ດວງ-Tou-Vientianepost - 2023-06-28T103725.373
ສະມາຊິກສະພາແຫ່ງຊາດສະເໜີເພີ່ມຄ່າແຮງງານຂັ້ນຕ່ຳຕື່ມອີກ
ຮຽບຮຽງໂດຍ:Staff
ເຜີຍແຜ່: 28 ເດືອນມີນາ, 2023
ໝວດ: ຂ່າວ

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ມິຖຸນາ 2023 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງຕ່າງໆໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເຊິ່ງໂດຍລວມແລ້ວແມ່ນ ເຫັນດີເປັນເອກະພາບທາງດ້ານເນື້ອໃນ, ແຕ່ຍັງມີບາງບັນຫາທີ່ຈະຕ້ອງໄດ້ສຶບຕໍ່ປັບປຸງແກ້ໄຂເປັນຕົ້ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ແຮງງານ, ຄຸນນະພາບຂອງປະກັນສັງຄົມ, ການສຶກສາ, ແລະ ອື່ນໆ.

ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 8 ແຂວງຫົວພັນ ໄດ້ກ່າວວ່າ: ໄລຍະຜ່ານມາ ທະນາຄານກາງ ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາເງິນເຟີ້ ໃນນັ້ນ ໄດ້ອອກກົດໝາຍ ໃຫ້ປິດກິດ ຈະການຮ້ານແລກປ່ຽນເງິນຕາ ເຫັນວ່າມີຄວາມເຂັ້ມງວດຈິງຈັງເຮັດແທ້, ແຕ່ຈາກການສຳຫລວດ ພົບວ່າສາເຫດຫລັກໆ ທີ່ພາໃຫ້ເກີດອັດຕາເງິນເຟີ້ເພີ່ມຂຶ້ນ ແມ່ນເກີດຈາກອັດຕາແລກປ່ຽນ, ປະລິມານເງິນ, ຄວາມຕ້ອງການ ແລະ ການສະໜອງ, ການນຳເຂົ້າສິນຄ້າ. ສະນັ້ນການແກ້ໄຂບັນຫາອັດຕາແລກປ່ຽນ ໃນປັດຈຸບັນ ແມ່ນເປົ້າໝາຍທີ່ຖືກຕ້ອງສະເໝີໃຫ້

ທະນາຄານກາງ ເພີ່ມຄວາມເຂັ້ມງວດການບໍລິຫານຂຶ້ນຕື່ມ ໂດຍສະເພາະແມ່ນການຊຳລະສະສາງ ທີ່ເປັນສະກຸນເງິນກີບ ຕ້ອງລະດົມໃຫ້ທົ່ວສັງຄົມ ຫັນມາໃຊ້ສະກຸນເງິນກີບແບບຈິງຈັງເພື່ອຮ່ວມກັນໃນການແກ້ໄຂບັນຫາດັ່ງກ່າວ. ນອກຈາກນີ້, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຍັງຍົກໃຫ້ເຫັນເຖິງບັນຫາແຮງງານຂັ້ນຕ່ຳ ເຊິ່ງປັດຈຸບັນແມ່ນໄດ້ປັບເພີ່ມຈາກປີຜ່ານມາ 1.200.000 ກີບ ເປັນ

1.300.000 ກີບ ແຕ່ເຖິງຢ່າງໃດກໍຕາມ ກໍຍັງບໍ່ສອດຄ່ອງກັບສະພາບເສດຖະກິດໃນປັດຈຸບັນ ເຮັດໃຫ້ບັນດາແຮງງານ ຫລັ່ງໄຫລໄປເຮັດວຽກຢູ່ຕ່າງປະເທດ. ຈາກຜົນສໍາຫລວດຂອງສະຖາບັນການຄ້າ ໃນປີ 2023 ເຫັນວ່າວິສາຫະກິດຂະໜາດນ້ອຍ ແລະ ກາງ 70% ເຫັນດີໃຫ້ເພີ່ມຄ່າແຮງງານໃຫ້ຢູ່ໃນລະດັບ 1.800.000 – 2.000.000 ກີບ, ທັງນີ້ ກໍເພື່ອຄຳນຶງເຖິງຄວາມຢູ່ລອດຂອງແຮງງານ, ໃນຂະນະທີມີພຽງ 15% ບໍ່ເຫັນດີໃຫ້ເພີ່ມຄ່າແຮງງານ.

