ດວງລາຍວັນປະຈໍາວັນເສົາ ທີ 2 ກັນຍາ 2023

ຄົນເກີດວັນອາທິດ:ການງານ ເດິນທາງຕິດຕໍ່ງານຈະປະສົບຄວາມສຳເລັດ ການເງິນ ໄດ້ພົບຜູ້ອຸປະຖຳທາງດ້ານການເງິນ ຄວາມຮັກ ມີໂອກາດໄດ້ພົບຮັກກັບຄົນໃກ້ຕົວ ອາດມາໃນສະຖານະໝູ່ເພື່ອນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີບົວ ເລກນຳໂຊກ 8 ຄົນເກີດວັນຈັນ:ການງານ ການກໍ່ການຄ້າຈະໄດ້ກຳໄລດີ ແຕ່ຕ້ອງລະວັງເລື່ອງຂອງການລົງລາຍເຊັນ ການເງິິນ ອາດເສຍເງິນຊ້ອມເຄື່ອງລົດ ຫຼື ອຸປະກອນທີ່ສໍາຄັນໃນການໃຊ້ງານ ຄວາມຮັກ ຕົກຢູ່ໃນສະຖານະການຮັກຊ້ອນ ຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີດໍາ ເລກນຳໂຊກ 1 ຄົນເກີດວັນອັງຄານ:ການງານ ເຮັດວຽກໜັກ ແລະ ເມື່ອຍຫຼາຍເກີນໄປສົ່ງຜົນຕໍ່ສຸຂະພາບທ່ານ ການເງິນ ພົບເລື່ອງເສຍເງິນແບບບໍ່ຄາດຝັນ ເພາະລາຍຈ່າຍບໍ່ຄົງທີ່ ຄວາມຮັກ ບໍ່ລົງຕົວເລື່ອງຄວາມສຳພັນເພາະອາດຍັງບໍ່ແມ່ນສໍາລັບທ່ານ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 7 ຄົນເກີດວັນພຸດ:ການງານ ວາງແຜນການເຮັດວຽກງານໃນຮູບແບບມືອາຊີບຈຶ່ງສາມາດແກ້ອຸປະສັກບັນຫາຕ່າງໆ ໃຫ້ຜ່ານພົ້ນໄປໄດ້ ການເງິນ ມີໂຊກໃນໄລຍະນີ້ຜູ້ໃຫຍ່ໄລຍະອຸປະຖໍາທາງດ້ານການເງິນ ຄວາມຮັກ ສຸກສົມຫວັງໃນເລື່ອງຮັກເປັນໄລຍະທີ່ລົງຕົວຂອງທ່ານທັງສອງ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີສົ້ມ […]
ດວງລາຍວັນປະຈໍາວັນສຸກ ທີ 1 ກັນຍາ 2023

ຄົນເກີດວັນອາທິດ:ການງານ ຈະມີຂ່າວດີທາງດ້ານທຸລະກິດເພາະຄົນສະໜິດຈະນຳວຽກງານໃໝ່ມາໃຫ້ເຮັດ ການເງິນ ລະວັງຈະຢູ່ໃນສະຖານະການຂາດສະພາບຄ່ອງທາງດ້ານການເງິນ ຄວາມຮັກ ຈະພົບຮັກ ພົບຄູ່ຄອງທີ່ດີ ເຂົ້າມາຊ່ວຍເຫລືອອຸປະຖຳ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີບົວ ເລກນຳໂຊກ 4 ຄົນເກີດວັນຈັນ:ການງານ ຈະໄດ້ເລື່ອນຂັ້ນແບບບໍ່ທັນຕັ້ງໂຕ ໃນໄລຍະນີ້ກໍເປັນໄປໄດ້ ການເງິນ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາຢ່າງຕໍ່ເນື່ອງໃນໄລຍະນີ້ ຄວາມຮັກ ລະວັງຈະພົບເລື່ອງເລີກກັບຄົນຮັກ ຢ່າຮ້າງ ຜິດຫວັງດ້ານຄວາມຮັກ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີຂາວ ເລກນຳໂຊກ 0 ຄົນເກີດວັນອັງຄານ:ການງານ ມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ຫລືຮັບຜິດຊອບຫນ້າທີ່ ທີ່ເຮັດໃຫ້ຮູ້ສຶກເມື່ອຍຫລາຍຂຶ້ນ ການເງິນ ໂຊກດີທີ່ຜູ້ໃຫຍ່ຈະອຸປະຖຳຊ່ວຍເຫລືອທາງດ້ານການເງິນສະເໝີ ຄວາມຮັກ ຈະພົບຄົົນທີ່ມີສະເໜ່ຫລາຍໆ ໃນມື້ນີ້ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນ ສີເທົາ ເລກນຳໂຊກ 4 ຄົນເກີດວັນພຸດ:ການງານ ຕິດຕໍ່ທຸລະກິດຕ່າງໆ ຈະປະສົບຄວາມສຳເລັດ ຫລືຖ້າຢ້າຍງານໃໝ່ຈະໄດ້ຄ່າຕອບແທນທີ່ເພີ່ມຫລາຍຂຶ້ນ ການເງິນ ໄລຍະນີ້ລາຍຈ່າຍມີຫລາຍ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ ຄວາມຮັກ ພົບຄົົນທີ່ມີຄວາມສຸຂຸມ […]
ຈັບຊາຍຂົນສົ່ງຢາເສບຕິດ ພ້ອມມີອາວຸດເສິກ ສ່ວນອີກຄົນໜຶ່ງແມ່ນຫລົບໜີ

ວັນທີ 14 ສິງຫາ ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບເປົ້າໝາຍການຂົນສົ່ງຢາບ້າ ແລະ ມີລະເບີດໄວ້ໃນຄອບຄອງ ແຕ່ມີຄົນໜຶ່ງໜີໄປໄດ້. ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາ 2023, ເວລາ 15:50ໂມງ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງແກ້ໄຂເປົ້າໝາຍການຂົນສົ່ງຢາເສບຕິດ (ຢາບ້າ) ແລະ ການມີອາວຸກເສີກໄວ້ໃນຄອບຄອງ (ລະເບີດ) ຢູ່ບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສາມາດຈັບຕົວເປົ້າໝາຍໄດ້ 1 ຄົນຊື່ ທ້າວ ທະນາໂຊກ ທໍາມະຄູນ ຫຼື ຫຼ້າ ອາຍຸ 27 ປີ ອາຊີບກໍາມະກອນ ຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ສ່ວນເປົ້າໝາຍອີກຜູ້ໜຶ່ງແມ່ນໄດ້ເອົາຕົວຫຼົບໜີຈາກການຈັບກຸມຂອງເຈົ້າໜ້າທີ່ ຜ່ານການກວດຄົ້ນພົບເຫັນຢາບ້າ 1 […]
ດວງລາຍວັນປະຈໍາວັນອັງຄານ ທີ 30 ສິງຫາ 2023

ຄົນເກີດວັນອາທິດ:ການງານ ບໍ່ສາມາດສ້າງສັນຜົນງານທີ່ມີຄຸນນະພາບໄດ້ເພາະຢູ່ໃນໄລຍະທົດປັບປຸງໜ້າວຽກ ການເງິນ ຈະໄດ້ຮັບຊັບເງິນກ້ອນໃຫຍ່ ຄວາມຮັກ ເກີດຄວາມສຳພັນທີ່ຂັດແຍ້ງ ລະວັງເລື່ອງມີປາກສຽງກັນ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີດໍາ ເລກນຳໂຊກ 2 . ຄົນເກີດວັນຈັນ:ການງານ ນຳໂປຣເຈັກວຽກງານເກົ່າມາເລີ່ມຕົ້ນເຮັດໃໝ່ ການເງິນ ມີເລື່ອງຮັບ ແລະ ເລື່ອງຈ່າຍໃນໄລຍະເວລາທີ່ມາພ້ອມກັນ ຄວາມຮັກ ເກີດຄວາມສຳພັນທີ່ຫ່າງເຫີນລະຫວ່າງທ່ານ ແລະ ຄົນຮັກ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີຂຽວ ເລກນຳໂຊກ 6 