ເຈົ້າໜ້າທີ່ ສຶກສາອົບຮົມເດັກນ້ອຍຂີ່ລົດກວນເມືອງ ສ້າງສຽງເນືອງນັນໃຫ້ປະຊາຊົນ

ວັນທີ 5 ມິຖຸນາ 2023 ຜ່ານມາ,  ກອງບັນຊາການ ປກສ ເມືອງວຽງໄຊ ແຂວງຫົວພັນ ໄດ້ສຶກສາອົບຮົມ ເດັກນ້ອຍທີ່ດັດແປງສະພາບເຕັກນິກລົດ ແລ້ວຂັບຂີ່ລົດຈັກກວນເມືອງ ສ້າງສຽງເນືອງນັນ ໃຫ້ປະຊາຊົນຕາມແຄມທາງ. ກອງບັນຊາການ ປກສ ເມືອງວຽງໄຊ ໄດ້ຈັດກຳລັງຕຳຫຼວດວິຊາສະເພາະລົງເຄື່ອນໄຫວປະຕິ ບັດໜ້າທີ່ຕິດຕາມ, ກວດກາສະພາບການສັນຈອນ ຢູ່ເຂດເທສະບານເມືອງວຽງໄຊ ພົບເຫັນເດັກນ້ອຍດັດແປງສະພາບເຕັກນິກລົດ ແລ້ວຂັບຂີ່ລົດໄວເກີນກຳນົດ, ໃຊ້ສຽງເນືອງນັນເກີນຂອບເຂດ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ. ຜ່ານການລົງຕິດຕາມ, ກວດກາ ສາມາດແກ້ໄຂເປົ້າໝາຍຂີ່ລົດກວນເມືອງ ຈຳນວນ 1 ຄົນ ເຊິ່ງແມ່ນເດັກນ້ອຍໃນເກນອາຍຸ 15 ປີ ລົດຜູ້ກ່ຽວແມ່ນລັດແປງສະພາບເຕັກນິກ, ດັດແປງທໍ່ຄວັນ ແລະ ໃສ່ຢາງນ້ອຍ ກອງບັນຊາການ ປກສ ເມືອງວຽງໄຊ ຈຶ່ງໄດ້ນຳຜູ້ກ່ຽວພ້ອມຜູ້ປົກຄອງມາເຮັດບົດບັນທຶກສຶກສາອົບຮົມ-ກ່າວເຕືອນ ແລະ ປັບໃໝຕາມລະບຽບກົດໝາຍ ຈາກນັ້ນໃຫ້ຜູ້ກ່ຽວນຳເອົາທໍ່ອາຍເສຍ ແລະ ຢາງລົດທີ່ຖືກຕາມມາດຖານ ເຕັກນິກທີ່ກຳນົດໄວ້ ມາປ່ຽນຖ່າຍຢູ່ກອງບັນຊາການ ປກສ ເມືອງວຽງໄຊ.

ພົບສົບຊາຍເສຍຊີວິດ ໃນປ່າເຂດບ້ານມ່ວງໄຂ່ ເມືອງໜອງບົກ ແຂວງຄຳມ່ວນ

ຕາມການລາຍງານ ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ ໃນວັນທີ 06 ມິຖຸນາ 2023 ເວລາ 15:10 ນາທີ ເຈົ້າໜ້າທີ່ກູ້ໄພໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ ວ່າມີຄົນພົບສົບຊາຍປິດສະໜາເສຍຊີວິດ ໃນປ່າແຫ່ງ 1 ຢູ່ທາງເຂົ້າບ້ານ ມ່ວງໄຂ່ ເມືອງ ໜອງບົກ ແຂວງ ຄຳມ່ວນ. ຈາກນັ້ນເຈົ້າໜ້າທີ່ທີມກູ້ຊີບ-ກູ້ໄພແຂວງຄຳມ່ວນ ໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ 01 ຄົນ ເພດຊາຍ ອາຍຸປະມານ 40ປາຍປີສະພາບສົບມີການເນົ່າເປື່ອຍ ປະມານ 3-4 ວັນ ສົບທີ່ເສຍຊີວິດຢູ່ໃນຂັ້ນຕອນຂອງເຈົ້າໜ້າທີ່ເພື່ອສືບສວນ-ສອບສວນ ຂອງການເສຍຊີວິດ ແລະ ສົບໄດ້ເກັບຮັກສາໄວ້ທີ່ໂຮງເຢັນ “ ໂຮງໝໍແຂວງຄຳມ່ວນ “ CR: ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ

ຊີ້ແຈງ ຫຼັງເກີດກະແສ ຍິງ 2 ຊາຍ 1 ທີ່ຖ່າຍຮູບແຕ່ງງານ

ອີງຕາມເນື້ອໃນການຊີ້ແຈງໃນນາມຕ່າງໜ້າພາກສ່ວນທີ່ກ່ຽວຂ້ອງ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຫຼາ ໄດ້ລົງເກັບກຳຂໍ້ມູນນຳພວກກ່ຽວ ແລະ ຂໍຊີ້ແຈງຄືນຕໍ່ກັບ ທ້າວ ສີແກ້ວ ອາຍຸ 29 ປີ, ສັນຊາດ ລາວ, ຊົນເຜົ່າ ອາຄາ, ອາຊີບ ປະຊາຊົນ, ປັດຈຸບັນຢູ່ບ້ານ ກົກໄມ້ໃຫຍ່, ເມືອງຫຼາ, ແຂວງອຸດົມໄຊ ຂໍແກ້ຂ່າວກ່ຽວກັບການລົງຮູບພາບ Pre-wedding( ພີເວດດິງ ) ກ່ອນການແຕ່ງດອງ ເຊີ່ງໄດ້ເຮັດໃຫ້ການຈັດຕັ້ງ ແລະ ສັງຄົມແຕກຕື່ນ. ຕໍ່ກັບບັນຫານີ້ ຈຶ່ງໄດ້ອະນຸຍາດຊີແຈ້ງຄືນຕໍ່ການຈັດຕັ້ງ-ສັງຄົມຮັບຮູ້ເຖິງເຫດຜົນ ແລະ ຄວາມເປັນຈິງ. ໃນເບື້ອງຕົ້ນຜູ້ກ່ຽວໄດ້ແຕ່ງດອງກັບນາງ ອີກຸງ ໂດຍຖືກຕ້ອງຕາມກົດໝາຍໃນປີ 2010 ມາຮອດປັດຈຸບັນເປັນ ເວລາ 12 ປີກວ່າ ແຕ່ຜູ້ເປັນເມຍບໍ່ສາມາດມີລູກໄດ້ເນື່ອງຈາກວ່າ: ນາງ ອີກຸງ ( ເມຍ ) ມີສຸຂະພາບບໍ່ແຂງແຮງ ມາຮອດຕົ້ນເດືອນ ເມສາ ປີ 2023 ຜູ້ເປັນເມຍ […]

