ດວງ-Tou-Vientianepost - 2023-08-28T204713.009
ລັດຖະບານຍີ່ປຸ່ນ ໃຫ້​ທຶນຊ່ວຍເຫລືອ ກໍ່​ສ້າງ​ໂຮງ​ຮຽນ​ປະ​ຖົມ​ບ້ານ​ຜາຫຼວງ ມູນຄ່າ72.873 ໂດລາ
ຮຽບຮຽງໂດຍ:Staff
ເຜີຍແຜ່: 28 August, 2023
ໝວດ: ຂ່າວ

ວັນທີ 25 ສິງຫາ 2023 ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອ ໃນການສະໜັບສະໜູນໂຄງການດ້ານການສຶກສາເພື່ອປັບປຸງສະພາບການຮ່ຳຮຽນ-ສິດສອນຂອງນັກຮຽນ ແລະ ຄູ-ອາຈານໃນແຂວງວຽງຈັນ ເຊິ່ງຕາງໜ້າເຊັນສັນຍາ ລະຫວ່າງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຜູ້ກ່ຽວຂ້ອງຈາກແຂວງເປົ້າໝາຍ ໂດຍມີ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ເປັນສັກຂີພິຍານ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ (GGP).ໂຄງການຈະໃຫ້ການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳ​ໃໝ່, ພ້ອມທັງສະໜອງອຸປະກອນເຄື່ອງໃຊ້ໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານຜາຫຼວງ ເມືອງເຟືອງ, ແຂວງວຽງຈັນ ເປັນມູນຄ່າ 72.873 ໂດລາ ເພື່ອປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການສຶກສາ ແລະ ສະພາບສຸຂະອານະໄມຂອງໂຮງຮຽນດັ່ງກ່າວ.

ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ກ່າວວ່າ: ຕະຫລອດໄລຍະຫລາຍປີຜ່ານມາ ປະເທດຍີ່ປຸ່ນໄດ້ປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງໃນຫລາຍດ້ານເຊັ່ນ: ດ້ານກະສິກຳ, ການສຶກສາ, ສາທາລະນະສຸກ ລວມເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ການຊ່ວຍເຫລືອອັນລ້ຳຄ່າໃນຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງທີ່ຈະຊ່ວຍໃຫ້ແຂວງວຽງຈັນ ສາມາດສ້າງສະພາບແວດລ້ອມທີ່ມີຄວາມປອດໄພ ແລະ ຮັບປະກັນໃຫ້ນັກຮຽນມີຜົນການຮຽນທີ່ດີຍິ່ງຂຶ້ນ ຊຶ່ງຈະເປັນການປະກອບສ່ວນໃນການສ້າງຊັບພະຍາກອນມະນຸດມີຄຸນະພາບ ທີ່ຈະກາຍເປັນອະນາຄົດຂອງຊາດໃນພາຍພາກໜ້າ.

ທ່ານ ໂຄບະຢະຊິ ເຄັນອິຈິ ກ່າວວ່າ: “ໂຮງຮຽນປະຖົມບ້ານຜາຫລວງ ແມ່ນມີອາຄານຮຽນເກົ່າ ທີ່ເປ່ເພຢ່າງໜັກໜ່ວງ ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ຮີບຮ້ອນ ແກ້ໄຂບັນຫາເພື່ອຄວາມປອດໄພຂອງຄູ ແລະ ນັກຮຽນ,​ ໃນຂະນະດຽວກັນ, ຈຳນວນຫ້ອງນ້ຳກໍບໍ່ພຽງພໍຕໍ່ຈຳນວນນັກຮຽນ ເຮັດໃຫ້ມີຄວາມກັງວົນເຖິງສະພາບ ສຸຂະອະນະໄມຢູ່ໃນໂຮງຮຽນດັ່ງກ່າວ”.

ເນື້ອໃນຂ່າວ : ໜັງສືພິມພັດທະນາລາວ
ຮູບພາບ : Embassy of Japan in Laos

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
site-cover (82)
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.
site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
site-cover (80)
"ຄິມ ຈອງ-ອຶນ" ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ
site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
site-cover (76)
"ຜູ້ນຳທະຫານມຽນມາ" ຫາລືກັບ "ຜູ້ນຳຈີນ" ເທື່ອທຳອິດຫຼັງຈາກການລັດຖະປະຫານ
Copy of site cover (54)
ການດູແລເຊີບເວີໃຫ້ໃຊ້ງານໄດ້ປະສິດທິພາບ
ຢ່າລື່ມກົດຕິດຕາມ