ແຂວງຫົວພັນປ່ອຍຕົວນັກໂທດກ່ອນກຳນົດ 7 ຄົນ

ວັນທີ 26 ພຶດສະພາ 2023 ຜ່ານມາ, ສານປະຊາຊົນ ແຂວງຫົວພັນ ໄດ້ປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ຈໍານວນ 7 ຄົນ; ໃນນີ້, ມີນັກໂທດຄະດີມີຢາເສບຕິດໄວ້ໃນຄອບຄອງ ເພື່ອເສບປະເພດຢາບ້າ 4 ຄົນ, ຄະດີມີວັດຖຸເຄມີເພື່ອຜະລິດຢາເສບຕິດໄວ້ໃນຄອບຄອງ 1 ຄົນ, ຄະດີລັກພາຕົວ 1 ຄົນ ແລະ ຄະດີຂູ່ຄາດຕະກຳ 1 ຄົນ. ນັກໂທດຈໍານວນດັ່ງກ່າວ ພວກກ່ຽວໄດ້ຜ່ານການປະຕິບັດໂທດມາແລ້ວ 2 ສ່ວນ 3 ເຫັນວ່າພວກກ່ຽວເປັນຜູ້ທີມີຄວາມກ້າວໜ້າ ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ມີການປ່ຽນແປງທາງດ້ານທັດສະນະແນວຄິດ, ມີສະຕິຕື່ນຕົວປະຕິບັດຕາມລະບຽບກົດໝາຍຂອງຄ້າຍວາງອອກຢ່າງເຂັ້ມງວດ, ມີແນວຄິດກິນແໜ່ງແຄງໃຈຕໍ່ການກະທຳຜິດຂອງຕົນເອງໃນໄລຍະຜ່ານມາ, ມີຄວາມສາມັກຄີ ເປັນແບບ ຢ່າງໃຫ້ແກ່ນັກໂທດຮ່ວມກັນ, ມີຄວາມດຸໜັ່ນຫ້າວຫັ່ນໃນການອອກແຮງງານ ສະນັ້ນຈິງໄດ້ຮັບການປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ ຕາມແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ.
ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ມ້າງກຸ່ມແກ້ງລັກລົດຈັກກັກຕົວໄດ້ 7 ຄົນ

ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ນວ ໃຫ້ສຳພາດວ່າ: ຕໍ່ກັບສະພາບປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ເປັນຕົ້ນແມ່ນບັນຫາລົດຈັກຂອງປະຊາຊົນ ຢູ່ເມືອງ ຫາດຊາຍຟອງ ເສຍຫາຍເປັນຈຳນວນຫຼາຍຄັນ ໃນໄລຍະຜ່ານມາ ເຊິ່ງຮູບແບບການເສຍກໍມີຫຼາຍກໍລະນີ ຫຼາຍສະຖານທີ່ ແລະ ເວລາທີ່ແຕກຕ່າງກັນ. ດັ່ງນັ້ນ ປກສ ເມືອງຫາດຊາຍຟອງ ຈຶ່ງໄດ້ສຸມໃສ່ລົງແກ້ໄຂຢ່າງຕໍ່ເນື່ອງ ເພື່ອນຳຊອກຫາຈັບຕົວຜູ້ກໍ່ເຫດ ມາດຳເນີນຄະດີຕາມກົດໝາຍ ເຊິ່ງໃນລະຫວ່າງວັນທີ 19 ທັນວາ 2022 ຫາ ວັນທີ 1 ພຶດສະພາ 2023 ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ສາມາດຈັບ ຕົວເປົ້າໝາຍລັກຊັບໄດ້ 7 ຄົນມີ: ທ້າວ ດາວເດັດ ອາຍຸ 35 ປີ ກຳມະກອນ ຢູ່ບ້ານດອນຂາຊ້າຍ ເມືອງຫາດຊາຍຟອງ ນວ; ວັນທີ 13 ເມສາ 2023 ຈັບຕົວ ທ້າວ […]
