ອອກແຈ້ງການຄຳສັ່ງຈັບຕົວ ນາງ ພິມພາ ຫຼວງລາດ ຖານການຟອກເງິນ-ສໍ້ໂກງ

ຄຳສັ່ງຈັບຕົວ ນາງ ພິມພາ ຫຼວງລາດ 48 ປີ ນັກທຸລະກິດ ເຊື້ອຊາດ ແລະ ສັນຊາດລາວ ຢູ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຕາມຄຳສັ່ງຈັບຕົວເລກທີ 270/ອຍກ.ນວ ວັນທີ 8 ທັນວາ 2021, ຖືກຫາວ່າ ການຟອກເງິນ, ການສໍ້ໂກງຊັບພົນລະເມືອງ ແລະ ການປອມແປງແຊັກ ຫຼື ພັນທະບັດອື່ນໆໂດຍບໍ່ຖືກຕ້ອງຕາມກົດໝາຍ.ທ່ານໃດພົບເຫັນກະລຸນາແຈ້ງຕໍ່ເຈົ້າໜ້າທີ່ດ່ວນ 020 97892653 ມີລາງວັນນຳຈັບ 50 ລ້ານກີບ
ດວງລາຍວັນປະຈໍາວັນພະຫັດ ທີ 27 ເມສາ 2023 ການງານ ການເງິນ ຄວາມຮັກ

ຄົນເກີດວັນອາທິດ:ການງານຈະເຮັດທຸລະກິດຫຍັງເປັນເງິນເປັນຄໍາໄປທຸກຢ່າງ ປະສົບຄວາມສຳເລັດ ການເງິນກຳລັງພະຍາຍາມຈັດການພາລະໜີ້ສິນເກົ່າໆ ຄວາມຮັກຄິດຮອດໃຜບາງຄົນທີ່ຕົນເອງນັ້ນໝາຍປອງຢູ່ ເຄື່ອງມຸງຄຸນແຫວນຄໍາ ,ສີມຸງຄຸນສີບົວ ເລກນຳໂຊກ4 ຄົນເກີດວັນຈັນ:ການງານການເຮັດທຸລະກິດບໍລິການ ເຊັ່ນ: ອາຊີບເປັນທີ່ປຶກສາ ຫລື ທຸລະກິດບໍລິການຕ່າງໆຈະໄດ້ຜົນກຳໄລ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາກໍເປັນໄປໄດ້ ຄວາມຮັກບໍ່ຄ່ອຍມີເວລາໃຫ້ກັບຄົນຮັກໃນໄລຍະນີ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ9 ຄົນເກີດວັນອັງຄານ:ການງານມີໂອກາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ແຕ່ການເຮັດວຽກງານທີ່ໜັກເກີນໄປສົ່ງຜົນຕໍ່ສຸຂະພາບ ການເງິນຈະໃຊ້ເງິນຊື້ຂອງຖືກໃຈເປັນການມອບລາງວັນຊີວິດໃຫ້ກັບຕົນເອງ ຄວາມຮັກຄວນປະຕິບັດດີ ແລະ ໃຫ້ເວລາກັບຄົນຮັກຫລາຍຂຶ້ນກໍຈະມີຄວາມສົມຫວັງດ້ານຄວາມຮັກ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ5 