“ນ້ຳແຫ່ງຄວາມສຸກ” ຊ່ວຍຊີວິດໄດ້? ໝໍສຸກເສີນເປີດເຜີຍ 3 ປະໂຫຍດລັບ ແຕ່ບໍ່ແມ່ນທຸກຄົນຈະດື່ມໄດ້

“ນ້ຳແຫ່ງຄວາມສຸກ” ຊ່ວຍຊີວິດໄດ້ແທ້ຫຼືບໍ? ແພດສຸກເສີນເຜີຍ 3 ປະໂຫຍດລັບ ທີ່ຫຼາຍຄົນບໍ່ຮູ້ ແຕ່ບໍ່ແມ່ນທຸກຄົນຈະດື່ມໄດ້   “ໂຄລ່າ” ຫຼືທີ່ຫຼາຍຄົນເອີ້ນວ່າ “ນ້ຳແຫ່ງຄວາມສຸກ” ບໍ່ໄດ້ມີດີພຽງແຕ່ລົດຫວານຊ່າ ແລະ ຄວາມສົດຊື່ນທີ່ຊ່ວຍໃຫ້ອາລົມດີເທົ່ານັ້ນ ແຕ່ຮູ້ຫຼືບໍ່ວ່າ ເຄື່ອງດື່ມທຳມະດານີ້ກັບມີບົດບາດພິເສດໃນການຊ່ວຍຊີວິດຊົ່ວຄາວໃນຫ້ອງສຸກເສີນ   ນພ.ອົງ ຈື່ຮວາ ແພດສຸກເສີນ ຊາວໄຕ້ຫວັນ ເຜີຍວ່າ ໂຄລ່າສາມາດຊ່ວຍໃນການຮັກສາໄດ້ແທ້ໃນບາງກໍລະນີທາງການແພດ ແຕ່ຢ້ຳຊັດວ່າ “ນີ້ບໍ່ແມ່ນຢາໝໍຊາວບ້ານ ແລະ ບໍ່ແມ່ນທຸກຄົນຈະໃຊ້ໄດ້ຜົນຄືກັນ”     ເປັນຫຍັງແຜນກສຸກເສີນຈຶ່ງໃຊ້ “ນ້ຳແຫ່ງຄວາມສຸກ”?   ໝໍເຜີຍມີເຫດຜົນທາງວິທະຍາສາດຮອງຮັບ ນພ.ອົງ ຈື່ຮວາ ລະບຸວ່າ ໂຄລ່າມີຄຸນສົມບັດພິເສດ 3 ຢ່າງ ທີ່ຊ່ວຍໃນການຮັກສາຜູ້ປ່ວຍບາງກໍລະນີໄດ້ແທ້ໃນຫ້ອງສຸກເສີນ ແຕ່ຢ່າດື່ມສຸ່ມສີ່ສຸ່ມຫ້າ ເພາະບໍ່ແມ່ນທຸກສະຖານະການຈະເໝາະ   ຊ່ວຍຊີວິດຈາກພາວະນ້ຳຕານຕ່ຳ   ● ນ້ຳຕານສູງ: ມີທັງກລູໂຄສແລະຟຣຸກໂຕສ ຊ່ວຍເພີ່ມພະລັງງານໄດ້ວ່ອງໄວ ເໝາະຢ່າງຍິ່ງສຳລັບຜູ້ປ່ວຍທີ່ມີພາວະນ້ຳຕານໃນເລືອດຕ່ຳ   ຜູ້ປ່ວຍເບົາຫວານທີ່ມີອາການນ້ຳຕານຕ່ຳຈຳເປັນຕ້ອງໄດ້ຮັບນ້ຳຕານທັນທີ ຊຶ່ງໂຄລ່າຊະນິດມີນ້ຳຕານຈະຊ່ວຍໄດ້ດີກວ່ານ້ຳປ່າຫຼືເຄື່ອງດື່ມທີ່ບໍ່ມີນ້ຳຕານ ໃນຫ້ອງສຸກເສີນ ແພດຢ໌ບາງຄັ້ງໃຊ້ນ້ຳອັດລົມປະເພດນີ້ເປັນການຊ່ວຍເຫຼືອເບື້ອງຕົ້ນໃນພາວະສຸກເສີນ […]