ອຸຕຸ ຄາດຄະເນ 29 ພຶດສະພາ ຫາ 4 ມິຖຸນາ ຈະມີຝົນຕົກໜັກ ແລະ ມີລົມແຮງ ຢູ່ແຂວງພາກເໜືອ-ກາງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານການຄາດຄະເນສະພາບອາກາດໃນໄລຍະວັນທີ 29 ພຶດສະພາ ຫາ 4 ມິຖຸນາ 2023, ຄວາມກົດດັນຕ່ຳຂອງອາກາດຮ້ອນ ຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນຕົກ, ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຄຸມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ ແລະ ຝົນຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ແລະ ກາງ. ພາກເໜືອດ້ານຕາເວັນອອກ: ອາກາດຈະຮ້ອນ ພ້ອມມີໝອກແຫ້ງປົກຄຸມຢູ່ທົ່ວໄປ, ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນໄລຍະກາງ ຫາ ທ້າຍອາທິດ, ອຸນຫະພູມຕ່ຳສຸດ 19-22 ອົງສາ ແລະ ສູງສຸດ 30-33 ອົງສາ. ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີ ໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ […]
ດວງລາຍວັນປະຈໍາວັນອັງຄານ ທີ 30 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານພົບອຸປະສັກທາງດ້ານການງານແຕ່ກໍສາມາດແກ້ໄຂບັນຫາໄດ້ວ່ອງໄວ ການເງິນມີໂຊກຈະໄດ້ເງິນເຂົ້າມາແບບງ່າຍດາຍ ຄວາມຮັກມີໂອກາດທີ່ຄົນຮັກເກົ່າຢາກກັບມາຂໍຄືນດີ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກນຳໂຊກ6 ຄົນເກີດວັນຈັນ:ການງານເຮັດທຸລະກິດດ້ານວົງການບັນເທິງຈະປະສົບຜົນດີີ ການເງິນມີໂອກາດໄດ້ຮັບໂຊກທາງດ້ານຊັບສິນ ຄວາມຮັກບໍ່ລົງຕົວໃນເລື່ອງຄວາມສຳພັນ ຂອງຄວາມຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ2 ຄົນເກີດວັນອັງຄານ: ການງານຈະພົບອຸປະສັກແຕ່ໂຊກດີທີ່ມີບໍລິວານຄອຍຖ້າຊ່ວຍເຫລືອ ການເງິນໃນມື້ນີ້ມີໂຊກຈະໄດ້ເງິນ ແຕ່ໃຫ້ລະວັງດ້ານລາຍຈ່າຍ ຄວາມຮັກຄວາມສຳພັນມີໂອກາດໄດ້ເລິກລາກັນໄປ ອາດເປັນຍ້ອນນິໄສແຕກຕ່າງກັນເກີນໄປ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ3 ຄົນເກີດວັນພຸດ:ການງານຈະພົບອຸປະສັກດ້ານການງານ ວຽກຈະຫຼາຍກວ່າປົກກະຕິ ເພາະຢູ່ໃນຊ່ວງທົນລອງວຽກ ການເງິນຈະມີຄົນເຂົ້າມາລົບກວນຢືມເງິນ ແຕ່ກໍຄວນເບິ່ງສະຖານະການໃຫ້ດີ ຄວາມຮັກລະວັງຄວາມໃຈຮ້ອນເຮັດໃຫ້ເກີດຄວາມຂັດແຍ້ງ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ2 ຄົນເກີດວັນພະຫັດ:ການງານເຮັດທຸລະກິດດ້ານການຂາຍອາຫານເພື່ອສຸກຂະພາບຊ່ວງນີ້ຈະໄດ້ຜົນກຳໄລດີ ການເງິນຈະໄດ້ໂຊກຈາກຄົນຮັກ ເພາະຊ່ວງນີ້ຢູ່ໃນເກນຄົນຮັກຕາມໃຈ ຄວາມຮັກເກີດຄວາມສຸກ ຄວາມພຶງພໍໃຈ ເພາະທ່ານທັງສອງຢູ່ໃນຊ່ວງເປີດໃຈລົມກັນທຸກເລື່ອງ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ1 ຄົນເກີດວັນສຸກ:ການງານຊ່ວງນີ້ຈະເມື່ອຍຫລາຍເປັນພິເສດໃນການທີ່ຈະແກ້ໄຂບັນຫາສະເພາະໜ້າ ການເງິນຈະພົບເລື່ອງເສຍເງິນແບບບໍ່ຄາດຝັນ ຄວາມຮັກມີໂອກາດພົບຮັກ ເກີດຄວາມສຸກສະບາຍໃຈ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີເທົາ ເລກນຳໂຊກ2 ຄົນເກີດວັນເສົາ:ການງານ ເຮັດທຸລະກິດປະສົບຜົນສຳເລັດ ແຕ່ທ່ານກໍຕ້ອງໝັ່ນໃຈກັບສິ່ງທີ່ກໍາລັງເຮັດຢູ່ ການເງິນຈະຕັດສິນໃຈໃນການໃຊ້ເງິນຕົກແຕ່ງທີ່ຢູ່ອາໄສ ຄວາມຮັກປະຕິເສດເລື່ອງຂອງຄວາມຮັກ ຊ່ວງນີ້ບໍ່ມີເວລາໃຫ້ຄົນຮັກເລີຍ […]
ແມ່ຕົກໃຈ ປ່ອຍລູກສາວໄປຫຼິ້ນຢູ່ທາງນອກ ລູກກັບມາພ້ອມຂອງຫຼິ້ນອັນໃໝ່ ແມ່ເຫັນເກືອບເປັນລົມ

ເວັບໄຊຫວຽດນາມແຫ່ງໜຶ່ງໄດ້ເປີດເຜີຍຮູບທີ່ແມ່ຄົນໜຶ່ງໄດ້ແບ່ງປັນລົງໃນສື່ອອນໄລ. ໂດຍບອກວ່າໃນເວລານັ້ນນາງກຳລັງຢືນຢູ່ໜ້າປະຕູລໍຖ້າລູກສາວຂອງຕົນຍ່າງກັບມາ. ແຕ່ເບິ່ງໄກໆ ຕົກຕະລຶງທີ່ພົບວ່າເດັກນ້ອຍລາກບາງສິ່ງບາງຢ່າງກັບມານຳ. ມັນລັກສະນະທີ່ຍາວຄືກັບເຊືອກ. ແຕ່ເມື່ອລູກຍ່າງເຂົ້າມາໃກ້ຊ່ຳໃດ ແມ່ກໍ່ອົດບໍ່ໄດ້ທີ່ຈະຕົກໃຈ ຕື່ນຂຶ້ນ ແລະ ຢ້ານຂຶ້ນ ເມື່ອເຫັນສິ່ງທີ່ລູກລາກມາຢ່າງຊັດເຈນ ປະກົດວ່າສິ່ງທີ່ລູກສາວ ກຳລັງກຳຢູ່ໃນມື ແລະ ລາກກັບບ້ານນຳກໍ່ແມ່ນງູ ງູທີ່ຕາຍແລ້ວ ບາງທີ່ລູກອາດພົບຂອງຫຼິ້ນໃໝ່ນີ້ ບໍລິເວນອ້ອມຮອບເຮືອນ ຢ່າງໃດກໍ່ຕາມບໍ່ໄທັນຮູ້ເຖິງຄວາມອັນຕະລາຍຂອງສັດຮ້າຍ ເດັກນ້ອຍຈຶ່ງບໍ່ຢ້ານ ກົງກັນຂ້າມກັບຜູ້ທີ່ເປັນແມ່, ເມື່ອເຫັນງູໂຕໃຫຍ່, ກໍ່ອົດບໍ່ໄດ້ທີ່ຈະຂົນລຸກດ້ວຍຄວາມຢ້ານ ທັນທີທີ່ຮູບພາບຊຸດນີ້ປາກົດຢູ່ໃນໂລກອອນໄລ. ກໍ່ໄດ້ຮັບຄວາມສົນໃຈຈາກຊາວເນັດທັນທີ. ເຮັດໃຫ້ຫຼາຍຄົນອົດຫົວບໍ່ໄດ້ໃນຄວາມໄຮ້ດຽງສາຂອງເດັກນ້ອຍ ນອກຈາກນີ້ີ ພໍ່ແມ່ຫຼາຍຄົນຍັງເຫັນອົກເຫັນໃຈຜູ້ເປັນແມ່ໃນເລື່ອງນີ້. ເພາະການເກີດລູກສາວບໍ່ຈຳເປັນຕ້ອງອ່ອນໂຍນສະເໝີໄປ ແລະ ໄຮ້ດຽງສາສະເໝີໄປແມ່ພຽງເບິ່ງງູກໍ່ຈະເປັນລົມແລ້ວ ແຕ່ເດັກນ້ອຍຖືມັນຢ່າງກ້າຫານ.ເຮັດໄດ້ແນວໃດກໍ່ບໍ່ຮູ້ ໃນອະນາຄົດໃຫຍ່ຂຶ້ນເດັກນ້ອຍຄົນນີ້ຈະຢ້ານບໍ່, ແຕ່ຕອນນີ້ ແມ່ ປ້າ ນ້າ ອາ ຢ້ານຈົນໜ້າມືດ ສຳລັບຄົນຢ້ານງູ ເຫັນຊາກງູໂຕນີ້ຕ້ອງຕົກໃຈ.