ຄົນເກີດວັນພຸດ:ການງານຄວາມກ້າທີ່ຈະເລີ່ມທຸລະກິດໃໝ່ຈະເຮັດໃຫ້ເກີດຄວາມສຳເລັດ ການເງິນ ມີໂຊກຈະພົບຄົນອຸປະຖຳ ທາງດ້ານການເງິນ ໃຫ້ລະວັງການໃຊ້ຈ່າຍໃຫ້ຫຼາຍໆ ຄວາມຮັກຈະພົບຄົນລັກສະນະອວບໆ ມີຄວາມຫມັ້ນຄົງ ເກັ່ງ ມີຄວາມສາມາດ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີມ່ວງ ເລກນຳໂຊກ5 ຄົນເກີດວັນພະຫັດ:ການງານໄລຍະນີ້ຕ້ອງເດີນທາງຕິດຕໍ່ວຽກງານທາງໄກຫຼາຍຂຶ້ນ ການເງິນຈະໄດ້ໂຊກແບບຟຸກໆ ອາດມາຈ່າຍການຊ່ຽງໂຊກ ຄວາມຮັກຄວາມສຳພັນກັບຄົນຮັກໄລຍະນີ້ຈະເບິ່ງເຫິນຫ່າງຈາກກັນ ເຄື່ອງມຸງຄຸນຫິນນໍາໂຊກສີຂາວ ສີມຸງຄຸນສີຂຽວ ເລກນຳໂຊກ1 ຄົນເກີດວັນສຸກ:ການງານຈະເຮັດທຸລະກິດຫຍັງກໍໄດ້ຜົນກຳໄລງາມ ໃນດ້ານການງານຈະດີຫຼາຍ ການເງິນ ຈະໄດ້ຮັບເຄຣດິດທາງດ້ານການເງິນ ຈາກການເຮັດທຸລະກິດ ຄວາມຮັກຍັງທົບທວນໃນເລື່ອງອະດີດທີ່ຜ່ານມາ ບາງຄັ້ງອາດຄິດຮອດຄົນຮັກເກົ່າ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ8 ຄົນເກີດວັນເສົາ:ການງານການປັບປ່ຽນວິທີການ […]
ອຸທາຫອນ ພໍ່ຄ້າຂາຍຂອງເກົ່າ ເຜົາຖັງເຫຼົ້າ 200 ລິດ ເຮັດໃຫ້ເກີດລະເບີດທີ່ຂາ ແລະໄຟໄໝ້ທົ່ວຕົວ

ຂ່າວຈາກປະເທດເພື່ອນບ້ານ ບ້ານສະເທືອນ ພໍ່ຄ້າຂາຍຂອງເກົ່າ ເຜົາຖັງເຫຼົ້າ 200 ລິດ ເຮັດໃຫ້ເກີດລະເບີດທີ່ຂາ ແລະໄຟໄໝ້ທົ່ວຕົວເວລາ 12:00 ໂມງ (26 ເມສາ 2023) ໜ່ວຍກູ້ໄພມູນນິທິ ສະຫວ່າງ ບໍລິບູນ ເມືອງ ພັດທະຍາ ໄດ້ຮັບແຈ້ງເຫດວ່າຖັງບັນຈຸນ້ຳມັນລະເບີດ ມີຜູ້ບາດເຈັບສາຫັດ 1 ຄົນ ພາຍໃນເຮືອນຮັບຊື້ຂອງເກົ່າ ທີ່ບໍ່ມີເລກທີ່ເຮືອນ , ຮ່ອມ ບ້ານວັດສະຫວ່າງອາລົມ , ໝູ່.1 , ບ.