ສະຫະລັດ-ຈີນ ເຈລະຈາການຄ້າມື້ນີ້ ເນັ້ນປະເດັນການສົ່ງອອກແຮ່ທາດຫາຍາກ

ບລູມເບີກ ລາຍງານວ່າ ຜູ້ເຈລະຈາການຄ້າລະດັບສູງຈາກສະຫະລັດ ແລະ ຈີນກຽມຈັດການເຈລະຈາຮອບໃໝ່ໃນກຸງລອນດອນໃນວັນຈັນນີ້ (9 ມິຖຸນາ)   ຊຶ່ງອາດຈະເປັນໂອກາດທີ່ສອງເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກຈະຄາຍຄວາມຕຶງຄຽດທາງການຄ້າ ຈາກການທີ່ສະຫະລັດຕັ້ງກຳແພງພາສີສູງກີດກັນສິນຄ້າ ແລະ ຈີນຕອບໂຕ້ດ້ວຍຄວບຄຸມການສົ່ງອອກແຮ່ຫາຍາກທີ່ຈີນເປັນເຈົ້າຕະຫຼາດ   ທັງສອງຝ່າຍກ່າວຫາອີກຝ່າຍວ່າຜິດຂໍ້ຕົກລົງທີ່ເຮັດໄວ້ ທີ່ເຈນີວາໃນເດືອນພຶດສະພາ ທັງສອງຝ່າຍພະຍາຍາມຈະຫຼຸດລະດັບຄວາມຮຸນແຮງຂອງສົງຄາມການຄ້າລົງ ຄວາມສຳພັນຂອງທັງສອງປະເທດຕົກຕ່ຳລົງ ຕັ້ງແຕ່ປະທານາທິບໍດີໂດນັລ ທຣຳກັບມາຕຳລົງຕຳແໜ່ງຢູ່ທຳນຽບຂາວ ສົ່ງຜົນໃຫ້ບໍລິສັດຕ່າງໆ ແລະ ນັກລົງທຶນເກີດຄວາມບໍ່ແນ່ນອນ   ຈີນກ່າວເມື່ອວັນເສົາວ່າໄດ້ອະນຸມັດຄຳຂໍສົ່ງອອກແຮ່ຫາຍາກບາງສ່ວນ ໂດຍບໍ່ໄດ້ລະບຸວ່າປະເທດ ຫຼື ອຸດສາຫະກຳໃດມີສ່ວນກ່ຽວຂ້ອງ ຫຼັງຈາກທີ່ທຣຳກ່າວເມື່ອວັນສຸກວ່າ ປະທານາທິບໍດີສີຈິ້ນຜິງຂອງຈີນ ຕົກລົງທີ່ຈະເລີ່ມກະບວນການສົ່ງອອກແຮ່ທາດ ແລະ ແມ່ເຫຼັກອີກຄັ້ງ   “ພວກເຮົາຕ້ອງການໃຫ້ແຮ່ທາດຫາຍາກ ແມ່ເຫຼັກຊຶ່ງມີຄວາມສຳຄັນຕໍ່ການຜະລິດໂທລະສັບມືຖື ແລະ ທຸກສິ່ງທຸກຢ່າງໄຫຼວຽນໄປຄືຢ່າງທີ່ເຄີຍເກີດຂຶ້ນກ່ອນຕົ້ນເດືອນເມສາ ແລະ ພວກເຮົາບໍ່ຢາກໃຫ້ຂໍ້ຂັດຂ້ອງທາງເທັກນິກໃດໆ ມາເຮັດໃຫ້ເລື່ອງນີ້ຊ້າລົງ” ເຄວິນ ແຮສເຊັດ ປະທານສະພາເສດຖະກິດແຫ່ງຊາດທີ່ທຳນຽບຂາວ ກ່າວເມື່ອວັນອາທິດໃນລາຍການ Face the Nation ຂອງທີວີຊີບີເອສ “ແລະ ນັ້ນກໍຊັດເຈນສຳລັບພວກເຂົາ”   ຄວາມຕຶງຄຽດດ້ານການຄ້າລະຫວ່າງສະຫະລັດ ແລະ ຈີນທະວີຄວາມຮຸນແຮງຂຶ້ນໃນປີນີ້ ເນື່ອງຈາກການຂຶ້ນພາສີສິນຄ້າຂອງທັງສອງ […]

