ຄ້າຍຄຸມຂັງບັງລຽງພາກໃຕ້ ສຶກສາອົບຮົມນັກໂທດ ປະຈຳໄຕມາດ II

ວັນທີ 6 ມິຖຸນາ 2023, ຄ້າຍຄຸມຂັງບັງລຽງພາກໃຕ້ ແຂວງຈໍາປາສັກ ໄດ້ສຶກສາອົບ ຮົມນັກໂທດ ປະຈຳໄຕມາດ II ປະຈຳປີ 2023 ໃນຫົວຂໍ້: ບາບ, ບຸນ, ຄຸນ, ໂທດ, ເຂົ້າ ຮ່ວມ ແລະ ສຶກສາອົບຮົມ ໂດຍພຣະອາຈານ ຄຳພຸດ ແກ້ວວົງຈັນ ຮອງຫົວໜ້າກຳ ມະທິການເຜີຍແຜ່ສິນ ລະທຳນະຄອນປາກເຊ ເຈົ້າອະທິການ ວັດນາແຫກ ນະຄອນປາກເຊ ແຂວງຈຳປາສັກ, ມີ ພັທ ເພັດສະໝອນ ລາດລອງເມືອງ ຮອງຫົວໜ້າຄ້າຍຄຸມຂັງບັງລຽງພາກໃຕ້, ມີກຳລັງວິຊາສະເພາະ ພ້ອມດ້ວຍນັກໂທດພາຍໃນຄ້າຍຂຸມຂັງບັງລຽງພາກໃຕ້ ເຂົ້າຮ່ວມ. ການສຶກສາອົບຮົມໃນຄັ້ງນີ້, ພຣະ ອາຈານ ຄຳພຸດ ແກ້ວວົງຈັນ ໄດ້ເຜີຍແຜ່ສິນລະທຳໃຫ້ນັກໂທດໄດ້ຮັບຮູ້ເຖິງ ບາບ, ບຸນ, ຄຸນ, ໂທດ ແລະ ທຳມະຫຼາຍຢ່າງຈຸດປະສົງ ເພື່ອເຮັດໃຫ້ນັກໂທດພາຍໃນຄ້າຍຄຸມຂັງບັງລຽງພາກໃຕ້ ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງການດຳລົງຊີວິດຢູ່ໃນສັງຄົມຮັບຮູ້ເຖິງລະບຽບການຕ່າງໆຂອງບ້ານ […]

ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຂອງກາງ 4.866 ເມັດ ແລະ ເຮໂລອິນ ຈຳນວນໜຶ່ງ