ດວງລາຍວັນປະຈໍາວັນພຸດ ທີ 07 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານຄວາມ​ຂະຫຍັນ​ຈະ​ນຳ​ພາ​ຄວາມ​ສຳ​ເລັດ​ມາສູ່​ຕົນ​ສະເໝີ​ໃນ​ໄລຍະ​ນີ້​ ການ​ເງິນ​ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫຼອດ​ໃນ​ໄລຍະ​ນີ້​ ໃຊ້​ຄວາມ​ປະ​ຢັດ​ຮ່ວມ​ນຳຈຶ່ງ​ຈະ​ດີກວ່າ​ ຄວາມ​ຮັກຄວາມ​ສຳພັນ​ຍັງ​ບໍ່​ຄ່ອຍ​ລົງ​ໂຕ​ ໃນ​ເລື່ອງ​ຂອງ​ຄຳ​ເວົ້າ​ ແລະ​ ອາລົມ​ຈະ​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ທີ່​ແຕກ​ຫັກ​ກໍ​ເປັນ​ໄປ​ໄດ້​ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​2 ຄົນເກີດວັນຈັນ:ການ​ງານ​ຕ້ອງ​ເລັ່ງ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ຕ່າງ​ໆ​ ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​ ການ​ເງິນ​ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມ​ຂຶ້ນ​ຢ່າງ​ເປັນ​ໂຊກດີ​ໃນ​ໄລຍະ​ນີ້​ ຄວາມ​ຮັກ​ພະຍາຍາມ​ຢ່າ​ໃຊ້​ອາລົມ​ກັບ​ຄົນ​ຮັກ​ ລະ​ວັງ​ຄຳ​ເວົ້າ​ຈະ​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ທີ່​ແຕກ​ຫັກ​ ເຄື່ອງມຸງຄຸນ​ຕຸ້ມຫູຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​  9 ຄົນເກີດວັນອັງຄານ:ການ​ງານ​ ມີ​ຄວາມ​ລະອຽດ​ຮອບ​ຄອບ​ໃນ​ເລື່ອງ​ຂອງ​ການ​ເຮັດ​ວຽກງານ​ຫຼາຍ​ຂຶ້ນ​ໃນ​ໄລຍະ​ນີ້​ ການ​ເງິນມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ ແຕ່​ກໍ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ວ່ອງໄວ​ ແລະ​ ມີ​ດວງໃນ​ການ​ສ່ຽງ​ໂຊກ​​ ຄວາມ​ຮັກ​ຄວາມ​ຮັກ​ເປັນ​ໄປ​ຢ່າງ​ທີ່​ຕົນເອງ​ນັ້ນ​ປາດຖະໜາ​ ສົມ​ຫວັງ​ທຸກ​ປະ​ການ​ໃນ​ມື້​ນີ້​ ເຄື່ອງມຸງຄຸນ​  ​ຫິນນໍາໂຊກສີແດງ ສີມຸງຄຸນສີ​ຟ້າ ເລກ​ນຳ​ໂຊກ​1 ຄົນເກີດວັນພຸດ:ການ​ງານ​ເມື່ອຍ​ໃນ​ການເດີນທາງ​ຕິດ​ຕໍ່​ງານ​ຫຼື​ວາງ​ແຜນ​ການ​ງານ​ ແຕ່​ກໍ​ຄຸ້ມ​ຄ່າ​ເພາະ​ຄວາມ​ພະຍາຍາມ​ໃ​ນຕອນ​ນີ້​ຈະ​ໄດ້ຮັບຜົນດີ ​ ການ​ເງິນມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ສະເໝີ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ​ໄດ້​ໃນ​ໄລຍະ​ນີ້​ ຄວາມ​ຮັກເບິ່ງ​ຄືຈະ​ດີ​ຂຶ້ນ​ໃນ​ເລື່ອງ​ຄວາມ​ຮັກ​ ແລະ ​ຄວາມ​ສຳພັນ​ສະຖານະການ​ເປັນໄປໄດ້ດີໃນໄລຍະນີ້ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີ​ບົວ ເລກ​ນຳ​ໂຊກ​  9 ຄົນເກີດວັນພະຫັດ:ການ​ງານ​ໂດດ​ເດັ່ນ​ໃນ​ເລື່ອງ​ການ​ເຮັດ​ວຽກງານ​ຢ່າງ​ລະອຽດ​ຮອບ​ຄອບ​ ໃນ​ໄລຍະ​ນີ້​ໂຊ​ກດີ​ສະເໝີ​ ການ​ເງິນມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ ແລະ ​ກໍ​ຮັບ​ເຂົ້າ​ມາ​ ສ​ະຫຼັບ​ກັນ​ໄປ​ໃນ​ໄລຍະ​ນີ້​​ ​ຄວາມ​ຮັກເບິ່ງ​ຄື​ຈະ​ດີ​ແຕ່​ກໍ​ຍັງ​ບໍ່​ແມ່ນ​ໃນ​ໄລຍະ​ນີ້​ ຕ້ອງ​ລະ​ວັງ​ຄຳ​ເວົ້າ​ທີ່​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ ເຄື່ອງມຸງຄຸນ​  ເພັດສີແດງ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​ […]