ຍີ່ປຸ່ນຄິດຄົ້ນ “ພລາສຕິກ” ແບບໃໝ່ ຍ່ອຍສະຫຼາຍໄດ້ໃນນ້ຳທະເລ

ນັກວິໄຈໃນຍີ່ປຸ່ນພັດທະນາພລາສຕິກທີ່ສາມາດລະລາຍໃນນ້ຳທະເລໄດ້ພາຍໃນບໍ່ເທົ່າໃດຊົ່ວໂມງ ຫວັງເປັນອີກໜຶ່ງແນວທາງແກ້ບັນຫາມົນລະພິດຈາກຂີ້ເຫຍື້ອພລາສຕິກທີ່ລອຍໃນທະເລ ລວມເຖິງບັນຫາຂີ້ເຫຍື້ອພລາສຕິກທີ່ຖືກພັດພາລົງສູ່ແຫຼ່ງນ້ຳເນື່ອງຈາກໄພທຳມະຊາດ ຈົນກາຍເປັນມົນລະພິດຕໍ່ມະຫາສະຫມຸດ ແລະ ເປັນອັນຕະລາຍຕໍ່ສິ່ງມີຊີວິດ   ພລາສຕິກຊະນິດໃໝ່ຊຶ່ງພັດທະນາຮ່ວມກັນໂດຍມະຫາວິທະຍາໄລໂຕກຽວ ນີ້ມີຄວາມແຂງແຮງທຽບເທົ່າພລາສຕິກທີ່ເຮັດຈາກປິໂຕຣລຽມທົ່ວໄປ ໂດຍຜະລິດຂຶ້ນຈາກການຜະສົມ ໄອໂອນິກໂມໂນເມີ (ionic monomers) ຫຼື ໂມເລກຸນດຽວທີ່ມີປະຈຸໄຟຟ້າ ສອງຊະນິດປະສົມກັນ ເພື່ອສ້າງພັນທະທີ່ເຮັດໃຫ້ໄດ້ພລາສຕິກທີ່ທັງແຂງແຮງ ແລະ ຍືດຫຍຸ່ນ   ຢ່າງໃດກໍຕາມ ເມື່ອພລາສຕິກທີ່ພັດທະນາຂຶ້ນໃໝ່ນີ້ ສຳຜັດກັບເກືອ ແລະ ອິເລັກໂທຣໄລທ໌ (Electrolytes) ຫຼື ສານລະລາຍທີ່ນຳໄຟຟ້າໄດ້ຕົວອື່ນໆ ໃນນ້ຳທະເລ ກໍຈະເຮັດໃຫ້ພລາສຕິກສະຫຼາຍຕົວເປັນໂມໂນເມີດັ້ງເດີມ ຊຶ່ງແບັກທີເລຍສາມາດຍ່ອຍສະຫຼາຍໄດ້ ລວມເຖິງພລາສຕິກທີ່ພັດທະນາໃໝ່ນີ້ ຍັງບໍ່ເປັນພິດ ແລະ ບໍ່ຕິດໄຟອີກດ້ວຍ   ທີມວິໄຈລະບຸວ່າ ເມື່ອທົດລອງນຳພລາສຕິກ ໄປໃສ່ໃນສານລະລາຍນ້ຳທີ່ມີຄວາມເຂັ້ມຂຸ່ນຂອງເກືອເທົ່າກັບນ້ຳທະເລ ພລາສຕິກຈະລະລາຍຢ່າງໄວວາ ໃນເວລາປະມານ 2 ເຖິງ 3 ຊົ່ວໂມງ ຂຶ້ນຢູ່ກັບຄວາມໜາ ແລະ ຂະໜາດ ແລະ ຍັງບໍ່ຖິ້ມມໂຄຣພລາສຕິກທີ່ເປັນອັນຕະລາຍໄວ້ ຊຶ່ງທ້າຍທີ່ສຸດແລ້ວຈະກາຍເປັນມົນລະພິດຕໍ່ມະຫາສະຫມຸດ   ມີຂໍ້ມູນຈາກໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ ທີ່ຄາດການວ່າມົນລະພິດຈາກພລາສຕິກຈະເພີ່ມຂຶ້ນເປັນສາມເທົ່າພາຍໃນປີ 2040 […]

