Breaking news, ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 9 ພຶດສະພາ 2023, ເວລາ 21:04 ໂມງ. ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບ ສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈໍານວນ 1 ຄັ້ງ, ໃນບໍລິເວນ ແຂວງ ຫລວງພະບາງ ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:
ໃນເວລາ 21:04:00 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ 19.904°N ແລະ ເສັ້ນ ແວງທີ່ 102.134 E ຄວາມແຮງສັ່ນສະເທືອນວັດແທກໄດ້ 2.8 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ ບໍລິເວນ ບ້ານ ວັດທະນະທຳ ຊຽງແມນ ເມືອງ ຈອມເພັດ ແຂວງ ຫລວງພະບາງ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນ ຫ່າງຈາກເທສະບານ ເມືອງ ຈອມເພັດ ປະມານ 1 Km.
ແລະ ໃນເວລາ 21:58:15 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ 20.157°N ແລະ ເສັ້ນ ແວງທີ່ 102.012 E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.0 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ ບໍລິເວນເມືອງງານ ແຂວງອຸດົມໄຊ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນ ຫ່າງຈາກເທສະບານ ເມືອງ ງາ ປະມານ 12 Km.
ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບ ສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຄັ້ງທີ 2, ໃນບໍລິເວນ ແຂວງ ອຸດົມໄຊ ລາຍລະອຽດຂອງການເກີດ ແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້: 1. ໃນເວລາ 21:58:15, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 20.157°N ແລະ
ເສັ້ນແວງທີ່ 102.012°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.0 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ເມືອງ ງາ ແຂວງ ອຸດົມໄຊ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກ ເທດສະບານ ເມືອງ ງາ ປະມານມານ 12 Km
ໝາຍເຫດ: ເຫດການແຜ່ນດິນໄຫວທັງ 2 ແຂວງ ໃນເບື້ອງຕົ້ນບໍ່ມີລາຍງານຜົນເສຍຫາຍ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,465 | 21,676 |
![]() THB | 645.78 | 658.05 |
![]() EUR | 23,022 | 23,483 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |