງການຕ່າງປະເທດຂອງສະຫະລັດ ຈຶ່ງກຳລັງພິຈາລະນາວ່າອາດຈະຫ້າມປະຊາຊົນຈາກ 36 ປະເທດນີ້ ບໍ່ໃຫ້ເຂົ້າມາໃນສະຫະລັດແບບສົມບູນ ຫຼື ອາດຈະຈຳກັດການເດີນທາງເຂົ້າສະຫະລັດໃນບາງສ່ວນ ຊຶ່ງໝາຍຄວາມວ່າຈະຕ້ອງມີຂັ້ນຕອນການຂໍວີຊາທີ່ເຂັ້ມງວດຮັດກຸມຫຼາຍຂຶ້ນ ແລະ ໃຊ້ເວລາດົນຂຶ້ນ ໂດຍທາງສະຫະລັດ ຈະໃຫ້ເວລາປະເທດເຫຼົ່ານີ້ 60 ມື້ ໃນການປັບປຸງການກວດກາຂໍ້ມູນຫລັກຖານ ຊຶ່ງຫາກຍັງບໍ່ເປັນໄປຕາມມາດຕະຖານທີ່ທາງສະຫະລັດວາງໄວ້ ກໍ່ອາດຈະສ່ຽງຖືກຫ້າມ ຫ້າມເດີນທາງເຂົ້າສະຫະລັດ […]
ເຈົ້າໜ້າທີ່ໄທ ສະກັດຈັບ ໜຸ່ມລາວ ອາຍຸ25ປີ ຮັບຈ້າງຂັບລົດຂົນຢາບ້າກວ່າ 6 ລ້ານເມັດ

ທະຫານພານ ຫນອງຄາຍ -ນາວິກາໂຍທິນ ເຂດຫນອງຄາຍ ສະກັດຈັບ ໜຸ່ມ ສປປ.ລາວ ຮັບຈ້າງຂັບລົດຂົນຢາບ້າຂ້າມຈັງຫວັດ ກວດຍຶດຢາບ້າກວ່າ 6 ລ້ານເມັດ (12 ມິຖຸນາ 2025) ທີ່ກອງຮ້ອຍທະຫານພານທີ່ 2110 ຫນ່ວຍເສພາະກິດກົມທະຫານພານທີ່ 21 ຕຳບົນ ບ້ານມ່ວງ ອຳເພີ ສັງຄົມ ເຈົ້າໜ້າທີ່ໄດ້ຮ່ວມກັນຈັບກຸມ ທ້າວວັນເພັງ (ສະຫງວນນາມສະກຸນ) ອາຍຸ 25 ປີ ຢູ່ບ້ານກ້ອນຄໍາເມືອງຫມື່ນ ແຂວງວຽງຈັນ ສປປ.ລາວ ພ້ອມຂອງກາງຢາບ້າຈໍານວນ 5,840,000 ເມັດ ລົດຍົນກະບະຍີ່ຫໍ້ ມິດຊູບິຊິໄຕຕັນ ທະບຽນຊົນບຸລີ ການຈັບກຸມໃນຄັ້ງນີ້ສືບເນື່ອງຈາກ ຮ້ອຍເອກ ພ້ອມພາກສ່ວນທີ່ກ່ຽວຂ້ອງ ໃຫ້ຊ່ວຍກວດສອບລົດຍົນກະບະຍີ່ຫ້ອມິດຊູບິຊິໄຕຕັນ ທະບຽນຊົນບຸລີ ທີ່ຂັບຈາກ ຕຳບົນ ຫາດຄັມພີ ອຳເພີ ປາກຊົມ ຈັງຫວັດ ເລີຍ ມາທາງ ຕຳບົນ […]
ກຸ່ມຕາລີບັນ ໃນອັຟການິສຖານ ຈັບຕາຊີວິດປະຊາຊົນ ຜ່ານກ້ອງວົງຈອນປິດ 100,000 ໜ່ວຍ

ໂຄສົກກະຊວງພາຍໃນອັຟການິສຖານ ເປີດເຜີຍວ່າມີກ້ອງວົງຈອນປິດຢ່າງໜ້ອຍ 100,000 ໜ່ວຍ ຖືກຕິດຕັ້ງທົ່ວນະຄອນຄາບູລ ເພື່ອສອດສ່ອງດູແລຄວາມປອດໄພ ທີ່ຊ່ວຍປ້ອງກັນອາຊະຍາກໍາໃນເມືອງໄດ້ ໃນຫ້ອງຄວບຄຸມໃນນະຄອນຄາບູລ ທ່ານ ອັບດຸລ ມາທີນ ການີ ໂຄສົກກະຊວງພາຍໃນ ກ່າວວ່າມີການຕິດຕັ້ງກ້ອງວົງຈອນປິດຢ່າງໜ້ອຍ 100,000 ໜ່ວຍ ທີ່ຊ່ວຍປ້ອງກັນອາຊະຍາກໍາໃນເມືອງໄດ້ ລາວກ່າວວ່າ ພື້ນທີ່ນະຄອນຫຼວງເກືອບທັງໝົດຢູ່ພາຍໃຕ້ການເຝົ້າລະວັງ ແລະ ອັຟການິສຖານມີຄວາມປອດໄພທີ່ສຸດໃນຮອບຫຼາຍທົດສະວັດ ກ້ອງວົງຈອນປິດໃນຫ້ອງຄວບຄຸມມີຄວາມສາມາດຊູມໄດ້ຕັ້ງແຕ່ 5 ເຖິງ 8 ກິໂລແມັດ ໄປຈົນເຖິງ 12 ກິໂລແມັດ ທ່ານການີ ກ່າວວ່າ ການຊູມນັ້ນມີຄວາມຊັດເຈນ ແລະ ແມ່ນຍໍາຫຼາຍ ຈົນສາມາດຈົດຈໍາໃບໜ້າໄດ້ ແລະ ອ່ານປ້າຍທະບຽນລົດໄດ້ຄົບຖ້ວນ ຂະນະທີ່ລັດຖະບານກໍາລັງສະແຫວງຫາການລົງທຶນຈາກຕ່າງປະເທດເພື່ອພັດທະນາປະເທດ ແລະ ກະຕຸ້ນເສດຖະກິດ ລັດຖະບານກໍາລັງພະຍາຍາມໃຊ້ປະໂຫຍດຈາກຊັບພະຍາກອນແຮ່ ແລະ ໂອກາດໃນການພັດທະນາຂອງອັຟການິສຖານ ແລະ ພະຍາຍາມສະແດງໃຫ້ເຫັນເຖິງຄວາມແຂງແກ່ນ ແລະ ສັນຕິພາບ ພາຍໃຕ້ລັດຖະບານຊຸດກ່ອນ ນະຄອນຄາບູລຖືກຄຸກຄາມຈາກການໂຈມຕີຈາກກຸ່ມຕາລີບັນ ແລະ ກຸ່ມລັດອິສລາມ […]
ແອອິນເດຍຖ້ຽວບິນ AI 379 ຖືກຂູ່ວາງລະເບີດ ລົງຈອດສຸກເສີນຢູ່ສະໜາມບິນພູເກັດ ປະທດໄທ

ວັນທີ່ 13 ມິຖຸນາ 68 ເມື່ອເວລາ 09.30 ນາທີ ສະໜາມບິນພູເກັດ ຊີ້ແຈງຫຼັງຮັບແຈ້ງເຫດຈາກສູນຄວບຄຸມການບິນ ບໍລິສັດ ວິທະຍຸການບິນແຫ່ງປະເທດໄທ ຈໍາກັດ ວ່ານັກບິນຂອງສາຍການບິນ AIR INDIA ຖ້ຽວບິນທີ່ AI 379 ເສັ້ນທາງບິນ HKT- ພູເກັດ – DEL (ເດລີ) ຜູ້ໂດຍສານຈໍານວນ 156 ຄົນ ໄດ້ຮັບຂໍ້ຄວາມຂູ່ວາງລະເບີດເທິງອາກາດຍານໃນລະຫວ່າງທີກຳລັງບິນ ໂດຍໄດ້ຮັບການປະສານຂໍນໍາເຮືອບິນລົງຈອດສຸກເສີນທີ່ ສະໜາມບິນພູເກັດ. ໂດຍ ສະໜາມບິນພູເກັດ ໄດ້ດໍາເນີນການປະກາດໃຊ້ແຜນເຫດສຸກເສີນຂອງສະໜາມບິນ Airport Contingency Plan : ACP ບົດທີ່ 3 ການຂູ່ວາງລະເບີດ ໃຫ້ເປັນໄປຕາມຂັ້ນຕອນການປະຕິບັດທີ່ກໍານົດໄວ້ ແລະ ໄດ້ມີການກຽມຄວາມພ້ອມໃນທຸກດ້ານແລ້ວ ຫາກມີຄວາມຄືບໜ້າຈະແຈ້ງໃຫ້ຊາບຕໍ່ໄປ ທັງນີ້ ສາຍການບິນແອອິນເດຍ ຫາກໍເກີດອຸບັດຕິເຫດທາງການບິນ ເຮືອບິນແອອິນເດຍຕົກຂະນະເດີນໜ້າສູ່ລອນດອນ ເມື່ອວັນທີ່ 12 ມິຖຸນາ […]
ຈີນເຕືອນໄພລະດັບສູງຮັບມື “ພາຍຸຫວູ່ຕິບ” ຍົກເລີກຖ້ຽວບິນ-ປິດໂຮງຮຽນ

ສຳນັກຂ່າວຊິນຫົວລາຍງານ ມະນົດໄຫ່ຫນານ (ໄຫຫຼໍາ) ທາງໃຕ້ສຸດຂອງຈີນ ປະກາດໃຊ້ມາດຕະການຮັບມືພາຍຸສູງລະດັບ 2 ກຽມພ້ອມຮັບພາຍຸໄຕ້ຝຸ່ນລູກທຳອິດແຫ່ງປີ ໄຕ້ຝຸ່ນ “ຫວູ່ຕິບ” ຫຼັງຄາດວ່າ ຈະຂຶ້ນຝັ່ງມົນທົນໄຫ່ຫນານ ທາງໃຕ້ສຸດຂອງຈີນໃນມື້ນີ້ ທີ່ບໍລິເວນລະຫວ່າງເມືອງຊານຢ່າ ແລະ ເມືອງຕົງຟາງໃນມົນທົນໄຫ່ຫນານ ຈາກນັ້ນ ພາຍຸຫວູ່ຕິບຈະເຄື່ອນຕົວຕໍ່ໄປທີ່ ມົນທົນກວາງຕຸ້ງ ແລະ ມົນທົນກວ່າງຊີ ຫຼື ເຂດປົກຄອງຕົນເອງກວ່າງຊີ ໃນວັນທີ່ 14 ມິຖຸນາ 2025 ນີ້ ທາງດ້ານສໍານັກອຸຕຸນິຍົມວິທະຍາໃນລະດັບທ້ອງຖິ່ນຂອງຈີນ ປະກາດເຕືອນໄພພາຍຸຝົນ ແລະ ນ້ຳທ່ວມກະທັນຫັນຫຼາຍເມືອງໃນໄຫ່ຫນານ ຄາດວ່າ ຈະເກີດຝົນຕົກໜັກຫຼາຍກວ່າ 100 ມິນລິແມັດພາຍໃນ 24 ຊົ່ວໂມງນີ້ໃນ 6 ເມືອງ ແລະ ເຂດໃນໄຫ່ຫນານ ເມືອງຊານຢ່າຊຶ່ງຄາດວ່າຈະເປັນຈຸດທີ່ ທີ່ພາຍຸຸຫວູ່ຕິບຂຶ້ນຝັ່ງ ໄດ້ເລີ່ມໃຊ້ມາດຕະການຮັບມືພາຍຸໄຕ້ຝຸ່ນ ແລະ ນ້ຳທ່ວມໃນລະດັບ 2 ຫຼື ເກືອບສູງສຸດແລ້ວຕັ້ງແຕ່ຕອນຄ່ຳວານນີ້ (12 ມິຖຸນາ) ສະໜາມບິນຊານຢ່າຍົກເລີກຖ້ຽວບິນທັງໝົດຕັ້ງແຕ່ […]
“ຄິມຈອງອຶນ” ຮ່ວມພິທີປ່ອຍເຮືອພິຄາດອີກຄັ້ງ-ປະກາດສ້າງເພີ່ມອີກ 2 ລໍາ