ໝໍປາຍ ເປີດດວງ7ວັນເກີດ ຫຼັງດາວຕຣີເທບເຄື່ອນໜັກ ຄົນເກີດວັນໃດດີ-ເກີດວັນໃດລະວັງ

ໝໍປາຍ ເປີດດວງຊາຕາ7ວັນເກີດ ຫຼັງດາວຕຣີເທບເຄື່ອນໜັກເດືອນນີ້ ຄົນເກີດວັນໃດດີ ທັງໂຊກລາບ ການງານ ຄົນເກີດວັນໃດລະວັງ   ເດືອນນີ້ດາວຍ້າຍໃຫຍ່ ໝໍປາຍ ພຣາຍກະຊິບ ທຳນາຍດວງຊາຕາດວງຄົນເກີດ 7 ວັນ “ດາວຕຣີເທບພາເຫຼດເຄື່ອນ ຜົນກະທົບຕໍ່ຄົນຕາມວັນເກີດ ໝໍປາຍທຳນາຍຈັດເຕັມ”    “ເລື່ອງຣາຫູຍ້າຍຕ້ອງລະວັງຫຼາຍໆ ເພາະຣາຫູມີພະລັງຄວາມມືດ ຖ້າຄົນເຮັດທຸລະກິດສີດຳລ້ວນແລ້ວບໍ່ເຮັດບຸນເລີຍມີສິດຊີວິດຕົກຕ່ຳ ຄົນເຮັດບຸນຫຼາຍໆ ແຕ່ບໍ່ເຮັດທານຫຼືເຮັດອັນໃດເສີມ ກໍຈະຈະຂຶ້ນໆລົງໆ”   “ຣາຫູມີອິດທິພົນກັບຊີວິດມະນຸດຊ່ວງປະມານ10ກວ່າປີນີ້ ຈະດີກັບຄົນເຮັດທຸລະກິດກ່ຽວກັບເທັກໂນໂລຢີ ສື່ອອນລາຍ ອັນໃດທີ່ເຮົາບໍ່ຕ້ອງປະເຊີນໜ້າໂດຍກົງ ຈະປະສົບຄວາມສຳເລັດຫາເງິນໄດ້ຫຼາຍ”   ໝໍປາຍ ທຳນາຍດວງຊາຕາສຳລັບດວງທັງ7ວັນເກີດ ດັ່ງນີ້   ຄົນເກີດວັນຈັນ   ຕ້ອງໄຫວ້ຣາຫູໜັກໆ ບໍ່ຈຳເປັນຕ້ອງໄຫວ້ສະເພາະ ວັນທີ5 ພຶດສະພາ ທີ່ຮັບທ່ານເຂົ້າມາເທົ່ານັ້ນ ສາມາດໄຫວ້ໄດ້ທຸກເດືອນທີ່ເປັນວັນຂ້າງແຮມ ຂໍພອນໃຫ້ຊ່ວຍປັດເປົ່າສິ່ງບໍ່ດີ ເພາະຈະໂດນສຸຂະພາບ ກ່ຽວກັບນ້ຳ ຕົວບວມ ເປັນໂຣກກະເພາະ ກົດໄຫຼຍ້ອນ ການຜ່າຕັດສັນຍະກຳບໍ່ປະສົບຄວາມສຳເລັດເທົ່າໃດ ຕ້ອງລະວັງ   ຄົນເກີດວັນອັງຄານ   ຈະມີຣິດສູ້ກັບຣາຫູໄດ້ […]

