ສະຫະລັດ – ຈີນ ບັນລຸກອບການເຮັດວຽກຮ່ວມກັນຫຼັງເຈລະຈາການຄ້າຮອບ 2 ສຳເລັດລົງໃນວັນທີ 10 ມິຖຸນາ 2025 ນີ້

ສະຫະລັດ ແລະ ຈີນ ບັນລຸ “ກອບການເຮັດວຽກ” (Framework) ຮ່ວມກັນ ເພື່ອຫຼຸດຄວາມຕຶງຄຽດທາງການຄ້າລະຫວ່າງ 2 ມະຫາອຳນາດທາງເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກແລ້ວ ຫຼັງຈາກການເຈລະຈາລະຫວ່າງຜູ້ແທນລະດັບສູງຂອງສະຫະລັດ ແລະ ຈີນ ໃນຮອບ 2 ທີ່ກຸງລອນດອນ ຊຶ່ງໃຊ້ເວລາການເຈລະຈາທັງໝົດ 2 ວັນ ສຳເລັດລົງມື້ວານນີ້ (10 ມິຖຸນາ) ແລະ ໃນຂັ້ນຕອນຕໍ່ໄປແມ່ນການສົ່ງມອບແຜນທີ່ ທີ່ໄດ້ຕົກລົງຮ່ວມກັນໄປຍັງປະທານາທິບໍດີຂອງທັງ 2 ຝ່າຍ ຄື “ທຣຳ” ແລະ “ສີ ຈິ້ນຜິງ” ໃຫ້ມີການລົງນາມອະນຸມັດຢ່າງເປັນທາງການ ຮາວເວີດ ລຸດນິກ ລັດຖະມົນຕີກະຊວງການຄ້າສະຫະລັດ ກ່າວວ່າຂໍ້ຕົກລົງນີ້ຄວນຄອບຄຸມ ເຖິງຂໍ້ຈຳກັດກ່ຽວກັບແຮ່ທາດຫາຍາກ ຫຼື ແຣຣ໌ເອີດ (rare earth) ທີ່ເປັນໜຶ່ງປະເດັນສຳຄັນທີ່ມີການປຶກສາຫາລືໃນທີ່ປະຊຸມ ລຸດນິກກ່າວດ້ວຍວ່າທັງ 2 ປະເທດໄດ້ບັນລຸກອບການເຮັດວຽກທີ່ເປັນໄປຕາມຂໍ້ຕົກລົງຮ່ວມກັນໃນການປະຊຸມທີ່ນະຄອນເຈນີວາ ແລະ ເມື່ອປະທານາທິບໍດີລົງນາມອະນຸມັດແລ້ວ ການດຳເນີນງານຕ່າງໆກໍຈະເປັນໄປຕາມຂໍ້ຕົກລົງ ເຊັ່ນດຽວກັບ ຫລີ່ […]
“ທະນາຄານໂລກ” ເຕືອນການຄ້າໂລກໃກ້ຈະຢຸດຊະງັກ ກັງວົນພາສີລຸກລາມ ຫຼຸດການເຕີບໂຕຂອງເສດຖະກິດປີ 2025 ເຫຼືອ 2.3%

ສຳນັກຂ່າວຣອຍເຕີລາຍງານວ່າ ທະນາຄານໂລກ (World Bank) ໄດ້ປັບຫຼຸດຄາດການເຕີບໂຕຂອງເສດຖະກິດໂລກໃນປີ 2025 ລົງ 0.4% ເຫຼືອພຽງ 2.3% ໂດຍເຕືອນວ່າອັດຕາພາສີທີ່ສູງຂຶ້ນ ແລະ ຄວາມບໍ່ແນ່ນອນທາງເສດຖະກິດທີ່ເພີ່ມຂຶ້ນ ກຳລັງກາຍເປັນແຮງຕ້ານສຳຄັນຕໍ່ເສດຖະກິດທົ່ວໂລກ ທະນາຄານໂລກໄດ້ອອກລາຍງານ “Global Economic Prospects” ຊຶ່ງຈັດທຳປີລະ 2 ເທື່ອ ໄດ້ປັບຫຼຸດປະມານການເຕີບໂຕເສດຖະກິດຂອງເກືອບ 