ຈັບຕົວພໍ່ຕູ້ ອາຍຸ 68 ປີ ຖານຄອບຄອງຢາເສບຕິດ ແລະ ຄອບຄອງອາວຸດປືນ

ປກສ ແຂວງຫົວພັນລາຍງານວ່າ: ວັນທີ 5 ມິຖຸນາ 2023 ຜ່ານມານີ້ ປກສ ເມືອງຊຳໃຕ້ ແຂວງຫົວພັນ ໄດ້ກວດຄົ້ນເຮືອນທ້າວ ຄົວຫວ່າງ ອາຍຸ 68 ປີ ຊົນເຜົ່າມົ້ງ ຢູ່ບ້ານຊຳໃຕ້ ເມືອງຊຳໃຕ້ ແຂວງຫົວພັນ ເນື່ອງຈາກເປັນເປົ້າໝາຍ ທີ່ເຈົ້າໜ້າທີ່ຕິດຕາມຄ້າຂາຍຢາເສບຕິດ. ຜົນການກວດຄົ້ນພົບວ່າຜູ້ກ່ຽວມີຢາເສບຕິດໄວ້ໃນຄອບຄອງປະເພດຢາຝິ່ນ 1,8 ກິໂລກຣາມ, ລູກປືນກິລາ 15 ນັດ, ລູກປືນເຊເປ 7 ນັດ, ລູກປືນ AK44 3 ນັດ, ລູກປືນກາລັງ 15 ນັດ, ປືນແກັບ 1 ກະບອກ ຈຶ່ງໄດ້ກັກຕົວຜູ້ກ່ຽວ ແລະ ເອົາຜູ້ກ່ຽວມາດຳເນີນການສືບສວນ ຫາທີ່ໄປທີ່ມາຂອງຢາເສບຕິດ ແລະ ລູກປືນຈຳນວນດັ່ງກ່າວ ເພື່ອຂະຫຍາຍຜົນ ແລະ ຈະໄດ້ຕິດຕາມຜູ້ຮ່ວມຂະບວນການນຳກັນມາດຳເນີນຄະດີຕາມລະບຽບກົດໝາຍ.

ວາງແຜນລັກຄຳຄົນບ້ານດຽວກັນ ສຸດທ້າຍຖືກເຈົ້າໜ້າທີ່ນຳຈັບໄດ້

ວັນທີ 18 ພຶດສະພາ 2023 ຜ່ານມາ ປກສ ເມືອງໂພນໂຮງ ກັກຕົວທ້າວ ແອນ້ອຍ ອາຍຸ 40 ປີ ປະຊາຊົນ ບ້ານນໍ້າແຈ້ງ ເມືອງ ໂພນໂຮງ ແຂວງວຽງຈັນ ໃນຂໍ້ກ່າວຫາລັກຊັບພົນລະເມືອງ ມາທຳການສຶບສວນ-ສອບສວນ. ຜ່ານການສືບສວນ – ສອບສອນຂອງເຈົ້າໜ້າທີ່ ທ້າວ ແອນ້ອຍ ໄດ້ໃຫ້ການຮັບສາລະພາບວ່າ: ວັນທີ 3 ພຶດສະພາ 2023 ຜູ້ກ່ຽວແມ່ນໄດ້ປິນເຂົ້າປ່ອງຢ້ຽມເຮືອນເພື່ອນແລ້ວເຂົ້າໄປລັກເອົາເງິນ ແລະ ວັດຖຸຄ້າຍຄືຄໍາ ຢູ່ທີ່ບ້ານນໍ້າແຈ້ງ ເມືອງໂພນໂຮງ, ສ່ວນວິທີການ ແລະ ແຮງຈູງໃຈໃນການກໍ່ເຫດໃນຄັ້ງນີ້ຍ້ອນວ່າ: ໄລຍະເດືອນຜ່ານມາຜູ້ກ່ຽວແມ່ນໄດ້ສັງເກດເຫັນຜູ້ເສຍຫາຍໃສ່ເຄື່ອງປະດັບ (ປະເພດສາຍຄໍາເສັ້ນໃຫຍ່) ແລ້ວຈື່ງມີແນວຄິດຢາກໄດ້ ຫຼັງຈາກນັ້ນຜູ້ກ່ຽວຈຶ່ງໄດ້ວາງແຜນ, ຕິດຕາມ, ຫາໂອກາດໄດ້ປະມານ 5 ມື້, ໃນມື້ລົງມືລັກຊັບ ມີເງິນ 6.000.000 ກີບ, ວັດຖຸຄ້າຍຄືຄໍາ  2 ເສັ້ນພ້ອມກີ້ພຣະ 1 ອັນ ແລະ […]

