ດວງ-Tou-Vientianepost - 2023-06-30T102522.725
ແຂວງອັດຕະປື ເປີດປະມູນຂາຍໄມ້ທີ່ຍຶດໄດ້ ບໍລິມາດ 69.064 ແມັດກ້ອນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 30 June, 2023
ໝວດ: ຂ່າວ

ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື (ຄະນະກໍາມະການປະມູນຊື້ – ຂາຍໄມ້ຂັ້ນແຂວງ) ໄດ້ອອກແຈ້ງການ ສະບັບເລກ ທີ 24/ອຄ.ອປ, ລົງວັນທີ 22 ມີຖຸນາ 2023 ເຊີນປະມູນຂາຍໄມ້ຍຶດຂອງແຂວງອັດຕະປື ທີ່ຈະປະມູນຂາຍ ມີຈໍານວນທັງໝົດ 11 ບັນຊີ ເທົ່າກັບ 860 ຕັບ/ໂຕ, ບໍລິມາດ: 69.064 ແມັດກ້ອນ (ຫົກສິບເກົ້າຈຸດສຸນຫົກສີ່ແມັດກ້ອນ).

ໄລຍະເວລາໃນການຂາຍຊອງປະມູນໃນໂມງລັດຖະການ ນັບແຕ່ວັນທີ 22/06/2023 ຫາ 05/07/2023. ກໍານົດວັນເວລາມື້ເປີດຊອງປະມູນແມ່ນເວລາ 9:00 ໂມງເຊົ້າ ຂອງວັນທີ 06/07/2023 ທີ່ ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື.

ອີງຕາມ ແຈ້ງການເລກທີ 24/ອຄ.ອປ ລົງວັນທີ 22 ມິຖຸນາ 2023 ເຊີນເຂົ້າຮ່ວມປະມູນຊື້ໄມ້ບ້ວງໄມ້ຍຶດມາໄດ້ ດັ່ງມີລາຍລະອຽດອັນສໍາຄັນດັ່ງນີ້:

1.ຜູ້ທີ່ໄດ້ເງື່ອນໄຂເພື່ອເຂົ້າຮ່ວມປະມູນຊື້ໄມ້ຍຶດຂອງແຂວງ:ຜູ້ທີ່ມີໂຮງງານປຸງແຕ່ງໄມ້, ເຟີນີເຈີປຸງແຕ່ງໄມ້ທີ່ມີທະບຽນຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ຢູ່ພາຍໃນແຂວງ ແລະ ຕ່າງແຂວງ ທີ່ຍັງດໍາເນີນກິດຈະການຢູ່.

2.ຜູ້ທີ່ມີສິດເຂົ້າຮ່ວມປະມູນ ຕ້ອງແມ່ນຜູ້ອໍານວຍການ ຫຼື ຕົວແທນ ບໍລິສັດ ຫຼື ໂຮງງານປຸງແຕ່ງໄມ້ ທີ່ຖືກມອບສິດ ຫລື ສາມາດຕັດສິນບັນຫາໃນການປະມູນໄດ້.

ສະນັ້ນ, ຜູ້ທີ່ໄດ້ເງື່ອນໄຂທີ່ມີຄວາມສົນໃຈສາມາດຕີິດຕໍ່ພົວພັນຊື້ແບບຟອມຊອງປະມູນທີ່ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປື (ຂະແຫນງການຄ້າຕ່າງປະເທດ) ໃນໂມງລັດຖະການ. ການກໍານົດວັນເວລາຂາຍຊອງປະມູນ ແມ່ນ 10 ວັນລັດຖະການ (ນັບແຕ່ວັນທີ 22/06/2023 ຫາ 05/07/2023). ລາຄາຊອງປະມູນ: 1.000.000 ກີບ/ຊອງ (ສໍາລັບຄ່າຊອງປະມູນນັ້ນ ແມ່ນບໍ່ໄດ້ສົ່ງຄືນ).

ກໍານົດວັນເວລາມື້ເປີດຊອງປະມູນແມ່ນເວລາ 9:00 ໂມງເຊົ້າ ຂອງວັນທີ 06/07/2023, ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອັດຕະປືຖ້າກາຍຖືວ່າສະຫຼະສິດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
site-cover (82)
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.
site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
site-cover (80)
"ຄິມ ຈອງ-ອຶນ" ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ
site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
site-cover (76)
"ຜູ້ນຳທະຫານມຽນມາ" ຫາລືກັບ "ຜູ້ນຳຈີນ" ເທື່ອທຳອິດຫຼັງຈາກການລັດຖະປະຫານ
Copy of site cover (54)
ການດູແລເຊີບເວີໃຫ້ໃຊ້ງານໄດ້ປະສິດທິພາບ
ຢ່າລື່ມກົດຕິດຕາມ