ນັກວິໄຈສະຫະລັດພັດທະນາແອັບ ໃຊ້ AI ກວດໂລຫິດຈາງຈາກຮູບພາບແລັບ ບໍ່ຕ້ອງເຈາະເລືອດ

ການສຶກສາໃໝ່ທີ່ເຜີຍແຜ່ໃນວາລະສານວິຊາການພີເອັນເອເອສ (PNAS) ເມື່ອວັນອັງຄານ (13ພຶດສະພາ) ເປີດເຜີຍວ່ານັກວິໄຈໃນສະຫະລັດຯ ພັດທະນາແອັບພລິເຄຊັນເທິງສະມາດໂຟນທີ່ເສີມດ້ວຍປັນຍາປະດິດ (AI) ຊຶ່ງສາມາດປະເມີນລະດັບຮີໂມໂກລບິນໃນເລືອດຫຼືໂປຣຕີນທີ່ຢູ່ໃນເຊວເມັດເລືອດແດງ ແລະ ຄັດກອງພາວະໂລຫິດຈາງຈາກຮູບຖ່າຍເລັບຂອງຜູ້ໃຊ້ງານ ໂດຍບໍ່ຕ້ອງເຈາະເລືອດ   ການສຶກສາພົບວ່າແອັບພລິເຄຊັນນີ້ມີຄວາມແມ່ນຢຳສູງເມື່ອທຽບກັບຜົນການກວດຄວາມສົມບູນຂອງເມັດເລືອດ (complete blood count) ທີ່ມີລາຍງານຈາກຜູ້ໃຊ້ງານ 9,061 ຄົນ   ໂດຍການໃຊ້ງານແອັບພລິເຄຊັນກວ່າ 1.4 ລ້ານຄັ້ງຍັງຊ່ວຍໃຫ້ສາມາດສ້າງແຜນທີ່ຄວາມຊຸກໂຣກໂລຫິດຈາງແບບເຣຍໄທມ໌ທົ່ວສະຫະລັດຯ ໄດ້ອີກດ້ວຍ   ທີມນັກວິໄຈລະບຸວ່າຄວາມສາມາດໃນການກວດຄັດກອງແບບທີ່ບໍ່ຕ້ອງເຈາະເລືອດແລະເຂົ້າເຖິງໄດ້ງ່າຍ ສົ່ງຜົນໃຫ້ແອັບພລິເຄຊັນນີ້ເປັນທາງເລືອກທີ່ມີສັກກະຍະພາບໃນການກວດຄັດກອງແລະຕິດຕາມພາວະໂລຫິດຈາງໃນວົງກວ້າງ ໂດຍສະເພາະໃນພື້ນທີ່ທີ່ມີຊັບພະຍາກອນຈຳກັດ   ທັງນີ້, ທີມນັກວິໄຈຍັງເນັ້ນເຖິງສັກກະຍະພາບຂອງແອັບພລິເຄຊັນໃນການຕິດຕາມສຸຂະພາບສະເພາະບຸກຄົນ ຊຶ່ງຈະຊ່ວຍໃຫ້ຜູ້ປ່ວຍທີ່ມີພາວະໂລຫິດຈາງສາມາດກວດສອບລະດັບຮີໂມໂກລບິນຂອງຕົນເອງໄດ້

