ຫຼຽນຄຳທີ 6 ມາແລ້ວ ຈາກ ກິລາເປຕັງ ປະເພດທີມປະສົມ ຍິງ 1 ຊາຍ 2

ຫຼຽນຄຳທີ 6 ມາແລ້ວ ຈາກ ກິລາເປຕັງ ປະເພດທີມປະສົມ ຍິງ 1 ຊາຍ 2 ນັກກີລາລາວປະກອບມີ: ນ. ນີ່ດາວັນ ດວງມະນີຈັນ (ນີ່), ທ. ວິລະສັກ ລາດຊະວົງ (ຕ້ອມ) ແລະ ທ. ສົມສະໄໝ ຊາມົນຕີ (ໄໝ) ຮອບຊິງຫຼຽນຄຳ ເອົາຊະນະ ກຳປູເຈຍ ເຈົ້າພາບ 13-5 ຄະແນນ. ກາຍເປັນຫຼຽນຄຳທີ 3 ຂອງ ທັບນັກກິລາເປຕັງ ທີມຊາດລາວ ຕໍ່ຈາກ ທ້າວ ພຸດທະລາ ແກ້ວກັນນິກາ ປະເພດ ຊຸດຕິງຊາຍ ເອົາຊະນະ ກຳປູເຈຍ ເຈົ້າພາບ 39-33 ຄະແນນ ແລະ ປະເພດຄູ່ຍິງ: ຈິນດາວອນ ສີສະຫວັດ ແລະ ອາລີ ແສງຈັນເພັດ ຊະນະ ກຳປູເຈຍ […]
ບໍລິສັດ ເບຍລາວ ປະກາດ ອັດສີດເງິນສະໜັບສະໜູນໃຫ້ກັບທີມນັກກິລາລາວ ທີ່ສາມາດ ຄວ້າຫຼຽນກັບຄືນມາປະເທດ ລວມມູນຄ່າ 300 ລ້ານກີບ

ເປັນຂ່າວທີ່ດີຫຼາຍ ພ້ອມທັງເປັນການ ສ້າງຂວັນ ກໍາລັງໃຈ ໃຫ້ນັກກິລາລາວ ໃນການລ່າຫຼຽນລາງວັນ ຈາກງານການແຂ່ງຂັນ ກິລາ ຊີເກມ ທີ່ປະເທດ ກໍາປູເຈຍ ເປັນເຈົ້າພາບ ໂດຍທາງເພຈ ບໍລິສັດ ເບຍລາວ ຈຳກັດ – Lao Brewery Co., Ltd. ໄດ້ປະກາດ ອັດສີດເງິນສະໜັບສະໜູນໃຫ້ກັບທີມນັກກິລາລາວ ທີ່ສາມາດ ຄວ້າຫຼຽນກັບຄືນມາປະເທດ ລວມມູນຄ່າ 300 ລ້ານກີບ ໂດຍເຫັນໄດ້ ຄວາມສໍາຄັນ ໃນການສົ່ງເສີມ ແລະ ພັດທະນາ ກິລາ ຢູ່ ສປປ ລາວ ໃຫ້ກ້າວໄກ ທຽບເທົ່າ ສາກົນ. ກໍາລັງດໍາເນີນໄປ ຢ່າງດຸເດືອດ ກັບງານມະຫະກໍາກິລາ ທີ່ຫຍິ່ງໃຫຍ່ທີ່ສຸດ ຂອງຊາດໃນເຂດ ອາຊີຕາເວັນອອກສຽງໃຕ້ ຫຼື SEA Games 2023 ໂດຍໃນປີນີ້ ຈັດຂຶ້ນ ເປັນຄັ້ງທໍາອິດ ໃນປະຫວັດສາດ ຂອງປະເທດກໍາປູເຈຍ […]
ສະມາຄົມປິ້ງໄກ່ເຊໂນສະເໜີຫົວໜ້າອຸດສາຫະກຳ-ການຄ້າແຂວງ ຊ່ວຍເຫຼືອເລື່ອງຄ່າເຊົ່າແພງ

ພິທີພົບປະໄດ້ຈັດຂຶ້ນໃນຕອນບ່າຍຂອງ ວັນທີ 9 ພຶດສະພາ 2023 ທີ່ສາມຫຼ່ຽມ ປິ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ປອ ວັນແສງ ແກ້ວບຸນພັນ ພາຍໃນງານມີສະມາຄົມປິ້ງໄກ່ເຊໂນເມືອງ ອຸທຸມພອນ ສະເໜີຫົວໜ້າພະແນກອຸດສາຫະກໍາ-ການຄ້າແຂວງ ທີ່ລົງມາພົບປະກັບສະມາຄົມໃຫ້ຊ່ວຍເຫຼືອກ່ຽວກັບຄ່າເຊົ່າແພງ ພາຍຫຼັງທີ່ສ້ອມແປງສໍາເລັດ, ໜຶ່ງໃນຕົວແທນສະມາຄົມປິ້ງໄກ່ເຊໂນ ໄດ້ເວົ້າວ່າ: ຄ່າເຊົ່າບ່ອນຂາຍປິ້ງ ໄກ່ລາດທີ່ກໍາລັງສ້ອມແປງຢູ່ນັ້ນມີລາຄາເຊົ່າ 3-5 ລ້ານກີບ ຕໍ່ຫ້ອງ ຕໍ່ເດືອນ ຖືວ່າແພງເກີນໄປ, ບໍ່ທັນໄດ້ນັບທັງຄ່ານໍ້າ, ຄ່າໄຟຟ້າ ມາສົມທຽບໃສ່ກັບເສດຖະກິດສູ່ມື້ນີ້ແມ່ນຫຍັງກໍ່ແພງໄປໝົດ ສະນັ້ນພວກເຮົາແມ່ນສູ້ບໍ່ໄຫວ ດັ່ງນັ້ນຈິ່ງຢາກໃຫ້ທາງຂັ້ນເທິງ ແກ້ໄຂຊ່ວຍ, ຄັນຖ້າວ່າຄ່າເຊົ່າ ຢູ່ໃນລະດັບ 5 ແສນ ຫາ 1 ລ້ານກີບ ຕໍ່ຫ້ອງຕໍ່ເດືອນແມ່ນພໍຢູ່ໄດ້. ໂອກາດດັ່ງກ່າວ, ທ່ານ ປອ ວັນແສງ ແກ້ວບຸນພັນ ວ່າການຫົວ ໜ້າພະແນກອຸດສາຫະກໍາ-ການ ຄ້າແຂວງກໍ່ໄດ້ຮັບປາກກັບສະມາຄົມຈະນໍາເອົາຄໍາສະເໜີຂອງ ສະມາຄົມໄປສະເໜີຕໍ່ຂັ້ນເທິງພິຈາລະນາແກ້ໄຂຕາມສະພາບຄວາມເປັນຈິງຂອງເສດຖະກິດໃນປັດຈຸບັນ, ຄຽງຄູ່ກັນນີ້ທ່ານຍັງເນັ້ນໃຫ້ແມ່ຄ້າ ຫຼື ຮ້ານປິ້ງໄກ່ລາດ ແຕ່ລະຮ້ານທີ່ໄດ້ໂອດອບ ແລະ […]
ຫາກຍັງພົບເຫັນ ການສືບຕໍ່ແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າ ຕາມລະບຽບກົດໝາຍ

ກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ໃຫ້ຮູ້ວ່າ: ພາຍຫຼັງ ທຫລ ອອກແຈ້ງການຢຸດການອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາ ຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຈຳນວນ 113 ຮ້ານ, ໃນເດືອນເມສາ 2023 ທະນາຄານແຫ່ງ ສປປ ລາວ ໄດ້ປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດເສດຖະກິດ ລົງຕິດຕາມກວດກາ ການເຄື່ອນໄຫວແລກປ່ຽນເງິນຕາຜິດກົດໝາຍ ໂດຍສາມາດລົງກວດກາຄືນຈຳນວນ 67 ເປົ້າໝາຍແບບກັບທີ່ ຢູ່ນະຄອນ ຫຼວງວຽງຈັນ 30 ເປົ້າໝາຍ ແລະ ຢູ່ທ້ອງຖິ່ນ 37 ເປົ້າໝາຍ. ຜ່ານການລົງກວດກາ ສ່ວນໃຫຍ່ແມ່ນໄດ້ຢຸດຕິການເຄື່ອນໄຫວແລກປ່ຽນເງິນຕາ ແຕ່ຍັງມີຈໍານວນໜຶ່ງທີ່ຍັງເຄື່ອນໄຫວແລກປ່ຽນເງິນຕາແບບຜິດກົດໝາຍ ເປັນຕົ້ນ ມີການເປີດໃຫ້ບໍລິການແລກປ່ຽນເງິນຕາແບບເປີດແປນ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະນາອັດຕາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍເງິນຕາຢ່າງເປີດແປນຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ກົດໝາຍ ເປັນຕົ້ນ Facebook, Whatsapp ແລະ ອື່ນໆ. ຕໍ່ປະກົດການດັ່ງກ່າວ, ຈຶ່ງໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດ ຢຸດດຳເນີນທຸລະກິດແລກປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ […]
ລາວບັນລຸຄາດໝາຍ 5 ຫຼຽນຄໍາໃນຊີເກມຄັ້ງທີ 32 ທີ່ກໍາປູເຈຍ

ສປປ ລາວບັນລຸຄາດໝາຍ 5 ຫຼຽນຄໍາໃນຊີເກມຄັ້ງທີ 32 ທີ່ກໍາປູເຈຍສປປ ລາວຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 5 ຫຼຽນຄຳ ໃນການແຂ່ງຂັນກິລາຊີເກມຄັ້ງທີ 32 ທີ່ກໍາປູເຈຍເປັນເຈົ້າພາບ ເຊິ່ງມາຮອດປັດຈຸບັນ ສປປ ລາວໄດ້ຮັບແລ້ວ 5 ຫຼຽນຄໍາ ນອກນັ້ນ, ຍັງໄດ້ 8 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 42 ຫຼຽນ ເຊິ່ງຢູ່ອັນດັບທີ 9 ຈາກ 11 ປະເທດ ອາຊຽນເຂົ້າຮ່ວມ, ໃນນັ້ນ, 5 ປະເພດ ກິລາທີ່ ສປປ ລາວໄດ້ຫຼຽນຄໍາປະກອບມີ : ກິລາກຸນບົກກະຕໍ, ກິລາເປຕັງຊຸດຕິງຊາຍ, ໂວວີນາມປະເພດຟ້ອນປະກອບອາວຸດດາບຄູ່ຊາຍ, ກະຕໍ້ຊິນລອນປະເພດທີມຊາຍ ແລະ ກິລາເປຕັງລາຍການຄູ່ຍິງ. ແຫຼ່ງຂ່າວລາຍງານໃຫ້ຮູ້ຕື່ມວ່າ: ການແຂ່ງຂັນຍັງຈະດໍາເນີນໄປເຖິງວັນທີ 17 ພຶດສະພາ 2023 ແລະຍັງມີຫຼາຍລາຍການທີ່ ສປປ ລາວຈະສາມາດຄວ້າໄດ້ອີກຫຼາຍລາງວັນເພີ່ມ,ເຊິ່ງປັດຈຸບັນນັກກິລາລາວລໍຖ້າເຂົ້າຊິງຫຼຽນຄໍາລວມມີ: ມວຍກຸນຂະແມຍິງ, […]