ລາວ ເສຍ ມາເລເຊຍ 0-3 ລຸ້ນນັດສຸດທ້າຍກັບໄທ ເຕະບານຄົນພິການຕາ ອາຊຽນ ພາຣາເກມ 2023

ການແຂ່ງຂັນເຕະບານຄົນພິການຕາ ໃນງານມະຫະກຳກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ ຄັ້ງທີ 12 ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ຊຶ່ງເປັນນັດທີ 2 ຂອງທັບບານເຕະຄົນພິການຕາທີມຊາດລາວ ແລະ ທີມຊາດມາເລເຊຍ ໄດ້ມີຂຶ້ນ ໃນຕອນແລງວັນທີ 5 ມິຖຸນາ 2023 ທີ່ສະໜາມກິລາແຫ່ງຊາດ ມໍລະດົກ ເຕໂຊ ນະຄອນຫຼວງ ພະນົມເປັນ ສຳລັບນັດທຳອິດ ຂອງທັບບານເຕະຄົນພິການຕາທີມຊາດລາວ ຊະນະ ເຈົ້າພາບ ກຳປູເຈຍ 3-0 ແລະ ມາເລເຊຍ ເສຍໃຫ້ ໄທ 0-2 ການແຂ່ງຂັນຄູ່ດັ່ງກ່າວ ແມ່ນໃຊ້ກຳມະການຕັດສິນ ຊາວຍີ່ປຸ່ນ ແລະ ໄທ ຊ່ວຍກັນຕັດສິນໃນສະໜາມ. ການແຂ່ງຂັນຕະຫຼອດເກມ ຕັ້ງລະ 15 ນາທີ ລວມສອງຕັ້ງ 30 ນາ ຜົນປະກົດວ່າ ທີມຊາດລາວ ເສຍ ທີມຊາດມາເລເຊຍ 0-3 ປະຕູ ເຮັດໃຫ້ທີມຊາດລາວເຮົາ […]

ເຈົ້າໜ້າທີ່ກັກຕົວເປົ້າໝາຍຊື້ – ຂາຍ ຢາເສບຕິດ 6 ຄົນ ພ້ອມພວກມົ້ວສຸມ 11 ຄົົນ

ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມເທສະບານ ໄດ້ເກັບກຳແຫລ່ງຂ່າວ ແລະ ສືບຄົ້ນຫາເປົ້າໝາຍຄ້າ – ຂາຍຢາເສບຕິດ ລາຍຍ່ອຍ, ມ້າງຈຸດມົ້ວສຸມຢາເສບຕິດຢູ່ໃນເທສະບານເມືອງໄຊ, ໃນນີ້ກຳນົດເປົ້າໝາຍມີການເຄື່ອນໄຫວຄ້າ – ຂາຍ ແລະ ມົ້ວສຸມຢາເສບຕິດຈໍານວນ 4 ຈຸດ, ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກວດຄົ້ນເຄຫາສະຖານ ຂອງເປົ້າໝາຍຢູ່ທີ່ບ້ານໂຮມສຸກ ເມືອງໄຊ ແຂວງອຸດົມໄຊ, ໃນວັນທີ 24 ພຶດສະພາ 2023 ໄດ້ເຂົ້າກັກຕົວເປົ້າໝາຍຄ້າ – ຂາຍ 6 ຄົນ, ຍິງ 3 ຄົນຄື: ທ້າວ ພອນ ອາຍຸ 36 ປີ ຢູ່ບ້ານປຸ່ງຫຽງ, ນາງ ເບົາຊົງ ອາຍຸ 36 ປີ, ທ້າວ ກາພົງຊົງ ອາຍຸ 62 ປີ, ນາງ ເນັງຊົງ […]

