ດວງລາຍວັນປະຈໍາວັນສຸກ ທີ 30 ມິຖຸນາ 2023

ຄົນເກີດວັນອາທິດ:ການງານມີໂອກາດໄດ້ຮັບເງິນກ້ອນໃຫຍ່ຈາກການເຮັດທຸລະກິດທີ່ຕົນເອງມຸ້ງມັ່ນເກີດຄວາມສຳເລັດ ເຊັ່ນ ທຸລະກິດດ້ານຊັບສິນ ການເງິນມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ຄວາມຮັກມີໂອກາດພົບຄົນທີ່ມີເກນອາຍຸຫຼາຍກວ່າ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ3 ຄົນເກີດວັນຈັນ:ການງານເລີ່ມຕົ້ນທຸລະກິດໃໝ່ຮ່ວມກັບຮຸ້ນສ່ວນປະສົບຄວາມສຳເລັດມີຄວາມສຸກໃຈ ການເງິນຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໃນໄລຍະນີ້ ຄວາມຮັກມີໂອກາດທີ່ໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົນຜິວສອງສີ ເຄື່ອງມຸງຄຸນເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ9 ຄົນເກີດວັນອັງຄານ:ການງານມີໂອກາດໄດ້ຮັບຕຳແໜ່ງວຽກງານທີ່ສຳຄັນຫຼາຍຂຶ້ນ ການເງິນຈະໄດ້ເງິນເຂົ້າມາດ້ວຍການອຸປະຖຳຈາກຄົນສະໜິດ ຄວາມຮັກພົບຄົນທີ່ມີສະເໜ່ ມີຄວາມສຸກ ແລະ ລົງຕົວໃນຄວາມສຳພັນ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີເຫຼືອງ ເລກນຳໂຊກ0 ຄົນເກີດວັນພຸດ:ການງານອາຊີບດ້ານການໃຊ້ພາສາ ການເວົ້າ ເປັນນັກຂຽນ ຫຼື ພິທີກອນ ມີໂອກາດໄດ້ຮັບໂອກາດເຮັດວຽກທີ່ມີຄວາມສຳຄັນ ການເງິນຈະໄດ້ເງິນເຂົ້າມາແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງວ່ອງໄວ ຄວາມຮັກສຸກສົມຫວັງລົງຕົວດ້ານຄວາມຮັກ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ4 ຄົນເກີດວັນພະຫັດ:ການງານຕ້ອງລະວັງການຂັດແຍ້ງກັບຮຸ້ນສ່ວນຫຼືບໍລິວານ ການເງິນມີໂຊກຈະໄດ້ເງິນກ້ອນໃຫຍ່ ອາດມາຈາກການສ່ຽງໂຊກກໍເປັນໄປໄດ້ ຄວາມຮັກຊີວິດຮັກຍັງບໍ່ລົງຕັວໃນໄລຍະນີ້ ຕ້ອງລະວັງ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຟ້າ ເລກນຳໂຊກ6 ຄົນເກີດວັນສຸກ:ການງານຈະເຮັດທຸລະກິດຫຍັງເປັນເງິນເປັນຄຳໄປທຸກຢ່າງ ການເງິນຈະໄດ້ໂຊກຈາກຄວາມມຸ່ງໝັ້ນ ແລະ ການກະທຳຂອງຕົນເອງ ຄວາມຮັກມີໂອກາດພົບຮັກ ພົບຄູ່ຄອງ ໃນສະຖານທີ່ທ່ອງທ່ຽວທີ່ສວຍງາມ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີຂາວ ເລກນຳໂຊກ4 ຄົນເກີດວັນເສົາ:ການງານຈະຕ້ອງປັບປ່ຽນວິທີການເຮັດທຸລະກິດ […]