ກອງບັນຊາການ ປກສ ເມືອງຊຽງຄໍ້ ແຂວງຫົວພັນ ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ. ວັນທີ່ 7 ມີຖຸນາ 2023 ເຈົ້າໜ້າທີ່ກອງບັນຊາການ ປກສເມືອງຊຽງຄໍ້ ແຂວງຫົວພັນ ໄດ້ນຳກຳລັງເຂົ້າຈັບຕົວຄູ່ຜົວ-ເມຍຊື່ ທ້າວ ເລົາຢາງ ແລະ ນ. ວາງລີ ບ້ານກົກໄຊ ເມືອງຊຽງຄໍ້ ແຂວງຫົວພັນ ພົບເຫັນຂອງກາງຢາເສບຕິດປະເພດຢາບ້າ ຈຳນວນທັງໝົດ 4.866 ເມັດ ພ້ອມກັບເຮໂລອີນ 1 ແທງ ໃຫ່ຍ ກັບ 1 ແທ່ງນ້ອຍ, ຝຸ່ນສີຂາວ ແລະ ກ້ອນນ້ອຍ ຈຳນວນໜຶ່ງ, ປືນເເກັບຍິງລູກອັດລົມ 1 ກະບອກ, ເງີນກີບ 7.134.000 ກີບ, ເຈົ້າໜ້າທີ່ ປກສ ເມືອງຊຽງຄໍ້ ຈຶ່ງໄດ້ນຳຕົວຄູ່ຜົວ-ເມຍ ພ້ອມດ້ວຍ ຂອງກາງຈຳນວນດັ່ງກ່າວ ມາສອບສວນ ຂະຫຍາຍຜົນຫາທີ່ໄປທີ່ມາຂອງຢາເສບຕິດຈຳນວນດັ່ງກ່າວ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ດວງລາຍວັນປະຈໍາວັນສຸກ ທີ 09 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານຈະ​ເຮັດ​ສິ່ງ​ໃດ​ໃນ​ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ໂຊກ​ດີ​ ມີ​ອຸປະສັກ​ຕໍ່​ການ​ປ່ຽນ​ແປງ​ ແຕ່​ກໍ​ຄຸ້ມ​ຄ່າ​ກັບ​ຄວາມ​ພະຍາຍາມ​ໃ​ນຕອນນີ້​ ການ​ເງິນມີ​ຄວາມ​ກັງ​ວົນ​ໃນ​ເລື່ອງ​ຂອງ​ການ​ໃຊ້​ເງິນ​ ແລະ​ການ​ໃຊ້​ຈ່າຍ​ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ​ ແຕ່​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ເພິ່ມເຕິມ​ ຄວາມ​ຮັກໂດດ​ເດັ່ນ​ໄດ້​ພົບ​ຄົນ​ຜິວ​ຂາວ​ ກ່ຽວ​ຂ້ອງ​ກັບ​ການ​ງານ​ທີ່​ຈະ​ນຳ​ພາມ​ໃຫ້​ໄດ້​ກັນ​ ໃນ​ຊ່ວງ​ນີ້​ມີ​ໂອ​ກາດ​ພົບ​ຄົົນທີ່​ຖືກ​ໃຈ​ ເຄື່ອງມຸງຄຸນ  ຫີນນໍາໂຊກສີແດງ ສີມຸງຄຸນ​ ສີດໍາ ເລກ​ນຳ​ໂຊກ​2  9 ຄົນເກີດວັນຈັນ:ການ​ງານຈະ​ປະ​ສົບ​ຄວາມ​ສຳ​ເລັດ​ດີ​ຂຶ້ນ​ ແຕ່​ຕ້ອງ​ມີ​ການ​ໃຊ້​ເງິນ​ທຶນ​ອອກ​ໄປ​ ຈຶ່ງ​ຄວນ​ວາງ​ແຜນ​ໃຫ້​ຮອບຄອບຫລາຍ​ໆ​ ຈຶ່ງ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ ການ​ເງິນ​ຈະ​ມີ​ອຸປະສັກ​ເຮັດໃຫ້​ຮູ້ສຶກ​ເມືອຍ​ ເພາະເປັນຊ່ວງທີ່ທ່ານໄດ້ໃຊ້ເງິນ​ ຄວາມ​ຮັກມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ທີ່​ຈະ​ມີ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ຕ້ອງ​ລະ​ວັງ​ອາລົມ​ໃຈ​ຮ້ອນ​ເຮັດໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ ຈຶ່ງ​ຕ້ອງ​ປັບ​ຕົວ​ເຂົ້າ​ຫາ​ກັນ​ຄ່ອນ​ຂ້າງ​ຫລາຍ​ ເຄື່ອງມຸງຄຸນ​  ເງິນ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​6 ຄົນເກີດວັນອັງຄານ:ການ​ງານ​ຊ່ວງ​ນີ້​ຈະ​ປະ​ສົບ​ໂຊກ​ດີ​ ແລະ​ຄວາມ​ສຳ​ເລັດ​ ແຕ່​ທ່ານ​ຕ້ອງ​ລະ​ວັງ​ຄວາມ​ໃຈ​ຮ້ອນ​ ເຮັດ​ສິ່ງ​ຕ່າງ​ ໆ​ ດ້ວຍ​ຄວາມຮອບຄອບຈະ​ດີ​ທີ່ສຸດ​ ການ​ເງິນ​ທ່ານ​ຈະ​ໄດ້​ເຄື່ອງ​ໃໝ່​ໆ​ ທີ່​ຕ້ອງ​ໃຊ້​ເງິນ​ຊື້​ຫາ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກລະ​ວັງ​ຄວາມ​ໃຈ​ຮ້ອນ​ລະຫວ່າງ​ກັນ​ໃນ​ການ​ຂັດ​ແຍ້ງ​ຈະ​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ ຕ້ອງ​ໃຊ້​ຄວາມ​ໃຈ​ເຢັນ​ ແລະ​ມີ​ເຫດຜົນ​ຫລາຍ​ໆ​ ຈະ​ເຮັດໃຫ້​ຄວາມ​ສຳພັນ​ລະຫວ່າງ​ກັນ​ດີ​ຂຶ້ນ​ໄດ້​ ເຄື່ອງມຸງຄຸນ​  ຫີນນໍາໂຊກສີທອງ ສີມຸງຄຸນສີ​ີສົ້ມ ເລກ​ນຳ​ໂຊກ​  2 ຄົນເກີດວັນພຸດ:ການ​ງານຊ່ວງ​ນີ້​ໄດ້​ປະລິມານ​ງານ​ຫລາຍ​ຂຶ້ນ​ ເພາະ​ສາມາດ​ໃຊ້​ຄວາມ​ສາມາດ​ໃນ​ການ​ເຮັດ​ວຽກງານ​ໄດ້​ຢ່າງ​ເຕັມ​ທີ່​ ການ​ເງິນຈະ​ສັງເກດ​ໄດ້​ວ່າດວງດ້ານ​ການ​ເງິນ​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນ​ເປັນ​ຢ່າງ​ຫລາຍ​ ໃນ​ຊ່ວງ​ນີ້​ຈະ​ມີ​ໂຊກ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ ຄວາມ​ຮັກຊ່ວງ​ນີ້​ຄວນ​ໃຊ້​ຄຳ​ເວົ້າ​ ແລະ ຄວາມເຊື່ອໃຈໃນການ​ເບິ່ງ​ແຍງ​ເອົາ​ໃຈ​ໃສ່​ ຈະ​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ທີ່​ດີ​ຂຶ້ນ​ເປັນ​ຢ່າງ​ຫລາຍ​ ເຄື່ອງມຸງຄຸນ​​ […]

ຢຶດຊິ້ນສ່ວນສັດທີ່ຫ້າມນຳເຂົ້າ  15 ກິໂລກຣາມ ພ້ອມເຮັດບົດບັນທຶກກ່າວເຕືອນ

ວັນທີ 6 ມິຖຸນາ 2023 ຜ່ານມາ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກຊັນ ນຳໂດຍ ທ່ານ ວັນທະນາ ເຫດມາວັນ ຮອງໜ່ວຍງານລ້ຽງສັດ ແລະ ປະມົງ ພ້ອມພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມກວດກາ ສິນຄ້າປະເພດອາຫານທະເລທີ່ມີສານເຈືອປົນ, ຊິ້ນສ່ວນສັດທີ່ຫ້າມນຳເຂົ້າເຊັ່ນ:ໜູ, ງົວ, ຄວາຍ ທີ່ບໍ່ມີໃບອະນຸຍາດເຄື່ອນຍ້າຍ, ດັ່ງນັ້ນ ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ສົບ ທົບ ລົງກວດກາຕາມຮ້ານຂາຍສິນຄ້າບໍລິໂພກປະເພດຊິ້ນສ່ວນສັດ ,ອາຫານທະເລ ທີ່ບັນດາ ແມ່ຄ້າຊາວຂາຍໄດ້ນຳ ເຂົ້າມາຈຳ ໜ່າຍ ແລະ ຂາຍຢູ່ຕາມຮ້ານ, ຕະຫຼາດປາກຊັນ. ເຊິ່ງການກວດກາຄັ້ງນີ້ສາມາດພົບເຫັນຊິ້ນສ່ວນຂອງສັດປະເພດຫ້າມນຳເຂົ້າ ເປັນຕົ້ນ ຊີ້ນຄວາຍ ຈຳນວນ 5 ກິໂລ ແລະ ໜູບົດ 10 ກິໂລ, ພ້ອມກວດກາຫາສານຟໍມາລິນໃນອາຫານທະເລປະເພດກຸ້ງ, ປາມຶກ ແລະ ອື່ນໆ ແມ່ນບໍ່ມີສານຕົກຄ້າງ, ດັ່ງນັ້ນເຈົ້າທີ່ຈຶ່ງໄດ້ຢຶດເອົາຊິ້ນສ່ວນສັດເພື່ອມາທຳລາຍ ແລ້ວເຮັດບົດບັນທຶກກ່າວເຕືອນ ຖ້າມີອີກຄັັ້ງທີສອງ ຈະໄດ້ປັບໃໜຕາມລະບຽບການທີ່ […]