ແຜ່ນດິນໄຫວ 6.5 ຄວາມເລິກ 10 ກິໂລແມັດ ທີ່ປະເທດໂຄລອມເບຍ ອັບເຕີຊັອກບໍ່ຕ່ຳກວ່າ 50 ຄັ້ງ

ເກີດແຜ່ນດິນໄຫວຮຸນແຮງທີ່ປະເທດໂຄລອມເບຍ ລວມທັງພື້ນທີ່ກຸງໂບໂກຕາ ເມື່ອຊ່ວງເຊົ້າຕຶ່ວັນອາທິດ 8 ມິຖຸນາ ທີ່ຜ່ານມາ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ     ສຳນັກງານທາລະນີວິທະຍາຂອງໂຄລອມເບຍ ໃນທະວີບອາເມລິກາໃຕ້ ຖະແຫຼງການວ່າ ແຜ່ນດິນໄຫວທີ່ເກີດຂຶ້ນມີຂະໜາດ 6.5 ໃນລະດັບເລິກ 10-15 ກິໂລແມັດໃນ ແຂວງ ຄຸນດີນາມາກາ ແລະ ຍັງເກີດແຜ່ນດິນໄຫວຕໍ່ເນື່ອງ ຫຼື ອາເຟເຕີຊັອກຕາມມາອີກ 50 ຄັ້ງ   ເຖິງແມ່ນວ່າຍັງບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດ ແຕ່ພົບວ່າກໍ່ໃຫ້ເກີດຄວາມເສຍຫາຍແກ່ເສັ້ນທາງ ແລະ ອາຄານຫຼາຍແຫ່ງ ໂດຍສະເພາະໂຄງສ້າງເກົ່າ ຫຼື ສ້າງມາດົນ ເຊັ່ນ: ໂບດ

