ເຈົ້າສາວແປກໃຈວ່າເຈົ້າບ່າວໜີງານແຕ່ງ ສຸດທ້າຍນຳຈົນເຈິ ລາກເຈົ້າບ່າວກັບຄືນສູ່ພິທີ ພ້ອມນັ່ງຄໍຕົກ ແລະ ເລົ່າຄຳສາບານ

ຂ້ອຍຈະຊອກຫາເຈົ້າໃຫ້ເຈິ! ເຈົ້າສາວອິນເດຍໃນຊຸດຈັດເຕັມ ນຳຊອກຫາເຈົ້າບ່າວຫນີງານແຕ່ງ, ໜີໄປປະມານ 20 ກິໂລແມັດ, ແລະລາກກັບໄປເຮັດພິທີສາບານໃນພິທີແຕ່ງດອງ ບໍ່ຍອມໄປຮັນນິມູນຄົນດຽວເດັດຂາດ. ຕາມການລາຍງານຂອງ indiatoday, ພົບວ່າເຫດການດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ລັດ Uttar Pradesh. ປະເທດອິນເດຍ ​ຍິງຊາຍຄູ່ໜຶ່ງ​ໄດ້​ມີ​ການ​ພົວ​ພັນ​ກັນ​ມາດົນກວ່າ​ສອງ​ປີ​. ໃນສຸດທ້າຍມື້ແຕ່ງງານໄດ້ຖືກກໍານົດຂຶ້ນຫຼັງຈາກການເຈລະຈາລະຫວ່າງຄອບຄົວ, ຢ່າງໃດກໍຕາມ, ໃນມື້ແຕ່ງງານ, ເຈົ້າບ່າວບໍ່ມາປາກົດຕົວຈັກເທື່ອ. ເຈົ້າສາວທີ່ແຕ່ງຕົວແບບຈັດເຕັມ ລໍຖ້າເຈົ້າບ່າວດົນກໍ່ບໍ່ເຫັນມາຈັກເທື່ອ ຈົນສຸດທ້າຍ, ມີຄວາມແປກໃຈເລີຍຕັດສິນໃຈໂທຫາ. ແຕ່​ເຈົ້າ​ບ່າວ​ໄດ້​ແກ້​ຕົວ​ວ່າ​ຈະ​ໄປ​ຮັບ​ແມ່​ເຂົ້າ​ຮ່ວມພິທີແຕ່ງງານ. ທັນທີທີ່ເຕົ້າສາວໄດ້ຍິນ, ກໍ່ເລີຍສົງໃສວ່າເຈົ້າບ່າວກໍາລັງວາງແຜນທີ່ຈະຫນີງານແຕ່ງງານ. ເຈົ້າສາວເລີຍບໍ່ລັງເລ, ເລີຍນຳຊອກຫາເຈົ້າບ່າວຢ່າງດ່ວນ ຈົນໃນທີ່ສຸດກໍ່ຊອກຫາເຈົ້າບ່າວເຫັນ ໃນຂະນະທີ່ກຳລັງຈະຂຶ້ນລົດເມໃກ້ກັບສະຖານີຕຳຫຼວດ. ເຊິ່ງຫ່າງຈາກສະຖານທີ່ຈັດງານແຕ່ງດອງປະມານ 20 ກິໂລແມັດ, ແລະໄດ້ເກີດມີປາກສຽງກັນຢູ່ກາງຖະໜົນລະຫວ່າງສອງຄົນ. ກ່ອນ​ທີ່​ເຈົ້າ​ສາວ​ຈະ​ພາ​ເຈົ້າ​ບ່າວ​ກັບ​ຄືນ​ໄປ​ບ່ອນ​ປະຕິບັດ​ຄຳ​ປະຕິຍານ​ໃນ​ງານ​ແຕ່ງດອງ ການ​ແຕ່ງ​ງານ​ຂອງ​ທັງສອງ​ແມ່ນ​ດຳເນີນໄປຢ່າງເຄັ່ງຄຽດ ຕໍ່​ໜ້າ​ທັງສອງ​ຄອບ​ຄົວ.

ສາວຈັບໄດ້ແຟນນອກໃຈ ບໍ່ໂວຍວາຍ ແຖມໄປເຄຍກັບກິກໃຫ້ ເຜີຍເຫດພ້ອມຮັບໄດ້ຮັກກັນ 3 ຄົນ

“ບຸກຄົນທີສາມ” ຜູ້ທີ່ເຂົ້າມາໃນຄວາມສໍາພັນຂອງຄູ່ຮັກ ບໍ່​ວ່າ​ຈະ​ເປັນ​ຊາຍ​ຫຼື​ຍິງ, ມັກຈະ​ເປັນ​ຜູ້​ທີ່​ຖືກ​ປະ​ນາມ​ຈາກ​ສັງ​ຄົມ​ແລະ​ຄວາມ​ເຮັດໃຫ້ຄຽດແຄ້ນຢູ່​ສະ​ເຫມີ​. ເພາະ​ຕາມ​ມາດຕະຖານຂອງ​ສັງຄົມ​ທີ່​ຄົນ​ສ່ວນ​ຫຼາຍ​ຍຶດໝັ້ນ ຄົນດີຈະບໍ່ຫລິ້ນຊູ້ ຫຼື ທໍລະຍົດຄົນຮັກຂອງຕົນ, ແນວໃດກໍ່ຕາມ, ເມື່ອບໍ່ດົນມານີ້, ມີເລື່ອງລາວຂອງຜູ້ຍິງຊາວເວເນຊູເອລາຄົນໜຶ່ງ ທີ່ເຮັດໃຫ້ຫຼາຍຄົນປະຫລາດໃຈກັບທັດສະນະຂອງນາງກ່ຽວກັບ “ບຸກຄົນທີສາມ” Sophia, ຍິງສາວຈາກປະເທດເວເນຊູເອລາ ຫຼັງ​ຈາກ​ໂພສຮູບ​ພາບ​ທີ່​ຂ້ອນ​ຂ້າງ​ລ່າເລິງຂອງນາງ ແລະ ຍິງອີກຄົນໜຶ່ງ​ລົງ​ໃນ​ເຟ​ສ​ບຸກ​. ພ້ອມແທັກຊື່ ແລະ ລະບຸຢ່າງຊັດເຈນວ່າສາວຄົນນັ້ນເປັນກິກຂອງແຟນຂອງຕົນເອງ ປະກາດວ່ານາງໄດ້ຍອມຮັບຄວາມຈິງທີ່ວ່າ “ແຟນຂອງຂ້ອຍກໍ່ເປັນແຟນຂອງເຈົ້າຄືກັນ,” ເພາະວ່ານາງຄົ້ນພົບວ່າຜູ້ຍິງຄົນນີ້ດູແລແຟນຂອງນາງແບບທີ່ນາງເຮັດບໍ່ໄດ້. ໃນໂພສໄດ້ເວົ້າວ່າ ຂ້ອຍພົບວ່າແຟນຂ້ອຍນອກໃຈ ເມື່ອເຫັນຂໍ້ຄວາມໃນ WhatsApp ຢ່າງໃດກໍ່ຕາມແທນທີ່ຈະສະແດງຄວາມໃຈຮ້າຍ ຕໍ່ສູ້ກັບຄວາມຫຶງຫວງ ຫຼືຖາມຄວາມເປັນຈິງກັບຄົນຮັກ ແຕ່ຂ້ອຍເລືອກທີ່ຈະສື່ສານກັບກິກຂອງແຟນ ແບບງຽບໆ ແລະສຸດທ້າຍກໍ່ກາຍມາເປັນໝູ່ທີ່ດີຕໍ່ກັນ “ນາງມັກສົ່ງຂໍ້ຄວາມ WhatsApp ໃຫ້ແຟນຂ້ອຍຢູ່ສະເໝີ, ເຊິ່ງເຮັດໃຫ້ລາວຮູ້ສຶກໄດ້ຮັບຄວາມຮັກ. ແລະນັ້ນແມ່ນມີມູນຄ່າຫຼາຍກວ່າສິ່ງໃດແດ່ສໍາລັບຂ້ອຍ. ເນື່ອງຈາກວ່າຂ້ອຍໄປຫາແຟນຂ້ອຍບໍ່ໄດ້ ແຕ່ຍິງຄົນນັ້ນຈະຢູ່ບ່ອນນັ້ນ ແລະ ໃຊ້ເວລາຮ່ວມກັບແຟນຂ້ອຍ ໃຫ້ຄວາມຮັກທັງໝົດແກ່ແຟນຂ້ອຍ ຕາມທີ່ລາວສົມຄວນຈະໄດ້ຮັບ ຢ່າງໃດກໍຕາມ, ຂໍ້ຄວາມຂອງນາງໄດ້ຖືກວິພາກວິຈານຢ່າງຮຸນແຮງຈາກຄົນທາງອອນໄລນ໌. ພາຍຫຼັງຈາກການໂພດບໍ່ເທົ່າໃດນາທີ, ກາຍເປັນກະແສ ແລະມີຊາວເນັດຫຼາຍກວ່າ 2,600 ຄົນສະແດງຄວາມຄິດເຫັນ. ແລະມີຊາວເນັດຫຼາຍຄົນຂໍໃຫ້ໂຊເຟຍເປີດເຜີຍໃບຫນ້າຂອງແຟນໜຸ່ມທີ່ “ໂຊກດີ” ຄົນນັ້ນ, […]