ນອກຈາກນີ້, ບັນດາມາສະມາຊິກສະພາແຫ່ງຊາດຫລາຍທ່ານ ກໍໄດ້ສະເໝີໃຫ້ລັດຖະບານ ເລັ່ງປັບປຸງແກ້ໄຂຫລາຍບັນຫາຕື່ມອີກ ເປັນຕົ້ນແແມ່ນການພັດທະນາພື້ນຖານໂຄງລ່າງ, ພ້ອມສະເໜີໃຫ້ລັດຖະບານ ເພີ່ມເງິນເດືອນຂັ້ນຕໍ່າ ກໍຄືເງິນເດືອນຂອງລັດຖະກອນ, ເພີ່ມເງິນອຸດໜູນໃຫ້ພະນັກງານຂັ້ນບ້ານ, ສ້າງຄວາມເຂັ້ມງວດໃນການຈັດສັນທີ່ດິນໃນຂັ້ນທ້ອງຖິ່ນ.

ແຫຼ່ງຂ່າວ ປະເທດລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນຈັນ, 24 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,504
21,714
thailand (1)
THB
633.72
645.76
european-union
EUR
22,934
23,391
china
CNY
2,900
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
27,680
22,130
18,440
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,170,000
31,700,000
30,900,000
31,809,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (60)
ມາຮູ້ຈັກກັບເທັກນິກປົດໜີ້ແບບ "ຫິມະຖະຫຼົ່ມ" ຈົບໜີ້ໄວ-ຈ່າຍດອກເບ້ຍໜ້ອຍ
site cover (59)
ແກ໊ງຄໍເຊັນເຕີ ສາມາດຕວົະຕົ້ມເງິນຈາກຄົນທົ່ວໂລກໄປໄດ້ປະມານ 64,000 ລ້ານໂດລາ; ເງິນຫຼາຍກວ່າເຄິ່ງ ມາຢູ່ທີ່ 3 ປະເທດໃນອາຊຽນ
site cover (58)
ລັດຖະບານສະຫະລັດ ໄດ້ເປີດເຜີຍແຜນການເຂົ້າໂຈມຕີກຸ່ມກະບົດຮູຕີ ໃນແຊັດກຸ່ມທີ່ມີນັກຂ່າວຢູ່ນຳໂດຍບໍ່ໄດ້ຕັ້ງໃຈ !
site cover (57)
ເປີດເຜີຍຄຳທຳນາຍປີໃໝ່ລາວ ຄສ.2025 ພສ 2568
site cover (56)
ຍຶດຢາບ້າ 4 ແສນເມັດ ຈາກ 2ໜຸ່ມລາວ ຂັບເຮືອຂ້າມແມ່ນໍ້າຂອງໄປສົ່ງຢູ່ຝັ່ງໄທ
site cover (55)
ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
site cover (53)
ໂດນັລ ທຣໍາ ປະກາດຍົກເລີກສະຖານະຂອງຜູ້ອົບພະຍົບກວ່າ 530,000 ຄົນ
site cover (52)
ດູດວງ 12ລາສີ ປະຈໍາອາທິດ 24-30 ມີນາ 2025
site cover (51)
ທາງອອກໃນການປັບໂຕຂອງທຸລະກິດເພື່ອບໍລິຫານພະນັກງານຢ່າງມີປະສິດທິພາບກັບ Bezz Solution
Copy of Copy of VP-Square (1200 x 628 px) (1)
ວິທີກຳຈັດຍຸງແບບເປັນມິດກັບສິ່ງແວດລ້ອມ: ປະສິດທິຜົນສູງ, ບໍ່ເປັນອັນຕະລາຍ
ຢ່າລື່ມກົດຕິດຕາມ