ການວິໄຈຍີ່ປຸ່ນພົບ ແວ່ນ VR ອາດຊ່ວຍຟື້ນຟູ “ສາຍຕາສັ້ນ” ຮຸນແຮງໄດ້

ທາງບັນລະຍາວິທະຍາສາດ ແລະ ວິສະວະກຳສາດຂອງມະຫາວິທະຍາໄລ Kwansei Gakuin ໄດ້ນຳສະເໜີງານວິໄຈໃນງານ Interaction 2025 ສະແດງໃຫ້ເຫັນວ່າການເລ່ນເກມ VR ທີ່ອອກແບບມາເປັນພິເສດ ຊ່ວຍປັບປຸງການເບິ່ງເຫັນໄດ້ຢ່າງມີໝາຍສຳຄັນພາຍໃຕ້ສະຖານະການບາງຢ່າງ   ເຊັ່ນເກມຍິງປືນທີ່ຜູ້ຫຼິ້ນຈະໃຊ້ຄອນໂທຣເລີເລັງ ແລະ ຍິງໄປທີ່ເປົ້າວົງມົນ ເມື່ອເປົ້າຖືກຍິງກໍຈະຖືກດັນໃຫ້ຖອຍຫ່າງອອກໄປ ເຮັດໃຫ້ຜູ້ຫຼິ້ນໄດ້ຝຶກເບິ່ງທັງໃນລະຍະໃກ້ ແລະ ໄກ ໂດຍນັກວິໄຈໄດ້ທົດສອບກັບກຸ່ມຕົວຢ່າງ 10 ຄົນ ທີ່ບໍ່ມີພະຍາດທາງສາຍຕາ ຫຼິ້ນເກມນີ້ໃນຊ່ວງເວລາຕ່າງໆ ຕິດຕໍ່ກັນ 6 ອາທິດ ແລ້ວວັດຜົນທີ່ກ່ຽວຂ້ອງກັບການເບິ່ງເຫັນຂອງພວກເຂົາ     ເຖິງແມ່ນວ່າຜູ້ເຂົ້າຮ່ວມບາງຄົນຈະບໍ່ຄ່ອຍໄດ້ຫຼິ້ນເກມນີ້ ຫຼິ້ນປະມານສາມວັນຕໍ່ຄັ້ງ ແຕ່ທຸກຄົນກໍສະແດງໃຫ້ເຫັນເຖິງການເບິ່ງເຫັນທີ່ດີຂຶ້ນ ເມື່ອທຽບກັບຄ່າທີ່ວັດໄວ້ກ່ອນການທົດສອບ ສິ່ງທີ່ໜ້າສົນໃຈກໍແມ່ນ ຜູ້ເຂົ້າຮັບການທົດສອບທີ່ມີສາຍຕາສັ້ນລະດັບປານກາງເຖິງຮຸນແຮງພົບວ່າການເບິ່ງ ເຫັນດີຂຶ້ນຢ່າງມີຄວາມໝາຍສຳຄັນ ຊຶ່ງຂຶ້ນກັບຄວາມຖີ່ຂອງການຫຼິ້ນອີກດ້ວຍ ແຕ່ຄົນທີ່ມີສາຍຕາສັ້ນພຽງເລັກນ້ອຍກັບບໍ່ເຫັນຜົນໄດ້ທີ່ແຕກຕ່າງຂະໜາດນັ້ນ   ສ່ວນສາເຫດຍັງບໍ່ແນ່ຊັດ ແຕ່ທິດສະດີທີ່ເປັນໄປໄດ້ຢ່າງໜຶ່ງແມ່ນ ຜູ້ທົດສອບອາດຈະເປັນພະຍາດສາຍຕາສັ້ນປອມ (Pseudomyopia) ຊຶ່ງມີອາການຄືສາຍຕາສັ້ນ ແຕ່ເກີດຈາກການໃຊ້ສາຍຕາຫຼາຍເກີນໄປ ສ່ວນໃຫຍ່ມັກເກີດຈາກການເບິ່ງໜ້າຈໍເປັນເວລາຍາວເກີນໄປ   ຊຶ່ງສາຍຕາສັ້ນປອມອາດພັດທະນາໄປເປັນສາຍຕາສັ້ນແທ້ໄດ້ ຫາກບໍ່ໄດ້ຮັບການຮັກສາ ແລະ ສາມາດເຮັດໃຫ້ກັບຄືນສູ່ສະພາບປົກກະຕິໄດ້ດ້ວຍການຝຶກສາຍຕາ ເຊັ່ນ: ສະລັບລະຫວ່າງການຈ້ອງໃກ້ […]

‘ທຣຳ’ ກຽມສົ່ງກອງກຳລັງປ້ອງກັນຊາດ 2,000 ນາຍ ປາບຜູ້ປະທ້ວງ ໃນລອສແອນເຈລິສ

ລັດຖະບານຂອງ ປະທານາທິບໍດີໂດນັລ ທຣຳ ເປີດເຜີຍວ່າ ຈະສົ່ງ ກອງກຳລັງປ້ອງກັນຊາດ (National Guard) 2,000 ນາຍ ໄປປະຈຳການໃນພື້ນທີ່ ໃນຂະນະທີ່ເຈົ້າໜ້າທີ່ລັດຖະບານກາງໃນລອສແອນເຈລິສ ປະເຊີນໜ້າກັບຜູ້ປະທ້ວງສອງສາມຮ້ອຍຄົນ ໃນວັນປະທ້ວງວັນທີ 2 ຫຼັງຈາກມີການປາບປາມຜູ້ອົບພະຍົບ   ພີທ ເຮກເຊັດ ລັດຖະມົນຕີກະຊວງປ້ອງກັນຊາດສະຫະລັດ ເຕືອນວ່າກະຊວງ ພ້ອມລະດົມທະຫານປະຈຳການ “ຖ້າຫາກຍັງຄົງມີຄວາມຮຸນແຮງເກີດຂຶ້ນ” ໃນລອສແອນເຈລິສ ແລະ ວ່າ ນາວິກໂຍທິນ ໃນຄ່າຍເພນເດີລຕັນ ທີ່ຕັ້ງຢູ່ໃກ້ຄຽງ “ຢູ່ໃນສະພາບເຝົ້າລະວັງ ແລະ ກຽມພ້ອມລະດັບສູງ”   ໜ່ວຍງານຄວາມໝັ້ນຄົງລັດຖະບານກາງໄດ້ປະເຊີນໜ້າກັບຜູ້ຊຸມນຸມປະທ້ວງໃນພື້ນທີ່ພາຣາເມົາທ໌ ທາງຕາເວັນອອກສຽງໃຕ້ຂອງລອສແອນເຈລິສ ເມື່ອວັນເສົາ (ວັນທີ່່ 7 ) ຊຶ່ງເປັນພື້ນທີ່ທີ່ມີຜູ້ປະທ້ວງບາງຄົນຖືປ້າຍ ແລະ ທຸງປະເທດເມັກຊິໂກຮ່ວມຊຸມນຸມ   ໃນຂະນະທີ່ຈຸດປະທ້ວງທີ່ 2 ເກີດຂຶ້ນໃນໃຈກາງເມືອງລອສແອນເຈລິສໃນຄືນວັນເສົາ ໂດຍມີຜູ້ຄົນຮ່ວມຊຸມນຸມປະມານ 60 ຄົນ ແລະ ພາກັນຮ້ອງສະໂລແກນປະທ້ວງຫຼາຍຢ່າງ ເຊັ່ນ: ICE out of […]