ດວງລາຍວັນປະຈໍາວັນອັງຄານ ທີ 06 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານວາງ​ແຜນ​ການ​ເຮັດ​ວຽກງານ​ຢ່າງ​ເປັນ​ມື​ອາ​ຊີບ​ສະເໝີ​ໃນ​ໄລຍະ​ນີ້ ຈະ​ປະ​ສົບ​ຄວາມ​ສຳ​ເລັດ ມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນ ເລື່ອນ​ຕຳແໜ່ງ ​ ການ​ເງິນສ່ວນ​ໃຫຍ່​ແລ້ວ​ຈະ​ໝົດ​ໄປ​ກັບ​ການ​ນຳ​ເງິນ​ໄປ​ໃຊ້​ໃນ​ການ​ລົງ​ທຶນ​ເຮັດ​ທຸລະກິດ ຄວາມ​ຮັກບໍ່​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ຄວນ​ລະ​ວັງ​ການ​ໃຊ້​ຄຳ​ເວົ້າ​ທີ່​ກະທົບ​ຈິດ​ໃຈ​ຄົນ​ຮັກ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນ​ສີຂາວ ເລກ​ນຳ​ໂຊກ​3 ຄົນເກີດວັນຈັນ:ການ​ງານ​ດ້ວຍ​ຄວາມ​ສະຫລາດ​ ແລະ ​ຄວາມ​ດຸໝັ່ນ​ຈຶ່ງ​ສາມາດ​ປັບ​ປ່ຽນ​ວິທີ​ການ​ເຮັດ​ວຽກງານ ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ທີ່​ດີ​ໄດ້ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະນີ້​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ​ສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ຢ່າງ​ທີ່​ຕົນເອງ​ນັ້ນ​ປາດຖະຫນາ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​2 ຄົນເກີດວັນອັງຄານ:ການ​ງານເລັ່ງ​​ໃນ​ການ​ສ້າງສັນ​ຜົນ​ງານ ເດີນທາງ​ຕິດ​ຕໍ່​ງານ​ຂ້ອນ​ຂ້າງ​ເລື້ອຍ​ຂຶ້ນ​ໃນ​ໄລຍະ​ນີ້ ການ​ເງິນ​ດ້ວຍ​ຄວາມ​ສະຫລຽວ​ສະຫລາດ​ໃນ​ເລື່ອງ​ຂອງ​ການ​ຕໍ່​ລອງ​ເຈລະ​ຈາ ຈະ​ໄດ້​ຜົນ​ປະໂຫຍດ​ທີ່​ດີ​ທາງ​ດ້ານ​ການ​ເງິນ​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກຍັງ​ເບິ່ງ​ໆ ພຶດຕິກຳ​ຄົົນທີ່​ກຳ​ລັງ​ຄົບ​ຫາ​ເບິ່ງ​ໃຈ​ກັນ​ຢູ່ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ໃນ​ໄລຍະ​ນີ້ ເຄື່ອງມຸງຄຸນ​​ ເພັດສີແດງ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​2 ຄົນເກີດວັນພຸດ:ການ​ງານ​ສຶກ​ສາ​ວິທີ​ການ​ໃໝ່​ໆ ຮຽນ​ຮູ້​ປະສົບການ​ໃໝ່​ໆ ເພື່ອ​ນຳ​ມາ​ປະ​ຍຸກ​ໃຊ້​ໃນ​ການ​ງານ​ໃຫ້​ເກີດ​ຄວາມ​ສຳ​ເລັດ​ໃຫ້​ໄດ້ ການ​ເງິນມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ຕະຫລອດ​ໃນ​ໄລຍະນີ້ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ ໄດ້​ເລີຍ ຄວາມ​ຮັກ​ມີ​ໂອ​ກາດ​ພົບ​ຮັກ ພົບ​ຄົົນທີ່​ຖືກ​ໃຈ ພົບ​ກັນ​ໃນ​ບ່ອນ​ເຮັດວຽກ​ກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​7 ຄົນເກີດວັນພະຫັດ:ການ​ງານ​ເຮັດ​ທຸລະກິດ​ໃດ​ໆ ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ປະ​ສົບ​ຄວາມ​ກ້າວ​ໜ້າ​ໄດ້​ດີ​ຂຶ້ນ ການ​ເງິນ​ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ມີ​ໂອ​ກາດ​ໄດ້​ເງິນ​ກ້ອນ​ໃຫຍ່​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ​ ບໍ່​ຄ່ອຍ​ມີ​ເວລາ​ທຸ້ມເທ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ແຕ່​ກໍ​ມີ​ໂອ​ກາດ​ທີ່​ຈະ​ໄດ້ຮັບ​ຂ່າວ​ຄາວ​ທີ່​ດີ​ດ້ານ​ຄວາມ​ຮັກ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​2 ຄົນເກີດວັນສຸກ:ການ​ງານເຮັດ​ທຸລະ​ກິດຈາກການ​ງານ​ໃດ​ໆ ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ປະ​ສົບ​ຄວາມ​ກ້າວ​ໜ້າ​ດີ​ຂຶ້ນ​ເປັນ​ຢ່າງ​ຫລາຍ ການ​ເງິນ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ […]