ມວຍລາວເຂົ້າຊິງຫຼຽນຄຳ 3 ຮຸ່ນໃນຊີເກມຄັ້ງທີ 32 ໃນງານມະຫະກຳກິລາ ຊີເກມຄັ້ງທີ 32 ທີ່ກຳປູເຈຍ

ສຸດຍອດມວຍລາວສາມາດໂຊຟອມເດັ່ນເຂົ້າຊິງຫຼຽນຄຳທັງ 3 ລຸ້ນ ໃນງານມະຫະກຳກິລາ ຊີເກມບຄັ້ງທີ 32 ທີ່ກຳປູເຈຍເປັນເຈົ້າພາບ ເຊິ່ງມີດັ່ງນີ້: ສຸກນາ ແກ້ວຕະລາດ ຊະນະ ຫວຽດນາມ ໃນຮຸ່ນນໍ້າໜັກ 54 ກິໂລກຼາມ ໃນວັນທີ 8 ພຶດສະພາ 2023 ໄດ້ຜ່ານເຂົ້າຮອບຊີງຫຼຽນຄໍາ ກັບເຈົ້າພາບ ກຳປູເຈຍ ໃນວັນທີ 10/5/2023 ອັດທະໄຊ ສີຫາບຸດ ຊະນະຄະແນນ ນັກມວຍຈາກ ຟິລິປິນ ຮຸ່ນນໍ້າໜັກ 60 ກິໂລກຼາມ ຜ່ານເຂົ້າຊີງຫຼຽນຄໍາ ໄປພົບນັກມວຍເຈົ້າພາບທີ່ຊະນະນ໋ອກນັກມວຍຈາກມາເລເຊຍ ຊຶ່ງນັດຊີງຫຼຽນຄໍາຈະຈັດຂຶ້ນໃນວັນທີ11/5/2023 ສຸບິນ ບັນຊາເດດ ຊະນະຄະແນນ ມຽນມາ ຊຶ້ງເປັນຄົນທີ 3 ຂອງທັບນັກກິລາມວຍລາວ ຫຼື ມວຍກຸນຂະແມ ໄດ້ຜ່ານເຂົ້າຫຼຽນຄຳພົບນັກກິລາເຈົ້າພາບ ກຳປູເຈຍ ທີ່ຊະນະນັກມວຍຈາກ ສສ ຫວຽດນາມ ຮຸ່ນນໍ້າໜັກ 60 ກິໂລກຼາມ ຊຶ່ງຮອບຊີງຈະຈັດຂຶ້ນໃນວັນທີ 11/5/2023 ນີ້.
ດວງລາຍວັນປະຈໍາວັນພະຫັດ ທີ 11 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານ ເມື່ອຍແຕ່ກໍສູ້ ແຕ່ກໍຄຸ້ມຄ່າໃນເລື່ອງຂອງຄວາມພະຍາຍາມໃນຕອນນີ້ ການເງິນມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນໄລຍະນີ້ດວງທາງດ້ານການເງິນດີຂຶ້ນ ຄວາມຮັກ ຄືຈະດີແຕ່ກໍຍັງບໍ່ແມ່ນໃນໄລຍະນີ້ ຕ້ອງອາໃສໄລຍະເວລາໃນການຄົບຫາເບິ່ງໃຈກັນຕໍ່ໄປ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ9 ຄົນເກີດວັນຈັນ:ການງານເຮັດວຽກດ້ວຍຄວາມຫມັ້ນໃຈ ສ້າງຜົນງານໄດ້ດີຢ່າງຕໍ່ເນື່ອງ ການເງິນຫາເງິນໄດ້ຢ່າງຕໍ່ເນື່ອງ ແຕ່ກໍຍັງຈຳເປັນຕ້ອງຈ່າຍເງິນເພື່ອຊ່ວຍເຫລືອຄົນສະໜິດ ຄວາມຮັກຈະໄດ້ຮູ້ຂ່າວກ່ຽວກັບຄົນຮັກທາງສື່ອອນລາຍ ແຕ່ກໍຍັງບໍ່ໄດ້ສານຄວາມສຳພັນ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ2 