ຜັກບ້ານໆ ທີ່ຖືກຍົກເປັນ ໜຶ່ງໃນຜັກທີ່ດີທີ່ສຸດໃນໂລກ ມີວິຕາມິນຊີຫຼາຍ

ຜັກບ້ານໆ ໃກ້ຕົວເຮົາ ທີ່ເປັນ “ຢາຂອງຄົນທຸກຍາກ” ຕ່າງປະເທດຍົກເປັນຜັກທີ່ດີທີ່ສຸດໃນໂລກ ບຳລຸງອະໄວຍະວະພາຍໃນ ປ້ອງກັນມະເຮັງ ວິຕາມິນຊີສູງກວ່າໝາກນາວ   ວິຕາມິນຊີ ເປັນວິຕາມິນທີ່ລະລາຍນ້ຳໄດ້ ມີບົດບາດສຳຄັນຕໍ່ຮ່າງກາຍ ເມື່ອເວົ້າເຖິງອາຫານທີ່ອຸດົມໄປດ້ວຍວິຕາມິນຊີ ຫຼາຍຄົນມັກຄິດເຖິງໝາກໄມ້ທີ່ມີລົດສົ້ມ ເຊັ່ນ: ໝາກກ້ຽງ ມະນາວ ໝາກກ້ຽງຂຽວຫວານ ແລະ ໝາກກ້ຽງໃຫຍ່ ແນວໃດກໍຕາມ ຍັງມີຜັກບາງຊະນິດທີ່ມີລົດຫວານແລະແຊບ ແຕ່ກັບມີປະລິມານວິຕາມິນຊີສູງ ເຊັ່ນ: ກະຫຼຳປີ     ຈາກຂໍ້ມູນຂອງກະຊວງກະສິກຳສະຫະລັດ (USDA) ພົບວ່າ ກະຫຼຳປີສົດ 100 ກຣາມ ມີວິຕາມິນຊີ 36.6 ມິນລິກຣາມ ຂະນະທີ່ໝາກນາວ 100 ກຣາມ ມີພຽງ 29.1 ມິນລິກຣາມ ຊຶ່ງໝາຍຄວາມວ່າ ກະຫຼຳປີ ໃຫ້ວິຕາມິນຊີຫຼາຍກວ່າໝາກນາວເສຍອີກ   ນອກຈາກວິຕາມິນຊີແລ້ວ USDA ຍັງລະບຸວ່າ ໃນກະຫຼຳປີ 100 ກຣາມ ມີໂປຣຕີນ 1.28 ກຣາມ […]