“ຂີປະນາວຸດເກົາຫຼີເໜືອ” ເຄື່ອງມືຕໍ່ລອງນານາຊາດ? ແລະ ການຜູກສຳພັນກັບຣັດເຊຍ

ເມື່ອເວົ້າເຖິງເກົາຫຼີເໜືອ ແນ່ນອນວ່າ ພວກເຮົາຕ້ອງຄິດເຖິງ “ຂີປະນາວຸດ” ຊຶ່ງຕະຫຼອດໄລຍະເວລາທີ່ຜ່ານມາ ກໍຄົງເຄີຍເຫັນພາບການທົດສອບຂີປະນາວຸດຊະນິດຕ່າງໆ ຈາກປະເທດນີ້ ຈົນເອີ້ນໄດ້ວ່າ ເກືອບວ່າຈະເປັນເລື່ອງປົກກະຕິຂອງທີ່ນີ້   ເຖິງແມ່ນວ່າຈະຖືກນານາຊາດຄວ່ຳບາດ ແຕ່ “ຄິມ ຈອງອຶນ” ຜູ້ນຳສູງສຸດເກົາຫຼີເໜືອ ກໍປະກາດມຸ່ງໝັ້ນຈະພັດທະນາໂຄງການນິວເຄຼຍຍ່າງຕໍ່ເນື່ອງ ເພື່ອໃຫ້ປະເທດໄດ້ຂຶ້ນເປັນ “ມະຫາອຳນາດນິວເຄລຍ”   ເກົາຫຼີເໜືອທົດສອບຂີປະນາວຸດຄັ້ງທີ 4 ໃນປີ 2025   ຫຼ້າສຸດ ເມື່ອວັນທີ 8 ພຶດສະພາ ເກົາຫຼີເໜືອເພິ່ງໄດ້ທົດສອບຂີປະນາວຸດຍຸດທະວິທີພິໄສໃກ້ ຮວາຊອງ-11 ແລະ ປືນໃຫຍ່ພິໄສໄກ ເພື່ອກຽມຄວາມພ້ອມທາງທະຫານໃຫ້ເຂັ້ມງວດຍິ່ງຂຶ້ນ ແລະ ຢ້ຳເຖິງຄວາມຈຳເປັນໃນການຂະຫຍາຍບົດບາດຂອງກອງກຳລັງນິວເຄລຍທັງໃນສະຖານະການຍັບຍັ້ງ ແລະ ການຕໍ່ສູ້   ການທົດສອບຄັ້ງນີ້ ນັບໄດ້ວ່າ ເປັນການທົດສອບຄັ້ງທີ 4 ຂອງປີ 2025 ຫຼັງຈາກຍິງທົດສອບຄັ້ງທຳອິດ ເມື່ອຕົ້ນເດືອນມັງກອນທີ່ຜ່ານມາ ໂດຍຫຼາຍຝ່າຍມອງວ່າ ການຍິງທົດສອບຂີປະນາວຸດ ອາດເປັນການທົດສອບ ເພື່ອສົ່ງອາວຸດອອກໄປຍັງຣັດເຊຍ ເນື່ອງຈາກຕອນນີ້ ເກົາຫຼີເໜືອກໍໄດ້ເຂົ້າມາມີບົດບາດບົນຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ຢູເຄຣນແລ້ວ   […]

ແຈ້ງການມອດໄຟ ວັນທີ 15-17 ພຶດສະພາ 2025 ບາງເຂດ ເມືອງໄຊທານີ, ເມືອງຫາດຊາຍຟອງ

ແຈ້ງການມອດໄຟ ວັນທີ 15-17 ພຶດສະພາ 2025 ບາງເຂດ ເມືອງໄຊທານີ, ເມືອງຫາດຊາຍຟອງ  ລາຍລະອຽດດັ່ງລຸ່ມນີ້:             ທີ່ມາ: EDL LAOS ລັດວິສາຫະກິດໄຟຟ້າລາວ ສາຂານະຄອນຫລວງ2

ຢຶດໄດ້ອີກແລ້ວຢາບ້າ 50 ເປົາ ປອມປ້າຍ “ລົດລັດ” ບັງໜ້າແຕ່ປ້າຍຫຼັງເປັນ “ປ້າຍເຫຼືອງ” ເຈົ້າໜ້າທີ່ໄລ່ຈັບຢ່າງດຸເດືອດ.

