ດວງ-Tou-Vientianepost (65)
ແມ່ຕົກໃຈ ປ່ອຍລູກສາວໄປຫຼິ້ນຢູ່ທາງນອກ ລູກກັບມາພ້ອມຂອງຫຼິ້ນອັນໃໝ່ ແມ່ເຫັນເກືອບເປັນລົມ
ຮຽບຮຽງໂດຍ:Staff
ເຜີຍແຜ່: 26 ເດືອນພຶດສະພາ, 2023

ເວັບ​ໄຊ​ຫວຽດນາມ​ແຫ່ງ​ໜຶ່ງ​ໄດ້​ເປີດ​ເຜີຍ​ຮູບທີ່​ແມ່​ຄົນ​ໜຶ່ງ​ໄດ້​ແບ່ງປັນ​ລົງ​ໃນ​ສື່ອອນໄລ. ໂດຍບອກວ່າ​ໃນ​ເວລາ​ນັ້ນ​ນາງ​ກຳລັງ​ຢືນ​ຢູ່​ໜ້າ​ປະຕູ​ລໍຖ້າ​ລູກ​ສາວ​ຂອງຕົນຍ່າງ​​ກັບ​ມາ. ແຕ່ເບິ່ງໄກໆ ຕົກຕະລຶງທີ່ພົບວ່າເດັກນ້ອຍລາກບາງສິ່ງບາງຢ່າງກັບມານຳ. ມັນລັກສະນະທີ່ຍາວຄືກັບເຊືອກ. ແຕ່ເມື່ອລູກຍ່າງເຂົ້າມາໃກ້ຊ່ຳໃດ ແມ່ກໍ່ອົດບໍ່ໄດ້ທີ່ຈະຕົກໃຈ ຕື່ນຂຶ້ນ ແລະ ຢ້ານຂຶ້ນ ເມື່ອເຫັນສິ່ງທີ່ລູກລາກມາຢ່າງຊັດເຈນ

ປະກົດວ່າສິ່ງທີ່ລູກສາວ ກຳລັງກຳຢູ່ໃນມື ແລະ ລາກກັບບ້ານນຳກໍ່ແມ່ນງູ ງູທີ່ຕາຍແລ້ວ ບາງທີ່ລູກອາດພົບຂອງຫຼິ້ນໃໝ່ນີ້ ບໍລິເວນອ້ອມຮອບເຮືອນ ຢ່າງໃດກໍ່ຕາມບໍ່ໄທັນຮູ້ເຖິງຄວາມອັນຕະລາຍຂອງສັດຮ້າຍ ເດັກນ້ອຍຈຶ່ງບໍ່ຢ້ານ ກົງກັນຂ້າມກັບຜູ້ທີ່ເປັນແມ່, ເມື່ອເຫັນງູໂຕໃຫຍ່, ກໍ່ອົດບໍ່ໄດ້ທີ່ຈະຂົນລຸກດ້ວຍຄວາມຢ້ານ

ທັນທີທີ່ຮູບພາບຊຸດນີ້ປາກົດຢູ່ໃນໂລກອອນໄລ. ກໍ່ໄດ້ຮັບຄວາມສົນໃຈຈາກຊາວເນັດທັນທີ. ເຮັດໃຫ້ຫຼາຍຄົນອົດຫົວບໍ່ໄດ້ໃນຄວາມໄຮ້ດຽງສາຂອງເດັກນ້ອຍ ນອກຈາກນີ້ີ ພໍ່ແມ່ຫຼາຍຄົນຍັງເຫັນອົກເຫັນໃຈຜູ້ເປັນແມ່ໃນເລື່ອງນີ້. ເພາະການເກີດລູກສາວບໍ່ຈຳເປັນຕ້ອງອ່ອນໂຍນສະເໝີໄປ ແລະ ໄຮ້ດຽງສາສະເໝີໄປແມ່ພຽງເບິ່ງງູກໍ່ຈະເປັນລົມແລ້ວ ແຕ່​ເດັກ​ນ້ອຍ​ຖື​ມັນ​ຢ່າງ​ກ້າຫານ.ເຮັດໄດ້ແນວໃດກໍ່ບໍ່ຮູ້ ໃນອະນາຄົດໃຫຍ່ຂຶ້ນເດັກນ້ອຍຄົນນີ້ຈະຢ້ານບໍ່, ແຕ່ຕອນນີ້ ແມ່ ປ້າ ນ້າ ອາ ຢ້ານຈົນໜ້າມືດ ສຳລັບຄົນຢ້ານງູ ເຫັນຊາກງູໂຕນີ້ຕ້ອງຕົກໃຈ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (20)
ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ
ek
ດວງລາຍວັນປະຈໍາວັນພະຫັດ ທີ 21 ກັນຍາ 2023
ດວງ-Tou-Vientianepost (17)
ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ
ດວງ-Tou-Vientianepost (14)
ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20
ek
ດວງລາຍວັນປະຈໍາວັນພຸດ ທີ 20 ກັນຍາ 2023
ek
ດວງລາຍວັນປະຈໍາວັນຈັນ ທີ 18 ກັນຍາ 2023
ດວງ-Tou-Vientianepost (9)
ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
ດວງ-Tou-Vientianepost (7)
ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ
ດວງ-Tou-Vientianepost (5)
ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ
ດວງ-Tou-Vientianepost (4)
ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ
ຢ່າລື່ມກົດຕິດຕາມ