ຈີນຕັ້ງລາງວັນນຳຈັບແຮັກເກີທີ່ກ່ຽວຂ້ອງກັບໄຕ້ຫວັນຫຼາຍຄົນ

ທາງການຂອງເມືອງກວາງໂຈວ ໃນມົນທົນກວາງຕຸ້ງຂອງຈີນ ຕັ້ງລາງວັນນຳຈັບແຮັກເກີຍຫຼາຍກວ່າ 20 ຄົນ     ທີ່ພະຍາຍາມໂຈມຕີທາງໄຊເບີກັບຫົວໜ່ວຍງານຫຼາຍແຫ່ງໃນປະເທດຈີນ ໂດຍມຸ່ງເປົ້າໄປທີ່ລະບົບເຄືອຂ່າຍສຳຄັນກວ່າ 1,000 ລະບົບ ໃນກວ່າ 10 ພື້ນທີ່ລະດັບມົນທົນທົ່ວແຜ່ນດິນໃຫຍ່ຂອງຈີນ   ຊຶ່ງລວມເຖິງອຸດສາຫະກຳທາງທະຫານ ຫົວໜ່ວຍງານລັດຖະບານ ແລະ ພາກສ່ວນດ້ານພະລັງງານ ພະລັງນ້ຳ ແລະ ການຂົນສົ່ງ   ຊຶ່ງທາງການຈີນເປີດເຜີຍວ່າແຮັກເກີທີ່ຖືກຕັ້ງລາງວັນນຳຈັບມີຄວາມກ່ຽວຂ້ອງກັບລັດຖະບານໄຕ້ຫວັນ ຊຶ່ງທາງການຈີນໄດ້ລວບລວມຂໍ້ມູນຂອງແຮັກເກີກຸ່ມນີ້ໄວ້ແລ້ວ ຊຶ່ງມີທັງຮູບຖ່າຍ ຊື່ ນາມສະກຸນ ແລະ ໝາຍເລກບັດປະຈຳຕົວ   ທາງການເມືອງກວາງໂຈວ ບໍ່ໄດ້ລະບຸວ່າເງິນລາງວັນນຳຈັບແຮັກເກີກຸ່ມນີ້ ມີມູນຄ່າຫຼາຍເທົ່າໃດ ແຕ່ລະບຸວ່າແຮັກເກີກຸ່ມນີ້ໄດ້ຮັບການສະໜັບສະໜູນຈາກພັກປະຊາທິປະໄຕກ້າວໜ້າ ຫຼື ພັກ DPP ຊຶ່ງເປັນພັກລັດຖະບານຂອງໄຕ້ຫວັນ ແລະ ມີການຮ່ວມມືກັບທາງການສະຫະລັດ   ທີ່ພະຍາຍາມໃຊ້ວິທີໂຈມຕີທາງໄຊເບີ້ກໍ່ກວນໃຫ້ເກີດຄວາມບໍ່ສະຫງົບໃນຈີນ ໂດຍທາງສະຫະລັດໄດ້ຊ່ວຍໄຕ້ຫວັນຝຶກແຮັກເກີ ໃຫ້ການສະໜັບສະໜູນດ້ານອຸປະກອນ ແລະ ເທັກໂນໂລຢີດ້ານການສື່ສານ ເພື່ອໃຊ້ໄຕ້ຫວັນເປັນຖານໂຈມຕີທາງໄຊເບີຕໍ່ປະເທດຈີນ   ແນວໃດກໍຕາມ ທາງການໄຕ້ຫວັນປະຕິເສດຂໍ້ກ່າວຫາຂອງຈີນວ່າບໍ່ເປັນຄວາມຈິງ ແລະ ການທີ່ຈີນຕັ້ງລາງວັນນຳຈັບເປັນການສະແດງທ່າທີທີ່ບໍ່ເໝາະສົມ ແລະ ຫຍາບຄາຍ […]

“ທຣຳ-ອີລອນ ມັສກ໌” ມາຮອດຈຸດແຕກຫັກຂອງມິດຕະພາບ ເຮັດຫຸ້ນ Tesla ຫຼຸດລົງ 14% ສູນເສຍ 1.5 ແສນລ້ານໂດລາ