ຄົນເກີດວັນອັງຄານ:ການງານ ເລີ່ມຕົ້ນທຸລະກິດເກີດຄວາມຈະເລີນຮຸ່ງເຮືອງໄດ້ຜົນກຳໄລດີ ການເງິນ ບໍລິວານຈະນຳໂຊກມາສູ່ທ່ານໃນໄວໆນີ້ ຄວາມຮັກ ເດີນທາງໄກແລ້ວໄດ້ພົບຮັກແບບບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີຂາວ ເລກນຳໂຊກ 7 ຄົນເກີດວັນພຸດ:ການງານ ເຮັດທຸລະກິດຈະການຄ້າຈະເລີນຮຸ່ງເຮືອງກ້າວໜ້າ ການເງິນ ມີໂຊກຈາກການຂໍພອນຈາກສິ່ງສັກສິດ ຄວາມຮັກ ມີໂອກາດໄດ້ພົບຄູ່ບຸນ ທີ່ມີຈິດໃຈເນື້ອດຽວກັນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີດໍາ ເລກນຳໂຊກ 9 […]
ວາງແຜນຮັບມື ຈັດຕັ້ງກຳລັງລົງລະບາຍການສັນຈອນ ໄລຍະເປີດສົກຮຽນໃໝ່ ຄາດກະສະພາບການສັນຈອນຈະເພີ່ມຂື້ນ

ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ວາງແຜນຮັບມື ຈັດຕັ້ງກຳລັງລົງລະບາຍການສັນຈອນ ໄລຍະເປີດສົກຮຽນໃໝ່ ຄາດກະສະພາບການສັນຈອນຈະເພີ່ມຂື້ນ ໃນຕະຫຼອດ ໄລຍະສົກຮຽນ 2023 – 2024, ເຊິ່ງຄາດວ່າ ບັນດາເສັ້ນທາງ ແລະ ໜ້າສະຖາບັນສຶກສາຈະມີສະພາບການຈະລາຈອນແອອັດ, ໜ້າແໜ້ນເພີ່ມຂື້ນ. ທ່ານ ພັທ ສັງຄົມ ພົມມະລາດ, ຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນທຸກໆ ປີທີ່ເປີດສົກຮຽນໃໝ່, ສະພາບການສັນຈອນຕາມຖະໜົນ ເພີ່ມຂື້ນ ໂດຍສະເພາະ ໃນໂມງໄປການ-ເລິກການ. ບັນຫາດັ່ງກ່າວ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ທັງມີຄວາມສ່ຽງພາໃຫ້ເກີດອຸບປະຕິເຫດ. ເພື່ອເຮັດໃຫ້ນ້ອງຮັກຮຽນ-ນັກສຶກສາ, ຄູອາຈານ, ພໍ່ແມ່ປະຊາຊົນ, ຜູ້ໃຊ້ລົດໃຊ້ຖະໜົນ ທີ່ສັນຈອນໄປມາໃນຊ່ວງເປີດສົກຮຽນໃໝ່ ມີຄວາມເປັນລະບຽບ ແລະ ປອດໄພ, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ຈຶ່ງໄດ້ ຈັດກອງປະຊຸມວາງກຳລັງຕາມຈຸດສຳຄັນຕ່າງໆ ເປັນຕົ້ນແມ່ນ 3 ແຍກ, 4 ແຍກ, ທ່າງຮ່ອມ, ໜ້າໂຮງຮຽນ, ສະຖາບັນສຶກສາ ແລະ ຈຸດທີ່ເຫັນວ່າ […]
ລັດຖະບານຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ກໍ່ສ້າງໂຮງຮຽນປະຖົມບ້ານຜາຫຼວງ ມູນຄ່າ72.873 ໂດລາ