ຄົນເກີດວັນອັງຄານ:ການງານ ຄວາມສະຫລຽວສະຫລາດໃນເລື່ອງຂອງການຕໍ່ລອງເຈລະຈາ ຈະເຮັດໃຫ້ຕົນເອງນັ້ນປະສົບຄວາມສຳເລັດ ການເງິນຫາເຂົ້າມາໄດ້ກໍຕ້ອງຈ່າຍອອກໄປ ໃນໄລຍະນີ້ຫຍຸ້ງກ່ຽວກັບການລົງທຶນທາງດ້ານການເງິນ ຄວາມຮັກບໍ່ມີເວລາທຸ່ມເທໃນເລື່ອງຂອງຄວາມຮັກໃນໄລຍະນີ້ ມີພາລະກິດຫຼາຍຢ່າງທີ່ຕ້ອງໄປຈັດການເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂຽວ ເລກນຳໂຊກ9 ຄົນເກີດວັນພຸດ:ການງານແກ້ໄຂບັນຫາສະເພາະໜ້າຕ່າງໆ ໃຫ້ຜ່ານພົ້ນໄປໄດ້ ໄລຍະນີ້ຈະໄດ້ຄຳຍ້ອງຍໍຈາກຜູ້ໃຫຍ່ໃນເລື່ອງການເຮັດວຽກງານຢ່າງເປັນມືອາຊີບ ການເງິນມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນໄລຍະນີ້ດວງທາງດ້ານການເງິນດີຂຶ້ນ ຄວາມຮັກພົບຄົນເກັ່ງ ມີຄວາມສາມາດຫລາຍໆ ລາວເປັນຄົົນທີ່ຈະນຳພາຄວາມຫມັ້ນຄົງມາສູ່ທ່ານ ເຄື່ອງມຸງຄຸນເງິນ ສີມຸງຄຸນ ສີດໍາ ເລກນຳໂຊກ6 ຄົນເກີດວັນພະຫັດ:ການງານ ລະວັງຈະເກີດຄວາມຜິດພາດໃນເລື່ອງຂອງການລົງທຶນເຮັດໃຫ້ຂາດທຶນ ການເງິນມີທັງຮັບທັງຈ່າຍສະຫຼັບກັນໄປໃນໄລຍະນີ້ ແຕ່ກໍສາມາດທີ່ຈະຫາໄດ້ເພີ່ມເຕີມດ້ວຍຕົນເອງ ຄວາມຮັກລະວັງຄວາມບໍ່ຈິງໃຈຈາກຄົົນທີ່ເຂົ້າມາໃນໄລຍະນີ້ ເບິ່ງຄືຈະມາດີ ແຕ່ກໍຕ້ອງໃຊ້ໄລຍະເວລາເບິ່ງໃຈໃຫ້ດົນໆ ຈຶ່ງຈະດີກວ່າສຳລັບການຕັດສິນໃຈໃນຕອນນີ້ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ1 ຄົນເກີດວັນສຸກ:ການງານ ຈະເຮັດທຸລະກິດຫຍັງກໍຈະປະສົບຄວາມສຳເລັດ ປະສົບຄວາມກ້າວໜ້າເປັນຢ່າງສູງ ການເງິນມີຄວາມກັງວົນເຄັ່ງຕຶງທາງດ້ານການເງິນໃນໄລຍະນີ້ ຄວນລະມັດລະວັງໃນເລື່ອງການໃຊ້ຈ່າຍ ຄວາມຮັກ ລະວັງຂັດແຍ່ງກັບຄົນຮັກ […]
ພາກັນແຕກຕື່ນ ເມື່ອງູເລືອລົງມາໃນອ່າງລອຍນ້ຳນຳ ນັກທ່ອງທ່ຽວພາກັນໜີຂຶ້ນເກືອບບໍ່ທັນ