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ບໍ່ແກ້ວ ລາຍງານວ່າ: ວັນທີ 10 ພຶດສະພາ 2025, ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ ປ້າຍທະບຽນສີຟ້າ ກກ 0399 ບໍ່ເເກ້ວ   ຂັບຂີ່ມາແຕ່ທາງເມືອງຕົ້ນເຜິ້ງ ໄດ້ຜ່ານຈຸດກວດການໍ້າເກິ່ງ ຈະມຸ້ງໜ້າໄປເມືອງຫ້ວຍຊາຍ ແຕ່ເຈົ້າໜ້າທີ່ແມ່ນບໍ່ໄດ້ລັດ, ພໍລົດຄັນດັ່ງກ່າວຜ່ານຈຸດກວດກາໄປ ທາງເຈົ້າໜ້າທີ່ຈຶ່ງສັງເກດເຫັນປ້າຍທາງຫຼັງລົດແມ່ນຜິດປົກກະຕິຄື: ທາງດ້ານໜ້າແມ່ນຕິດປ້າຍລັດ ທະບຽນສີຟ້າ ກກ 0399 ບໍ່ເເກ້ວ ແຕ່ທາງດ້ານຫຼັງແມ່ນຕິດປ້າຍເຫຼືອງ ທະບຽນ ກກ 8220 ໄຊຍະບູລີ. ເມື່ອເຫັນແນວນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດຕິດຕາມໄປ ຈົນຮອດເຂດປ່າຊ້າບ້ານ ນໍ້າຍອນ ເມືອງຫ້ວຍຊາຍ ຈຶ່ງເຫັນລົດຟໍຈຸນເນີຄັນດັ່ງກ່າວ ແລະ ລົດກະບະລີໂວ ສີຂາວ ບໍ່ຈື່ປ້າຍທະບຽນ ຈອດຢູ່ແຄມທາງ ພ້ອມທັງມີຄົນ ປະມານ 2-3 ຄົນ […]

“ໂຕໂຢຕ້າ” ເຈີພາສີທຣຳ ເຮັດກຳໄລຫາຍ 1,200 ລ້ານໂດລາ

ໃນການປະເມີນຜົນກະທົບຈາກມາດຕະການພາສີຂອງປະທານາທິບໍດີ ໂດນັລ ທຣຳ ແຫ່ງສະຫະລັດອາເມຣິກາ, ບໍລິສັດໂຕໂຢຕ້າ ມໍເຕີ ເປີດເຜີຍວ່າ ໃນຊ່ວງເວລາພຽງ 2 ເດືອນ, ເຮັດໃຫ້ກຳໄລຈາກການດຳເນີນງານຂອງບໍລິສັດຫຼຸດລົງໄປປະມານ 180,000 ລ້ານເຢນ ຫຼື ກວ່າ 1,200 ລ້ານໂດລາສະຫະລັດ   ຍັງລະບຸວ່າ ຜົນກະທົບໃນເດືອນເມສາ ແລະ ພຶດສະພາ ໄດ້ຖືກນຳມາພິຈາລະນາຢ່າງໂດບະມານແລ້ວ ແຕ່ສະຖານະການຍັງມີຄວາມບໍ່ແນ່ນອນສູງຢູ່ ຊຶ່ງຈະສົ່ງຜົນຕໍ່ຜົນປະກອບການທັງປີ.   ບໍລິສັດຄາດການລາຍໄດ້ຈາກການດຳເນີນງານສຳລັບງວດປີທີ່ສິ້ນສຸດວັນທີ 31 ມີນາ 2026 ໄວ້ທີ່ 3 ລ້ານ 8 ແສນລ້ານເຢນ ຊຶ່ງຕ່ຳກວ່າທີ່ນັກວິເຄາະຄາດການໄວ້ທີ່ 4 ລ້ານ 7 ແສນລ້ານເຢນ.   ສ່ວນກຳໄລຈາກການດຳເນີນງານໃນປີງວດປີຫຼ້າສຸດ (ຄືງວດປີສິ້ນສຸດ 31 ມີນາ 2025) ຢູ່ທີ່ 4 ລ້ານ 8 ແສນລ້ານເຢນ, ຕ່ຳກວ່າສະຖິຕິສູງສຸດທີ່ໂຕໂຢຕ້າເຄີຍເຮັດໄດ້ໃນງວດປີ 2024 ຊຶ່ງເຄີຍເຮັດໄດ້ 5 […]

