ດວງ-Tou-Vientianepost - 2023-08-29T211951.718
ວາງແຜນຮັບມື ຈັດຕັ້ງກຳລັງລົງລະບາຍການສັນຈອນ ໄລຍະເປີດສົກຮຽນໃໝ່ ຄາດກະສະພາບການສັນຈອນຈະເພີ່ມຂື້ນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 29 ເດືອນສິງຫາ, 2023
ໝວດ: ຂ່າວ

ພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ວາງແຜນຮັບມື ຈັດຕັ້ງກຳລັງລົງລະບາຍການສັນຈອນ ໄລຍະເປີດສົກຮຽນໃໝ່ ຄາດກະສະພາບການສັນຈອນຈະເພີ່ມຂື້ນ ໃນຕະຫຼອດ ໄລຍະສົກຮຽນ 2023 – 2024, ເຊິ່ງຄາດວ່າ ບັນດາເສັ້ນທາງ ແລະ ໜ້າສະຖາບັນສຶກສາຈະມີສະພາບການຈະລາຈອນແອອັດ, ໜ້າແໜ້ນເພີ່ມຂື້ນ.

ທ່ານ ພັທ ສັງຄົມ ພົມມະລາດ, ຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນທຸກໆ ປີທີ່ເປີດສົກຮຽນໃໝ່, ສະພາບການສັນຈອນຕາມຖະໜົນ ເພີ່ມຂື້ນ ໂດຍສະເພາະ ໃນໂມງໄປການ-ເລິກການ. ບັນຫາດັ່ງກ່າວ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ທັງມີຄວາມສ່ຽງພາໃຫ້ເກີດອຸບປະຕິເຫດ.

ເພື່ອເຮັດໃຫ້ນ້ອງຮັກຮຽນ-ນັກສຶກສາ, ຄູອາຈານ, ພໍ່ແມ່ປະຊາຊົນ, ຜູ້ໃຊ້ລົດໃຊ້ຖະໜົນ ທີ່ສັນຈອນໄປມາໃນຊ່ວງເປີດສົກຮຽນໃໝ່ ມີຄວາມເປັນລະບຽບ ແລະ ປອດໄພ, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ຈຶ່ງໄດ້ ຈັດກອງປະຊຸມວາງກຳລັງຕາມຈຸດສຳຄັນຕ່າງໆ ເປັນຕົ້ນແມ່ນ 3 ແຍກ, 4 ແຍກ, ທ່າງຮ່ອມ, ໜ້າໂຮງຮຽນ, ສະຖາບັນສຶກສາ ແລະ ຈຸດທີ່ເຫັນວ່າ ການສັນຈອນສັບສົນ ທົ່ວນະຄອນຫຼວງວຽງຈັນ ມີທັງໝົດ 153 ຈຸດ, ໂຮງຮຽນ 39 ຈຸດ, ຕາມສາຍທາງ, ແຍກ, ວົງວຽນອື່ນໆ 114 ຈຸດ ແລະ ໄດ້ນຳໃຊ້ກຳລັງ 423 ສະຫາຍ, ເຂົ້າໃຈການປະຕິບັດໜ້າທີ່.
ສ່ວນເມືອງສັງທອງ ບໍ່ມີຈຸດລະບາຍ, ນອກນັ້ນ, ກໍຍັງມີບັນດາປ້ອມຖາວອນ ແລະ ປ້ອມ 24 ຊົ່ວໂມງ.

ສະນັ້ນແລ້ວຖືໂອກາດດັ່ງກ່າວນີ້, ຮຽກຮ້ອງມາຍັງຜູ້ຂັບຂີ່ ຈົ່ງພ້ອມກັນປະຕິບັດກົດລະບຽບການສັນຈອນທີ່ວາງອອກຢ່າງເຂັ້ມງວດ ໂດຍສະເພາະການຈອດລົດຂອງຜູ້ປົກຄອງທີ່ມາສົ່ງລູກຫຼານເຖິງໂຮງຮຽນ ໃຫ້ຈອດບ່ອນທີ່ກຳນົດໄວ້, ບໍ່ໃຫ້ຈອດຊ້ອນກັນ ແລະ ຈອດເປັນເວລາດົນ ກີດຂວາງການສັນຈອນ ເພາະຈະສົ່ງຜົນໃຫ້ລົດຄັນອື່ນໆຕິດຂັດອັ່ງອໍ.

ທີ່ມາ: ກົມຕຳຫຼວດຈະລາຈອນ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (20)
ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ
ek
ດວງລາຍວັນປະຈໍາວັນພະຫັດ ທີ 21 ກັນຍາ 2023
ດວງ-Tou-Vientianepost (17)
ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ
ດວງ-Tou-Vientianepost (14)
ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20
ek
ດວງລາຍວັນປະຈໍາວັນພຸດ ທີ 20 ກັນຍາ 2023
ek
ດວງລາຍວັນປະຈໍາວັນຈັນ ທີ 18 ກັນຍາ 2023
ດວງ-Tou-Vientianepost (9)
ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
ດວງ-Tou-Vientianepost (7)
ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ
ດວງ-Tou-Vientianepost (5)
ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ
ດວງ-Tou-Vientianepost (4)
ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ
ຢ່າລື່ມກົດຕິດຕາມ