ແຈ້ງການ ໃຫ້ຢຸດຕິການບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານເກມ ແລະ ໂຕະສະນຸກເກີ ທົ່ວເມືອງປາກຊັນ

ອີງຕາມ ແຈ້ງການຂອງພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ສະບັບເລກທີ 506/ສກຂ, ລົງວັນທີ 25 ພຶດສະພາ 2023 ວ່າດ້ວຍການສອບເສັງຈົບຊັ້ນສາມັນສຶກສາ ມ.4 ແລະ ມ.7 ສົກຮຽນ 2022-2023; ອີງຕາມ ຫນັງສືສະເຫນີຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ສະບັບເລກທີ 280/ສກມ, ລົງວັນທີ 07 ມິຖຸນາ 2023. ຫ້ອງວ່າການເມືອງ ຂໍຖືເປັນກຽດ ອອກແຈ້ງການ ດັ່ງນີ້: 1. ໃຫ້ບັນດາຜູ້ປະກອບການ, ຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານເກມ ແລະ ໂຕະສະນຸກເກີ ທົ່ວເມືອງປາກຊັນ ຢຸດຕິການບໍລິການຊົ່ວຄາວ ໃນຊ່ວງສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ( ມ.4 ) ວັນທີ 14-16 ມິຖຸນາ 2023 ແລະ ຕອນປາຍ ( ມ.7 ) ວັນທີ 21-23 […]

ເກີດເຫດຟ້າຜ່າຄົນເສຍຊີວິດ ຢູ່ບ້ານ ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ

ອີງຕາມການລາຍງານ ຂອງ ໜ່ວຍກູ້ໄພສຸກເສີນ ອົງການກາແດງ ແຂວງອຸດົມໄຊ ລາຍງານ ໃຫ້ຮູ້ວ່າ ໃນວັນທີ 7 ມິຖຸນາ ປີ 2023 ເວລາ16:35ນາທີ ໄດ້ຮັບແຈ້ງວ່າມີຜູ້ບາດເຈັບຈາກເຫດຟ້າຜ່າ 02ຄົນ ຄັ້ງແລ້ວນີ້ ໃນເວລາຕໍ່ມາແມ່ນໄດ້ຮັບແຈ້ງເພີ່ມຕື່ມວ່າມີຜູ້ເສຍຊີວິດ 01 ຄົນ ຈາກເຫດການດັ່ງກ່າວ. ຈຸດເກີດເຫດ ແມ່ນຢູ່ບ້ານ ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ, ຂໍ້ມູນຜູ້ເສຍຊີວິດ ແມ່ນເພດ ຍິງ ອາຍຸ 38 ປີ. ຈາກການບອກເລົ່າ ຂອງຜູ້ເປັນຜົວ ຂອງຜູ້ເສຍຊີວິດເລົ່າວ່າ: ໃນຕອນແລງປະມານ15:00 ນາທີ ຂອງວັນທີ 7 ມິຖຸນາ 2023 ນີ້ທັງ3ຄົນແມ່ນໄດ້ໄປໄຮ່ຕາມປົກກະຕິ ແລ້ວເກີດມີຝົນຕົກຈຶ່ງໄດ້ພາກັນເຂົ້າໄປລົບຝົນຢູ່ທີ່ຖຽງໄຮ່ດັ່ງກ່າວ ເວລາຕໍ່ມາຈຶ່ງເກີດມີຟ້າຜ່າລົງກາງຖຽງ ເຮັດໃຫ້ຜູ້ເປັນເມຍເສຍຊີວິດລົງ.

ເຈົ້າໜ້າທີ່ພາສີນະຄອນຫລວງວຽງຈັນ ຢຶດລົດບໍ່ເສຍພາສີ 2 ຄັນ ມາດຳເນີນຄະດີຕາມລະບຽບກົດໝາຍ

ວັນທີ 7 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ); ຂະແໜງສືບສວນ-ສອບສວນ, ໄດ້ປະຕິບັດຕາມສາຍຂ່າວເຊິ່ງສາມາດຈັບກຸມລົດບໍ່ໄດ້ເສຍພາສີໄດ້ຈຳນວນ 2 ຄັນ,ມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ. ສໍາລັບການເຄື່ອນໄຫວຂອງເຈົ້າໜ້າທີ່ພາສີ ປະຈໍາຂະແໜງສືບສວນ-ສອບສວນໃນຄັ້ງນີ້, ສາມາດຢຶດລົດໄດ້ ຈໍານວນ 2 ຄັນ, ປະກອບມີ: ລົດກະບະໂຕໂຢຕາ, ແຄບ ຈໍານວນ 1 ຄັນ, ລົດກະບະ 2 ປະຕູ 1 ຄັນ, ສາມາດຈັບໄດ້ຢູ່ເຂດບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າເປັນລົດນຳເຂົ້າຍັງບໍ່ໄດ້ເສຍພາສີ ແລະ ພັນທະອື່ນໆ. ສະນັ້ນ, ເຈົ້າໜ້າທີ່ພາສີໄດ້ຢຶດລົດຈໍານວນດັ່ງກ່າວມາຮັກສາໄວ້ທີ່ພະແນກ ພສປ ທີ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເພື່ອດຳເນີນການຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ. ທີ່ມາ: ກະຊວງການເງິນ