Microsoft ໄລ່ພະນັກງານອອກ 6,000 ຄົນທົ່ວໂລກເຖິງວ່າຈະມີກຳໄລດີ ເນັ້ນຫຼຸດຄົນໄປລົງ AI

ໄມໂຄຣຊອຟທ໌ (Microsoft) ປະກາດປົດພະນັກງານຮອບໃໝ່ໃນປີ 2025 ໂດຍຈະຫຼຸດຈຳນວນພະນັກງານທົ່ວໂລກປະມານ 6,000 ຄົນ ຫຼື ຄິດເປັນ 3% ຂອງຈຳນວນພະນັກງານທັງໝົດ   ແມ່ນວ່າບໍລິສັດຈະຫາກໍລາຍງານຜົນປະກອບການໄຕມາດຫຼ້າສຸດ (ສິ້ນສຸດເດືອນມີນາ) ວ່າມີຍອດຂາຍແລະກຳໄລທີ່ແຂງແຮງເກີນຄາດ ໂດຍມີກຳໄລສຸດທິ 2.58 ໝື່ນລ້ານໂດລາ ແລະ ໄດ້ໃຫ້ແນວໂນ້ມຜົນປະກອບການໃນເຊີງບວກເມື່ອຊ່ວງທ້າຍເດືອນເມສາທີ່ຜ່ານມາເຖິງ ທົ່ວໄປຈະເຊື່ອກັນວ່າການປົດພະນັກງານເປັນສັນຍານຂອງບັນຫາທາງທຸລະກິດ ແຕ່ໃນຄວາມເປັນຈິງ ການຫຼຸດຈຳນວນພະນັກງານສາມາດເກີດຂຶ້ນໄດ້ ໃນຊ່ວງທີ່ບໍລິສັດມີຜົນປະກອບການແຂງແຮງ. ກໍລະນີຂອງໄມໂຄຣຊອຟທ໌ໃນຄັ້ງນີ້ສະທ້ອນຊັດວ່າ “ຄວາມສຳເລັດ” ຂອງອົງກອນບໍ່ໄດ້ຮັບປະກັນ “ຄວາມໝັ້ນຄົງ” ຂອງບຸກຄະລາກອນ. ການເລີກຈ້າງສາມາດເກີດຂຶ້ນໄດ້ທັງຫຼັງການຄວບລວມກິດຈະການ ຫຼື ແມ້ໃນປີທີ່ບໍລິສັດເຮັດກຳໄລສູງສຸດ ແລະ ແມ້ແຕ່ຜົນງານສ່ວນບຸກຄົນທີ່ໂດດເດັ່ນ ກໍບໍ່ອາດປົກປ້ອງພະນັກງານຈາກຄວາມສ່ຽງນີ້ໄດ້ຢ່າງແທ້ຈິງ. ສຳລັບການປົດພະນັກງານຄັ້ງຫຼ້າສຸດ, ໄມໂຄຣຊອຟທ໌ບໍ່ໄດ້ຊີ້ແຈງເຫດຜົນຢ່າງເປັນທາງການ.   ແຕ່ວ່າການລົງທຶນຢ່າງເລັ່ງລັດໃນເຕັກໂນໂລຊີປັນຍາປະດິດ (AI) ຖືກມອງວ່າເປັນປັດໄຈສຳຄັນທີ່ຜັກດັນໃຫ້ເກີດການປັບໂຄງສ້າງພາຍໃນຄັ້ງນີ້.   ໄມໂຄຣຊອຟທ໌ປົດພະນັກງານ 6,000 ຄົນ ເພື່ອ ‘ປັບໂຄງສ້າງ’   ເດືອນມິຖຸນາປີ 2024 ໄມໂຄຣຊອຟທ໌ມີພະນັກງານທົ່ວໂລກຢູ່ປະມານ 228,000 ຄົນ ໂດຍກວ່າ 55% […]