ຫຸ້ນ Tesla ຫຼຸດລົງ 14% ມູນຄ່າຕະຫຼາດຫາຍໄປກວ່າ 1.52 ແສນລ້ານໂດລາ ຫຼັງປະທານາທິບໍດີທຣຳ ຂູ່ລະງັບສັນຍາລັດກັບບໍລິສັດຂອງ ອີລອນ ມັສກ໌   ປະທານາທິບໍດີໂດນັລດ໌ ທຣຳ ຜູ້ນຳສະຫະລັດ ກັບ ອີລອນ ມັສກ໌ ມະຫາເສດຖີລະດັບໂລກ ແລະ ຊີອີໂອຂອງເທັສລາ Tesla ອອກມາຕອບໂຕ້ກັນຢ່າງດຸເດືອດ ຫຼັງຈາກທີ່ ມັສກ໌ ຊຶ່ງຂະນະນີ້ໄດ້ອອກຈາກຕຳແໜ່ງທາງການເມືອງແລ້ວ   ໄດ້ອອກມາວິພາກວິຈານ ຮ່າງກົດໝາຍພາສີ “One Big Beautiful Bill Act” ຂອງທຣຳ ຊີ້ວ່າຈະເຮັດໃຫ້ປະເທດລົ້ມລະລາຍ ພ້ອມເອີ້ນຮ່າງກົດໝາຍນີ້ວ່າ ເປັນສິ່ງຮ້າຍແຮງທີ່ໜ້າລັງກຽດຫຼາຍ ແລະ ເຊີນໃຫ້ຄົນອາເມລິກາທຸກຄົນອອກມາຕໍ່ຕ້ານ   ດ້ານປະທານາທິບໍດີທຣຳ ຕອບໂຕ້ກັບວ່າ ອີລອນ ມັສກ໌ ນັ້ນວິພາກວິຈານ ຮ່າງກົດໝາຍພາສີຂອງລາວ ເພາະບໍ່ພໍໃຈທີ່ຮ່າງກົດໝາຍດັ່ງກ່າວຕັດເຄຣດິດພາສີສຳລັບລົດຍົນໄຟຟ້າອອກ ແລະ ເປັນເພາະທຣຳບໍ່ຍອມແຕ່ງຕັ້ງຜູ້ທີ່ ອີລອນ ມັສກ໌ເສຍໃຫ້ດຳລົງຕຳແໜ່ງຜູ້ອຳນວຍການອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດ (ນາຊາ) […]

“ຍີ່ປຸ່ນ” ອັດຕາເກີດໃໝ່ຫຼຸດລົງ ຕ່ຳກວ່າ 700,000 ຄົນເປັນຄັ້ງທຳອິດ

ນິກເຄອິ ເອເຊຍ (Nikkei Asia) ລາຍງານວ່າ ກະຊວງສາທາລະນະສຸກ ແຮງງານ ແລະ ສະຫວັດດິການຍີ່ປຸ່ນ ເປີດເຜີຍຂໍ້ມູນໃນວັນທີ 4 ມິຖຸນາ 2025 ພົບວ່າ ຈຳນວນການເກີດຂອງປະຊາກອນຍີ່ປຸ່ນໃນປີ 2024 ຢູ່ທີ 686,061 ຄົນ ຫຼຸດລົງ 5.7% ເມື່ອທຽບກັບປີກ່ອນ (YOY) ແລະ ມີປະຊາກອນເກີດໃໝ່ຕ່ຳກວ່າ 700,000 ຄົນຕໍ່ປີເປັນຄັ້ງທຳອິດ ນັບຕັ້ງແຕ່ເລີ່ມເຮັດການບັນທຶກໃນປີ 1899   ໂດຍຈຳນວນດັ່ງກ່າວເປັນລະດັບທີ່ຄາດວ່າຈະເກີດຂຶ້ນໃນອີກ 14 ປີຂ້າງໜ້າ ຕາມການປະມານການຂອງພາກລັດ ຕອກຍ້ຳວ່າບັນຫາປະຊາກອນຫຼຸດລົງມີຄວາມຮຸນແຮງຫຼາຍຂຶ້ນ ໂດຍອັດຕາການຈະເລີນພັນ ຊຶ່ງສະແດງຈຳນວນບຸດຕໍ່ຜູ້ຍິງໃນໄວຈະເລີນພັນໜຶ່ງຄົນ ຫຼຸດລົງເຫຼືອ 1.15 ຈາກລະດັບ 1.20 ເມື່ອປີກ່ອນ ເຮັດນິວໂລວ໌ 3 ປີຕິດກັນ ຊຶ່ງຈຳເປັນຕ້ອງໄຕ່ລະດັບສູ່ 2.07 ເພື່ອຄົງຈຳນວນປະຊາກອນໃນປະຈຸບັນໄວ້   ຈາກຄ່າກາງທີ່ປະມານການໄວ້ໂດຍ ສະຖາບັນວິໄຈປະຊາກອນ ແລະ ຄວາມໝັ້ນຄົງທາງສັງຄົມແຫ່ງຊາດ (National Institute […]