ຄິມ ຈອງອຶນ ຜູ້ນໍາເກົາຫຼີເໜືອ ໃຫ້ຄໍາໝັ້ນສັນຍາວ່າຈະສ້າງກອງເຮືອທີ່ທັນສະໄໝຍິ່ງຂຶ້ນ ເພື່ອເສີມກໍາລັງທາງທະເລຂອງປະເທດ ຂະນະທີ່ເຂົ້າຮ່ວມພິທີປ່ອຍເຮືອພິຄາດຊຶ່ງໄດ້ຮັບການຊ່ອມແປງໃໝ່ ຫຼັງຈາກປະສົບຄວາມລົ້ມເຫຼວໃນການປ່ອຍກ່ອນໜ້ານີ້ ຮູບຖ່າຍດາວທຽມສະແດງໃຫ້ເຫັນການຊ່ອມແປງເຮືອພິຄາດຂະໜາດ 5,000 ຕັນ ທີ່ໄດ້ຮັບຄວາມເສຍຫາຍບາງສ່ວນເມື່ອເດືອນພຶດສະພາ ທີ່ຍັງຄົງດໍາເນີນຕໍ່ໄປ ຫຼັງຈາກທີ່ທ່ານຄິມ ເອີ້ນອຸບັດຕິເຫດຄັ້ງນີ້ວ່າເປັນ “ການກະທໍາທີ່ຜິດກົດໝາຍ” ແລະ ສັ່ງໃຫ້ສ້າງເຮືອຂຶ້ນໃໝ່ກ່ອນການປະຊຸມພັກລັດຖະບານໃນຊ່ວງປາຍເດືອນນີ້ ລາຍງານຂອງສໍານັກຂ່າວເຄຊີເອັນເອ ເປີດເຜີຍໃຫ້ເຫັນ ທ່ານຄິມຈອງອຶນ ຜູ້ນໍາເກົາຫຼີເໜືອ ພ້ອມກັບ ຄິມ ຈູ ເອ ລູກສາວ ໃນພິທີປ່ອຍເຮືອ ຊຶ່ງຕັ້ງຊື່ວ່າ “ຄັງ ກອນ” ຕາມຊື່ນັກສູ້ຕາມປະຫວັດສາດເກົາຫຼີເໜືອທີ່ບັນທຶກໃນຖານະບຸກຄົນສໍາຄັນ ທີ່ອູ່ຕໍ່ເຮືອຣາຈິນ ທາງຕາເວັນອອກສຽງເໜືອຂອງປະເທດ ຄິມ ຈອງອຶນ ກ່າວວ່າການຊ່ອມແປງເຮືອພິຄາດ “ບໍ່ໄດ້ເຮັດໃຫ້ຄວາມພະຍາຍາມຂອງເກົາຫຼີເໜືອ ທີ່ຈະເພີ່ມກໍາລັງທາງເຮືອຊ້າລົງ” ແລະ ກ່າວວ່າມີແຜນທີ່ຈະສ້າງເຮືອພິຄາດຂະໜາດ 5,000 ຕັນອີກ 2 ລໍາໃນປີໜ້າ ເກົາຫຼີເໜືອຄວບຄຸມຕົວເຈົ້າໜ້າທີ່ຫຼາຍຄົນຕັ້ງແຕ່ການປ່ອຍເຮືອພິຄາດລໍາທຳອິດລົ້ມເຫຼວ ຊຶ່ງເປັນເຮືອຮົບລໍາໃຫຍ່ທີ່ສຸດທີ່ເກົາຫຼີເໜືອເຄີຍສ້າງ ທ່ານຄິມຮຽກຮ້ອງໃຫ້ປະເທດເສີມກໍາລັງທະຫານທາງທະເລໃນມະຫາສະມຸດແປຊິຟິກເພື່ອຮັບມືກັບສິ່ງທີ່ລາວກ່າວວ່າເປັນການຊຸກຍູ້ໂດຍສະຫະລັດ ແລະ […]
ລາຄາ “ນ້ຳມັນດິບ” ສູງຂຶ້ນ ນັກລົງທຶນກັງວົນ ຫຼັງອິສຣາເອວໂຈມຕີອີຣ່ານ

ສໍານັກຂ່າວຣອຍເຕີລາຍງານວ່າ ລາຄານ້ຳມັນດິບສູງຂຶ້ນຫຼາຍກວ່າ 7% ໃນວັນສຸກ (13 ມິຖຸນາ 2025) ຊຶ່ງເປັນລະດັບສູງສຸດໃນຮອບຫຼາຍເດືອນ ຫຼັງຈາກອິສຣາເອວກ່າວວ່າໄດ້ໂຈມຕີອີຣ່ານ ສົ່ງຜົນໃຫ້ຄວາມຕຶງຄຽດໃນຕາເວັນອອກກາງຮຸນແຮງຂຶ້ນຢ່າງຫຼາຍ ແລະ ເຮັດໃຫ້ເກີດຄວາມກັງວົນກ່ຽວກັບການຢຸດຊະງັກຂອງການສະໜອງນ້ຳມັນ ລາຄານ້ຳມັນດິບເບຣນທ໌(Brent) ສູງຂຶ້ນ 5.29 ໂດລາ ຫຼື 7.63% ແຕະທີ່ 74.65 ໂດລາຕໍ່ບາເຣວ ເມື່ອເວລາ 0142 GMT ຫຼື 08:42 ນ. ຕາມເວລາໃນປະເທດລາວຫຼັງຈາກແຕະລະດັບສູງສຸດປະຈໍາວັນທີ່ 75.32 ໂດລາ ຊຶ່ງເປັນລະດັບສູງສຸດຕັ້ງແຕ່ວັນທີ່ 2 ເມສາ 2025 ລາຄານ້ຳມັນດິບເວັສທ໌ເທັກຊັສອິນເຕີມີເດຍທ໌ ຂອງສະຫະລັດ ເພີ່ມຂຶ້ນ 5.38 ໂດລາ ຫຼື 7.91% ແຕະທີ່ 73.42 ໂດລາຕໍ່ບາເຣວ ຫຼັງຈາກແຕະລະດັບສູງສຸດທີ່ 74.35 ໂດລາ ຊຶ່ງເປັນລະດັບສູງສຸດຕັ້ງແຕ່ວັນທີ່ 3 ກຸມພາ 2025 ອິສຣາເອວກ່າວເມື່ອເຊົ້າວັນສຸກວ່າໄດ້ໂຈມຕີອີຣ່ານ […]
Air India ຢືນຢັນ ເຮືອບິນຕົກເສຍຊີວິດເກືອບໝົດລໍາ 241 ສົບ ລອດປະຕິຫານ 1 ຄົນ

ເຫດການເຮືອບິນສາຍການບິນ “ແອອິນເດຍ” ຕົກໃນເຂດຊຸມຊົນເມືອງອາເມດາບັດ ພົບຜູ້ລອດຊີວິດປະຕິຫານ 1 ຄົນ ສ່ວນຈໍານວນຜູ້ເສຍຊີວິດຍັງບໍ່ຊັດເຈນ ນອກຈາກຄົນທີ່ຢູ່ເທິງເຮືອບິນ 241 ຄົນ ມື້ນີ້ (13 ມິຖຸນາ 2025) ສໍານັກຂ່າວຕ່າງປະເທດ ລາຍງານຄວາມຄືບໜ້າເຫດການເຮືອບິນໂບອິງ 787 ດີມໄລເນີ ຂອງສາຍການບິນແອອິນເດຍ ຖ້ຽວບິນ AI171 ປະສົບເຫດຕົກກາງເຂດທີ່ພັກອາໄສໃນເມືອງອາເມດາບັດ ລັດກູຈຣາຕ ທາງຕາເວັນຕົກຂອງອິນເດຍ ພຽງບໍ່ເຖິງນາທີຫຼັງເຮືອບິນອອກເດີນທາງຈາກສະໜາມບິນອາເມດາບັດ ເພື່ອມຸ່ງໜ້າໄປທີ່ສະໜາມບິນລອນດອນ ແກັດວິກ ນະຄອນລອນດອນ ປະເທດອັງກິດ ຊ່ວງຄືນທີ່ຜ່ານມາ ເຈົ້າໜ້າທີ່ລໍາລຽງຮ່າງຜູ້ເສຍຊີວິດອອກຈາກທີ່ເກີດເຫດ ທ່າມກາງຊາກຄວາມເສຍຫາຍທີ່ໄຫມ້ດໍາ ແລະ ກະແຈກກະຈາຍທົ່ວບໍລິເວນ ເຊັ່ນດຽວກັບຕົວອາຄານທີ່ໄດ້ຮັບຜົນກະທົບນຳ ເຈົ້າໜ້າທີ່ລະບຸວ່າ ລໍາລຽງຮ່າງຜູ້ເສຍຊີວິດອອກໄປໄດ້ແລ້ວຢ່າງໜ້ອຍ 265 ຄົນ ໃນຈໍານວນນີ້ເປັນຄົນຈາກເທິງເຮືອບິນ 241 ຄົນ ຊຶ່ງຂະນະເກີດເຫດ ເທິງເຮືອບິນມີຜູ້ໂດຍສານ ແລະ ລູກເຮືອຢູ່ລວມ 242 ຄົນ ເປັນຜູ້ໂດຍສານ 230 ຄົນ […]