70% ຂອງປະເທດທົ່ວໂລກ ລວມມີສະຫະລັດ, ຈີນ, ຢູໂຣບ ແລະ ອີກ 6 ພາກພື້ນ ຕະຫຼາດເກີດໃໝ່ ເທົ່າກັບການຄາດການເມື່ອ 6 ເດືອນກ່ອນ ກ່ອນທີ່ປະທານາທິບໍດີ ໂດນາລ ທຣຳ ແຫ່ງສະຫະລັດຈະເຂົ້າຮັບຕໍາແໜ່ງ ທຣຳ ໄດ້ເຂົ້າມາສັ່ນສະເທືອນລະບົບການຄ້າທົ່ວໂລກດ້ວຍການຂຶ້ນພາສີນຳເຂົ້າເປັນໄລຍະໆ ສົ່ງຜົນໃຫ້ອັດຕາພາສີສະເລ່ຍ ຂອງສະຫະລັດສູງຂຶ້ນ ຈາກຕ່ຳກວ່າ 3% ໄປຢູ່ໃນລະດັບເລກສອງຫຼັກ ຊຶ່ງເປັນລະດັບສູງສຸດໃນຮອບເກືອບຮ້ອຍປີ ແລະ ນຳໄປສູ່ການຕອບໂຕ້ຈາກຈີນແລະປະເທດອື່ນໆ ເຖິງແມ່ນວ່າລັດຖະບານສະຫະລັດຈະຢືນຢັນວ່າ ຜົນລົບຈາກນະໂຍບາຍການຄ້າຈະຖືກຊົດເຊີຍດ້ວຍການລົງທຶນທີ່ສູງຂຶ້ນ ແລະ […]
ດ່ວນ! ເຕືອນພາຍຸ ໄລຍະວັນທີ 11-13 ມິຖຸນາ 2025

ດ່ວນ! ເຕືອນພາຍຸ ໄລຍະວັນທີ 11-13 ມິຖຸນາ2025 ແຂວງທີ່ຕ້ອງເຝົ້າລະວັງ ໄຊຍະບູລີ, ອັດຕະປື ແລະຈຳປາສັກ ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ເຫດການ ກາດຍິງຢູ່ໂຮງຮຽນ “ອົດສະຕາລີ” ເສຍຊີວິດ 10 ຄົນ ມືປືນຂ້າຕົນເອງ

ມືປືນຍິງສັງຫານໝູ່ຢູ່ໂຮງຮຽນແຫ່ງໜຶ່ງໃນອົດສະຕາລີ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ສ່ວນຜູ້ກໍ່ເຫດຍິງຕົນເອງເສຍຊີວິດ ຊຶ່ງເປັນຄົນອົດສະຕາລີ ແລະ ບໍ່ເຄີຍມີປະຫວັດກໍ່ຄວາມຮຸນແຮງ ເມື່ອວັນທີ 10 ມິຖຸນາ 2025 ເກີດເຫດຍິງສັງຫານໝູ່ຢູ່ໂຮງຮຽນມັດທະຍົມສຶກສາ Dreierschtzengasse ໃນເມືອງ GRAZ ທາງຕາເວັນອອກສຽງໃຕ້ຂອງປະເທດອົດສະຕາລີ ເມື່ອເວລາປະມານ 10.00 ນ. ຕາມເວລາທ້ອງຖິ່ນ ໂດຍຫຼັງເກີດເຫດມີການລະດົມກຳລັງເຈົ້າໜ້າທີ່ກວ່າ 300 ຄົນ ໄປພື້ນທີ່ເກີດເຫດ ພ້ອມປິດກັ້ນບໍລິເວນໂດຍຮອບທັນທີ ລັດຖະມົນຕີກະຊວງພາຍໃນອົດສະຕາລີ ເປີດເຜີຍວ່າ ຄວາມຮຸນແຮງຂອງເຫດການຄັ້ງນີ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ 9 ຄົນ ໃນຈຳນວນນີ້ເປັນຍິງ 6 ຄົນແລະຊາຍ 3 ຄົນ ຂະນະທີ່ຕຳຫຼວດລະບຸວ່າມີຜູ້ໄດ້ຮັບບາດເຈັບ 12 ຄົນ ບາງຄົນອາການສາຫັດ ກ່ອນທີ່ສື່ທ້ອງຖິ່ນຈະລາຍງານວ່າມີຜູ້ຍິງໜຶ່ງໃນຜູ້ທີ່ໄດ້ຮັບບາດເຈັບ 1 ຄົນເສຍຊີວິດທີ່ໂຮງໝໍ ສົ່ງຜົນໃຫ້ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນຢ່າງໜ້ອຍ 10 ຄົນ ທາງດ້ານຕຳຫຼວດ ເປີດເຜີຍວ່າ ຜູ້ກໍ່ເຫດໄດ້ຍິງຕົນເອງເສຍຊີວິດໃນຫ້ອງນ້ຳຂອງໂຮງຮຽນຫຼັງກໍ່ເຫດ ໂດຍຜູ້ກໍ່ເຫດມີອາຍຸ 21 […]
ໂດນາລ ທຣຳ ພະເດັດສຶກກັບການດຳເນີນງານ “ປົດປ່ອຍລອສແອນເຈລິສ” ຈາກກຸ່ມປະທ້ວງທີ່ເຜົາທຸງອາເມລິກາ

ນັກຂ່າວຖືກຍິງດ້ວຍກະສຸນຢາງ, ພາບຄວາມຮຸນແຮງ, ການເຜົາລົດຍົນ, ຈຸດພຸ, ປະທະກັນຢ່າງໜັກ ນີ້ແມ່ນສິ່ງທີ່ກຳລັງເກີດຂຶ້ນໃນນະຄອນແຫ່ງນາງຟ້າ “ລອສແອນເຈລິສ” ເລີ່ມຕົ້ນຈາກກະແສປະທ້ວງຕ້ານການປາບປາມຜູ້ອົບພະຍົບຜິດກົດໝາຍຂອງທຣຳ ຂະຫຍາຍຕົວເປັນການຈະລາຈົນ ລຸກຮືອເປັນການຊຸມນຸມແຜ່ກະຈາຍໄປຫຼາຍເມືອງທົ່ວປະເທດ ບໍ່ວ່າຈະເປັນແອດແລນຕາ ຊິຄາໂກ ນິວຢອກ ແລະ ຊານຟຣານຊິສໂກ ໂດນາລ ທຣຳ ປະທານາທິບໍດີສະຫະລັດ ເອີ້ນສິ່ງທີ່ເກີດຂຶ້ນໃນລອສແອນເຈລິສວ່າ “ການບຸກລຸກ” ອາເມລິກາ ຂອງພວກຜູ້ອົບພະຍົບໂລກທີສາມ ທີ່ຍົກທຸງຕ່າງປະເທດ ເຜົາທຸງອາເມລິກາ “ເຄີຍໄດ້ຍິນຊື່ລອສແອນເຈລິສບໍ່ ທີ່ຂ້ອຍສົ່ງກໍາລັງພິທັກມາຕຸພູມິຫຼາຍພັນນາຍ ແລະ ນາວິກໂຍທິນຫຼາຍຮ້ອຍນາຍໄປປົກປ້ອງເຈົ້າໜ້າທີ່ ຈາກການໂຈມຕີຂອງກຸ່ມຜູ້ປະທ້ວງທີ່ຮ້າຍກາດແລະຮຸນແຮງ” ທຣຳ ກ່າວປາໄສຢູ່ຖານທັບໃນນອດແຄໂຣໄລນາ ເມື່ອວັນທີ 11 ມິຖຸນາ “ພວກຊ້າຍສຸດໂຕ່ງບອກວ່າ ເຮັດແບບນີ້ບໍ່ໄດ້ ແຕ່ຖ້າເຮົາບໍ່ເຮັດ ຈະບໍ່ເຫຼືອລອສແອນເຈລິສອີກຕໍ່ໄປ ມັນຈະຖືກເຜົາຈົນບໍ່ເຫຼືອຫຍັງ ຄືກັບບ້ານເຮືອນທີ່ຖືກໄຟປ່າເຜົາເມື່ອບໍ່ເທົ່າໃດເດືອນກ່ອນ” “ຜູ້ປະທ້ວງພວກນີ້ ເປັນສັດປ່າທີ່ຖືທຸງຊາດອື່ນ ແຕ່ບໍ່ຖືທຸງອາເມລິກາ ພວກເຂົາເຜົາທຸງອາເມລິກາ” ທຣຳ ປະກາດ ສະຖານະການໃນແອລເອ ຂະຫຍາຍຕົວຈົນຕ້ອງປະກາດລະບຽບຫ້າມອອກໃນເຂດດາວທາວ ເປັນພື້ນທີ່ […]