ດວງລາຍວັນປະຈໍາວັນພະຫັດ ທີ 08 ມິຖຸນາ 2023

ຄົນເກີດວັນອາທິດ ການ​ງານຈະ​ພົບ​ຮຸ້ນ​ສ່ວນ​ທີ່​ດີ​ຮ່ວມ​ຮຸ້ນ​ທາງ​ທຸລະກິດເຂົ້າມາຮ່ວມວຽກງານນໍາ ການ​ເງິນ​ຈະໄດ້ເງິນ​ກ້ອນ​ໃຫຍ່​ຈາກ​ການເຮັດ​ທຸລະກິດ ຄວາມ​ຮັກເກີດ​ຄວາມ​ຮູ້ສຶກເຄັ່ງຄຽດ​ເລື່ອງ​ຄວາມ​ສຳພັນ ຕ້ອງລະວັງຄໍາເວົ້າ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​5 ຄົນເກີດວັນຈັນ:ການ​ງານຈະ​ພົບ​ການ​ຍົກຍ້າຍການ​ປ່ຽນ​ແປງ​ໄດ້ວຽກ​ງານ​ທີ່​ໃໝ່ ການ​ເງິນ​ໄລຍະ​ນີ້​ໃຊ້​ຄວາມ​ປະ​ຢັດ​ເອົາ​ໄວ້​ກ່ອນຈະເປັນການດີ ຄວາມ​ຮັກ​ພົບ​ຄົົນທີ່​ມີ​ອາ​ຍຸ​ຕ່າງ​ກັນ​ທ່ານ​ ແຕ່ລາວຈະ​ນຳ​ຄວາມ​ສຸກ​ມາສູ່​ທ່ານ ເຄື່ອງມຸງຄຸນ​  ແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​1 ຄົນເກີດວັນອັງຄານ:ການ​ງານ​ມີ​ຂ່າວ​ດີ​ອາດ​ໄດ້​ເລື່ອນ​ຂັ້ນ​ເລື່ອນ​ຕຳແໜ່ງຂອງວຽກງານທີ່ທ່ານໄດ້ຮັບຜິດຊອບ ການ​ເງິນທ່ານຈະເສຍ​ເງິນ​ຊື້​ເຟີນິເຈີ​ໃໝ່ເຂົ້າມາເຮັດໃຫ້ທ່ານອາດມີລາຍຈ່າຍເພີ່ມຂື້ນ ຄວາມ​ຮັກເກີດ​ບັນຫາ​ດ້ານ​ຄວາມ​ສຳພັນ ເພາະທ່ານທັງສອງບໍ່ມີເວລາໃຫ້ກັນເລີຍ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ຂາວ ເລກ​ນຳ​ໂຊກ​1 ຄົນເກີດວັນພຸດ:ການ​ງານການ​ເລີ່ມ​ຕົ້ນ​ທຸລະກິດ​ໃໝ່​ອາດ​ເກີດ​ການ​ຜິດ​ພາດ ການ​ເງິນມີ​ຂ່າວ​ດີ​ດ້ານ​ການ​ເງິນ ແຕ່ກໍຈະມີການຈັບຈ່າຍສິ່ງຂອງທີ່ຍັງບໍ່ຈຳເປັນ ຄວາມ​ຮັກຈະພົບ​ຮັກ​ກັບ​ຄົົນທີ່​ມີ​ນິ​ໄສ​ດີອາດເປັນຄົນທີ່ທ່ານເອງກໍຮູ້ດີ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​3 ຄົນເກີດວັນພະຫັດ:ການ​ງານລະ​ວັງ​ການເຮັດ​ທຸລະກິດ​ຜິດ​ພາດ​ເຮັດໃຫ້​ຂາດ​ທຶນ ການ​ເງິນ​ເດິນທາງ​ໄກ​ແລ້ວ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ເຂົ້າມາຊ່ວຍເຫຼືອທ່ານ ຄວາມ​ຮັກພົບ​ຮັກ​ທີ່​ດີ​ມີ​ຄວາມ​ສຸກແຕ່ໄລຍະນີ້ຄົນຮັກບໍ່ມີເວລາໃຫ້ທ່ານເລີຍ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​1 ຄົນເກີດວັນສຸກ:ການ​ງານ​ລະ​ວັງ​ການ​ເກີດ​ບັນຫາ​ຂັດ​ແຍ້ງ​ກັບ​ຮຸ້ນ​ສ່ວນໃນບ່ອນເຮັດວຽກ ການ​ເງິນທ່ານຈະເສຍ​ເງິນ​ສ້ອມແປງບ້ານ​ຂອງທ່ານ​​ທີ່​ເກີດການເສຍຫາຍ ຄວາມ​ຮັກເກີດ​ຄວາມ​ສຸກ​ໃນ​ຊີວິດ​ຮັກ ເພາະຄົນຮັກກໍາລັງເອົາໃຈທ່ານຫຼາຍກວ່າປົກກະຕິໃນໄລຍະນີ້ ເຄື່ອງມຸງຄຸນ  ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​1 ຄົນເກີດວັນເສົາ:ການ​ງານພົບ​ວິທີ​ການເຮັດ​ທຸລະກິດ​ໂດຍ​ການ​ລົງ​ທຶນ​ນ້ອຍ​ແຕ່​ໄດ້​ກຳ​ໄລ​ງາມ ການ​ເງິນພົບ​ເຫດການ​ທີ່​ຕ້ອງ​ຈ່າຍ​ເງິນ​ກ້ອນ​ໃຫຍ່ອອກໄປຫຼາຍກວ່າທີ່ຜ່ານມາ ຄວາມ​ຮັກປະຕິເສດ​ໃນ​ເລື່ອງ​ຮັກ ເພາະເປັນໄລຍະທີ່ທ່ານຄິດແຕ່ເລື່ອງການງານຫຼາຍກວ່າເລື່ອງອື່ນ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​4

ແຈ້ງຫາເຈົ້າຂອງລົດຈັກ 18 ຄັນ ທີ່ກັກໄວ້ໃຫ້ເຂົ້າພົວພັນເສຍພາສີ ຖ້າກາຍກຳນົດຈະຢຶດໄວ້

ວັນທີ 6 ມິຖຸນາ 2023 ຜ່ານມາ, ກອງບັນຊາການ ປກສ ເມືອງ ບໍລິຄັນ ແຂວງບໍລິຄຳໄຊ ໄດ້ກັກລົດຈັກຈໍານວນ 18 ຄັນ, ລົດທີ່ມີເອກະສານຖືກຕ້ອງມີເຈົ້າຂອງ ທີ່ ຖືກຄົນຮ້າຍລັກໄປຈໍານວນ 6 ຄັນ ແລະ ລົດຈັກທີ່ບໍ່ມີເອກະສານ ຫຼື ນໍາເຂົ້າບໍ່ຖືກຕ້ອງຈໍານວນ 12 ຄັນ ລາຍລະອຽດ ດັ່ງນີ້: ລົດຈັກມີເອກະສານຄົບຖ້ວນແຕ່ຖືກຄົນຮ້າຍລັກໄປຈໍານວນ 6 ຄັນ ແມ່ນໃຫ້ເອົາເອກະສານມາຢັ້ງຢືນເອົາຄື: ປະເພດ ລົດຈັກ ຍີ່ຫໍ້ HONDA ລຸນເວບ 100, ສີແດງດໍາ, ເລກຈັກ NF100E8165297, ເລກຖັງ NF1008165297 ເລກທະບຽນ ຈຜ 9051 ເອກະຊົນລາວ ອອກຊື່ ນາງ ສຸກສາຄອນ ບ້ານ ລາດສະວົງ ເມືອງ ໄກສອນ ແຂວງ ສະຫັວນນະເຂດ ປະເພດ […]

ເຈົ້່າໜ້າທີ່ພາສີ ແຂວງຫລວງນ້ຳທາ ຢຶດລົດບັນທຸກ 12 ລໍ້ ທີ່ລັກລອບນຳເຂົ້າບໍ່ຖືກຕ້ອງ

ອາທິດຜ່ານມາ, ເຈົ້າໜ້າທີ່ພາສີພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈໍາຈຸດປະສານງານນາເຕີຍ, ໄດ້ປະສານສົມທົບກັບເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ໄດ້ອອກເຄື່ອນໄຫວຕິດຕາມ ແລະ ກວດກາຕາມແຫຼ່ງຂ່າວລາຍງານວ່າມີລົດບັນທຸກ 12ລໍ້, ສີແດງ, ຍີ່ຫໍ້: HOWO ບໍ່ຕິດປ້າຍທະບຽນ, ຈອດຢູ່ໃນບໍລິເວນເຂດເສດຖະກິດບໍ່ເຕັນແດນງາມ. ດັ່ງນັ້ນ, ເຈົ້າໜ້າພາສີ ໄດ້ເຄື່ອນໄຫວຕິດຕາມພົບເຫັນເປົ້າໝາຍໃນເຂດດັ່ງກ່າວ, ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດມືສອງລັກລອບນຳເຂົ້າບໍ່ມີເອກະສານອະນຸຍາດນຳເຂົ້າເສຍພາສີ-ອາກອນ ແລະ ພັນທະອື່ນໆ. ສະນັ້ນ, ເຈົ້າໜ້າທີ່ພາສີ, ໄດ້ຢຶດລົດຄັນດັ່ງກ່າວ ແລະ ມາມອບໃຫ້ພາສີ ປະຈຳແຂວງຫຼວງນໍ້າທາ, ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ. ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ເເລະ ປາບປາມການລັກລອບໜີພາສີ ຫຼື ພສປ ເປັນພະແນກໜຶ່ງຂຶ້ນກັບກົມພາສີ ກະຊວງການເງິນ, ເຊິ່ງປະກອບດ້ວຍ 3 ຂະແໜງ ແລະ 14 ຈຸດປະສານງານໃນຂອບເຂດທົ່ວປະເທດ, ໂດຍເຄື່ອນໄຫວວຽກງານວິຊາສະເພາະຕາມພາລະບົດບາດ, ສິດ, ໜ້າທີ່ຢ່າງເຂັ້ມງວດ.