ອິນເດຍ ເປີດເຜີຍສາເຫດລົດໄຟ 3 ຂະບວນຕຳກັນເສຍຊີວິດ 288 ຄົນ

ອິນເດຍ ເປີດເຜີຍສາເຫດລົດໄຟ 3 ຂະບວນຕຳກັນເສຍຊີວິດ288ຄົນ ຂປລ.ຕາມ​ຂ່າວ​ຈາກ ນະຄອນຫລວງ ​ນີວ​​ແດນ​ລີ,ວັນ​ທີ5 ​ມິຖຸນາ​ນີ້​ ກະຊວງ​ ການ​ລົດ​ໄຟ ອິນ​ເດຍ ອອກ​ຖະ​ແຫລ​ງການ ກ່ຽວ​ກັບ ​ຜົນ​ການ ​ສືບສວນ​ ສອບ​ສວນ​ ເບື້ອງ​ຕົ້ນ ພົບ​ວ່າ: ​ເກີດ​ຄວາມ​ຜິດພາດ ​ໃນ​ການ​ສົ່ງ​ ສັນຍານ​ກັບ ​ຂະ​ບວນ ລົດ​ໄຟ ທີ່​ລັດ​ ໂອຣີສສາ ​ເປັນສາ​ເຫດ​ຫລັກ ​ເຮັດ​ໃຫ້​ເກີດ​ ອຸບັດ​ເຫດ ​ລົດ​​ໄຟ 3 ຂະ​ບວນ ຕຳ​ກັນ ຢ່າງ​ແຮງ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ ​288 ​ຄົນ ​ແລະ ບາດ​ເຈັບ 800ກວ່າ​ຄົນ.ນັບ​ຕັ້ງ​ແຕ່​ ອຸ​ບັດ​ຕິ​ເຫດ ​ຂອງ​ລົດ​ໄຟ ​ຜູ້​ໂດຍ​ສານ ​ເສຍ​ຫລັກ ຈາກ​ຮາງ​ ແລ້ວ​ຕົກລົງ​ ໃນ​ແມ່​ນ້ຳ ທ່າມກາງ ​ພາຍຸ ລັດ​ພິຫານ ທາງ​ຕາ​ເວັນ​ອອກ ​ຂອງ​ປະ​ເທດ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ ​ຫລາຍ​ກວ່າ […]