ດວງ-Tou-Vientianepost
ເຈົ້າໜ້າທີ່ກັກຕົວເປົ້າໝາຍຊື້ – ຂາຍ ຢາເສບຕິດ 6 ຄົນ ພ້ອມພວກມົ້ວສຸມ 11 ຄົົນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 June, 2023
ໝວດ: ຂ່າວ

ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມເທສະບານ ໄດ້ເກັບກຳແຫລ່ງຂ່າວ ແລະ ສືບຄົ້ນຫາເປົ້າໝາຍຄ້າ – ຂາຍຢາເສບຕິດ ລາຍຍ່ອຍ, ມ້າງຈຸດມົ້ວສຸມຢາເສບຕິດຢູ່ໃນເທສະບານເມືອງໄຊ, ໃນນີ້ກຳນົດເປົ້າໝາຍມີການເຄື່ອນໄຫວຄ້າ – ຂາຍ ແລະ ມົ້ວສຸມຢາເສບຕິດຈໍານວນ 4 ຈຸດ, ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກວດຄົ້ນເຄຫາສະຖານ

ຂອງເປົ້າໝາຍຢູ່ທີ່ບ້ານໂຮມສຸກ ເມືອງໄຊ ແຂວງອຸດົມໄຊ, ໃນວັນທີ 24 ພຶດສະພາ 2023 ໄດ້ເຂົ້າກັກຕົວເປົ້າໝາຍຄ້າ – ຂາຍ 6 ຄົນ, ຍິງ 3 ຄົນຄື: ທ້າວ ພອນ ອາຍຸ 36 ປີ ຢູ່ບ້ານປຸ່ງຫຽງ, ນາງ ເບົາຊົງ ອາຍຸ 36 ປີ, ທ້າວ ກາພົງຊົງ ອາຍຸ 62 ປີ, ນາງ ເນັງຊົງ ອາຍຸ 46 ປີ, ທ້າວ ໄທຊົງ ອາຍຸ 38 ປີ, ນາງ ຈາຍຊົງ ອາຍຸ 50 ປີ ຢູ່ບ້ານໂຮມສຸກ ເມືອງໄຊ ແຂວງອຸດົມໄຊ, 

ພ້ອມຂອງການຢາເສບຕິດປະເພດຢາບ້າຈໍານວນ 1.856 ເມັດ ນ້ຳໜັກ 176,5 ກຣາມ, ເຮໂລອີນ 4,8 ກ້ອນນ້ອຍ ນ້ຳໜັກ 12,2 ກຣາມ, ເງີນກີບ 7. 600.000 ກີບ, ເງີນບາດ 2.000 ບາດ, ໂທລະສັບ 3 ເຄື່ອງ, ບັ້ງເສບຢາບ້າ 5 ບັ້ງ, ແປ້ງຝຸ່ນສີບົວ 1 ຖົງ ນ້ຳໜັກ 215,5 ກຣາມ, ແປ້ງຝຸ່ນສີແດງ 2 ຖົງ ນ້ຳໜັກ 2,1 ກິໂລກຣາມ.

ນອກນັ້ນຍັງໄດ້ກັກຕົວພວກມົ້ວສຸມເສບຢາເສບຕິດໄດ້ 11 ຄົນ ຄື: ທ້າວ ໂລ້ ອາຍຸ 33 ປີ ຢູ່ບ້ານມອນໃຕ້, ທ້າວ ບຸນຄົງ ອາຍຸ 43 ປີ ບ້ານຫຼັກ 4, ທ້າວ ຕຸນ ອາຍຸ 36 ປີ ຢູ່ບ້ານວັງໄຮ, ທ້າວຈ່ອຍ ອາຍຸ 28 ປີ ບ້ານບໍ່, ທ້າວກຸຍ ອາຍຸ 38 ປີ, ທ້າວ ສຸກຖາວອນ ອາຍຸ 29 ປີ ບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ.  ທ້າວ ຊາຍ ອາຍຸ 38 ປີ ບ້ານມົກລະຫາງ,  ທ້າວ ທອງດີ ອາຍຸ 42 ປີ ບ້ານຫາດແອນ, ທ້າວ ຄໍາຕັນ ອາຍຸ 35 ປີ ບ້ານໜອງບົວ ເມືອງຫລາ ແຂວງອຸດົມໄຊ.  ທ້າວ ຕິງຢົງ ອາຍຸ 19 ປີ ບ້ານນ້ຳລີ ເມືອງສຳພັນ ແຂວງຜົ້ງສາລີ.  ທ້າວ ຈະຊົງ ອາຍຸ 36 ປີ ບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ. ຄະດີດັ່ງກ່າວທາງເຈົ້າໜ້າທີ່ພວມເລັ່ງສຶບສວນ – ສອບສວນເພື່ອຂະຫຍາຍຜົນ ແລະ ດໍາເນີນຄະດີຕາມກົດໝາຍ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (86)
ຊາອຸດີອາຣາເບຍຕົກລົງຊື້ອາວຸດ-ລົງທຶນກັບສະຫະລັດອາເມຣິກາ 600,000 ລ້ານໂດລາ
site-cover (85)
ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີເກົາຫຼີໃຕ້ ສະເໜີນະໂຍບາຍເຮັດວຽກ 4.5 ວັນ
site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
site-cover (82)
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.
site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
site-cover (80)
"ຄິມ ຈອງ-ອຶນ" ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ
site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
ຢ່າລື່ມກົດຕິດຕາມ