10 ຊັບສິນທີ່ມີອັນດັບມູນຄ່າຕະຫຼາດສູງທີ່ສຸດໃນໂລກ

10 ຊັບສິນທີ່ມີອັນດັບມູນຄ່າຕະຫຼາດສູງທີ່ສຸດໃນໂລກ ເມື່ອຄິດໄລ່ຈາກລາຄາ ວັນທີ 25 ເມສາ 2025 ພົບວ່າ ລາຄາຄຳມີມູນຄ່າສູງສຸດ ໂດຍລາຄາປັບຕົວຂຶ້ນມາເຮັດຈຸດສູງສຸດໃໝ່ ທີ່ລະດັບທົດສອບ 3500 ໂດລາສະຫະລັດ ສ້າງຜົນຕອບແທນສູງກວ່າ 30% ແລະ ໃຫ້ຜົນຕອບແທນຫຼາຍກວ່າປີ 2024 ທີ່ຜ່ານມາ GOLD ມຼນຄ່າຕະຫຼາດ 22.6 ລ້ານລ້ານໂດລາ APPLE ມຼນຄ່າຕະຫຼາດ 3.1 ລ້ານລ້ານໂດລາ MICROSOFTມຼນຄ່າຕະຫຼາດ 2.9 ລ້ານລ້ານໂດລາ NVIDIA ມຼນຄ່າຕະຫຼາດ 2.6 ລ້ານລ້ານໂດລາ AMAZON ມຼນຄ່າຕະຫຼາດ 1.97 ລ້ານລ້ານໂດລາ ALPHABET ມຼນຄ່າຕະຫຼາດ 1.95 ລ້ານລ້ານໂດລາ SILVER ມຼນຄ່າຕະຫຼາດ 1.89 ລ້ານລ້ານໂດລາ BITCOIN ມຼນຄ່າຕະຫຼາດ 1.86 ລ້ານລ້ານໂດລາ SAUDI ARAMCO ມຼນຄ່າຕະຫຼາດ 1.6 […]
ແຈ້ງການມອດໄຟວັນທີ 26-27/04/2025

ແຈ້ງການມອດໄຟວັນທີ 26,27/04/2025 ບາງເຂດເມືອງ ສີໂຄດຕະບອງ ແລະ ເມືອງໄຊເສດຖາ ລາຍລະອຽດດັ່ງລຸ່ມນີ້:
“ຈີນ” ປັດຂ່າວເຈລະຈາການຄ້າກັບສະຫະລັດ ຢໍ້າບໍ່ມີການສົນທະນາໃດໆ ຈີ້ໃຫ້ສະຫະລັດຍົກເລີກມາດຕະການຝ່າຍດຽວ

“ຈີນ” ຊີ້ຍັງບໍ່ມີການເຈລະຈາກັບສະຫະລັດ ປະເດັນພາສີອາກອນໃດໆທັງນັ້ນ, ຮຽກຮ້ອງສະຫະລັດຍົກເລີກມາດຕະການພາສີຝ່າຍດຽວທັງໝົດ ຫາກຕ້ອງການແກ້ບັນຫາຢ່າງແທ້ຈິງ ວັນທີ 24 ເມສາ 2568 ເວລາ 14.43 ນ. ສໍານັກຂ່າວ CNBC ລາຍງານວ່າ ຈີນປະກາດເມື່ອວັນພະຫັດ (24 ເມສາ 2025) ວ່າຂະນະນີ້ບໍ່ມີການເຈລະຈາກັບສະຫະລັດເລື່ອງພາສີອາກອນໃດໆທັງສິ້ນ ແມ່ນໃນຊ່ວງຕົ້ນອາທິດຈະມີສັນຍານຈາກທໍານຽບຂາວວ່າອາດມີການຜ່ອນຄາຍຄວາມຕຶງຄຽດທາງການຄ້າ. He Yadong ໂຄສົກກະຊວງການຄ້າຂອງຈີນ ກ່າວວ່າ “ປັດຈຸບັນບໍ່ມີການເຈລະຈາໃດໆລະຫວ່າງຈີນກັບສະຫະລັດກ່ຽວກັບເສດຖະກິດແລະການຄ້າເລີຍ… ຄໍາກ່າວທັງໝົດທີ່ເວົ້າເຖິງຄວາມຄືບໜ້າໃນການເຈລະຈາທະວິພາຄີ ຄວນຖືກປະຕິເສດໄປໄດ້ເລີຍ” ລາວຍັງເສີມອີກວ່າ “ຫາກສະຫະລັດຕ້ອງການແກ້ໄຂບັນຫາຢ່າງແທ້ຈິງ ກໍຄວນຍົກເລີກມາດຕະການຝ່າຍດຽວທັງໝົດທີ່ໃຊ້ກັບຈີນກ່ອນ” ກ່ອນໜ້ານີ້, ໂດນັລດ໌ ທຣໍາ ປະທານາທິບໍດີສະຫະລັດ ແລະ ສກັອດ ເບສເຊນຕ໌ ລັດຖະມົນຕີຄັງສະຫະລັດ ເຄີຍສົ່ງສັນຍານວ່າຄວາມຕຶງຄຽດກັບຈີນອາດເລີ່ມຜ່ອນຄາຍ, ແຕ່ເມື່ອຕົ້ນເດືອນທໍານຽບຂາວໄດ້ປະກາດຂຶ້ນພາສີສຸນລະກາກເປັນ 145% ກັບສິນຄ້ານໍາເຂົ້າຈາກຈີນ, ຊຶ່ງເຮັດໃຫ້ຈີນຕອບໂຕ້ດ້ວຍມາດຕະການພາສີຂອງຕົນເອງ, ລວມເຖິງເພີ່ມຂໍ້ຈໍາກັດໃນການສົ່ງອອກແຮ່ຫາຍາກ ແລະ ແຮ່ສໍາຄັນໄປຍັງສະຫະລັດ.
ພາມາຮູ້ຈັກ “ຜໍາ” ຫຼື “ໄຂ່ຜໍາ” ແລະ ວິທີລ້ຽງ ເປັນຊຸບເປີຟູ້ດຂອງໂລກ

ໄຂ່ນໍ້າ (Wolffia arrhiza (L.) Wimm.) ຫຼື ຊື່ເອີ້ນຕາມພາສາທ້ອງຖິ່ນວ່າ “ຜໍາ” ຫຼື “ໄຂ່ຜໍາ” ເປັນພືດນໍ້າປະເພດລອຍນໍ້າຂະໜາດນ້ອຍໃນວົງ Lemnaceae ພົບໃນແຫຼ່ງໜອງບຶງຫຼືແຫຼ່ງນໍ້າຂັງ. ຮູບຮ່າງເປັນເມັດສີຂຽວກົມຫຼືເກືອບກົມ, ມີເສັ້ນຜ່າສູນກາງ 0.5-1.5 ມິລລິແມັດ, ບໍ່ມີຮາກ, ເປັນພືດທີ່ມີຂະໜາດນ້ອຍທີ່ສຸດໃນໂລກ. ອົງປະກອບທາງໂພຊະນະຂອງໄຂ່ນໍ້າພົບວ່າ ມີໂປຣຕີນ, ເບຕ້າ-ຄາໂຣທີນ ແລະ ຄລໍໂຣຟິວຈາກການສັງເຄາະແສງ. ໄຂ່ນໍ້າມີປະລິມານໂປຣຕີນໃນລະດັບດຽວກັບເມັດຖົ່ວຊະນິດຕ່າງໆ, ເມັດທັນຍະພືດ, ມີເສັ້ນໄຍສູງ, ມີປະລິມານກົດອະມິໂນທີ່ຈໍາເປັນບໍ່ຕ່າງກັບໄຂ່ໄກ່, ສາຫຼ່າຍກຽວທອງ, ແລະ ຄລໍເຣລລ່າ. ນອກຈາກນີ້ຄລໍໂຣຟິວໃນໄຂ່ນໍ້າມີສານຕ້ານອະນຸມູນອິດສະຫຼະ (antioxidant) ຫຼາຍກວ່າໃນສາຫຼ່າຍກຽວທອງ, ຊຶ່ງໃຊ້ຮັກສາອາການທ້ອງຜູກ, ຮັກສາສະພາວະຊີດໃນຄົນທີ່ເປັນໂລກເລືອດຈາງໄດ້. ປະໂຫຍດຂອງໄຂ່ນໍ້າສາມາດນໍາມາໃຊ້ປຸງອາຫານພື້ນບ້ານທາງພາກເໜືອແລະພາກອີສານ, ເຊັ່ນ: ແກງອ່ອມ, ແກງຄົ່ວ, ໄຂ່ຕຸ໋ນ, ໄຂ່ຈຽວ ເປັນຕົ້ນ, ຮັບປະທານໄດ້. ການເພາະຂະຫຍາຍພັນໄຂ່ນໍ້າສາມາດຂະຫຍາຍພັນໄດ້ຕະຫຼອດປີຂຶ້ນກັບປະລິມານນໍ້າໃນບໍ່ລ້ຽງ. ບໍລິເວນທີ່ພົບບໍ່ລ້ຽງໄຂ່ນໍ້າສ່ວນໃຫຍ່ມີຕົ້ນໄມ້ຂະໜາດໃຫຍ່ປົກຄຸມ ເຊັ່ນ: ຕົ້ນກ້າມປູ, […]
12 ລັດໃນອາເມລິກາ ລວມຕົວຟ້ອງ “ທຣໍາ” ຂໍ້ຫາສັ່ງໃຊ້ພາສີໂດຍບໍ່ເປັນທຳ

ຄວາມເຄື່ອນໄຫວພາຍໃນສະຫະລັດອາເມລິກາ ຫຼັງຈາກທີ່ປະທານາທິບໍດີໂດນັລດ໌ ທຣໍາ ແຫ່ງສະຫະລັດໄດ້ໃຊ້ນະໂຍບາຍການຄ້າເຊິງຮຸກ ດ້ວຍການປະກາດມາດຕະການພາສີຕອບໂຕ້ໄປຍັງປະເທດຕ່າງໆ, ຊຶ່ງປັດຈຸບັນຢູ່ລະຫວ່າງການລະງັບໃຊ້ຊົ່ວຄາວ 90 ວັນ ເພື່ອໃຫ້ຊາດຕ່າງໆເຂົ້າມາເຈລະຈາຕໍ່ລອງ ຍົກເວັ້ນປະເທດຈີນທີ່ຍັງຄົງຂຶ້ນພາສີໃນອັດຕາສູງເຖິງ 145% ປະກົດວ່າສ້າງຄວາມບໍ່ພໍໃຈ ແລະ ບໍ່ເຫັນດີ ໃນມາດຕະການດັ່ງກ່າວຈາກຄົນອາເມລິກາ ອອກມາດ້ວຍເຊັ່ນກັນ. ນອກຈາກການເຄື່ອນໄຫວຊຸມຊົນປະທ້ວງໃນພື້ນທີ່ຕ່າງໆເປັນໄລຍະໆແລ້ວ, ລ່າສຸດມີລາຍງານວ່າລັດຕ່າງໆທົ່ວສະຫະລັດ ໄດ້ຮວມກັນຟ້ອງຮ້ອງລັດຖະບານທຣໍາວ່າໃຊ້ອໍານາດໂດຍບໍ່ເປັນທຳ. ສໍານັກຂ່າວຊິນຫົວ ລາຍງານວ່າ 12 ລັດໃນສະຫະລັດອາເມລິກາໄດ້ຮວມຕົວກັນຍື່ນຟ້ອງລັດຖະບານຂອງປະທານາທິບໍດີໂດນັລດ໌ ທຣໍາ ກໍລະນີໃຊ້ມາດຕະການພາສີ-ອາກອນ ໂດຍບໍ່ເປັນທຳດ້ວຍກົດໝາຍ ໂດຍໄດ້ຍື່ນຟ້ອງຕໍ່ສານການຄ້າລະຫວ່າງປະເທດຂອງສະຫະລັດໃນນິວຢອກ ເມື່ອວັນພຸດ (23 ເມສາ 2025). ປະກອບໄປດ້ວຍໄອຍະການສູງສຸດຂອງລັດ ແອຣິໂຊນາ, ໂຄໂລຣາໂດ, ຄອນເນຕທິຄັດ, ເດລາແວ, ອິລລິນອຍສ໌, ເມນ, ມິນນິໂຊຕາ, ເນວາດາ, ນິວເມັກຊິໂກ, ນິວຢອກ, ອໍຣິກອນ, ແລະເວີມອນຕ໌. ໂດຍໄດ້ຍື່ນຟ້ອງເພື່ອຂໍຄໍາສັ່ງສານໃຫ້ລະງັບການບັງຄັບໃຊ້ມາດຕະການພາສີ-ອາກອນຂອງລັດຖະບານທຣໍາໃນທັນທີ. ຄໍາຟ້ອງລະບຸວ່າ ນະໂຍບາຍດັ່ງກ່າວເຮັດໃຫ້ການກໍານົດນະໂຍບາຍການຄ້າລະດັບຊາດເປັນໄປຕາມອໍາເພີໃຈຂອງປະທານາທິບໍດີທຣໍາ ແທນທີ່ຈະເປັນການໃຊ້ອໍານາດຕາມກົດໝາຍຢ່າງເໝາະສົມ […]