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ

ເມື່ອວັນທີ 11 ມິຖຸນາທີ່ຜ່ານມາ ໄດ້ເກີດໄຟໄໝ້ໃຫຍ່ໃກ້ກັບຕະຫຼາດຄອມພິວເຕີຊື່ຊຽວຜູ່ ໃນເຂດຈິ່ວຫລົງປໍ ເມືອງຊົງຊິ່ງ ໂດຍພົບວ່າຈຸດເກີດເຫດເປັນສະຖານທີ່ຈອດລົດຈັກໄຟຟ້າ ເຮັດໃຫ້ລົດໄດ້ຮັບຄວາມເສຍຫາຍຈຳນວນຫຼາຍ ໄຟໄໝ້ເກີດຂຶ້ນໃນຊ່ວງທ່ຽງຂອງວັນທີ 11 ມິຖຸນາ ຕາມເວລາທ້ອງຖິ່ນ ທີ່ບໍລິເວນທີ່ຈອດລົດຈັກນອກຕະຫຼາດຄອມພິວເຕີຊື່ຊຽວຜູ່ ໄຟໄໝ້ໄດ້ລຸກລາມຢ່າງວ່ອງໄວຈົນມີຂະໜາດໃຫຍ່ ສົ່ງຜົນໃຫ້ເກີດກຸ່ມຄວັນຫນາທຶບ ແລະ ມີສຽງລະເບີດດັງສະນັ່ນເປັນລະຍະໆ ໄຟໄໝ້ລຸກລາມໄປຍັງລົດຈັກຫຼາຍຄັນທີ່ຈອດຢູ່ຕິດກັນຢ່າງວ່ອງໄວ ກ່ອນທີ່ລົດດັບເພີງຈະມາຮອດ ແລະ ສາມາດຄວບຄຸມໄຟໄດ້ໃນເວລາຕໍ່ມາ ຕາມລາຍງານຂອງໜ່ວຍດັບເພີງ ແລະ ກູ້ໄພເຂດຈິ່ວຫລົງປໍ ລະບຸວ່າໄດ້ຈັດການຈຸດເກີດເຫດແລ້ວ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບ ສ່ວນສາເຫດທີ່ຊັດເຈນຂອງໄຟໄໝ້ ແລະ ຄວາມເສຍຫານຂອງຊັບສິນຍັງຢູ່ລະຫວ່າງການສອບສວນ ແຫຼ່ງຂ່າວສ່ວນໃຫຍ່ລະບຸວ່າໄຟໄໝ້ເກີດຈາກລົດຈັກໄຟຟ້າທີ່ເກີດໄຟໄໝ້ ພະຍານບາງຄົນກ່າວວ່າລົດຈັກອາດໄຟໄໝ້ເນື່ອງຈາກແບັດເຕີຣີຂັດຂ້ອງ ຫຼື ກຳລັງຊາກແບັດ ແຕ່ລາຍລະອຽດຍັງບໍ່ຊັດເຈນ ນອກຈາກນີ້ຍັງມີຂ່າວລືວ່າລົດຈັກໄຟຟ້າຜ່ານການດັດແປງ ຫຼື ແບັດເຕີຣີຂອງລົດ ເປັນສາເຫດຂອງໄຟໄໝ້ ແຕ່ຍັງບໍ່ໄດ້ຮັບການຢືນຢັນຢ່າງເປັນທາງການ ທັງນີ້ ບ່ອນຈອດລົດດັ່ງກ່າວເປັນແບບເປີດໂລ່ງ ແລະ ໄຟໄໝ້ບໍ່ລຸກລາມໄປຍັງຕົວອາຄານຫຼັກ ວິດີໂອທີ່ເຜີຍແຜ່ທາງອອນລາຍສະແດງ ໃຫ້ເຫັນຜູ້ຄົນຈຳນວນຫຼາຍທີ່ຫຼົບຫນີລົງມາຈາກຂັນໄດຫນີໄຟ ແຕ່ບໍ່ໄດ້ສົ່ງຜົນກະທົບຕໍ່ການກູ້ໄພໂດຍລວມ ເນື່ອງຈາກເຂດທຸລະກິດຊື່ຊຽວຜູ່ ມີປະຊາກອນຫນາແໜ້ນ ແລະ […]