8 ກັບດັກການເງິນທີ່ເຮັດໃຫ້ຫຼາຍຄົນ ພົບເຈີກັບບັນຫາໜີ້ ພ້ອມບອກວິທີແກ້ໄຂ

8 ກັບດັກການເງິນທີ່ເຮັດໃຫ້ຫຼາຍຄົນພົບເຈີກັບບັນຫາໜີ້ ພ້ອມບອກວິທີແກ້ໄຂ   ໃນຍຸກທີ່ເສດຖະກິດຍັງບໍ່ໜ້າໄວ້ວາງໃຈ ແລະ ຄ່າຄອງຊີບສູງຂຶ້ນຢ່າງຕໍ່ເນື່ອງ, ການວາງແຜນການເງິນທີ່ດີຈຶ່ງເປັນເລື່ອງສຳຄັນທີ່ບໍ່ຄວນເບິ່ງຂ້າມ.   ກັບດັກທາງການເງິນທີ່ຫຼາຍຄົນພົບຢູ່ອາດນຳໄປສູ່ບັນຫາໜີ້ສິນ, ການຂາດສະຖຽນລະພາບທາງການເງິນ, ແລະ ຄວາມຄຽດໃນການດຳເນີນຊີວິດ.   ຢ່າງໃດກໍຕາມ, ຫາກເຂົ້າໃຈແລະຮູ້ເທົ່າທັນກັບດັກເຫຼົ່ານີ້ ພ້ອມທັງມີແນວທາງແກ້ໄຂທີ່ຖືກຕ້ອງ, ກໍສາມາດພິກວິກິດໃຫ້ເປັນໂອກາດ ແລະ ສ້າງຮາກຖານທາງການເງິນທີ່ໝັ້ນຄົງສູ່ອິດສະຫຼະພາບທາງການເງິນທີ່ຍືນຍົງໄດ້.   ການຂາດເປົ້າໝາຍທາງການເງິນທີ່ຊັດເຈນ   ຫຼາຍຄົນອາດເຄີຍຮູ້ຄຶກຳລັງບໍ່ມີເປົ້າໝາຍທາງການເງິນທີ່ຊັດເຈນ ຫຼື ອາດຫາເງິນໄປແຕ່ລະວັນ ໂດຍບໍ່ຮູ້ວ່າຕ້ອງການອັນໃດໃນອະນາຄົດ.   ວິທີແກ້ໄຂ:   ຂຽນແຜນທີ່ເປົ້າໝາຍການເງິນ ເລີ່ມຈາກຂຽນເປົ້າໝາຍໄລຍະສັ້ນທີ່ຕ້ອງເຮັດຮີບດ່ວນ ເຊັ່ນ: ການເກັບເງິນເພື່ອສຸກເສີນ ຂຽນເປົ້າໝາຍລົງເທິງເຈ້ຍແລະຕິດໄວ້ໃນບ່ອນທີ່ເບິ່ງເຫັນໄດ້ທຸກມື້ ທົບທວນແລະປັບເປົ້າໝາຍທຸກໆ 3-6 ເດືອນ ແບ່ງເປົ້າໝາຍໃຫຍ່ເປັນເປົ້າໝາຍຍ່ອຍໆທີ່ຈັບຕ້ອງໄດ້   ການປະເມີນຄວາມສ່ຽງຜິດພາດ   ຫຼາຍຄົນມັກປະເມີນຄວາມສ່ຽງຜິດພາດໄປທັງສອງດ້ານ – ບາງຄົນກັງວົນຫຼາຍເກີນໄປຈົນເກັບເງິນໄວ້ແຕ່ໃນບັນຊີອອມຊັບທີ່ໃຫ້ດອກເບ້ຍຕ່ຳ, ໃນຂະນະທີ່ບາງຄົນກ້າສ່ຽງຫຼາຍເກີນໄປຈົນລົງທຶນໃນຊັບສິນສ່ຽງສູງເກີນຄວາມສາມາດໃນການຮັບຄວາມສ່ຽງ.   ວິທີແກ້ໄຂ: ເຮັດແບບປະເມີນຄວາມສ່ຽງທີ່ຍອມຮັບໄດ້ ກະຈາຍການລົງທຶນຕາມຫຼັກ Asset Allocation ສ້າງພອດລົງທຶນທີ່ສົມດຸນ ສຶກສາແລະເຂົ້າໃຈຜະລິດຕະພັນການລົງທຶນ   ການລະເລີຍການເກັບເງິນສຳຮອງເພື່ອສຸກເສີນ […]