ອັນຕະລາຍ ໝໍແລັບເຕືອນອາກາດຮ້ອນ ຢ່າວາງນ້ຳອັດລົມໄວ້ໃນລົດ ເຮັດໃຫ້ລະເບີດແຮງກະຈົກແຕກ

ໝໍແລັບ ເຕືອນໄພອັນຕະລາຍຢູ່ໃກ້ຕົວ ວາງນ້ຳອັດລົມໄວ້ໃນລົດ ເຮັດໃຫ້ລະເບີດແຮງກະຈົກແຕກໃນວັນທີ 25 ພຶດສະພາ 2023, ທ່ານ ໝໍ ພາກພູມ ເດດຫັດສະດິນ ນັກເທັກນິກວິຊາການແພດທີ່ມີຊື່ສຽງໂດ່ງດັງ ປະກາດໃນໜ້າເຟສບຸກ ໝໍແລັບແພນດ້າ ເຕືອນໄພອັນຕະລາຍໃກ້ຕົວຈາກອາກາດຮ້ອນແບບນີ້. ຫ້າມລືມວາງນ້ຳອັດລົມທີ່ປິດຝາ ບໍ່ວ່າຈະເປັນແບບຂວດຫຼືກະປ໋ອງ, ມັນຈະເຮັດໃຫ້ເກີດຄວາມຮ້ອນ. ແຟນເພສສົ່ງມາໃຫ້ຂ້ອຍເບິ່ງ. ເມື່ອພົບກັບຄວາມຮ້ອນ ອາຍແກັສຢູ່ໃນກະປ໋ອງຂະຫຍາຍອອກແລະເຮັດໃຫ້ເກີດການລະເບີດ. ຕ້ອງການລ້າງລົດກັນໃໝ່ ຫຼືຖ້າບັງເອີນເອົາໄວ້ໃນໜ໊າກະຈົກລົດ ແຮງລະເບີດສາມາດເຮັດໃຫ້ກະຈົກລົດແຕກໄດ້ເລີຍ.” ຫຼັງຈາກໂພສດັ່ງກ່າວຖືກເຜີຍແຜ່ ມີຊາວເນັດຫຼາຍຄົນເຂົ້າມາອ່ານ ແລະ ແຊຣ໌. ເພື່ອເຕືອນໄພອັນຕະລາຍທີ່ບາງຄັ້ງອາດຈະລືມ ແລະຫຼາຍຄົນຍັງມາເພື່ອແລກປ່ຽນປະສົບການໂດຍກົງວ່າ ເມື່ອມັນແຕກ, ມັນກໍ່ຈະໜຽວໄປທົ່ວລົດ.