ວັນທີ 25 ສິງຫາ 2023 ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອ ໃນການສະໜັບສະໜູນໂຄງການດ້ານການສຶກສາເພື່ອປັບປຸງສະພາບການຮ່ຳຮຽນ-ສິດສອນຂອງນັກຮຽນ ແລະ ຄູ-ອາຈານໃນແຂວງວຽງຈັນ ເຊິ່ງຕາງໜ້າເຊັນສັນຍາ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຜູ້ກ່ຽວຂ້ອງຈາກແຂວງເປົ້າໝາຍ ໂດຍມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ເປັນສັກຂີພິຍານ ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP).ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳໃໝ່, ພ້ອມທັງສະໜອງອຸປະກອນເຄື່ອງໃຊ້ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານຜາຫຼວງ ເມືອງເຟືອງ, ແຂວງວຽງຈັນ ເປັນມູນຄ່າ 72.873 ໂດລາ ເພື່ອປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການສຶກສາ ແລະ ສະພາບສຸຂະອານະໄມຂອງໂຮງຮຽນດັ່ງກ່າວ. ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ກ່າວວ່າ: ຕະຫລອດໄລຍະຫລາຍປີຜ່ານມາ ປະເທດຍີ່ປຸ່ນໄດ້ປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຫລາຍດ້ານເຊັ່ນ: ດ້ານກະສິກຳ, ການສຶກສາ, ສາທາລະນະສຸກ ລວມເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ການຊ່ວຍເຫລືອອັນລ້ຳຄ່າໃນຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງທີ່ຈະຊ່ວຍໃຫ້ແຂວງວຽງຈັນ ສາມາດສ້າງສະພາບແວດລ້ອມທີ່ມີຄວາມປອດໄພ ແລະ […]
ພະແນກສາທາລະນະສຸກແຂວງວຽງຈັນ ອອກແຈ້ງການ ໃຫ້ເຝົ້າລະວັງ ການແຜ່ລະບາດຂອງພະຍາດຄໍຕີບ ຢູ່ແຂວງວຽງຈັນ

ພະແນກສາທາລະນະສຸກແຂວງວຽງຈັນ ອອກແຈ້ງການໃນວັນທີ 22 ສິງຫາ 2023 ໃຫ້ເຝົ້າລະວັງ ແລະ ໂຕຕອບການແຜ່ລະບາດຂອງພະຍາດຄໍຕີບ ຢູ່ແຂວງວຽງຈັນ. ໃນປັດຈຸບັນໄດ້ມີ ກໍລະນີພະຍາດຄໍຕີບ ເກີດຂື້ນຢູ່ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງໄດ້ຜ່ານການຢັ້ງຢືນຜົນການກວດວິເຄາະຈາກສູນລະບາດວິທະຍາ ພົບຜູ້ມີຜົນບວກຕໍ່ເຊື້ອພະຍາດຄໍຕີບ ເມືອງໂພນໂຮງ ຈໍານວນ 3 ກໍລະນີ, ໃນນັ້ນ ເສຍຊີວິດແລ້ວ 1 ກໍລະນີ ເປັນເພດຍິງ ອາຍຸ 7 ປີ ປະຫວັດບໍ່ເຄີຍໄດ້ຮັບວັກຊິນມາກ່ອນ. ພ້ອມກັນນີ້ ຍັງເປີດຂະບວນການກວດກາຄືນເດັກນ້ອຍລຸ່ມ 5 ປີທີ່ບໍ່ໄດ້ສັກຢາດົບ ແລະ ເດັກລຸ່ມ 1 ປີ ໃນຮອບປົກະຕິມາສັກ ຢາວັກຊິນໃຫ້ຄົບທຸກຄົນ; ສໍາລັບ ເມືອງໂພນໂຮງແມ່ນໃຫ້ເປີດຂະບວນການສັກວັກຊິນຕະລຸມບອນໃຫ້ເດັກ ໃນເກນອາຍຸ 10 ປິລົງມາ ຢູ່ບັນດາບ້ານທີ່ມີຄວາມສ່ຽງ ແລະ ບ້ານໃກ້ຄຽງຂອງໂຮງໝໍນ້ອຍ ຫຼັກ 52, ໂຮງໝໍນ້ອຍ ໜອງຂອນ.
ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ຈັບເປົ້າໝາຍຄ້າຂາຍ ຢາເສບຕິດ 2 ຄົນ ພ້ອມຢາບ້າ 2.675 ເມັດ

ເຈົ້າໜ້າທີ່ຕໍາຫລວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ລົງເຄື່ອນໄຫວວຽກງານວິຊາສະເພາະ ຢູ່ຂອບເຂດບ້ານຖິ່ນຍຸງ ເມືອງວຽງຄຳ ແຂວງວຽງຈັນ ສາມາດກັກເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 2 ຄົນ ຄື: ທ້າວ ແຫລ້ ອາຍຸ 26 ປີ ອາຊີບເຮັດນາ ຢູ່ບ້ານຖິ່ນຍຸງ ເມືອງວຽງຄຳ ແຂວງວຽງຈັນ, ພ້ອມຂອງກາງຢາບ້າ 83 ເມັດ ມາທໍາການສອບສວນ. ຈາກນັ້ນ, ຜູ້ກ່ຽວຍັງໄດ້ໃຫ້ການຊັກທອດຫາຜູ້ຮ່ວມຂະບວນການ ຊື່ ທ້າວ ໝາຍ ອາຍຸ 42 ປີ ອາຊີບກໍາມະກອນ ຢູ່ບ້ານ ຖິ່ນຍຸງ ເມືອງວຽງຄຳ ແຂວງວຽງຈັນ ຖືກກັກຕົວວັນທີ 1 ສິງຫາ 2023 ພ້ອມດ້ວຍຂອງກາງຢາບ້າ 2.592 ເມັດ ມາທໍາການສືບສວນ-ສອບສວນ. ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ໄດ້ເລັ່ງສືບສວນ-ສອບສວນພວກກ່ຽວທັງສອງຄົນ ເພື່ອຂະຫຍາຍຜົນຫາກຸ່ມເແກ້ງ, ເຄືອຂ່າຍ ແລະ ຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.
ດວງລາຍວັນປະຈໍາວັນຈັນ ທີ 28 ສິງຫາ 2023

ຄົນເກີດວັນອາທິດ:ການງານ ຈະມີຂ່າວດີທາງດ້ານທຸລະກິດເພາະຄົນສະນິດຈະນຳວຽກງານໃໝ່ມາໃຫ້ເຮັດ ການເງິນ ລະວັງຈະຢູ່ໃນສະຖານນະການຂາດສະພາບຄ່ອງທາງດ້ານການເງິນ ຄວາມຮັກ ຈະພົບຮັກ ພົບຄູ່ຄອງທີ່ດີ ເຂົ້າມາຊ່ວຍເຫລືອອຸປະຖຳ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີບົວ ເລກນຳໂຊກ 4 ຄົນເກີດວັນຈັນ:ການງານ ຈະໄດ້ເລື່ອນຂັ້ນແບບບໍ່ທັນຕັ້ງໂຕ ໃນຊ່ວງນີ້ກໍເປັນໄປໄດ້ ການເງິນ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາຢ່າງຕໍ່ເນື່ອງໃນຊ່ວງນີ້ ຄວາມຮັກ ລະວັງຈະພົບເລື່ອງເລີກກັບຄົນຮັກ ຢ່າຮ້າງ ຜິດຫວັງດ້ານຄວາມຮັກ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີຂາວ ເລກນຳໂຊກ 0 ຄົນເກີດວັນອັງຄານ:ການງານ ມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ຫລືຮັບຜິດຊອບຫນ້າທີ່ ທີ່ເຮັດໃຫ້ຮູ້ສຶກເມື່ອຍຫລາຍຂຶ້ນ ການເງິນ ໂຊກດີທີ່ຜູ້ໃຫຍ່ຈະອຸປະຖຳຊ່ວຍເຫລືອທາງດ້ານການເງິນສະເໝີ ຄວາມຮັກ ຈະພົບຄົົນທີ່ມີສະເໜ່ຫລາຍໆ ໃນມື້ນີ້ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນ ສີເທົາ ເລກນຳໂຊກ 4 ຄົນເກີດວັນພຸດ:ການງານ ຕິດຕໍ່ທຸລະກິດຕ່າງໆ ຈະປະສົບຄວາມສຳເລັດ ຫລືຖ້າຢ້າຍງານໃໝ່ຈະໄດ້ຄ່າຕອບແທນທີ່ເພີ່ມຫລາຍຂຶ້ນ ການເງິນ ຊ່ວງນີ້ລາຍຈ່າຍມີຫລາຍ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ ຄວາມຮັກ ພົບຄົົນທີ່ມີຄວາມສຸຂຸມ […]
ດວງລາຍວັນປະຈໍາວັນອາທິດ ທີ 27 ສິງຫາ 2023

ຄົນເກີດວັນອາທິດ:ການງານ ຕັດສິນໃຈປັບປ່ຽນກົນລະຍຸດທາງທຸລະກິດແລ້ວຈະເກີດຄວາມສຳເລັດທີ່ດີ ການເງິນ ການລົງນາມເອກະສານທາງການເງິນອາດເປັນໂມຄະ ຄວາມຮັກ ມີໂອກາດພົບຮັກກັບຄົນທີ່ມີຊື່ສຽງດີ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 6 ຄົນເກີດວັນຈັນ:ການງານ ເຮັດວຽກດ້ວຍຄວາມລະອຽດຮອບຄອບເກີດຊື່ສຽງດີ ການເງິນ ມື້ນີ້ໂຊກດີຈະໄດ້ຮັບຊັບ ຄວາມຮັກ ເດິນທາງໄປພົບຄົນທີ່ມີສະເໜ່ເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີເທົາ ເລກນຳໂຊກ 1 ຄົນເກີດວັນອັງຄານ:ການງານ ພົບຄວາມຈະເລີນຮຸ່ງເຮືອງກ້າວໜ້າໄດ້ເລື່ອນຕຳແໜ່ງ ການເງິນ ເສຍເງິນສ້ອມແປງຂອງໃຊ້ທີ່ແຕກຫັກເສຍຫາຍ ຄວາມຮັກ ພົບເລື່ອງແຕກແຍກ ເລີກລາ ຢ່າຮ້າງ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີບົວ ເລກນຳໂຊກ 1 ຄົນເກີດວັນພຸດ:ການງານ ໃຊ້ສິລະປະໃນເລື່ອງຂອງການເຈລະຈາຕິດຕໍ່ທຸລະກິດເກີດຄວາມສຳເລັດ ການເງິນ ຈະໄດ້ເຄື່ອງປະດັບຂອງມີຄ່າແບບບໍ່ຄາດຝັນ ຄວາມຮັກ ພົບຄົນເກັ່ງ ນິໄສດີເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີສົ້ມ ເລກນຳໂຊກ 2 ຄົນເກີດວັນພະຫັດ:ການງານ ເຮັດທຸລະກິດຈະການຄ້າໄດ້ຜົນກຳໄລຫຼາຍ ການເງິນ ເອກະສານດ້ານການເງິນເກີດຄວາມຊັກຊ້າ […]