ແຂວງອັດຕະປື ເປີດປະມູນຂາຍໄມ້ທີ່ຍຶດໄດ້ ບໍລິມາດ 69.064 ແມັດກ້ອນ

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື (ຄະນະກໍາມະການປະມູນຊື້ – ຂາຍໄມ້ຂັ້ນແຂວງ) ໄດ້ອອກແຈ້ງການ ສະບັບເລກ ທີ 24/ອຄ.ອປ, ລົງວັນທີ 22 ມີຖຸນາ 2023 ເຊີນປະມູນຂາຍໄມ້ຍຶດຂອງແຂວງອັດຕະປື ທີ່ຈະປະມູນຂາຍ ມີຈໍານວນທັງໝົດ 11 ບັນຊີ ເທົ່າກັບ 860 ຕັບ/ໂຕ, ບໍລິມາດ: 69.064 ແມັດກ້ອນ (ຫົກສິບເກົ້າຈຸດສຸນຫົກສີ່ແມັດກ້ອນ). ໄລຍະເວລາໃນການຂາຍຊອງປະມູນໃນໂມງລັດຖະການ ນັບແຕ່ວັນທີ 22/06/2023 ຫາ 05/07/2023. ກໍານົດວັນເວລາມື້ເປີດຊອງປະມູນແມ່ນເວລາ 9:00 ໂມງເຊົ້າ ຂອງວັນທີ 06/07/2023 ທີ່ ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື. ອີງຕາມ ແຈ້ງການເລກທີ 24/ອຄ.ອປ ລົງວັນທີ 22 ມິຖຸນາ 2023 ເຊີນເຂົ້າຮ່ວມປະມູນຊື້ໄມ້ບ້ວງໄມ້ຍຶດມາໄດ້ ດັ່ງມີລາຍລະອຽດອັນສໍາຄັນດັ່ງນີ້: 1.ຜູ້ທີ່ໄດ້ເງື່ອນໄຂເພື່ອເຂົ້າຮ່ວມປະມູນຊື້ໄມ້ຍຶດຂອງແຂວງ:ຜູ້ທີ່ມີໂຮງງານປຸງແຕ່ງໄມ້, ເຟີນີເຈີປຸງແຕ່ງໄມ້ທີ່ມີທະບຽນຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ຢູ່ພາຍໃນແຂວງ […]
ລາວ-ກຳປູເຈຍ ມອບ-ໂອນຕົວນັກໂທດ ຂ້າມຊາຍແດນ ງວດທີ I

ວັນທີ 29 ມິຖຸນາ 2023 ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກັບ ກະຊວງຍຸຕິທໍາ ແລະ ກົມໃຫຍ່ຄຸມຂັງ-ດັດສ້າງ ກະຊວງພາຍໃນ ຣາຊະອານາຈັກ ກຳປູເຈຍ ມອບ-ຮັບໂອນຕົວນັກໂທດງວດທີ I ຈັ ໂດຍ ທ່ານ ພົຈວ ສົມລິດ ດາວຮຸ່ງສຸລິ ຄະນະພັກກະຊວງ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ພ້ອມຄະນະ,ຝ່າຍກຳປູເຈຍນໍາໂດຍ ທ່ານ ຕານ ຮຽງດາວັນ ຄະນະຜູ້ແທນລັດຖະບານ ຫົວໜ້າກົມໃຫຍ່ວຽກງານຕ່າງປະເທດ ແລະ ພັດທະນາວຽກງານຍຸຕິທຳ ພ້ອມຄະນະ. ການມອບ-ຮັບການໂອນຕົວນັກໂທດຂອງຝ່າຍລາວໃນຄັ້ງນີ້ນັກໂທດທີ່ມີເງື່ອນໄຂໃນການໂອນຕົວ ມີນັກໂທດເຊື້ອຊາດກຳປູເຈຍ ຈໍານວນ 9 ຄົນ ຍິງ 1 ຄົນ ຂໍ້ຫາ: ຄ້າຂາຍຢາເສບຕິດ 6 ຄົນ, ນໍາໃຊ້ເງິນປອມ ແລະ ສໍ້ໂກງຊັບພົນລະເມືອງ 3 ຄົນ;ໃນນີ້, ສານຕັດສິນລົງໂທດປະຫານຊີວິດ 1 ຄົນ, ຕະຫຼອດຊີວິດ […]