ລັດຖະບານ ກຳລັງພິຈາລະນາຂໍ້ສະເຫນີຂອງບໍລິສັດ COMAC ຂອງຈີນ ຂໍສະເຫນີຖືຫຸ້ນ ການບິນລາວ 51%

ລັດຖະບານ ກຳລັງພິຈາລະນາຂໍ້ສະເຫນີຂອງບໍລິສັດ COMAC ຂອງຈີນ ຂໍສະເຫນີຖືຫຸ້ນ ການບິນລາວ 51% ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ກ່າວໃນກອງປະຊຸມ ສະໄໝສາມັນ ເມື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 9 ທ່ານກ່າວວ່າ: ລັດຖະບານ ກຳລັງຄົ້ນຄວ້າ ພິຈາລະນາ ການສະເໜີຂອງ ບໍລິສັດ COMAC ໃນການຮ່ວມທຶນ “COMAC” ການສະເໜີຂໍເປັນຜູ້ຖືຮຸ້ນໃນອັດຕາ 51%, ແລະ ສະເໜີນຳໃຊ້ເຮືອບິນ ທີ່ເປັນຜະລິດຕະພັນຂອງ ບໍລິສັດ “COMAC” ເຂົ້າໃນການດໍາເນີນທຸລະກິດໃນການໃຫ້ບໍລິການດ້ານການບິນ ແລະ ສະເໜີແກ້ໄຂ ຫຼື ຍົກໜີ້ ຜ່ານຂອງການບິນລາວ ອອກຈາກບັນຊີ ຂອງການບິນລາວ… ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນໄດ້ກ່າວຕື່ມວ່າ ລັດຖະບານ ພວມເລັ່ງໃຫ້ ບໍລິສັດກວດສອບເອກະລາດ ມາກວດ ແລະ […]
ແຈ້ງການມອດໄຟ ວັນທີ 12,14,15 ມິຖຸນາ 2025

ແຈ້ງການມອດໄຟ ວັນທີ 12,14,15 ມິຖຸນາ 2025 ລາຍລະອຽດດັ່ງລູ່ມນີ້: ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫຼວງ1
ຈີນເປີດຕົວຈໍປະສາດຕາທຽມແບບໃໝ່ ຟື້ນຄວາມຫວັງຄົນຕາບອດ

ທີມນັກວິທະຍາສາດຂອງຈີນເປີດຕົວການຜ່າຕັດຝັງ “ຈໍປະສາດຕາທຽມ” ແບບໃໝ່ ຊຶ່ງນອກຈາກອາດຟື້ນຟູການມອງເຫັນໃຫ້ຜູ້ພິການທາງສາຍຕາ ຍັງອາດເພີ່ມຄວາມສາມາດມອງເຫັນແສງອິນຟຣາເຣດທີ່ຢູ່ນອກເໜືອຂອບເຂດການມອງເຫັນຂອງມະນຸດປົກກະຕິທົ່ວໄປອີກດ້ວຍ ຜົນການສຶກສາຈາກວາລະສານໄຊເອນ (Science) ເມື່ອວັນສຸກ (6 ມິຖຸນາ) ລະບຸວິທີການທີ່ເສັ້ນໄຍນາໂນເທລລູລ້ຽມ (tellurium nanowire) ທີ່ບາງເປັນພິເສດສາມາດທົດແທນເຊລຮັບແສງທີ່ເສຍຫາຍໃນດວງຕາຂອງຫນູທົດລອງຕາບອດ ແລະ ແປງຄື່ນແສງໃກ້ອິນຟຣາເຣດເປັນສັນຍານໄຟຟ້າທີ່ສະໝອງຂອງລິງແມັກແຄກສາມາດຕີຄວາມເປັນພາບທີ່ເບິ່ງເຫັນໄດ້ ຄວາມເປັນໄປໄດ້ ແລະ ແນວໂນ້ມຄວາມປອດໄພສູງຂອງເທັກໂນໂລຊີໃໝ່ຖືເປັນຄວາມຫມາຍສຳຄັນໃນການພັດທະນາການ້ບິ່ງເຫັນທຽມ ຊຶ່ງອາດເປັນປະໂຫຍດຢ່າງຍິ່ງຕໍ່ຜູ້ປ່ວຍທີ່ສູນເສຍການເບິ່ງເຫັນ ຫຼື ປ່ວຍພະຍາດຈໍປະສາດຕາ 200 ລ້ານຄົນທົ່ວໂລກ ທີມນັກວິໄຈຈາກນະຄອນຊຽງໄຮ້ໄດ້ທົດສອບອຸປະກອນກັບຫນູທົດລອງຕາບອດ ຊຶ່ງກັບມາມີປະຕິກິລິຍາຕອບສະໜອງໃນຮູໝານຕາ ແລະ ກະຕຸ້ນການເຮັດວຽກຂອງເຊລປະສາດໃນເປືອກສະໝອງສ່ວນການເຫັນ ເຮັດໃຫ້ພວກມັນສາມາດເຮັດແບບທົດສອບຈຳແນກຮູບແບບການເບິ່ງເຫັນໄດ້ມີປະສິດທິພາບເກືອບທຽບເທົ່າກັບຫນູປົກກະຕິ ນອກຈາກນັ້ນມີການຝັງອຸປະກອນດັ່ງກ່າວໃນລິງແມັກແຄກສຳເລັດ ຊຶ່ງສະທ້ອນວ່າອຸປະກອນດັ່ງກ່າວມີຄວາມປອດໄພ ແລະ ຄວາມສາມາດໃນການກວດຈັບຄື້ນແສງໃກ້ອິນຟຣາເຣດລະຍະ 1,550 ນາໂນແມັດ ສຳລັບຜູ້ປ່ວຍພະຍາດຕາຂັ້ນຮຸນແຮງ ເຊັ່ນ: ພະຍາດຈຸດພາບຊັດເສື່ອມ ການເບິ່ງເຫັນແສງອິນຟຣາເຣດອາດຊ່ວຍໃຫ້ເຫັນໃນທີ່ແສງນ້ອຍ ແລະ ມືດຕາມຫຼັກການ ໂດຍອຸປະກອນດັ່ງກ່າວອາດເປັນປະໂຫຍດຢ່າງຫຼາຍໃນສະພາບແສງນ້ອຍ ຈາງເຈຍອີ ຈາກມະຫາວິທະຍາໄລຟູ່ຕັ້ນ ຊຶ່ງເປັນໜຶ່ງໃນນັກວິໄຈຫຼັກ ກ່າວວ່າເສັ້ນໄຍນາໂນມີຄວາມບາງທີ່ສຸດ ມັນບາງກວ່າເຊລຮັບແສງທຽມຮຸ່ນກ່ອນໜ້າປະມານ 10 ເທົ່າ […]
“ໂຄ້ກ” ບຣາຊິວຢຸດຜະລິດຊົ່ວຄາວ ພົບຂອງແຫຼວລໍ່ເຢັນປົນເປື້ອນ

ລັດຖະບານບຣາຊິວເປີດເຜີຍວ່າ ໂຮງງານຜະລິດເຄື່ອງດື່ມຂອງບໍລິສັດ Solar ຊຶ່ງເປັນໜຶ່ງໃນຜູ້ຜະລິດນ້ຳອັດລົມລາຍໃຫຍ່ຂອງປະເທດ ແລະ ເປັນຜູ້ຮັບຈ້າງຜະລິດໃຫ້ໂຄຄາ-ໂຄລ່າ ໄດ້ຖືກສັ່ງລະງັບການຜະລິດຊົ່ວຄາວ ຫຼັງເຈົ້າໜ້າທີ່ກວດສອບພົບຄວາມຜິດປົກກະຕິໃນລະບົບລໍ່ເຢັນຂອງສາຍການຜະລິດ ຢູ່ໂຮງງານໃນລັດເຊອາຣາ ຈາກການກວດສອບພາຍໃນ ພົບວ່າຂອງແຫຼວທີ່ໃຊ້ໃນລະບົບຫຼໍ່ເຢັນຂອງໂຮງງານໄດ້ສຳຜັດກັບຜະລິດຕະພັນລະຫວ່າງກະບວນການບັນຈຸຂວດ ເຖິງແມ່ນຂອງແຫຼວດັ່ງກ່າວຈະເປັນແອລກອຮອລເກຣດອາຫານຊຶ່ງບໍ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ບໍ່ມີສານພິດທີ່ເປັນອັນຕະລາຍ ແຕ່ເພື່ອຄວາມປອດໄພສູງສຸດ ທາງການໄດ້ສັ່ງຢຸດການຜະລິດທັນທີ ລັດຖະມົນຕີກະຊວງກະສິກຳຂອງບຣາຊິວເປີດເຜີຍວ່າ ເຄື່ອງດື່ມທີ່ອາດໄດ້ຮັບຜົນກະທົບຈາກເຫດການນີ້ຍັງຄົງຖືກເກັບຮັກສາໄວ້ພາຍໃນຄັງສິນຄ້າຂອງບໍລິສັດທັງໝົດ ແລະ ຍັງບໍ່ມີຜະລິດຕະພັນໃດທີ່ຖືກສົ່ງອອກສູ່ຕະຫຼາດ ຫຼື ຮອດມືຜູ້ບໍລິໂພກ ກະຊວງກະສິກຳລະບຸວ່າ ການລະງັບການຜະລິດຈະດຳເນີນຕໍ່ໄປຈົນກວ່າບໍລິສັດຈະດຳເນີນການແກ້ໄຂກະບວນການຜະລິດໃຫ້ປອດໄພ ແລະ ສາມາດພິສູດໄດ້ວ່າບໍ່ມີຄວາມສ່ຽງໃນການຜະລິດອີກຕໍ່ໄປ ໂດຍອາດສາມາດເລີ່ມການຜະລິດໃໝ່ໄດ້ໄວທີ່ສຸດໃນຊ່ວງປາຍອາທິດນີ້ ບໍລິສັດ Solar ແລະ Coca-Cola ອອກຖະແຫຼງການຮ່ວມ ຢືນຢັນວ່າກຳລັງດຳເນີນການທົດສອບຄຸນນະພາບຂອງຜະລິດຕະພັນຢ່າງເຂັ້ມງວດ ພ້ອມໃຫ້ຄວາມຮ່ວມມືເຕັມທີ່ກັບໜ່ວຍງານລັດເພື່ອໃຫ້ສາມາດກັບມາຜະລິດໄດ້ຢ່າງປອດໄພໂດຍໄວທີ່ສຸດ ແລະ ຢ້ຳວ່າສະຖານະການທີ່ເກີດຂຶ້ນບໍ່ມີຜົນກະທົບຕໍ່ໂຮງງານອື່ນໆ ຫຼື ສາຍການຜະລິດອື່ນໃນປະເທດ ໃນຂະນະນີ້ ຕົວຢ່າງເຄື່ອງດື່ມຈຳນວນກວ່າ 9 ລ້ານລິດ ຢູ່ລະຫວ່າງການວິເຄາະໃນຫ້ອງປະຕິບັດການ ໂດຍຜົນການທົດສອບຄາດວ່າຈະແລ້ວພາຍໃນ 5 ວັນ ເພື່ອຢືນຢັນຄວາມປອດໄພຂອງຜະລິດຕະພັນທັງໝົດ ເຫດການນີ້ນັບເປັນກໍລະນີລ່າສຸດທີ່ສະແດງໃຫ້ເຫັນເຖິງຄວາມເຂັ້ມງວດດ້ານຄວາມປອດໄພໃນອຸດສາຫະກຳອາຫານ ແລະ […]
ເກົາຫຼີເໜືອຍ້າຍ “ເຮືອຮົບພິຄາດ” ຈອດໃກ້ຊາຍແດນຣັດເຊຍ ເລັ່ງຊ່ອມແປງໃຫ້ທັນຄຳສັ່ງຄິມ ຈອງອຶນ