ຜູ້ໃຊ້ TikTok @duiskimer ໄດ້ໂພສຄລິບຂອງນັກທ່ອງທ່ຽວທັງໄທ ແລະຕ່າງປະເທດຈຳນວນຫຼາຍ. ໄດ້ລົງໄປລອຍນ້ຳກັນຢ່າງມ່ວນຊື່ນ ຢູ່ໃນສະມໍລະກົດ ເຂດຮັກສາພັນສັດປ່າ ເຂດບ້ານແກ້ງໃຫຍ່ເໜືອ, ເມືອງຄອງໂທມເຫນືອ, ແຂວງກະບີ່, ແຕ່ປະກົດວ່າມີງູເຫຼືອມຂະໜາດໃຫຍ່ໂຕໜຶ່ງຍາວປະມານ 2 ແມັດເລືອຢູ່ແຄມສະນ້ຳ. ເມື່ອນັກທ່ອງທ່ຽວເຫັນ, ກໍ່ມີເຂົ້າໄປພະຍາຍາມໄລ່ມັນອອກໄປ, ແຕ່ງູດັ່ງກ່າວພັດລອຍລົງໄປໃນສະນ້ຳເລີຍ ແລະລອຍຢູ່ກົ້ນສະ ແລະເຮັດໃຫ້ນັກທ່ອງທ່ຽວຢູ່ໃນສະລອຍນ້ໍາ ທັງຄົນໄທ ແລະຄົນຕ່າງປະເທດເປັນຕຳນວນຫຼາຍ ຟ້າວໜີຂຶ້ນບົກກັນແລະກະແຈກກະຈາຍກັນໄປຄົນລະບ່ຶນ. ນັກຂ່າວໄດ້ຖາມໄປຫາເຈົ້າຂອງຄລິບດັ່ງກ່າວ ແລະໄດ້ບອກວ່າໄດ້ພາຄອບຄົວຈາກແຂວງສົງຂາມາທ່ຽວແຂວງກະບີ່. ປະກົດວ່າລະຫວ່າງທີ່ເຂົ້າໄປສະມໍລະກົດ ເພື່ອຈະຫຼິ້ນນຳຄາຍຮ້ອນກັນ ແຕ່ໃນຊ່ວງບ່າຍທີ່ຜ່ານມາ ມີງູໂຄດັ່ງກ່າວໄດ້ອອກມາ. ແລະກໍ່ລົງໄປໃນນ້ໍາກ່ອນທີ່ນັກທ່ອງທ່ຽວຈະຫນີກັນ ຂະນະທີ່ເຈົ້າໜ້າທີ່ປ່າສະຫງວນສັດປ່າເຂົາປະບາງຄາມ ໄດ້ເຂົ້າມາແລະພະຍາຍາມຈັບ ສ່ວນວ່າສາມາດຈັບໄດ້ບໍ່ນັ້ນຕົນເອງບໍ່ຮູ້ ເພາະວ່າຫຼັງຈາກທີ່ງູໄດ້ລົງໄປໃນສະນ້ຳຕົນກໍ່ໄດ້ຮີບພາຄອບຄົວກັບກ່ອນທີ່ຈະຈັບໄດ້ ຂະນະທີ່ນັກຂ່າວສອບຖາມ ໄປຍັງເຈົ້າໜ້າທີ່ ປ່າສະຫງວນ ສັດປ່າຂອງປະບາງຄາມ ບອກວ່າ ພະນັກງານ ຈັບງູ ໄດ້ແລ້ວ. ແລະນຳໄປປ່ອຍໃນປ່າເລິກ ເຊິ່ງເຫດການແບບນີ້ເກີດຂຶ້ນທຸກໆປີໃນລະດູຮ້ອນ ສ່ວນມື້ນີ້ ໄດ້ມີນັກທ່ອງທ່ຽວພະຍາຍາມຕ້ອມຮັບ ເຮັດໃຫ້ງູເລືອໄປໃນນ້ຳຈົນຫມົດແຮງ ເຊິ່ງແມ່ນຍ້ອນເຈດຕະນາດີທີ່ຈະຊ່ວຍຈັບງູ ແຕ່ງູໂຕນັ້ນ, ຫຼັງຈາກລົງນ້ຳແລ້ວ, ຈະຂຶ້ນມາດ້ວຍຕົວມັນເອງ.ໂດຍບໍ່ຈໍາເປັນຕ້ອງໄປຕ້ອມມັນ ແນວໃດກໍ່ຕາມ, ຫຼັງຈາກຄລິບດັ່ງກ່າວຖືກເຜີຍແຜ່, ກໍໄດ້ມີຊາວເນັດເຂົ້າໄປຄັອມເມັ້ນກັນຢ່າງມ່ວນມ່ວນວ່າງູຄົງຈະຮ້ອນ. ແລະຢາກລົງໄປຫຼິ້ນນ້ຳນຳ
ສາວສັນຊາດລາວ ເກີດລູກຊາຍໃນລົດກະບະ ທີ່ປະເທດໄທ

ເວລາ 02:00 ໂມງ ຂອງວັນທີ 10 ພຶດສະພາ 2023, ອາສາສະໝັກ ມູນນິທິ ປໍເຕັກຕຶ້ງ ໄດ້ຮັບແຈ້ງເຫດວ່າ ມີແມ່ຍິງເກີດລູກ ຢູ່ໃນລົດກະບະ ຢູ່ເສັ້ນທາງ ທິວວານົນ. ຢູ່ໃກ້ໆແຍກສານໄພສານ, ເມືອງປາກເກັດ ແຂວງນົນທະບູລີ ຟ້າວໄປຊ່ວຍເຫຼືອທັນທີ ຈຸດເກີດເຫດພົບເຫັນລົດກະບະ ຍີ່ຫໍ້ ໂຕໂຢຕ້າ. Hilux Revo ສີດໍາ ໝາຍເລກທະບຽນ 8 ກ6764 ກຸງເທບ, ຢູ່ບໍລິເວນບ່ອນນັ່ງເບື້ອງຫລັງ ພົບເຫັນຜູ້ຍີງ 1 ຄົນ ຊື່ວ່າ ນາງ XEM ສັນຊາດລາວ ທີ່ເກີດລູກອອກມາເປັນເພດຊາຍ.ໂດຍມີຜູ້ເປັນຜົວ, ທ້າວ ພາກພູມ ອາຍຸ 22 ປີ ອາຊີບຮັບເໝົາທົ່ວໄປ, ຢູ່ໃນອາການດີໃຈ ແລະ ຕົກໃຈທີ່ເມຍເກີດລູກຢູ່ໃນລົດ. ພະນັກງານມູນນິທິ ອາສາສະມັກປໍເປັກຕຶ່ງ ຮີບຟ້າວນຳສົ່ງຄົບໄປໂຮງໝໍ ກົມຊົນລະປະທານ ປາກເກັດ. ທ້າວ ພາກພູມ ບອກວ່າ: […]
ເກີດເຫດແຜ່ນດິນໄຫວ ຢູ່ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ

Breaking news, ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 9 ພຶດສະພາ 2023, ເວລາ 21:04 ໂມງ. ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບ ສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈໍານວນ 1 ຄັ້ງ, ໃນບໍລິເວນ ແຂວງ ຫລວງພະບາງ ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້: ໃນເວລາ 21:04:00 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ 19.904°N ແລະ ເສັ້ນ ແວງທີ່ 102.134 E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.8 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ ບໍລິເວນ ບ້ານ ວັດທະນະທຳ ຊຽງແມນ ເມືອງ ຈອມເພັດ ແຂວງ ຫລວງພະບາງ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນ ຫ່າງຈາກເທສະບານ ເມືອງ ຈອມເພັດ ປະມານ […]