ເມຍຕົກໃຈ! ເປີດປະຕູມາເຈິຂອງຂວັນວັນເກີດອັນໃຫຍ່ຈາກຜົວແລະລູກ ມີເງິນເປັນພັນລ້ານກໍ່ບໍ່ສາມາດຊື້ມັນໄດ້

ຜົວຈັດເຊີໄພ້ໃຫຍ່ ໃຫ້ຂອງຂວັນວັນເກີດກັບເມຍ ເຮັດໃຫ້ສາວໆຫຼາຍຄົນອິດສາ ເພາະມີເງິນຫຼາຍພັນລ້ານກໍ່ບໍ່ສາມາດຊື້ໄດ້ ​ໄດ້​ກາຍ​ເປັນ​ໂພສທີ່ຮືຮາ ໃນໂລກໂຊຊ້ຽວ ​​ຂອງ​ຫວຽດນາມ. ຫຼັງ​ຈາກ​ເມຍ​ໄດ້​ເປີດ​ປະຕູ​ເຂົ້າເຮືອນ​ມາ ເຈິເຊີໄພ້ໃຫ່ຍ. ເມື່ອ​ເຫັນ​ຂອງ​ຂວັນ​ອັນ​ໃຫຍ່​ຈາກ​ຜົວ​ແລະ​ລູກ​ຊາຍ​ນ້ອຍ​ຢູ່​ກາງ​ເຮືອນ ​ເຮັດ​ໃຫ້​ຊາວ​ເນັດ​ຫຼາຍ​ຄົນ​ຊົມ​ເຊີຍ​ແລະ​ອິດສາ. ເພາະວ່າການມີເງິນພັນລ້ານກໍ່ບໍ່ສາມາດຊື້ຂອງຂວັນນີ້ໄດ້ແນ່ນອນ. ບໍ່ດົນມານີ້, ຄອບຄົວນ້ອຍໆ ຄອບຄົວຫນຶ່ງ ຜົວບໍ່ຮູ້ວ່າຈະເອົາຂອງຂວັນວັນເກີດຫັຍງໃຫ້ເມຍຂອງລາວ. ສະນັ້ນ ລາວ​ຈຶ່ງ​ກຽມ​ດອກ​ກຸຫຼາບ​ແດງ. ແລະເຈ້ຍຫໍ່ຂອງຂວັນ ຫໍ່ຕົວເອງແລະລູກຊາຍນ້ອຍເປັນຂອງຂວັນອັນໃຫຍ່. ໜຸ່ມໄດ້ໂພສຮູບ ແລະ ຂໍ້ຄວາມລະບຸວ່າ: ວັນເກີດຂອງແມ່, ພໍ່ກັບລູກບໍ່ຮູ້ຈະຊື້ຫຍັງໃຫ້ແມ່, ຈຶ່ງຈັດຊໍ່ດອກໄມ້ນ້ອຍໆ. ມາສະແດງຄວາມຍິນດີກັບແມ່ ຂໍໃຫ້ເຈົ້າມີຄວາມສຸກ, ສວຍງາມ, ແລະຢ່າດ່າພໍ່ແລະລູກຫຼາຍ.”ຂໍ້ຄວາມດັ່ງກ່າວໄດ້ແຜ່ລາມຢ່າງໄວວາແລະເຮັດໃຫ້ແມ່ຍິງຫຼາຍຄົນອິດສາເມຍຂອງຜູ້ຊາຍຄົນນີ້.