ລະວັງກິນຖືກເຫັດເບື່ອ ເສຍຊີວິດແລ້ວ 06 ກໍລະນີ ຢູ່ແຂວງໄຊຍະບູລີ

ລະວັງກິນຖືກເຫັດເບື່ອ ເສຍຊີວິດແລ້ວ 06 ກໍລະນີ ຢູ່ແຂວງໄຊຍະບູລີ   ວັນທີ 13 ພຶດສະພາ 2025, ຫ້ອງການສາລະນະສຸກເມືອງໄຊຍະບູລີ ແຂວງໄຊຍະບູລີອອກແຈ້ງການເຖິງພໍ່ແມ່ປະຊາຊົນພາຍໃນເມືອງໄຊຍະບູລີ ໂດຍໃຫ້ນາຍບ້ານເອົາໃຈໃສ່ປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າກ່ຽວກັບຄວາມອັນຕະລາຍຂອງການ ບໍລິໂພກເຫັດທີ່ສາມາດເກີດຜົນກະທົບຕໍ່ສຸຂະພາບ. ເນື້ອໃນແຈ້ງການລະບຸວ່າ: ເນື່ອງຈາກວ່າໃນປີ 2025 ໄດ້ມີຂໍ້ມູນລາຍງານການເບື່ອເຫັດ ແລະ ເສຍຊີວິດຢູ່ບັນດາເມືອງຕ່າງໆໃນທົ່ວແຂວງ ຈໍານວນທັງຫມົດ 08 ກໍລະນີ, ເສຍຊີວິດ 06 ກໍລະນີ ຢູ່ບ້ານປາກລອງ ເມືອງໄຊສະຖານ 04 ກໍລະນີ ແລະ ບ້ານນາປຸ່ງ ເມືອງຫົງສາ 02 ກໍລະນີ   ເຊີ່ງບຸກຄົນດັ່ງກ່າວໄດ້ພາກັນບໍລິໂພກອາຫານປະເພດເຫັດທີ່ເກີດຢູ່ຕາມທໍາມະຊາດ ພາຍຫຼັງ ປຸງແຕ່ງກິນແລ້ວແຕ່ລະຄົນມີອາການສະແດງອອກເຊັ່ນ: ວີນຫົວ, ປວດຮາກ, ຮາກ, ເຈັບທ້ອງ ແລະ ຖ່າຍເປັນນໍ້າ.   ສະນັ້ນ, ເພື່ອເປັນການເຜີຍແຜ່ຂໍ້ມູນຂ່າວສານດັ່ງກ່າວໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຜົນອັນຕະລາຍຂອງການ ບໍລິໂພກອາຫານຊະນິດເປັນພິດຕໍ່ສຸຂະພາບ (ໂດຍສະເພາະອາຫານປະເພດເຫັດ)   ຫົວໜ້າຫ້ອງການສາທາລະນະສຸກເມືອງ […]