ໝາກໄມ້ທັນຍາຫານ ຫວານກວ່ານ້ຳຕານ 300 ເທົ່າ ແຕ່ບໍ່ອັນຕະລາຍ ຊ່ວຍປ້ອງກັນມະເຣັງ

ການວິໄຈອາເມລິກາ ຮັບປະກັນ  ໝາກໄມ້ທີ່ຫວານກວ່ານ້ຳຕານທາຍ 300 ເທົ່າ ແຕ່ບໍ່ເພີ່ມລະດັບນ້ຳຕານໃນເລືອດ ຊ່ວຍປ້ອງກັນມະເຣັງໄດ້ດ້ວຍ ຄົນບໍ່ຄ່ອຍຮູ້ຈັກ   ໃນຊ່ວງລະດູຮ້ອນທີ່ຮ້ອນອົບເອົ້້າ ຄົນຈີນມັກຈະຕົ້ມຊາ ຫລໍຮັງກ້ວຍ (Momordica grosvenori Swingle) ດື່ມເພື່ອຄາຍຮ້ອນ ຊານີ້ມີລົດຫວານ ແລະ ກິ່ນຫອມອ່ອນໆ ແຕ່ມີບໍ່ເທົ່າໃດຄົນທີ່ຮູ້ວ່າ ຄວາມຫວານນີ້ແມ່ນຈຸດເດັ່ນຂອງຫລໍຮັງກ້ວຍ ແລະ ການດື່ມເປັນປະຈຳສາມາດສົ່ງຜົນດີຕໍ່ສຸຂະພາບຢ່າງຫຼາຍ ເຊັ່ນ: ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຫຼຸດຄວາມສ່ຽງໂຣກມະເຣັງ   ຫວານກວ່ານ້ຳຕານທາຍເຖິງ 300 ເທົ່າ ແຕ່ບໍ່ເພີ່ມລະດັບນ້ຳຕານໃນເລືອດ   ຕາມລາຍງານຂອງນິດສານ Health ຫລໍຮັງກ້ວຍມີລົດຫວານຫຼາຍກວ່ານ້ຳຕານທາຍເຖິງ 300 ເທົ່າ ແຕ່ບໍ່ເຮັດໃຫ້ລະດັບນ້ຳຕານໃນເລືອດສູງຂຶ້ນ ເພາະມີສານ ໂມໂກຣໄຊ (Mogrosides) ທີ່ໃຫ້ຄວາມຫວານແຕ່ບໍ່ມີແຄລໍຣີ   ຈຶ່ງກາຍເປັນສານໃຫ້ຄວາມຫວານຈາກທຳມະຊາດທີ່ປອດໄພ ເໝາະສຳລັບຜູ້ປ່ວຍເບົາຫວານ ຫຼື ຜູ້ທີ່ຕ້ອງການຄວບຄຸມລະດັບນ້ຳຕານໃນຮ່າງກາຍ   ທັງນີ້ ຫ້ອງການອາຫານ ແລະ ຢາແຫ່ງສະຫະລັດ (FDA) ກໍ່ຮັບຮອງແລ້ວວ່າ […]

ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ

ເຄື່ອງບິນລຳນ້ອຍຕົກໃນເມືອງຊານດິເອໂກ ເຮັດໃຫ້ເກີດໄຟໄໝ້ບ້ານເຮືອນ ແລະ ລົດຍົນຈຳນວນຫຼາຍ ເບື້ອງຕົ້ນມີຜູ້ເສຍຊີວິດແລ້ວ 2 ສົບ ປະຊາຊົນນັບຮ້ອຍຕ້ອງອົບພະຍົບ   ສຳນັກຂ່າວຕ່າງປະເທດລາຍງານວ່າ ເກີດເຫດເຄື່ອງບິນນ້ອຍຮຸ່ນ ເຊສນາ 550 ຊຶ່ງບັນທຸກຜູ້ໂດຍສານໄດ້ 6-8 ຄົນ ຕົກໃນຍ່ານເມີຟີ ແຄນຢອນ ຕອນກາງຂອງເມືອງຊານດິເອໂກ ລັດແຄລິຟໍເນຍ ເມື່ອເວລາປະມານ 3.45 ນ. ວັນພະຫັດທີ່ 22 ພຶດສະພາ 2025 ຕາມເວລາທ້ອງຖິ່ນ   ຂ່າວລະບຸວ່າ ເຫດການນີ້ເກີດຂຶ້ນທ່າມກາງສະພາວະໝອກລົງຈັດ ແຕ່ຍັງບໍ່ຊັດເຈນວ່ານີ້ເປັນສາເຫດທີ່ເຮັດໃຫ້ເຄື່ອງບິນຕົກ ຫຼື ບໍ່     ແດນ ເອັດດີ ຜູ້ຊ່ວຍຫົວໜ້າສຳນັກງານດັບເພີງລະບຸໃນງານຖແຫຼງຂ່າວຫຼັງເກີດເຫດວ່າ ເຊື້ອເພີງເຄື່ອງບິນກະຈາຍໄປທົ່ວບໍລິເວນ ມີບ້ານເຮືອນຖືກໄຟໄໝ້ຢ່າງໜ້ອຍ 15 ຫຼັງ ໂດຍຫຼາຍຫຼັງຖືກເຄື່ອງບິນຕົກໃສ່ໂດຍກົງ ແລະ ເປົ້າໝາຍຫຼັກຂອງເຈົ້າໜ້າທີ່ຄືການຄົ້ນຫາໃນບ້ານທຸກຫຼັງເພື່ອພາປະຊາຊົນໄປຍັງທີ່ປອດໄພ   ພາບຈາກທີ່ເກີດເຫດສະແດງໃຫ້ເຫັນວ່າ ມີລົດຍົນຫຼາຍຄັນໄດ້ຮັບຄວາມເສຍຫາຍຈາກໄຟໄໝ້ ຂະນະທີ່ເສດຊາກປັກຫັກພັງກະຈັດກະຈາຍໄປທົ່ວ   ປະມານ 1 ຊົ່ວໂມງຕໍ່ມາ ເຈົ້າໜ້າທີ່ເມືອງຊານດິເອໂກຈັດງານຖະແຫຼງຂ່າວອີກຄັ້ງ […]

ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ

ມະເຮັງເຕົ້ານົມ ແລະ ມະເຮັງປາກມົດລູກ ເປັນພະຍາດຮ້າຍທີ່ພາກຊີວິດແມ່ຍິງທົ່ວໂລກໃນທຸກປີ ແລ ະຍັງເປັນພະຍາດມະເຮັງທີ່ພົບໃນແມ່ຍິງຫຼາຍທີ່ສຸດອີກດ້ວຍ   ແຕ່ນັກວິໄຈລະບຸວ່າ ກຳລັງມີພະຍາດຮ້າຍທີ່ເປັນໄພຕໍ່ແມ່ຍິງຊຶ່ງເປັນຕາຍ້ານບໍ່ແພ້ກັນ ນັ້ນກໍຄື ພະຍາດມະເຮັງຊ່ອງປາກ   ໂດຍງານວິໄຈໃໝ່ຈາກມະຫາວິທະຍາໄລວໍຊິງຕັນພົບວ່າ ແມ່ຍິງທີ່ດື່ມເຄື່ອງດື່ມອັດລົມທີ່ມີນ້ຳຕານສູງຢ່າງໜ້ອຍ 1 ກະປ໋ອງຕໍ່ມື້ ມີແນວໂນ້ມທີ່ຈະເປັນມະເຮັງໃນຊ່ອງປາກ ຫຼາຍກວ່າຜູ້ທີ່ຫຼີກຫຼ່ຽງເຄື່ອງດື່ມດັ່ງກ່າວປະມານ 5 ເທົ່າ   ໃຜເປັນກຸ່ມສ່ຽງມະເຮັງໃນຊ່ອງປາກ?   ໂດຍທົ່ວໄປແລ້ວ ມະເຮັງໃນຊ່ອງປາກມັກເກີດຂຶ້ນກັບຜູ້ຊາຍສູງອາຍຸທີ່ສູບຢາ ແລະ ດື່ມແອລກໍຮອນເປັນປະຈຳ   ອາການທົ່ວໄປຂອງມະເຮັງໃນຊ່ອງປາກ ຈະເຮັດໃຫ້ເກີດພາດແຜເຈັບປວດບໍລິເວນຂອບປາກ ຫຼື ເຫງືອກ ແລະ ສາມາດແຜ່ກະຈາຍລົງໄປຍັງຄໍຫາກບໍ່ໄດ້ຮັບການຮັກສາ   ຂໍ້ມູນຈາກສະຖາບັນມະເຮັງແຫ່ງຊາດປະເທດໄທຊີ້ວ່າ ກວ່າ 90% ຂອງຜູ້ປ່ວຍມະເຮັງໃນຊ່ອງປາກເປັນຜູ້ທີ່ສູບຢາ ດື່ມເຫຼົ້າ ໂດຍຜູ້ທີ່ສູບຢາ ແລະ ດື່ມເຫຼົ້າ ຈະມີໂອກາດເປັນມະເຮັງຫຼາຍກວ່າຜູ້ທີ່ບໍ່ສູບຢາ ແລະ ດື່ມເຫຼົ້າ 15 ເທົ່າ   ແຕ່ປັດຈຸບັນມີປັດໄຈກະຕຸ້ນໂຕໃໝ່ ໂດຍຕາມລາຍງານຂອງ United Press International ສຳນັກຂ່າວຈາກສະຫະລັດລ່າສຸດຊີ້ວ່າ […]

ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ

ວັດຖຸລຶກລັບເທິງທ້ອງຟ້າ UFO ເປັນປະເດັນຄວາມໝັ້ນຄົງລະດັບຊາດໃນຫຼາຍປະເທດມະຫາອຳນາດ ລວມທັງຍີ່ປຸ່ນ ທີ່ມີການຮຽກຮ້ອງໃຫ້ລັດຖະບານຈັດຕັ້ງຫົວໜ່ວຍສືບສວນເພື່ອຮັບມືກັບວັດຖຸລຶກລັບເທິງທ້ອງຟ້າຂຶ້ນມາ   ຊຶ່ງຖ້າຄຳຮ້ອງນີ້ຖືກພິຈາລະນາ ແລະ ເກີດຂຶ້ນແທ້ ຍີ່ປຸ່ນຈະກາຍເປັນປະເທດທຳອິດຂອງໂລກທີ່ມີຫົວໜ່ວຍສືບສວນວັດຖຸລຶກລັບຢ່າງເປັນທາງການ   UAP ແລະ UFO ແມ່ນຫຍັງ?   ເຖິງວ່າຄົນໃນສັງຄົມຈຳນວນຫນຶ່ງຈະນິຍົມເອີ້ນ ປະກົດການທີ່ພົບເຫັນວັດຖຸລຶກລັບເທິງທ້ອງຟ້າວ່າ ຢູເອຟໂອ (UFO – Unidentified Flying Object)   ແຕ່ຊື່ທີ່ເປັນທາງການ ແລະ ໃຊ້ໃນການລະບຸໃນເຊີງຄວາມໝັ້ນຄົງຈະນິຍົມເອີ້ນວ່າ ຢູເອພີ (UAP – Unidentified Aerial Phenomena)   ຊຶ່ງເປັນປະກົດການທາງອາກາດທີ່ຍັງບໍ່ສາມາດອະທິບາຍໄດ້ວ່າເປັນສິ່ງໃດ ມີຈາກປະເທດ ຫຼື ຕົວແທນຂອງໃຜ   ທາງການສະຫະລັດລະບຸລາຍງານວ່າໃນປີ 2024 ທີ່ຜ່ານມາ ມີລາຍງານການກວດພົບ UAP ກວ່າ 510 ລາຍການ ຊຶ່ງຫຼາຍກວ່າທີ່ກວດພົບໄດ້ໃນປີ 2021 ເຖິງ 3 ເທົ່າ ແລະ ອົງການບໍລິຫານການບິນແຫ່ງຊາດ […]

ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ

ສະຕາບັກສ໌ເກົາຫຼີໃຕ້ປະກາດຄວາມເປັນກາງໃນການເລືອກຕັ້ງ ໂດຍເວລາທີ່ເອີ້ນຊື່ລູກຄ້າມາຮັບກາແຟ ຈະບໍ່ເອີ້ນຊື່ລູກຄ້າທີ່ຄືກັນກັບຊື່ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ທັງ 6 ຄົນ   ທາງບໍລິສັດລະບຸວ່າ ອອກກົດນີ້ເພື່ອຄວາມເປັນກາງທາງການເມືອງໃນຊ່ວງຫາສຽງເລືອກຕັ້ງ ແລະ ກົດນີ້ຈະຖືກຍົກເລີກໄປຫຼັງເລືອກຕັ້ງໃນວັນທີ່ 3 ມິຖຸນາ       ຕາມປົກກະຕິແລ້ວບຸກຄົນຜູ້ມີຊື່ສຽງ ຫຼື ຮ້ານຄ້າຂອງເກົາຫຼີໃຕ້ຈະເປັນກາງເລື່ອງການເມືອງຢູ່ແລ້ວ ແຕ່ເລື່ອງການເມືອງໃນເກົາຫຼີໃຕ້ກຳລັງເປັນປະເດັນທີ່ຫຼາຍຄົນໃຫ້ຄວາມສົນໃຈໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ   ຫຼັງອະດີດປະທານາທິບໍດີຢຸນ ຊັອກ ຢອນ ເຮັດໃຫ້ຄົນໃນສັງຄົມແຕກແຍກອອກເປັນສອງກຸ່ມ   ເຮັດໃຫ້ເລື່ອງທຳມະດາທີ່ສຸດ ເຊັ່ນການເອີ້ນຊື່ລູກຄ້າມາຮັບກາແຟກໍອາດຖືກໂຍງໃຫ້ເປັນເລື່ອງການເມືອງໄດ້ ຊຶ່ງຖືເປັນບົດຮຽນທີ່ສະຕາບັກສ໌ໄດ້ຮຽນຮູ້ມາ   ໃນຊ່ວງບໍ່ເທົ່າໃກເດືອນທີ່ຜ່ານມາ ພົບວ່າມີລູກຄ້າທີ່ສັ່ງເຄື່ອງດື່ມຜ່ານແອັບເພີ່ມຂຶ້ນເລື່ອຍໆ ແລະ ພິມຊື່ເລ່ນທີ່ເປັນການໂຈມຕີຝ່າຍຕ້ານທາງການເມືອງ ເຊັ່ນ:   “ຈັບກຸມຢຸນ ຊັອກ ຢອນ” ຫຼື “(ຫົວໜ້າຝ່າຍຄ້ານ) ອີ ແຈມ ຢັອງ ເປັນສາຍລັບ” ເມື່ອບາຣິສຕາເຮັດກາແຟແລ້ວ ພວກເຂົາກໍບໍ່ມີທາງເລືອກ ແລະ ຕ້ອງຂານເອີ້ນຊື່ລູກຄ້າແບບນັ້ນອອກໄປ   ສະຕາບັກສ໌ລະບຸວ່າ ເປົ້າໝາຍຂອງເຮົາຄືການເຮັດໃຫ້ລູກຄ້າທຸກຄົນໄດ້ຮັບປະສົບການທີ່ດີໃນຮ້ານກາແຟຂອງເຮົາ ແລະ ເພື່ອຊ່ວຍໃນເລື່ອງນີ້   ເຮົາຈຶ່ງ […]

ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ

ລັດຖະບານສະຫະລັດ ພາຍໃຕ້ປະທານາທິບໍດີໂດນາເດີ ທຣຳ ຖອນສິດຂອງມະຫາວິທະຍາໄລຮາວາດໃນການຮັບນັກສຶກສາຕ່າງປະເທດຢ່າງເປັນທາງການ   ໂດຍກະຊວງຄວາມໝັ້ນຄົງແຫ່ງມາຕຸພູມິ (DHS) ລະບຸວ່າ “ຮາວາດຈະບໍ່ສາມາດຮັບນັກສຶກສາຕ່າງປະເທດລາຍໃໝ່ໄດ້ອີກ ແລະ ນັກສຶກສາຕ່າງປະເທດທີ່ມີຢູ່ຕ້ອງຫາທາງໂອນຍ້າຍອອກ ຫຼື ບໍ່ກໍສູນເສຍສະຖານະທາງກົດໝາຍໃນສະຫະລັດ”   ນະໂຍບາຍນີ້ມາຈາກຄຳສັ່ງຂອງ ຄິຣດຕີ ໂນເອັມ ລັດຖະມົນຕີວ່າການກະຊວງຄວາມໝັ້ນຄົງແຫ່ງມາຕຸພູມິ ຊຶ່ງກ່າວຫາຮາວາດວ່າບໍ່ຍອມສົ່ງມອບບັນທຶກພຶດຕິກຳຂອງນັກສຶກສາຕ່າງປະເທດທີ່ລັດຖະບານຮ້ອງຂໍເມື່ອເດືອນທີ່ແລ້ວ   ໂດຍໃຫ້ເຫດຜົນວ່າ ຮາວາດ “ມີບັນຍາກາດທີ່ບໍ່ປອດໄພສຳລັບນັກຮຽນຊາວຢິວ ສະໜັບສະໜູນແນວຄິດນິຍົມຮາມາດ ແລະ ຍັງຄົງໃຊ້ນະໂຍບາຍຄວາມຫຼາກຫຼາຍທີ່ຫຍຽດເຊື້ອຊາດ”   ການຖອນສິດນີ້ໝາຍເຖິງການຢຸດຕິການຮັບນັກຮຽນຕ່າງປະເທດ ລວມທັງການຄຸ້ມຄອງທາງກົດໝາຍຜ່ານໂຄງການ SEVP ຫຼື ໂຄງການນັກສຶກສາຜູ້ຍ້ຽມຊົມ ແລະ ໂຄງການແລກປ່ຽນ (Student and Exchange Visitor Program)   ຊຶ່ງອາດກະທົບເຖິງນັກສຶກສາຕ່າງຊາດປະມານ 27.2% ຂອງນັກສຶກສາຮາວາດທັງໝົດໃນປີການສຶກສາ 2024–2025 ຫຼື ກວ່າ 6,700 ຄົນ   ກ່ອນໜ້ານີ້ ຮາວາດ ແລະ ລັດຖະບານທຣຳມີຂໍ້ພິພາດເຮື້ອຣັງເລື່ອງນະໂຍບາຍຄວາມຫຼາກຫຼາຍ ການຄັດເລືອກບຸກຄະລາກອນ ການສະແດງອອກທາງການເມືອງຂອງນັກຮຽນກ່ຽວກັບສົງຄາມອິສຣາເອນ–ຮາມາດ […]

ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ “ຖອດປັ່ກ” ເມື່ອບໍ່ໃຊ້ງານ

 5 ອຸປະກອນທີ່ຄວນ “ຖອດປັ່ກ” ເມື່ອບໍ່ໃຊ້ງານຢັບຢັ້ງບິນຄ່າໄຟພຸ່ງສູງ!   ຫຼາຍຄອບຄົວເຈີກັບຄ່າໄຟທີ່ຂ້ອນຂ້າງສູງ ໂດຍສະເພາະເມື່ອມີການໃຊ້ງານເຄື່ອງປັບອາກາດ ແລະ ພັດລົມຢ່າງຕໍ່ເນື່ອງໃນແຕ່ລະວັນ ຢ່າງໃດກໍຕາມ ຍັງມີອີກຫນຶ່ງສາເຫດທີ່ເຮັດໃຫ້ຄ່າໄຟບ້ານເຈົ້າສູງໂດຍບໍ່ຮູ້ຕົວ ນັ້ນຄື “ການສຽບປັ່ກອຸປະກອນໄຟຟ້າໄວ້ແມ້ເຖິງວ່າບໍ່ໄດ້ໃຊ້ງານ”   ຕາມລາຍງານຈາກເວັບໄຊ ຂ່າວ VTC News ຈາກທາງຝັ່ງຫວຽດນາມ ໄດ້ແຊຣ໌ເຄັດລັບທີ່ອ້າງອີງຈາກຜູ້ຊ່ຽວຊານ ເຕືອນວ່າມີອຸປະກອນໄຟຟ້າບາງຊະນິດທີ່ແມ້ຈະບໍ່ເປີດໃຊ້ງານ   ແຕ່ກໍຍັງຄົງດຶງກະແສໄຟຟ້າຢູ່ ດັ່ງນັ້ນ ຫາກຕ້ອງການປະຫຍັດຄ່າໄຟ ຄວນຫມັ່ນກວດ ແລະ ຖອດປັ່ກອຸປະກອນເຫຼົ່ານີ້ເມື່ອບໍ່ໄດ້ໃຊ້ງານ   ເຄື່ອງເຮັດນ້ຳອຸ່ນ   ເຄື່ອງເຮັດນ້ຳອຸ່ນເຖິງວ່າຈະມີລະບົບຮັກສາອຸນຫະພູມ ແຕ່ຫາກສຽບປັ່ກໄຟໄວ້ຕະຫຼອດເວລາ ຈະມີການເຮັດຄວາມຮ້ອນອັດຕະໂນມັດເມື່ອອຸນຫະພູມນ້ຳຫຼຸດຕ່ຳລົງ   ສົ່ງຜົນໃຫ້ເປືອງພະລັງງານໂດຍບໍ່ຈຳເປັນ ຕົວຢ່າງເຊັ່ນ ເຄື່ອງເຮັດນ້ຳອຸ່ນຂະໜາດ 2,000 ວັດ ຫາກເຮັດວຽກອັດຕະໂນມັດ 3-4 ຄັ້ງຕໍ່ວັນ ຄັ້ງລະ 30 ນາທີ ຈະໃຊ້ໄຟຟ້າສູງເຖິງ 3-4 ຫົວໜ່ວຍຕໍ່ວັນ ຄິດເປັນຄ່າໃຊ້ຈ່າຍທີ່ບໍ່ນ້ອຍເລີຍຕໍ່ເດືອນ   ດັ່ງນັ້ນ ຖອດປັ່ກໄຟ ຫຼື ເອົາສະວິດລົງຫຼັງໃຊ້ງານແລ້ວທຸກຄັ້ງ […]

ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ

ເມື່ອບໍ່ດົນມານີ້ ພາສີ-ອາກອນຄຸນຫມິງ ແລະ ພາສີ-ອາກອນເມືອງຫນານຫນິງ ໄດ້ກວດພົບສານແຄດເມຍມ (Cadmium) (ສານກໍ່ໃຫ້ເກີດມະເຮັງ) ເກີນຄ່າມາດຕະຖານໃນໝາກຖົ່ວລຽນ ແລະ ໝາກມິີ້ ນຳເຂົ້າຈາກຫວຽດນາມອີກຄັ້ງ     ຊຶ່ງປັນຫານີ້ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງບໍ່ໄດ້ຮັບການແກ້ໄຂຢ່າງເໝາະສົມ ຈີນແລະຫວຽດນາມໄດ້ຈັດທຳພິທີສານໃນການໃຊ້ມາດຕະການກວດທີ່ເຂັ້ມງວດຂຶ້ນ   ສຳລັບການນຳເຂົ້າໝາກຖົ່ວລຽນ ແລະ ໝາກມີ້ ຈາກຫວຽດນາມທຸກລັອດ ລະຫວ່າງວັນທີ່ 1 ທັນວາ 2024ເຖິງ 1 ມິຖຸນາ 2025 ເພື່ອຄວາມປອດໄພຂອງອາຫານ   ມາດຕະການດັ່ງກ່າວ ກຳນົດໃຫ້ໝາກຖົ່ວລຽນ ແລະ ໝາກມີ້ ຈາກຫວຽດນາມຕ້ອງຜ່ານການທົດລອງໃນຫ້ອງປະຕິບັດການທີ່ໄດ້ຮັບອະນຸມັດ     ໂດຍຜະລິດຕະພັນທີ່ຜ່ານການທົດລອງ ແລະ ຕົງຕາມມາດຕະຖານທີ່ກຳນົດເທົ່ານັ້ນທີ່ຈະໄດ້ຮັບອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຈີນ ແລະ ຕ້ອງຕິດຄັດຜົນການທົດລອງດ້ວຍ   ທັງນີ້ ພາສີ-ອາກອນຈີນຈະມີການດຳເນີນການກວດການນຳເຂົ້າຢ່າງເຄັ່ງຄັດ ດັ່ງນີ້:   ຈະກວດໝາກຖົ່ວລຽນ ແລະ ໝາກມີ້ ນຳເຂົ້າທຸກລັອດ ເພີ່ມຄວາມເຂັ້ມງວດໃນການກວດປະເມີນ ນະ ສະຖານທີ່ […]