ພາບຖ່າຍຈາກດາວທຽມທີ່ບັນທຶກໄດ້ເມື່ອວານນີ້ (8 ມິຖຸນາ) ໂດຍບໍລິສັດ Maxar Technologies ເປີດເຜີຍຂໍ້ມູນໃໝ່ກ່ຽວກັບ “ເຮືອພິຣົບຄາດ” ຂະໜາດ 5,000 ຕັນ ຂອງເກົາຫຼີເໜືອວ່າໃນຂະນະນີ້ມັນຖືກຍ້າຍໄປຈອດທີ່ “ອູ່ເຮືອແຫ້ງ” ບໍ່ຮູ້ຊື່ໃນທ່າເຮືອຣາຈິນ ຊຶ່ງຕັ້ງຢູ່ໃກ້ກັບຊາຍແດນຕິດຣັດເຊຍເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກເມື່ອວັນທີ່ 21 ພຶດສະພາ ທີ່ຜ່ານມາເຮືອຮົບພິຄາດລຳນີ້ທີ່ເກົາຫຼີເໜືອກ່າວວ່າມັນແມ່ນສຸດຍອດຍຸທະໂທປະກອນຂອງປະເທດເກີດຄວາມຜິດພາດລະຫວ່າງພິທີເປີດຕົວເຮືອທີ່ສ້າງຄວາມບໍ່ພໍໃຈ ໃຫ້ກັບ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອຢ່າງຫຼາຍ ຢູ ຈີ-ຮຸນ ນັກວິໄຈຮ່ວມທີ່ສະຖາບັນວິເຄາະການປ້ອງກັນປະເທດຂອງເກົາຫຼີໃຕ້ກ່າວວ່າອູ່ເຮືອແຫ້ງ ໃນທ່າເຮືອຣາຈິນນີ້ມີສິ່ງອຳນວຍຄວາມສະດວກສຳລັບການຊ່ອມແປງ ແລະ ບຳລຸງຮັກສາເຮືອຮົບພິຄາດຂອງເກົາຫຼີເໜືອໄດ້ ແລະ ການຍ້າຍເຮືອໄປໃນພື້ນທີ່ຕິດຊາຍແດນຂອງຣັດເຊຍເປັນຄວາມພະຍາຍາມຄັ້ງສຳຄັນຂອງເກົາຫຼີເໜືອ ທີ່ສະແດງໃຫ້ເຫັນວ່າຕ້ອງການກະຊັບຄວາມສຳພັນທາງເສດຖະກິດ ແລະ ການທະຫານກັບຣັດເຊຍໃຫ້ເລິກຊຶ້ງຫຼາຍຍິ່ງຂຶ້ນ ຊຶ່ງຈາກລາຍງານໃນປີ 2024 ຂອງສະຖາບັນການທະຫານຂອງສະຫະລັດໄດ້ມີການອະທິບາຍພື້ນທີ່ບໍລິເວນນີ້ວ່າເປັນຈຸດສຳຄັນຂອງຄວາມຮ່ວມມືລະຫວ່າງເກົາຫຼີເໜືອ ແລະ ຣັດເຊຍ ອີກທັງຄາດວ່າບໍລິເວນທ່າເຮືອດັ່ງກ່າວມີສ່ວນກ່ຽວຂ້ອງກັບການຈັດສົ່ງອາວຸດຂອງເກົາຫຼີເໜືອໄປຍັງຣັດເຊຍເພື່ອໃຊ້ໃນຢູເຄຣນດ້ວຍ ຍ້ອນໄປເມື່ອອາທິດທີ່ແລ້ວສື່ທາງການເກົາຫຼີເໜືອລາຍງານວ່າການຊ່ອມແປງ ເຮືອຮົບພິຄາດທີ່ອູ່ເຮືອແຫ້ງຣາຈິນຄາດວ່າຈະໃຊ້ເວລາປະມານ 7-10 ວັນ ຊຶ່ງເປັນໄປຕາມກຳຫນົດການຂອງຜູ້ນຳຄິມ ຈອງ-ອຶນ ທີ່ສັ່ງການເດັດຂາດວ່າເຮືອພິຄາດນີ້ຕ້ອງກັບມາໃຊ້ງານໄດ້ອີກຄັ້ງ ເຖິງແມ່ນວ່າໄລຍະເວລາການຊ່ອມແປງເຮືອຄວນຂຶ້ນຢູ່ກັບຄວາມເສຍຫາຍຫຼາຍ-ນ້ອຍທີ່ເກີດຂຶ້ນຈິງກໍຕາມ ຊຶ່ງຄິມເຄີຍອອກມາກ່າວລະບົບໂຊນາ […]