ເຈົ້າແຂວງຄຳມ່ວນມອບພາຫະນະຮັບໃຊ້ໃຫ້ ປກສ ແຂວງ

ເມື່ອບໍ່ດົນມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ ພ້ອມຄະນະ ມອບພາຫະນະ ລົດຈັກ ຍີ່ຫໍ Yamaha R 15 ຈຳນວນ 3 ຄັນ ລວມມູນຄ່າ 120 ລ້ານກວ່າກີບ ໃຫ້ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ເພື່ອປະກອບສ່ວນຮັບໃຊ້ວຽກງານວິຊາສະເພາະ ແລະ ເພື່ອອຳນວຍຄວາມສະດວກ ໃຫ້ກຳລັງ ປກສ ທັງເປັນການປະກອບສ່ວນ ໃນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຄຳມ່ວນ ໃຫ້ດໍາເນີນໄປຢ່າງມີປະສິດທິຜົນ. ຕາງໜ້າຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ໂດຍທ່ານ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ. ການມອບລົດຈັກໃນຄັ້ງນີ້ ແລະ ຈະໄດ້ນຳໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຂອງກຳລັງປ້ອງກັນເຄື່ອນທີ່ ໃຫ້ເກີດປະໂຫຍດສູງສຸດ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ທີ່ມາ ຂປລ

ເຕືອນ ໃຜຈະໄປຮຽນຢູ່ຕ່າງປະເທດ ເບື້ອງຕົ້ນໃຫ້ສຶກສາຫາຄວາມຈິງໃຫ້ລະອຽດກ່ອນ

ໄລຍະຜ່ານມານີ້, ມີບັນດາກຸ່ມບໍລິສັດເອກະຊົນ, ບຸກຄົນ, ແລະ ນິຕິບຸກຄົນຈຳນວນໜຶ່ງໄດ້ເຄື່ອນໄຫວໂຄສະນາຜ່ານທາງ ເຟສບຸກ(facebook)ຂອງກຸ່ມບໍລິສັດທີ່ປຶກສາດ້ານການສຶກສາຮຽນຕໍ່ຢູ່ຕ່າງປະເທດດ້ວຍຖ້ອຍທຳນອງຕ່າງໆນານາໃຫ້ຫຼົງເຊື່ອວ່າເປັນທຶນຂອງລັດຖະບານປະເທດນັ້ນໆໂດຍສະເພາະ ລັດຖະບານ ສປ ຈີນ ແລະ ສສ ວຽດນາມ ເຮັດໃຫ້ປະຊາເກີດຄວາມເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືກະຊວງສຶກສາທິການ ແລະ ກິລາ. ເພື່ອຄວາມເຂົ້າໃຈທີ່ຖືກຕ້ອງ, ຫ້ອງການກະຊວງສສຶກສາທິການ ແລະ ກິລາໄດ້ອອກແຈ້ງການສະບັບເລກທີ 2239/ຫກ ລົງວັນທີ 19 ພຶດສະພາ 2023ນີ້ ເຖິງບັນດາຜູ້ປົກຄອງນັກຮຽນ-ນັກສຶກສາແລະປະຊາຊົນທົ່ວປະເທດເລື່ອງ: ການໂຄສະນາທຶນການສຶກສາຂອງບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນທີ່ບໍ່ເປັນທາງການ. ຊຶ່ງເນື້ອໃນຂອງແຈ້ງການເນັ້ນວ່າ: ຫ້ອງການກະຊວງສຶກສາທິການແລະກິລາແຈ້ງມາຍັງນັກຮຽນ-ນັກສຶກສາ, ພໍ່ແມ່ປະຊາຊົນຊາບວ່າ: ປັດຈຸບັນສັງເກດເຫັນວ່າມີບັນດາກຸ່ມບໍລິສັດເອກະຊົນ, ບຸກຄົນ ແລະ ນິຕິບຸກຄົນ ທີ່ບໍ່ຫວັງດີໄດ້ເຄື່ອນໄຫວໂດຍສະເພາະການໂຄສະນາ ຜ່ານທາງເຟສບຸກ(facebook)ຂອງກຸ່ມບໍລິສັດທີ່ປຶກສາດ້ານການສຶກສາຮຽນຕໍ່ຕ່າງປະເທດ, ເຮັດໃຫ້ພໍ່ແມ່ປະຊາຊົນເກີດຄວາມເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືກະຊວງສຶກສາທິການແລະກິລາ ກ່ຽວກັບການໂຄສະນາລະດົມຂົນຂວາຍເອົານັກສຶກສາລາວໄປຮຽນຕໍ່ຢູ່ຕ່າງປະເທດຄື: ປະເທດ ສປ ຈີນ ແລະ ສສ ວຽດນາມ ໂດຍແອບອ້າງວ່າເປັນທຶນຂອງລັດຖະບານຈີນ CSC ແລະລັດຖະບານ ວຽດານາມ ຕໍ່ສະພາບການດັ່ງກ່າວນີ້ ຈຶ່ງແຈ້ງເຕືອນມາຍັງ ນັກຮຽນນັກສຶກສາ ແລະ […]

ສາວຖືກແຟນຕີ ບັງຄັບໃຫ້ກິນຍ່ຽວ ກິນຂີ້ໝາ ພ້ອມບີບຄໍໝາຕາຍ ແລະ ຊື້ມາລ້ຽງໃໝ່ອີກ 6 ໂຕ

ເວລາ 11:00 ໂມງ (ວັນທີ 23 ພຶດສະພາ 2023) ຢູ່ທີ່ ສະຖານີ ຕໍາຫລວດບາງບໍ ແຂວງ ສະມຸດປາການ, ທ້າວ ກັນນະຖັດ ພົງໄພບູນເວດ ຫຼື ກັນ ຈອມພະລັງ ໄດ້ນໍາຕົວ ຍິງສາວລູກເຄິ່ງ ອາຍຸ 25 ປີ ອາຍຸ 25 ປີ ໄປເຂົ້າພົບ ພັທ ສຸພາກອນ ບູຣຸນນະພາລັກ. ກອງບັນຊາການ ເມືອງບາງບໍ ໄດ້ເຂົ້າແຈ້ງຄວາມດຳເນີນຄະດີ ຈັບຊາຍອາຍຸ 24 ປີ, ແຟນໜຸ່ມໃນຂໍ້ຫາ ທຳຮ້າຍຮ່າງກາຍ ທາລຸນນະກຳສັດ ແລະກັກຂັງໜ່ວງໜ່ຽວ ໂດຍ ທ້າວ ກັນນະຖັດ ພົງໄພບູນເວດ ຫຼື ກັນ ຈອມພະລັງ ໃຫ້ຮູ້ຕື່ມວ່າ: ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ ເພື່ອນໍາຕົວສາວລູກເຄິ່ງອັງກິດ ໄວອາຍຸ 24 ປີ ທີ່ຖືກແຟນຂອງລາວຕີ […]

ດວງລາຍວັນປະຈໍາວັນອາທິດ ທີ 28 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການ​ງານດຸໝັ່ນໃນການເຮັດວຽກງານ ທ່ານໃສ່ໃຈໃນວຽກງານທີ່ທ່ານໄດ້ເຮັດຢູ່ສະເໝີ ການ​ເງິນມີ​ລາຍ​ຈ່າຍ​ຕະຫຼອດ​ໃນໄລຍະ​ນີ້​ ລະ​ວັງ​ເຂົ້າ​ສູ່​ພາ​ວະ​ຕິດ​ລົບ​ທາງ​ດ້ານ​ການ​ເງິນ​ ຄວາມ​ຮັກຖ້າ​ຈະ​ພົບ​​ໃຜ​ໃນໄລຍະ​ນີ້​ ອາດຈະ​ມີ​ເຂົ້າ​ມາ​ຫຼາຍກວ່າ​ 1 ຄົນ​ໃຫ້ທ່ານໄດ້​ເລືອກ​ ເຄື່ອງມຸງຄຸນຄໍາ ສີມຸງຄຸນ​ສີມ່ວງ ເລກ​ນຳ​ໂຊກ​2 ຄົນເກີດວັນຈັນ:ການ​ງານ​ຂະຫຍັນ​ ແລະ​ ເຮັດວຽກ​ຢ່າງ​ລະອຽດ​ຮອບ​ຄອບ​ຫຼາຍ​ໆ​ ໃນໄລຍະ​ນີ້​ ມີ​ໂອ​ກາດ​ທີ່​ຈະ​ຫາ​ງານ​ພິເສດ​ ເພື່ອ​ທີ່​ຈະ​ເຮັດໃຫ້​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ ການ​ເງິນ​​ ມີ​ໂຊກ​ດີ​ ຫາ​ເງິນ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນໄລຍະ​ນີ້​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກຍັງ​ພິຈາລະນາ​ເລືອກ​ຫົນ​ທາງ​ທີ່​ຈະ​ນຳ​ພາ​ຕົນເອງ​ໄປ​ສູ່​ຄວາມ​ກ້າວ​ໜ້າ​ ຫຼາຍກວ່າ​ທີ່​ຈະ​ມຸ່ງ​ເນັ້ນ​ດ້ານ​ຄວາມ​ຮັກ​ໂດຍ​ກົງ​ໃນໄລຍະ​ນີ້​ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ຂຽວ ເລກ​ນຳ​ໂຊກ​6 ຄົນເກີດວັນອັງຄານ:ການ​ງານ​​  ຈະ​ເຮັດ​ທຸລະກິດ​ການ​ງານ​ໃດ​ໆ​ ຈະເລີນ​ຮຸ່ງ​ເຮືອງ​ດີ​ຂຶ້ນ​ໄປ​ທຸກ​ຢ່າງ​ ການ​ເງິນມີ​ໂຊກ​ທີ່​ຈະ​ໄດ້​ເງິນ​ເຂົ້າ​ມາ​ເລື້ອຍ​ໆ​ ໃນໄລຍະ​ນີ້​ ເປັນ​ໂຊກ​ນ້ອຍ​ໆ​ ທີ່​ເຮັດໃຫ້ທ່ານຮູ້ສຶກ​ດີ​ໃຈ​ ຄວາມ​ຮັກມີ​ໂອ​ກາດ​ລອງ​ເວົ້າ​​ ສຶກ​ສາ​ເບິ່ງ​ໃຈ​ກັບ​ຄົນ​ຜິວ​ຂາວ​ທີ່​ໄດ້​ພົບ​​ໃນໄລຍະ​ນີ້​ ເຄື່ອງມຸງຄຸນ​  ​ເງິນ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​2 ຄົນເກີດວັນພຸດ:ການ​ງານ​ຕ້​ອງ​ແກ້​ໄຂ​ບັນຫາ​ຕ່າງ​ໆ​ ຄ່ອນ​ຂ້າງ​ເມື່ອຍ​ໃນໄລຍະ​ນີ້​ ອາດ​ຕ້ອງ​ໃຊ້​ຄວາມ​ສະຫຼາດ​ໃນ​ເລື່ອງ​ການ​ຕໍ່​ລອງ​ເຈລະ​ຈາ​ເພື່ອ​ແກ້​ບັນຫາ​ທີ່ເກີດຂຶ້ນ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເລື້ອຍ​ໆ​ ໃນໄລຍະ​ນີ້​ ບໍລິວານ​ຫຼື​ໃຜ​ບາງ​ຄົນທີ່​ຄອຍ​ຖ້າ​ອຸປະຖຳ​ ຊ່ວຍ​ເຫຼືອທ່ານ​ຢູ່​ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ແບບບໍ່ທັນຕັ້ງຕົວ​ ທ່ານ​ເປັນ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ຫຼາຍ​ໆ​ ມີ​ຊື່​ສຽງ​ ແລະ ​ເປັນ​ຄົນ​ຖືຮັກສາ​ຄຳ​ໝັ້ນ​ສັນຍາ​ ເຄື່ອງມຸງຄຸນ​​ຄໍາຝຣັ່ງ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​8 ຄົນເກີດວັນພະຫັດ:ການ​ງານ​ຈະ​ເຮັດ​ທຸລະກິດ​ການ​ງານ​ໃດ​ໆ​ ຈະ​ໂຊກ​ດີ​ […]