ຝົນຕົກໜັກທີ່ເມືອງກຸ້ຍໂຈວ ເຮັດໃຫ້ເກີດດິນເຈື່ອນ ເສຍຊີວິດ 2 ຄົນ ສູນຫາຍອີກ 19 ຄົນ ທະຫານລະດົມກຳລັງຄົ້ນຫາ

ເກີດເຫດດິນເຈື່ອນຄັ້ງໃຫຍ່ໃນແຂວງກຸ້ຍໂຈວທາງຕະວັນຕົກສຽງໃຕ້ຂອງຈີນ ຫຼັງຝົນຕົກໜັກຕໍ່ເນື່ອງ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 2 ຄົນ ແລະ ຍັງສູນຫາຍອີກ 19 ຄົນ ຂະນະເຈົ້າໜ້າທີ່ເລັ່ງລະດົມກຳລັງຊ່ວຍເຫຼືອຢ່າງຕໍ່ເນື່ອງ     ສຳນັກຂ່າວ CCTV ຂອງຈີນລາຍງານວ່າ ຜູ້ເສຍຊີວິດ 2 ສົບຖືກພົບໃນເມືອງຈາງຈື້ ສ່ວນຜູ້ສູນຫາຍ 19 ຄົນມາຈາກ 8 ຄອບຄົວໃນໝູ່ບ້ານຊິງຢາງທີ່ຢູ່ເຂດໃກ້ຄຽງ ຊຶ່ງຖືກດິນເຈື່ອນທັບເຮືອນຊານຢ່າງຮຸນແຮງ   ທາງການຈີນໄດ້ປະກາດເຕືອນໄພດິນເຈື່ອນ ແລະ ໄພພິບັດທາງທະລະນີວິທະຍາໃນພື້ນທີ່ອ້ອມຮອບ ພ້ອມທັ້ງຍົກລະດັບການຕອບສະໜອງເຫດສຸກເສີນເປັນລະດັບ 3 ຈາກທັງໝົດ 4 ລະດັບ ໃນແຂວງກຸ້ຍໂຈວ ແລະ ແຂວງໃກ້ຄຽງ ໄດ້ແກ່ ຮູຫນານ ແລະ ຈຽງຊີ   ຂະນະນີ້ມີເຈົ້າໜ້າທີ່ກູ້ໄພກວ່າ 400 ຄົນ ລວມທັງທະຫານ ແລະ ນັກດັບເພີງ ຖືກສົ່ງເຂົ້າໄປໃນພື້ນທີ່ເພື່ອຄົ້ນຫາ ແລະ ຊ່ວຍເຫຼືອຜູ້ປະສົບໄພຢ່າງເລັ່ງດ່ວນ   ໃນຊ່ວງອາທິດທີ່ຜ່ານມາ ແຂວງກວາງຕຸ້ງ ແລະ ເຂດປົກຄອງຕົນເອງກວ່າງຊີ […]