ເບິ່ງດວງປະຈໍາວັນ ທີ 24 ເມສາ 2025

ເບິ່ງດວງປະຈໍາວັນພະຫັດ ທີ 24 ເມສາ 2025 ສໍາລັບທ່ານທີ່ເກີດວັນອາທິດ ການງານ : ສ້າງສັນຜົນງານໃໝ່ໄດ້ສໍາເລັດ ການເງິນ : ພົບເລື່ອງຕຶງຄຽດ ຄວາມຮັກ : ບໍ່ໄດ້ໃຫ້ຄວາມສໍາຄັນໃນເລື່ອງຄວາມຮັກ ເຄັດລັບເສີມດວງປະຈໍາວັນນີ້ ປະດັບຮ່າງກາຍດ້ວຍອັນຍະມະນີທີ່ມີຄວາມແວວວາວ ອັນຍະມະນີມົງຄົນ : ອະເວນຈູຣີນ ສີມົງຄົນ : ສີຄໍາ ເລກນໍາໂຊກ : 0, 2, 4, 5, 6, 7 ສໍາລັບທ່ານທີ່ເກີດວັນຈັນ ການງານ : ສ້າງຜົນງານໄດ້ໂດດເດັ່ນ ການເງິນ : ພົບເລື່ອງເສຍເງິນ ຄວາມຮັກ : ໄດ້ພົບຄົນເຈົ້າສະເໜ່ ເຄັດລັບເສີມດວງປະຈໍາວັນນີ້ ເຮັດບຸນຕື່ມນໍ້າມັນຕະກຽງ ອັນຍະມະນີມົງຄົນ : ອໍໂຣຣ່າໄລຕ໌ ສີມົງຄົນ […]
ປິດຕຳນານ “ຟູ້ດແພນດ້າ” ປະກາດຢຸດການໃຫ້ບໍລິການໃນປະເທດໄທ ມີຜົນວັນທີ 23 ພຶດສະພາ ນີ້

ຟູ້ດແພນດ້າ ປະກາດຢຸດການໃຫ້ບໍລິການໃນປະເທດໄທ ມີຜົນ 23 ພຶດສະພາ 2025 ບໍລິສັດ ຟູ້ດແພນດ້າ (ປະເທດໄທ) ປະກາດຢ່າງເປັນທາງການວ່າຈະຢຸດການໃຫ້ບໍລິການແອັບພລິເຄຊັນຟູ້ດແພນດ້າໃນປະເທດໄທ ໂດຍຈະມີຜົນຕັ້ງແຕ່ວັນທີ 23 ພຶດສະພາ 2025ເປັນຕົ້ນໄປ. ຕະຫຼອດໄລຍະເວລາທີ່ດຳເນີນທຸລະກິດໃນປະເທດໄທ, ຟູ້ດແພນດ້າໄດ້ສະແດງຄວາມພາກພູມໃຈທີ່ເປັນສ່ວນໜຶ່ງໃນການສົ່ງມອບຄວາມສຸກໃຫ້ແກ່ລູກຄ້າຜ່ານການຈັດສົ່ງອາຫານແລະບໍລິການຕ່າງໆ ພ້ອມທັງຂອບໃຈລູກຄ້າ, ຮ້ານຄ້າ, ພາດເນີ ແລະ ໄລເດີທຸກທ່ານ ທີ່ມີສ່ວນຮ່ວມໃນການຂັບເຄື່ອນຄວາມສຳເລັດຂອງບໍລິສັດ. ຖະແຫຼງການລະບຸວ່າ ການຕັດສິນໃຈຄັ້ງນີ້ເກີດຈາກສະພາບຕະຫຼາດໃນປັດຈຸບັນທີ່ບໍ່ສອດຄ່ອງກັບກົນລະຍຸດໄລຍະຍາວຂອງບໍລິສັດ ສົ່ງຜົນໃຫ້ຟູ້ດແພນດ້າຈຳເປັນຕ້ອງຢຸດການດຳເນີນງານໃນປະເທດໄທ. “ພວກເຮົາຮູ້ສຶກເສຍໃຈເປັນຢ່າງຍິ່ງທີ່ການເດີນທາງຂອງພວກເຮົາຕ້ອງສິ້ນສຸດລົງ ແລະ ຂໍຂອບໃຈລູກຄ້າທຸກທ່ານທີ່ໄວ້ວາງໃຈ ແລະ ສະໜັບສະໜູນຟູ້ດແພນດ້າມາໂດຍຕະຫຼອດ” ຟູ້ດແພນດ້າ ປະເທດໄທ ກ່າວໃນຖະແຫຼງການເທິງເຟສບຸກ. ຟູ້ດແພນດ້າ (foodpanda) ເປັນບໍລິສັດຈັດສົ່ງອາຫານ ແລະ ບໍລິການເດລິເວີຣີ່ອອນລາຍທີ່ຢູ່ພາຍໃຕ້ກຸ່ມ Delivery Hero ຈາກເຢຍລະມັນ ໂດຍໃນຊ່ວງທີ່ມີການຂະຫຍາຍຕົວສູງສຸດ ຟູ້ດແພນດ້າເຄີຍໃຫ້ບໍລິການໃນຫຼາຍກວ່າ 10 ປະເທດ ສ່ວນໃຫຍ່ໃນພາກພື້ນອາຊີ. ມາທຳຄວາມຮູ້ຈັກ ຟູ້ດແພນດ້າ (foodpanda) […]
ແຈ້ງການມອດໄຟ ວັນທີ 27 ເມສາ 2025 ບາງເຂດ ເມືອງຫາດຊາຍຟອງ

ແຈ້ງການມອດໄຟ ວັນທີ 27 ເມສາ 2025 ບາງເຂດ ເມືອງຫາດຊາຍຟອງ ລະອຽດດັ່ງລຸ່ມນີ້:
ເຈີຂອງແທ້ຖອຍປຸບ! ທຣຳກຽມຫຼຸດພາສີຈີນລົງຢ່າງຫຼວງຫຼາຍ ເພາະວ່າບໍ່ອາດເຮັດສົງຄາມການຄ້າຍືດເຍື້ອ

ປະທານາທິບໍດີໂດນັລດ໌ ທຣຳ ແຫ່ງສະຫະລັດຯ ເປີດເຜີຍໃນວັນອັງຄານ (22ເມສາ) ວ່າຈະຫຼຸດເພດານພາສີທີ່ເກັບຈາກສິນຄ້ານຳເຂົ້າຈາກຈີນລົງຢ່າງຫຼວງຫຼາຍ ຈາກລະດັບສູງທີ່ບໍ່ເຄີຍມີມາກ່ອນ 145% ແລະ “ຈະບໍ່ຫຼິ້ນໄມ້ແຂງ” ໃນສຶກເກັບພາສີ ພ້ອມກັບຍອມຮັບວ່າສົງຄາມການຄ້າໃນປັດຈຸບັນລະຫວ່າງ 2 ຊາດເສດຖະກິດໃຫຍ່ທີ່ສຸດໃນໂລກ ບໍ່ອາດປ່ອຍໃຫ້ຍືດເຍື້ອໄດ້ ຄວາມເຫັນຂອງທຣຳ ມີຂຶ້ນຫຼັງຈາກ ສກອດ ເບສເຊັນ ລັດຖະມົນຕີຄັງສະຫະລັດຯ ບອກກັບທີ່ປະຊຸມລັບກັບບັນດານາຍທະນາຄານເພື່ອການລົງທຶນ ວ່າການເຈລະຈາຕໍ່ລອງກັບຈີນ “ຈະຍາກລຳບາກ” ແຕ່ລາວເຊື່ອວ່າໃນທ້າຍທີ່ສຸດແລ້ວຄວາມຄຶງເຄັ່ງທາງການຄ້າລະຫວ່າງອາເມລິກາກັບຈີນຈະຜ່ອນຄາຍລົງ ເບສເຊັນ ບອກວ່າມາດຕະການເກັບພາສີມະຫາສານທີ່ 2 ຊາດເສດຖະກິດໃຫຍ່ທີ່ສຸດໃນໂລກກຳນົດຫຼິ້ນງານກັນ ແລະ ກັນ ທຽບເທົ່າກັບເປັນການປິດລ້ອມທາງການຄ້າ ແຕ່ລາວຄາດໝາຍວ່າສະຖານະການຈະຜ່ອນຄາຍລົງ ເຖິງຢ່າງໃດກໍຕາມລາວເນັ້ນຢ້ຳເຖິງຄວາມຕ້ອງການການຄ້າທີ່ຍຸຕິທຳ ແລະ ບອກວ່າຈີນຈຳເປັນຕ້ອງຄືນສົມດຸນແກ່ເສດຖະກິດຂອງພວກເຂົາ “ຂ້ອຍບໍ່ໄດ້ກຳລັງຈະບອກວ່າ ໂອ້ ຂ້ອຍກຳລັງຫຼິ້ນໄມ້ແຂງກັບຈີນ” ທຣຳ ກ່າວໃນຫ້ອງທຳງານຮູບໄຂ່ຂອງທຳນຽບຂາວໃນວັນອັງຄານ(22ເມສາ) “ພວກເຮົາກຳລັງໄປໄດ້ດີ ສະຖານະການກັບພວກເຂົາກຳລັງເປັນໄປໄດ້ດີ ແຕ່ທ້າຍທີ່ສຸດແລ້ວ ພວກເຂົາຕ້ອງເຮັດຂໍ້ຕົກລົງ ເພາະວ່າບໍ່ດັ່ງນັ້ນແລ້ວ ພວກເຂົາຈະບໍ່ສາມາດເຮັດການຄ້າຂາຍໃນສະຫະລັດຯ ພວກເຮົາຕ້ອງການໃຫ້ພວກເຂົາມີສ່ວນຮ່ວມ ແຕ່ພວກເຂົາຈຳເປັນຕ້ອງ ແລະ ປະເທດອື່ນໆຈຳເປັນຕ້ອງເຮັດຂໍ້ຕົກລົງ ແລະ […]
3 ສູດພື້ນຖານການຈັດການເງິນ ອອມເງິນແນວໃດ? ບໍ່ໃຫ້ລົ້ມກາງທາງ ຕັ້ງແຕ່ເລີ່ມເຮັດວຽກ ຈົນເຖິງວາງແຜນບຳນານ

ຫຼາຍຄົນຢາກວາງແຜນການເງິນ ແຕ່ພໍລົງມືຕົວຈິງກັບຮູ້ສຶກວ່າ “ເປັນຫຍັງມັນຍາກແທ້” ບາງຄົນອ່ານປຶ້ມການເງິນມາເປັນສິບຫົວ, ເບິ່ງຄລິບ YouTube ເປັນຮ້ອຍຄລິບ ຫຼື ດາວໂຫຼດແອັບຈົດບັນຊີໄວ້ເຕັມເຄື່ອງ, ແຕ່ສຸດທ້າຍ ແຜນການເງິນທີ່ຄິດໄວ້ ກໍຍັງຢູ່ແຕ່ໃນຫົວ ຫຼື ບໍ່ກໍພັງຕັ້ງແຕ່ສິ້ນເດືອນທຳອິດ ຖ້າເຄີຍພົບບັນຫາແບບນີ້ ລອງເລີ່ມຕົ້ນໃໝ່ດ້ວຍວິທີງ່າຍໆ ກັບ 3 ສູດພື້ນຖານການບໍລິຫານຈັດການເງິນລາຍເດືອນ ທີ່ຕັ້ງແຕ່ຄົນເລີ່ມຕົ້ນ ໄວເຮັດວຽກ ເຖິງກຸ່ມຄົນຢາກວາງແຜນບຳນານ ສາມາດນຳໄປປັບໃຊ້ໄດ້ 3 ສູດອອມເງິນ ທິດສະດີພື້ນຖານ ທີ່ໃຜກໍເຮັດໄດ້ ສູດທີ 1: 20-30-50 (ເໝາະກັບສາຍ “ຫາກໍເລີ່ມຕົ້ນ” ບໍ່ຕ້ອງຄິດຫຼາຍ) ວິທີການອອມເງິນງ່າຍໆ ທີ່ທຸກຄົນສາມາດເລີ່ມຕົ້ນເຮັດໄດ້ ບໍ່ຈຳເປັນຕ້ອງມີພື້ນຖານ ຫຼື ທັກສະທາງການເງິນ ໂດຍເລີ່ມຕົ້ນບໍລິຫານຈັດການໄດ້ຕາມນີ້: 20% ເງິນອອມສຳລັບອະນາຄົດ ເຊັ່ນ: ເງິນອອມສຳຮອງສຸກເສີນ, ເງິນອອມເພື່ອການກະສຽນ ເປັນຕົ້ນ 30% ເງິນໃຊ້ເພື່ອການດຳລົງຊີວິດ ເຊັ່ນ: ຄ່າອາຫານ, ຄ່າເດີນທາງ ເປັນຕົ້ນ 50% […]