ດວງລາຍວັນປະຈໍາວັນເສົາ ທີ 27 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານ: ພົບການປ່ຽນແປງຍົກຍ້າຍແບບກະທັນຫັນ ການເງິນ: ບໍລິວານຈະອຸປະຖໍາ ຄວາມຮັກ: ໄດ້ພົບຮັກກັບຄົນຜິວສອງສີ ເຄື່ອງມຸງຄຸນ: ຢົກ ສີນຳໂຊກ: ຂຽວ ເລກນຳໂຊກ: 1, 2 ຄົນເກີດວັນຈັນ:ການງານ: ໃຊ້ຄວາມຂະຫຍັນສ້າງຄວາມສຳເລັດໄດ້ດີ ການເງິນ: ມີຂ່າວດີທາງການເງິນ ຄວາມຮັກ: ເດີນທາງໄປສະຖານທີ່ສວນງາມແລ້ວໄດ້ພົບຮັກ ເຄື່ອງມຸງຄຸນ: ເງິນ ສີນຳໂຊກ: ຟ້າ ເລກນຳໂຊກ: 2, 3 ຄົນເກີດວັນອັງຄານ:ການງານ: ເຮັດອາຊີບວຽກບໍລິການປະສົບຄວາມສຳເລັດ ການເງິນ: ໄດ້ຮັບຂ່າວດີທາງການເງິນ ຄວາມຮັກ: ຢູ່ໃນເກນທີ່ໝັ້ນຄົງ ມີຄວາມສຸກ ເຄື່ອງມຸງຄຸນ: ຄຳ ສີນຳໂຊກ: ບົວ ເລກນຳໂຊກ: 7, 9 ຄົນເກີດວັນພຸດ:ການງານ: ສ້າງຄວາມສຳເລັດດ້ວຍຄວາມສາມາດຂອງຕົນເອງ ການເງິນ: ມີໂອກາດສ້າງເງິນໄດ້ຫຼາຍຂຶ້ນ ຄວາມຮັກ: ໄດ້ພົບກັບຄົນທີ່ດີ ເຄື່ອງມຸງຄຸນ: ເພັດ ສີນຳໂຊກ: ເຫຼືອງ ເລກນຳໂຊກ: 3, 6 ຄົນເກີດວັນພະຫັດ:ການງານ: ສ້າງສັນຜົນງານໃໝ່ໄດ້ສຳເລັດ […]

ຂະບວນນັກຮຽນລາວຫຼາຍກວ່າ 100 ຄົນ ເດີນທາງເຖິງ ສປ ຈີນແລ້ວເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນແລະ ທັດສະນະສຶກສາ

ຂະບວນນັກຮຽນລາວ ພ້ອມດ້ວຍຄະນະຮັບຜິດຊອບ ທັງໝົດ 125 ຄົນ ນໍາໂດຍທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ແລະ ທ່ານ ນາງ ໂຈ່ວຈື້ເຟິ່ນ ເລຂາທິການສະຫະພັນເພື່ອການກຸສົນຂອງຈີນ ພ້ອມດ້ວຍບັນດາຄະນະກົມ, ຫົວໜ້າພະແນກ, ຄູນໍາພາ ແລະ ວິຊາການທີ່ກ່ຽວຂ້ອງ, ໄດ້ເດີນທາງໄປເຖິງເມືອງຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢູນນານ ຈີນ ໃນວັນທີ 23 ພຶດສະພາ 2023 ດ້ວຍຂະບວນລົດໄຟຄວາມໄວສູງ ຖ້ຽວ D 888 ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ທັດສະນະສຶກສາ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຮອງປະທານສະພາປະຊາຊົນກິ່ງແຂວງສິບສອງພັ່ນນາ, ພ້ອມດ້ວຍນ້ອງຄູອາຈານ, ນັກຮຽນ ແລະ ຄະນະຮັບຜິດຊອບຝ່າຍຈີນ. ຕະຫຼອດໄລຍະການເດີນທາງ, ບັນດານັກຮຽນລາວໄດ້ເຮັດກິດຈະກໍາຫຼາຍເທິງລົດໄຟຢ່າງຟົດຟື້ນມ່ວນຊື່ນ ເປັນຕົ້ນແມ່ນຮ້ອງເພງ, ແຕ້ມຮູບ, ຂຽນຄວາມຝັນຂອງຕົນເອງ ແລະ ກິດຈະກໍາອື່ນໆ. ນອກຈາກນີ້, ຄະນະຮັບຜິດຊອບລົດໄຟຈີນ-ລາວ ຍັງໄດ້ມອບກະເປົາ, ເສື້ອຍືດ ແລະ ອາຫານເບົາ ໃຫ້ແກ່ຂະບວນເດີນທາງໃນຄັ້ງນີ້. ສໍາລັບເຍົາວະຊົນລາວທີ່ເຂົ້າຮ່ວມເດີນທາງໃນຄັ້ງນີ້ແມ່ນນັກຮຽນເກັ່ງຊັ້ນປະຖົມປີທີ […]

ຈັດສົ່ງ​ແຮງງານລາວ​ ຈາກ​ 2​ ເມືອງ​ 114​ ຄົນ​ ໄປເຮັດວຽກ​ຕາມ​ລະດູການ​ທີ່​ເມືອງຈອງຊອນ ສ.​ເກົາຫຼີ

ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ​ (ຮສສ) ໄດ້ສົ່ງແຮງງານຈາກ ສອງ ເມືອງ ຄື: ໄຊທານີ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈຳນວນ 114 ຄົນ ໄປເຮັດວຽກລະດູການຂະແໜງກະສິກຳ ຢູ່ເມືອງຈອງຊອນ ແຂວງ ກັງວອນ ປະເທດ ສ.ເກົາຫຼີ, ໃນວັນທີ 23 ພຶກສະພາ 2023​ ນີ້, ນຳພາຄະນະໂດຍວີຊາການຈາກ ພະແນກຈັດຫາງານຕ່າງປະເທດ ກົມການຈັດຫາງານ ກຊ ຮສສ ແລະ ໄດ້ຮັບການຕ້ອນຮັບຈາກເມືອງ ຈອງວອນ ດວ້ຍຄວາມອົບອຸ່ນ ການຈັດສົ່ງແຮງງານໄປເຮັດວຽກລະດູການຂະແໜງກະສິກຳ 5 ເດືອນໃນຄັ້ງນີ້ ແມ່ນການຮ່ວມມື MOU ກັນລະຫວ່າງ ກົມການຈັດຫາງານ ແລະ ເມືອງຈອງຊອນ ສ.ເກົາຫລີ ໃນການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ເມືອງດັ່ງກ່າວນີ້ ໂດຍໄດ້ເນັ້ນໃສ່ສະເພາະປະຊາຊົນ ສອງເມືອງຄື: ເມືອງໄຊທານີ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ການຈັດສົ່ງຈະເປັນບາດກ້າວສໍາຄັນ ແລະ […]