ເຈົ້າໜ້າທີ່ການຄ້າແຂວງຈຳປາສັກ ກັກຢຶດຊິງຊັ່ງ ຊື້-ຂາຍປາທີ່ບໍ່ໄດ້ມາດຕະຖານ ພ້ອມທັງສຶກສາອົບຮົມ ແລະ ປັບໃໝຜູ້ຄ້າຂາຍ

ວັນທີ 28 ມິຖຸນາ 2023, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ແລະ ທ່ານ ຄໍາແຜ່ນ ແພງບົວວັນ ຫົວໜ້າຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມ-ກວດກາການນຳໃຊ້ຊິງຊັ່ງ ໃນການບໍລິການ ຊື້-ຂາຍ ຕາມຈຸດຊື້-ຂາຍ ຕ່າງໆ ພາຍໃນຕະຫລາດໃໝ່ປາກເຊ ເພື່ອເປັນການຄຸ້ມຄອງຊິງຊັ່ງທີ່ນຳໃຊ້ໃນການບໍລິການໃຫ້ຖືກຕ້ອງຕາມລະບຽບການ, ແນໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ທັງເຮັດໃຫ້ສັງຄົມມີຄວາມຍຸຕິທຳ. ຜ່ານການຕິດຕາມ-ກວດກາຄັ້ງນີ້ ພົບເຫັນຜູ້ຄ້າຂາຍນຳໃຊ້ຊິງຊັ່ງທີ່ບໍ່ຖືກຕ້ອງຕາມມາດຕະຖານ (ຊິງຊັ່ງທີ່ບໍ່ໄດ້ຂຶ້ນທະບຽນ ແລະ ຢັ້ງຢືນຄວາມຖືກຕ້ອງ) ເຂົ້າໃນການຊື້-ຂາຍ ໂດຍສະເພາະແມ່ນການຊື້-ຂາຍປາ 3 ຄົນ. ດັ່ງນັ້ນຈຶ່ງກັກຢຶດຊິງຊັ່ງທີ່ບໍ່ໄດ້ມາດຕະຖານ 3 ໜ່ວຍ, ຊິງຊັ່ງຂະໜາດ 30 ກິໂລກຣາມ 2 ໜ່ວຍ, ຊິງຊັ່ງຂະໜາດ 15 ກິໂລກຣາມ 1 ໜ່ວຍ. ພ້ອມທັງໄດ້ສ້າງບົດບັນທຶກ, […]
ບໍລິສັດຜະລິດໄຟຟ້າພະລັງນໍ້າ ນໍ້າອູ ຊີ້ແຈງກໍລະນີປານ້ອຍຕາຍຈຳນວນຫຼາຍ

ບໍລິສັດ ຜະລິດໄຟຟ້າພະລັງນໍ້າ ນໍ້າອູຈໍາກັດ ອອກມາຊີ້ແຈງກ່ຽວກັບພົບປາຕາຍທີ່ເຂື່ອນນ້ຳອູ 5 ເມືອງສຳພັນ ແຂວງຜົ້ງສາລີ. ໃນຕອນບ່າຍເວລາ 13:15 ໂມງ ຂອງວັນນທີ 26 ມິຖຸນາ 2023 ລະດັບນໍ້າໃນອ່າງຂອງເຂື່ອນໄຟຟ້າ ນໍ້າອຸ 5 ຮອດລະດັບຕໍ່າສຸດທີ່ໃຊ້ງານໄດ້ (ລະດັບນໍ້າຕາຍ) 430m ເພື່ອຮັບປະກັນຄວາມປອດໄພໃນການປ້ອງ ການອຸທົກກະໄພຊ່ວງລະດູຝົນ ແລະ ການຜະລິດໄຟຟ້າໃນລະດູແລ້ງໃຫ້ເປັນປົກກະຕິ ບໍລິສັດພວກເຮົາຈຶ່ງເປີດປະຕູລະບາຍນໍ້າລະດັບຕໍ່າຂອງເຂື່ອນ ເພື່ອດໍາເນີນການກວດກາເປັນປົກກະຕິ ແລະ ປ່ອຍນໍ້າເຂົ້າອ່າງເກັບນໍ້າ ຂອງເຂື່ອນໄຟຟ້ານໍ້າອູ 4 ດ້ວຍ. ໃນຕອນບ່າຍຂອງວັນທີ 27 ມິຖຸນາ 2023 ບໍລິສັດພວກເຮົາໄດ້ພົບເຫັນມີປານ້ອຍຕາຍ ໃນເຂດລຸ່ມເຂື່ອນໄຟຟ້ານໍ້າອູ 5. ຜ່ານການການວິເຄາະເບື້ອງຕົ້ນ ສາເຫດເຮັດໃຫ້ປານ້ອຍຕາຍແມ່ນ: ນັບແຕ່ເຂື່ອນໄຟຟ້ານໍ້າອູ 5 ໄດ້ກັກເກັບນໍ້າໃນປີ 2015 ຜ່ານມາ ນໍ້າຢູ່ຕໍ່າກວ່າລະດັບນໍ້າຕາຍ ເປັນນໍ້ານິ່ງເປັນເວລາດົນນານ ການຕົກຕະກອນຂອງຊີວະມວນສານໄດ້ເພີ່ມຫຼາຍຂຶ້ນ ເມື່ອງມາເປີດປະຕູລະບາຍນໍ້າ ຕະກອນຂອງຊີວະມວນສານ ໄດ້ໄຫຼລົງສູ່ເຂດລຸ່ມເຂື່ອນ ຈຶ່ງເຮັດໃຫ້ປານ້ອຍເຂດລຸ່ມເຂື່ອນຕາຍຈໍານວນໜຶ່ງ. ໃນຕອນແລງເວລາ 19:00 ໂມງຂອງວັນທີ […]