ເຫດຍິງໄວກາງຄົນເສຍຊີວິດ ປິດສະໜາຄາຂຸມທີ່ຂຸດເອົາມັນປ່າ

ເກີດເຫດປະຊາຊົນຊື່ ນາງພັນ ອາຊີບຫາເຄື່ອງປ່າຂອງດົງຂາຍ ເສຍຊີວິດຄາຂຸມທີ່ຂຸດເອົາມັນປ່າຢູ່ໃນສວນຂອງເພຶ່ອນບ້ານ ເມື່ອວັນທີ 25 ພຶດສະພາ 2023 ທີ່ຜ່ານມານີ້ ເວລາປະມານ 16:00 ໂມງ ຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ. ນາງພັນໄດ້ຂຸດຂຸມ ຫຼື ຮູ ເພື່ອເອົາມັນປ່າ, ຜູ້ກ່ຽວໄດ້ໝົ້ນເຂົ້່າໄປໃນຂຸມ ເຫັນແຕ່ຕີນພົ້ນອອກຈາກປາກຂູມ ແລະ ໄດ້ມີເດັກນ້ອຍເຫັນແລ້ວໄປເອີ້ນຜູ້ໃຫຍ່ມາຊ່ວຍກັນເອົາອອກຈາກຂູມ ແຕ່ນາງພັນໄດ້ເສຍຊີວິດໄປແລ້ວໄປ.ເຈົ້່າໜ້າທີ່ສັນນິຖານເບື້ອງຕົ້ນວ່ານາງພັນອາດອອກມາຈາກຂຸມບໍ່ໄດ້ແລ້ວຂາດອາກາດຫາຍໃຈ ຈຶ່ງເຮັດໃຫ້ເສຍຊີວິດ. ແຫຼ່ງຂໍ້ມູນ-ພາບ:MM News
ລາວ ແລະ ມາເລເຊຍ ຮ່ວມລົງນາມຊື້-ຂາຍພະລັງງານໄຟຟ້າ

ພິທີລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຊື້-ຂາຍພະລັງງານໄຟຟ້າ ລະຫວ່າງ ລາວ ແລະ ມາເລເຊຍ ຈັດຂຶ້ນໃນວັນທີ 25 ພຶດສະພາ 2023 ທີ່ນະຄອນຫລວງວຽງຈັນ, ຮ່ວມລົງນາມໂດຍ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ດາໂຕະ ອິນເດຣາ ອິລ ບາຮາຣິນ ດິນ ປະທານສະພາບໍລິຫານ ບໍລິສັດ ທີເອັນບີ ພາວເວີ ເຈນເນີເຣຊັນ ປະເທດມາເລເຊຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີ, ທ່ານ ຈັນທະບູນ ສຸກອາລຸນ ໄດ້ໃຫ້ຮູ້ວ່າ: ການຮ່ວມລົງນາມຊື້-ຂາຍໄຟຟ້າ ລະຫວ່າງລາວ ແລະ ມາເລເຊຍ ໃນຄັ້ງນີ້, ໄດ້ກາຍເປັນຄູ່ຮ່ວມຍຸດທະສາດທາງທຸລະກິດດ້ານພະລັງງານ ລະຫວ່າງສອງບໍລິສັດ ໂດຍນໍາໃຊ້ແຫລ່ງພະລັງງານໝູນວຽນທີ່ປະເທດລາວມີທ່າແຮງ, ນອກຈາກ ເປັນຜູ້ສະໜອງພະລັງງານໃຫ້ບັນດາປະເທດໃກ້ຄຽງແລ້ວ, ສປປ ລາວ ຍັງມີວິໄສທັດໃນການຈັດຕັ້ງປະຕິບັດໝໍ້ ໄຟຟ້າແຫ່ງອາຊຽນ ດ້ວຍການຊື້-ຂາຍ ແລະ ແລກ ປ່ຽນໄຟຟ້າພາຍໃນພາກພື້ນອາຊຽນ. ປັດຈຸບັນ, […]
ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ຈໍເຈຍ Gorgia

ວັນທີ 19 ພຶດສະພາ 2023 ຜ່ານມານີ້ ທ່ານ ຄອນເພັງ ທຳມະວົງ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ນ. ຊາລົມເມ ຊູຣາບິສວິລີ (H.E. Salome Zourabichvili), ປະທານາທິບໍດີ ແຫ່ງ ຈໍເຈຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳ ຈໍເຈຍ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽນ, ປະເທດ ໂອຕຣິດ. ພາຍຫຼັງສຳເລັດພິທີ, ທ່ານເອກອັກຄະລັດຖະທູດລາວຄົນໃໝ່ໄດ້ພົບປະໂອ້ລົມ ກັບພະນະທ່ານປະທານາທິບໍດີ, ຊຶ່ງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນທີ່ດີລະ ຫວ່າງ ສປປ ລາວ ແລະ ຈໍເຈຍ ທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 6 ພະຈິກ 1998 ເປັນຕົ້ນມາ, ໂດຍຜ່ານມາ ແລະ ປະຈຸບັນສອງປະເທດ ໄດ້ມີຄວາມພະຍາຍາມ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຢູ່ໃນເວທີພາກພື້ນ […]
ດວງລາຍວັນປະຈໍາວັນສຸກ ທີ 26 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານຈະເຮັດທຸລະກິດຫຍັງກໍໄດ້ຮັບຜົນກຳໄລທີ່ດີ ການເງິນໂຊກດີຈະມີຜູ້ອຸປະຖຳ ທາງດ້ານການເງິນ ຄວາມຮັກກຳລັງວາງແຜນທີ່ຈະໃຊ້ຊີວິດຄູ່ຮ່ວມກັນກັບຄົນຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີແດງ ເລກນຳໂຊກ8 ຄົນເກີດວັນຈັນ:ການງານລະວັງຈະເຮັດວຽກເກີດຄວາມຜິດພາດ ການເງິນໂຊກດີຈະໄດ້ເງິນເຂົ້າມາແບບບໍ່ຄາດຝັນ ຄວາມຮັກເກີດຄວາມຫ່າງເຫີນເພາະບໍ່ມີເວລາໃຫ້ກັບຄົນຮັກ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີແດງ ເລກນຳໂຊກ9 ຄົນເກີດວັນອັງຄານ:ການງານເຮັດທຸລະກິດດ້ານຊັບສິນຈະໄດ້ຜົນກຳໄລດີ ການເງິນມີໂຊກຈະໄດ້ເງິນແບບບໍ່ທັນຕັ້ງໂຕ ເຂົ້າມາໃນໄວໆນີ້ ຄວາມຮັກຍັງຮັກສາຄວາມສຳພັນແບບເປັນໝູ່ເພື່ອນກັນໄປກ່ອນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ3 ຄົນເກີດວັນພຸດ:ການງານໄດ້ເງິນມາລົງທຶນເຮັດທຸລະກິດໃໝ່ຊຶ່ງເປັນສິ່ງທີ່ທ່ານມັກເປັນພິເສດ ການເງິນຈະພົບເລື່ອງເສຍຊັບໂດຍບໍ່ທັນຕັ້ງໂຕເຂົ້າມາໃຫ້ເຈັບຫົວ ຄວາມຮັກຈະພົບຄົົນທີ່ມີບຸກຄະລິກລັກສະນະທີ່ດີ ເຂົ້າກັບທ່ານໄດ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີແດງ ເລກນຳໂຊກ6 ຄົນເກີດວັນພະຫັດ:ການງານພົບໂອກາດ ແລະ ຄວາມກ້າວຫນ້າທີ່ດີໃນດ້ານການງານ ການເງິນມີໂຊກຈະໄດ້ເງິນເພາະດວງຂອງທ່ານຢູ່ໃນເກນທີ່ດີ ຄວາມຮັກຄວາມສຳພັນຢູ່ໃນເກນທີ່ລົງຕົວ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ3 ຄົນເກີດວັນສຸກ:ການງານສາມາດສ້າງຜົນງານໄດ້ໂດດເດັ່ນໃນເລື່ອງການເຈລະຈາ ການເງິນ ຜູ້ໃຫຍ່ຈະອຸປະຖຳທາງດ້ານການເງິນໃນໄລຍະນີ້ ຄວາມຮັກມີຄວາມສຸກໃນຊີວິດຮັກເປັນໄລຍະທີ່ດີຫຼາຍ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ3 ຄົນເກີດວັນເສົາ:ການງານຈະຂະຫຍາຍທຸລະກິດເພີ່ມປະສົບຜົນສຳເລັດ ການເງິນຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ແລະ ກໍຈະມີລາຍຈ່າຍຢ່າງຕໍ່ເນື່ອງ ຄວາມຮັກມີໂອກາດຈະພົບຄູ່ຄອງ ເປັນເນື້ອຄູ່ຂອງທ່ານກໍເປັນໄປໄດ້ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນສີແດງ ເລກນຳໂຊກ8