ເຈົ້າໜ້າທີ່ຈັບຜູ້ຄ້າຂາຍສິ່ງເສບຕິດ ປະເພດໃບກະທ້ອມ ທີ່ບ້ານນາ ເມືອງສີໂຄດຕະບອງ

ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ເປີດເຜີຍຂໍ້ມູນໃຫ້ຮູ້ວ່າ: ໃນວັນທີ 19 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະໄດ້ລົງແກ້ໄຂກຸ່ມເປົ້າໝາຍຂົນສົ່ງຢາເສບຕິດປະເພດໃບກະທ້ອມ ໄດ້ທັງໝົດ 599,7 ກິໂລກຼາມ ຢູ່ເຂດບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ແລະ ເຂດບ້ານນາຖົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມກັກຕົວຜູ້ຖືກຫາໄດ້ທັງໝົດ 5 ຄົນ, ຍິງ 1 ຄົນ ແລະ ຍຶດພາຫະນະນຳໃຊ້ໃນການຂົນສົ່ງມາດຳເນີນການສອບສວນ. ທ່ານ ພທ ດາວົງ ພຸມມະວົງ ຫົວໜ້າພະແນກ ປດກສ ເມືອງສີໂຄດຕະບອງ ໄດ້ເລົ່າວ່າ: ໃນຄັ້ງວັນທີ 19 ມິຖຸນາ 2023 ເວລາ 12:30 ນາທີຜ່ານມາ, ເຈົ້ານ້າທີ່ຕຳຫຼວດໜ່ວຍງານສະກັດກັ້ນ ຕ້ານຢາເສບຕິດ, ພະແນກຕຳຫຼວດກອງບັນຊາການ ປກສ ເມືອງສິໂຄດຕະບອງ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີການຊື້ຂາຍ ສິ່ງເສບຕິດປະເພດໃບກະທ້ອມ ຢູ່ເຂດບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈາກນັ້ນເຈົ້າໜ້າທີ່ກໍໄດ້ຈັດຕັ້ງກຳລັງລົງຕິດຕາມກວດກາ […]
ດວງລາຍວັນປະຈໍາວັນພະຫັດ ທີ 29 ມິຖຸນາ 2023

ຄົນເກີດວັນອາທິດ:ການງານເດິນທາງຕິດຕໍ່ງານຈະປະສົບຄວາມສຳເລັດ ການເງິນໄດ້ພົບຜູ້ອຸປະຖຳທາງດ້ານການເງິນ ຄວາມຮັກມີໂອກາດໄດ້ພົບຮັກກັບຄົນໃກ້ຕົວ ອາດມາໃນສະຖານະໝູ່ເພື່ອນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ8 ຄົນເກີດວັນຈັນ:ການງານການກໍ່ການຄ້າຈະໄດ້ກຳໄລດີ ແຕ່ຕ້ອງລະວັງເລື່ອງຂອງການລົງລາຍເຊັນ ການເງິິນອາດເສຍເງິນຊ້ອມເຄື່ອງລົດ ຫຼື ອຸປະກອນທີ່ສໍາຄັນໃນການໃຊ້ງານ ຄວາມຮັກຕົກຢູ່ໃນສະຖານະການຮັກຊ້ອນ ຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ1 ຄົນເກີດວັນອັງຄານ:ການງານເຮັດວຽກໜັກ ແລະ ເມື່ອຍຫຼາຍເກີນໄປສົ່ງຜົນຕໍ່ສຸຂະພາບທ່ານ ການເງິນພົບເລື່ອງເສຍເງິນແບບບໍ່ຄາດຝັນ ເພາະລາຍຈ່າຍບໍ່ຄົງທີ່ ຄວາມຮັກບໍ່ລົງຕົວເລື່ອງຄວາມສຳພັນເພາະອາດຍັງບໍ່ແມ່ນສໍາລັບທ່ານ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ7 ຄົນເກີດວັນພຸດ:ການງານວາງແຜນການເຮັດວຽກງານໃນຮູບແບບມືອາຊີບຈຶ່ງສາມາດແກ້ອຸປະສັກບັນຫາຕ່າງໆ ໃຫ້ຜ່ານພົ້ນໄປໄດ້ ການເງິນມີໂຊກໃນໄລຍະນີ້ຜູ້ໃຫຍ່ໄລຍະອຸປະຖໍາທາງດ້ານການເງິນ ຄວາມຮັກສຸກສົມຫວັງໃນເລື່ອງຮັກເປັນໄລຍະທີ່ລົງຕົວຂອງທ່ານທັງສອງ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກນຳໂຊກ6 ຄົນເກີດວັນພະຫັດ:ການງານວາງແຜນການເຮັດວຽກງານໄດ້ໃນຮູບແບບມືອາຊີບ ການເງິນມີໂຊກຈະໄດ້ຮັບເງິນກ້ອນໃຫຍ່ເຂົ້າມາໃຫ້ເກັບ ຄວາມຮັກມີໂອກາດໄດ້ພົບຮັກ ພົບຄູ່ ພົບຄົົນທີ່ຖືກໃຈໃນໄວໆນີ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ8 ຄົນເກີດວັນສຸກ:ການງານຈະໄດ້ພົບຮຸ້ນສ່ວນທີ່ດີທີ່ຈະຮ່ວມກັນເຮັດທຸລະກິດໃຫ້ເກີດຄວາມສຳເລັດ ການເງິນເປັນມື້ໂຊກດີມີໂຊກຈະໄດ້ເງິນເຂົ້າມາໃຫ້ໃຊ້ຈ່າຍ ຄວາມຮັກສຸກສົມຫວັງໃນເລື່ອງຂອງຄວາມຮັກ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີເທົາ ເລກນຳໂຊກ1 ຄົນເກີດວັນເສົາ:ການງານເກີດການປ່ຽນແປງຍົກຍ້າຍການງານໂດຍບໍ່ທັນຕັ້ງໂຕ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຍການໃຊ້ຈ່າຍໃນໄລຍະນີ້ ຄວາມຮັກສຸກສົມຫວັງໃນການໃຊ້ຊີວິດຮັກ ແຕ່ຕ້ອງຫາເວລາພົບປະກັບຄົນຮັກໃຫ້ຫຼາຍໆ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ5
ສະມາຊິກສະພາແຫ່ງຊາດສະເໜີເພີ່ມຄ່າແຮງງານຂັ້ນຕ່ຳຕື່ມອີກ

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ມິຖຸນາ 2023 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງຕ່າງໆໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເຊິ່ງໂດຍລວມແລ້ວແມ່ນ ເຫັນດີເປັນເອກະພາບທາງດ້ານເນື້ອໃນ, ແຕ່ຍັງມີບາງບັນຫາທີ່ຈະຕ້ອງໄດ້ສຶບຕໍ່ປັບປຸງແກ້ໄຂເປັນຕົ້ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ແຮງງານ, ຄຸນນະພາບຂອງປະກັນສັງຄົມ, ການສຶກສາ, ແລະ ອື່ນໆ. ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 8 ແຂວງຫົວພັນ ໄດ້ກ່າວວ່າ: ໄລຍະຜ່ານມາ ທະນາຄານກາງ ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາເງິນເຟີ້ ໃນນັ້ນ ໄດ້ອອກກົດໝາຍ ໃຫ້ປິດກິດ ຈະການຮ້ານແລກປ່ຽນເງິນຕາ ເຫັນວ່າມີຄວາມເຂັ້ມງວດຈິງຈັງເຮັດແທ້, ແຕ່ຈາກການສຳຫລວດ ພົບວ່າສາເຫດຫລັກໆ ທີ່ພາໃຫ້ເກີດອັດຕາເງິນເຟີ້ເພີ່ມຂຶ້ນ ແມ່ນເກີດຈາກອັດຕາແລກປ່ຽນ, ປະລິມານເງິນ, ຄວາມຕ້ອງການ ແລະ ການສະໜອງ, […]
ເຈົ້າໜ້າທີ່ສະກັດລົດລັກລອບຂົນສົ່ງຢາເສບຕິດ ໃນເມືອງຫົງສາ ແຂວງໄຊຍະບູລີ

ໃນວັນທີ 24 ມິຖຸນາ 2023 ໃນເວລາປະມານ 14:50 ໂມງ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ສະກັດລົດລັກລອບຂົນສົ່ງຢາເສບຕິດ ລະຫວ່າງບ້ານຍາງຄໍາ ເມືອງເງິນ ຫາ ບ້ານໂພນຈັນ ເມືອງຫົງສາ 2 ຄັນ ແລະ ລົດຈັກ 1 ຄັນ ພ້ອມກັກຕົວຜູ້ຖືກຫາ 6 ຄົນ ຂອງກາງ ຢາບ້າຈໍານວນ 57 ເປົາ ຈໍານວນ 6.000 ມັດ ເທົ່າກັບ 12.000.000 ເມັດ. ຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຂ່າວວ່າຈະມີການຂົນສົ່ງຢາເສບຕິດຜ່ານເສັ້ນທາງດັ່ງກ່າວ, ກໍາລັງວິຊາສະເພາະ ໄດ້ພ້ອມກັນຈັດຕັ້ງການສະກັດກັ້ນຢ່າງເຂັ້ມງວດ ແລະ ພົບເຫັນເປົ້າໝາຍ ຈິ່ງເຂົ້າສະກັດລົດ ແລະ ຈັບຕົວເປົ້າໝາຍ ທັງໝົດ 6 ຄົນຄື: ທ້າວ ບີລໍ ອາຍຸ 27 ປີ ບ້ານໂພສີ […]
ຄົນຮ້າຍກໍ່ເຫດ ໃຊ້ອາວຸດປືນຍິງຄົນຈີນ ສອງຄົນບາດເຈັບສາຫັດ

ໃນຄືນວັນທີ 27 ມິຖຸນາ 2023 ຜ່ານມາ, ເກີດເຫດຍິງຊາວຈີນ 2 ຄົນບາດເຈັບສາຫັດ, ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຕາມການລາຍງານຂອງຜູ້ເຫັນເຫດການແຈ້ງວ່າ: ຂະນະຄົນຈີນກຳລັງກິນດື່ມຢູ່ຫນ້າດ່ານ ບ້ານພັກສະບາຍດີ ໄດ້ມີຄົນລາວຂັບຂີ່ລົດຈັກມາຍັງຈຸດທີ່ເກີດເຫດແລ້ວໃຊ້ອາວຸດປືນຍິງຄົນຈີນ 2 ຄົນ ແລ້ວເອົາໂຕຫຼົບໜີ. ປັດຈຸບັນຕາມການລາຍງານແມ່ນໄດ້ຈັບຕົວຜູ້ກໍ່ເຫດໄດ້ແລ້ວ, ເຊິ່ງຜູ້ກໍ່ເຫດເປັນຄົນລາວເຮັດວຽກບໍລິການ ທີ່ຮ້ານບັນເທິງແຫ່ງໜຶ່ງໃນເຂດແຖວໜ້າດ່ານ ທີ່ໄດ້ຄ້າງຄ່າຫ້ອງພັກ ຄົນຈີນໄດ້ມີການທວງຖາມຢູ່ຫຼາຍເທື່ອ (ສ່ວນສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດຄັ້ງນີ້ ຕ້ອງລໍຖ້າການສືບສວນຂອງເຈົ້າໜ້າທີ່ຕໍ່ໄປ)