ປອງ , ເມືອງບາງລະມຸງ , ແຂວງຊົນນະບູລີ , ພາຍຫຼັງຮັບຮູ້ເລື້ອງແລ້ວຈຶ່ງຟ້າວໄປກວດສອບ , ພ້ອມດ້ວຍທີມແພດໂຮງໝໍບາງລະມຸງ ສະຖານທີ່ເກີດເຫດແມ່ນເຮືອນຊັ້ນດຽວ. ແລະເປີດເປັນຮ້ານຮັບຊື້ຂອງເກົ່າ ພາຍໃນເຮືອນມີການເກັບຂອງເກົ່າເປັນ: ຂວດແກ້ວ, ກ່ອງເຈ້ຍແຂງ, ເຫຼັກ ແລະຖັງເຫຼັກປະເພດຕ່າງໆ. ໄວ້ເປັນຈຳນວນຫຼາຍ ບໍລິເວນໜ້າບ້ານພົບຮ່າງຂອງ ທ້າວສະຫວຽນ ອາຍຸ 58 ປີ ເປັນຄົນ ອຸບົນລາດຊະທານີ ເຊິ່ງເປັນເຈົ້າຂອງບ້ານຫຼັງດັ່ງກ່າວ […]
ໂຈນມຸດປ່ອງຫ້ອງນ້ຳ ງັດຕູ້ເຊບເອົາຊັບສິນຈົນໝົດ ມູນຄ່າ 2 ລ້ານບາດ ຄົນໄກ້ຕົວໜ້າສົງໃສທີ່ສຸດ

ສາວຮຽກຮ້ອງໄປຍັງເພຈດັງວ່າ ໂຈນບຸກເຂົ້າໄປໃນປ່ອງລະບາຍອາກາດໃນຫ້ອງນ້ຳ ງັດຕູ້ເຊບເອົາຊັບສິນໄປທັງໝົດບອກວ່າເຫດການແບບນີ້ຕຳຫຼວດ ແລະນັກຂ່າວບໍ່ເຄີຍເຈິ ດ້ານຊາວເນັດອ່ານແລະບອກຕົງກັນວ່າຄົນໃກ້ຕົວໜ້າສົງໃສທີ່ສຸດ ວັນທີ 26 ເມສາ 2023 ເພຈເຟສບຸກ ຢາກດັງດຽວຈັດໃຫ້ ຣີເທີນພາກ 6 ໂດຍໂພສເລື້ອງຮ້ອງຮຽນຈາກລູກເພຈ ແລະໄດ້ລະບຸວ່າສັງຄົມໃນຍຸກນີ້ນັບມື້ນັບຢູ່ຍາກຂຶ້ນ ບໍ່ເຈິກັບຕົວກໍ່ບໍ່ມີທາງເຂົ້າໃຈ. ພວກເຮົາຖືກໂຈນລັກເຂົ້າມາໃນເຮືອນ ແລະເຂົ້າມາທາງປ່ອງລະບາຍອາກາດຫ້ອງນ້ຳຢູ່ຊັ້ນ 2, ມັນໃຊ້ເວລາພຽງ 4 ຊົ່ວໂມງໃນການງັດຕູ້ເຊບ ແລະ ໄດ້ກວາດເອົາຊັບສິນທັງໝົດເອົາໄປແບບບໍ່ເຫຼືອຫັຍງເລີຍເຊິ່ງມີ ມູນຄ່າປະມານ 2 ລ້ານບາດ ພ້ອມທັງຍົກເຄື່ອງເຊີບເວີ, ກ້ອງວົງຈອນປິດໄປນຳ ມັນເປັນກໍລະນີທີ່ທັງຕໍາຫຼວດແລະນັກຂ່າວບໍ່ເຄີຍພົບ. ໂຫດຮ້າຍປານໃດ ລອງຄິດເບິ່ງເດີ້ ມັນງັດເວລາ 8:10 ໂມງແລງ ຝາກທຸກຄົນໃ້ລະມັດລະວັງກັນດີໆເດີ້ ຂະໜາດມີຕູ້ເຊບ ມີກ້ອງວົງຈອນປິດ ກໍ່ຍັງບໍ່ປອດໄພສະໄໝນີ້. ຫຼັງຈາກທີ່ເລື່ອງນີ້ໄດ້ຖືກເຜີຍແຜ່ອອກໄປ ກໍ່ໄດ້ມີຊາວເນັດຫຼາຍຄົນລົງຄວາມເຫັນຢູ່ໃຕ້ໂພສ. ສ່ວນຫຼາຍແມ່ນແນໃສ່ຄົນຮ້າຍທີ່ເປັນຄົນໃກ້ຊິດ. ຜູ້ທີ່ສາມາດຮູ້ແຜນຜັງຂອງບ້ານເປັນຢ່າງດີ ແລະຍັງຮູ້ອີກວ່າບໍ່ມີຄົນຢູ່ບ້ານໃນເວລາເກີດເຫດ.
ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 23 ເມສາ 2023 ເວລາ 23:30 ນາທີ ເຈົ້າໜ້າທີ່ວິຊາສະເພາະໄດ້ຮັບການລາຍງານຈາກພົນລະເມືອງດີ ຈຶ່ງຕັ້ງຈຸດກວດກາ ເຂດບ້ານ ພູດິນແດງ ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ໄດ້ກັກຕົວ ຜູ້ຖືກຫາ 1 ຄົນຊື່ ທ້າວໄຊຍັນ ໄຊຊະນະ (ໂຖຍ) ອາຍຸ 33 ປີກຳມະກອນ ບ້ານວັດທອງ ເມືອງລະມາມ ແຂວງເຊກອງ ພ້ອມເຄື່ອງຂອງ ກາງຢາບ້າ 12.020 ເມັດ, ລົດໃຫ່ຍ 1 ຄັນຍີ່ຫໍ້ ລົດຕູ້ສະຕາເເລັກ ທະບຽນ ກກ 7471 ຈຳປາສັກ, ໂທລະສັບ 2 ໜ່ວຍ ມາດຳເນີນຄະດີ. ປັດຈຸບັນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
ກາຍເປັນກະແສຮືຮາ ນອນແຊ່ອ່າງເງິນ ໂຊຊ້ຽວຄັອມເມັ້ນສະນັ່ນຫວັ່ນໄຫວ ພ້ອມແທັກຄົນດັງ

ໃນໂລກອອນໄລນ໌, ໄດ້ມີການແຊຣໂພສຂອງຜູ້ໃຊ້ເຟສບຸກລາຍໜຶ່ງ. ເຊິ່ງແມ່ນຜູ້ຊາຍອາຍຸປະມານ 30 ປີ, ໄດ້ໂພສຮູບລົງເປັນຮູບພາບຂອງທີ່ຊາຍຄົນນີ້ນອນແຊ່ນ້ໍາຢູ່ໃນອ່າງ ເຕັມໄປດ້ວຍທະນາບັດໃບ 1,000 ບາດ ພ້ອມແໜບເງິນຈຳນວນຫຼາຍແໜບ ແລະຍັງໄດ້ໃສ່ຄຳໃນຄໍ, ນິ້ວມື, ແລະແຂນ. ໂດຍຊາຍໜຸ່ມຄົນນີ້ ໂພສຂໍ້ຄວາມປະກອບພາບ ໂດຍລະບຸວ່າ ອິດສະລະພາບທາງດ້ານການເງິນ ບໍ່ຈໍາເປັນຕ້ອງຕື່ນແຕ່ 8 ໂມງເຊົ້າ ເພາະຈະນອນເທົ່າໃດກໍ່ໄດ້ເທົ່າທີ່ຢາກນອນ. ບໍ່ຕ້ອງລໍຖ້າວັນເສົາວັນອາທິດ ເພາະທຸກໆມື້ແມ່ນມື້ພັກ ສາມາດໄປບ່ອນໃດກໍໄດ້ທີ່ຕ້ອງການຢາກໄປ ຊີວິດບໍ່ຈໍາເປັນຕ້ອງເຊື່ອຟັງຄໍາສັ່ງຂອງໃຜ. ເປັນຫຍັງເຮົາຕ້ອງມານັ່ງໃຫ້ຄົນອື່ນສັ່ງໃຫ້ເຮົາເຮັດວຽກ? ຂະໜາດພໍ່ແມ່ຍັງບໍ່ໄດ້ມາສັ່ງເລີຍຖືກບໍ່? ຖ້າເຈົ້າຢາກເຮັດຫຍັງ ເຈົ້າກໍ່ເຮັດໄດ້ເລີຍ. ບໍ່ມີຄົນລວຍຄົນໃດລວຍຈາກການເປັນພະນັກງານດ໋ອກ.ແຕ່ຈົ່ງເຮັດໃຫ້ເງິນຢູ່ໃນບັນຊີອງເຈົ້າໃຫ້ມີຈຳນວນຫຼາຍເທົ່າກັບຫມາຍເລກໂທລະສັບມືຖືຂອງເຈົ້າ ແລ້ວຊີວິດຈະງ່າຍຂຶ້ນຫຼາຍ. (ຊ່ວງນີ້ອາກາດຮ້ອນຫຼາຍ ເລີຍຕ້ອງໄດ້ແຊ່ອ່າງເລື້ອຍໆ ອິອິ) ໂດຍໂພສດັ່ງກ່າວໃນແຜ່ລາມອອກໄປຢ່າງໄວ ແລະຖືກແຊຣອອກໄປປະມານ 1 ພັນຄັ້ງ ແລະ ມີຄົນເຂົ້າມາສະແດງຄວາມຄິດເຫັນຢ່າງຫຼວງຫຼາຍ. ຫຼາຍຄົນແທັກເຟສບຸກໄປຫາໜ່ວຍງານຂອງອົງການຕ່າງໆ ເຊັ່ນ: ຫ້ອງການຕ້ານການຟອກເງິນ (AMLO), ກົມລາຍຮັບ, ຕໍາຫລວດໄທ. ລວມທັງແທັກຫາທ່ານ Chuwit Kamolvisit ອະດີດນັກການເມືອງທີ່ມັກເປີດເຜີຍຄົນຕ່າງໆອີກດ້ວຍ ໂດຍການກວດສອບ ໜຸ່ມຄົນນີ້, ເອີ້ນຕົນເອງວ່າ ເຮ່ຍ ມັກຈະໂພສຮູບພ້ອມກັບເງິນສົດຈຳນວນຫຼາຍ, […]
ຂົນລຸກໜຸ່ມອ່ານລີວິວໂຮງແຮມ ບອກວ່າເຫັນຜີຢູ່ໃນຫ້ອງນີ້ ພໍໄປຮອດແລະໄດ້ຫ້ອງມາ ຮູ້ສຶກວ່າຫ້ອງມັນຄຸ້ນໆ

ຊາຍຫນຸ່ມຄົນຫນຶ່ງອ່ານລີວິວຂອງໂຮງແຮມທີ່ຕົນຈະມາຈະພັກໃນຄືນນີ້. ແຕ່ລູກຄ້າທີ່ເຄີຍພັກບອກວ່າເຫັນຜີຢູ່ໃນຫ້ອງນີ້. ພໍໄດ້ຮັບກະແຈຫ້ອງທີ່ໄດ້ກໍ່ຮູ້ສຶກວ່າເລກມັນຄຸ້ນໆ. ຂໍປ່ຽໜຫ້ອງກໍ່ບໍ່ສາມາດປ່ຽນໄດ້ ລ່າສຸດກາຍເປັນໄວຣັສໃນໂລກອອນໄລນ໌ ຫຼັງຈາກທີ່ຜູ້ໃຊ້ TikTok ຊື່ວ່າ @nuie_jinyu_tires ລະບຸວ່າ ເມື່ອເຂົ້າພັກຢູ່ໂຮງແຮມແຫ່ງໜຶ່ງ. ຈະປ່ຽນຫ້ອງແຕ່ບໍ່ສາມາດປ່ຽນໄດ້, ຫ້ອງແມ່ນເຕັມ, ດຽວຄືນນີ້ຮູ້ເລື້ອງເລີຍ ພ້ອມໂພສຮູບ ຮູບທໍາອິດແມ່ນການລີວິວໂຮງແຮມທີ່ຈະນອນໃນຄືນນີ້, ຮູບທີສອງແມ່ນກະແຈຂອງຫ້ອງໝາຍເລກ 208, ແລະຮູບສຸດທ້າຍແມ່ນພາຍໃນຫ້ອງພັກ ໂດຍລີວິວຂອງໂຮງແຮມແຫ່ງນີ້. ມີລູກຄ້າທີ່ເຄີຍພັກມາກ່ອນໃຫ້ 1 ດາວ ຣີວິວທີ່ພັກ ພ້ອມບອກວ່າພາຍນອກດູດີ, ສະອາດພໍໃຊ້ໄດ້. ແຕ່ເຂົ້າໄປພັກແລ້ວພາຍໃນຫ້ອງມີຄວາມເປັນຕາຢ້ານ ໂດຍສະເພາະຫ້ອງ 208 ເຊິ່ງພາຍໃນຫ້ອງເບິ່ງຄືເກົ່າຫຼາຍ, ຝາກໍ່ເປ່ເພ ໃນຄືນນັ້ນ, ຄົນລີວິວໄປນອນແລ້ວ ຮູ້ສຶກຄືວ່າ ມີຜູ້ຍິງຜົມສັ້ນຄົນໜຶ່ງນັ່ງຢູ່ຕັ່ງຢູ່ກ້ອງແອ. ທຳອິດຄິດວ່າຄິດໄປເອງ ແລະແຟນກໍ່ເຂົ້າມາເຫັນຄືກັນ ເຮັດໃຫ້ຕົນເອງຮູ້ສຶກຢ້ານຫຼາຍ ແຕ່ຕ້ອງອົດທົນນອນ ເພາະວ່າມັນເດິກຫຼາຍແລ້ວ ເມື່ອຕົນເອງຕື່ນກໍ່ຮີບອອກມາ, ເພາະເລີ້ມແປກໃຈຕັ້ງແຕ່ທຳອິດທີ່ເຂົ້າໄປໃນຫ້ອງນັ້ນແລ້ວເຂົ້າໄປທຳອິດກໍ່ຮູ້ສຶກແປກໆແລ້ວ ແຕ່ບໍ່ຄາດຄິດວ່າຈະເຈິອີ່ຫັຍງແບບນີ້ ເລີຍຢາກເອົາປະສົບການທີ່ເຈິມາເລົ່າສູ່ຟັງ ຢ່າງໃດກໍຕາມ, ທາງຜູ້ໂພສກໍ່ຍັງບໍ່ມີການອັບເດດເລື້ອງລາວຕໍ່ຈາກນີ້ ວ່າເຈິເລື້ອງຫຼອນຫຼືວ່າຢ່າງໃດ ເຮັດໃຫ້ຊາວເນັດເຂົ້າມາຄັອມເມັ້ນສາລະພັດວິທີປ້ອງກັນຜີ ຂະນະທີ່ສ່ວນໃຫ່ຍຕ່າງພາກັນຂໍໃຫ້ຜູ້ໂພສໂທເຂົ້າໄປເລົ່າໃນລາຍການ The Ghost Radio ເພາະເປັນລາຍການທີ່ໃຫ້ຄົນໂທໄປເລົ່າເລື່ອງ ເລື້ອງຫຼອນ ແລະຂໍຕັ້ງຊື່ວ່າຫ້ອງ […]
ເປັນຕາຢ້ານນັກຮຽນກຳລັງຄົ້ນຄົ້ວບົດຮຽນຢູ່ດີໆ ເຈັບຫູຂຶ້ນມາ ລ່າສຸດພົບແມງສາບໂຕເປັນໆຢູ່ຫູ

ນັກຮຽນຍິງຄົນໜຶ່ງໄດ້ຄົ້ນຄົ້ວບົດຮຽນຢູ່ ແລະຈົ່ມວ່າເຈັບຫູແຮງ ໝູ່ກໍ່ເລີຍຊ່ວຍຫູໃຫ້ເມື່ອເບິ່ງມັນແລ້ວບໍ່ຢາກເຊື່ອສາຍຕາ. ພົບແມງສາບທີ່ມີຊີວິດຢູ່ໃນຮູຫູ ເວບໄຊ້ GMA News Online ລາຍງານກໍລະນີທີ່ເປັນຕາຢ້ານ. ເດັກຍິງຮຽນຢູ່ໃນເມືອງ Bohol ປະເທດຟີລິບປີນ ຈົ່ມວ່າເຈັບຫູແລະເມື່ອໝູ່ຊ່ວຍເບິ່ງໃຫ້ຈົນບໍ່ຢາກເຊື່ອສາຍຕາເມື່ອພົບແມງສາບທີ່ມີຊີວິດຢູ່ເຂົ້າໄປອາໃສໃນຫູຂອງໝູ່ ໝູ່ກໍ່ໄດ້ພະຍາຍາມຊ່ວຍເອົາແມງສາບອອກຈາກຫູຂອງນັກຮຽນຄັນດັ່ງກ່າວ. ດ້ວຍການທານ້ໍາມັນເບບີ້ອອຍ ແລະ ໃຊ້ແໜບດືງອອກມາຫຼາຍຄັ້ງ ໃນຂະນະນັ້ນນັກຮຽນຄົນດັ່ງກ່າວກໍ່ສົ່ງສຽງຮ້ອງອອກມາຢ່າງເຈັບປວດຢູ່ຕະຫຼອດເວລາ ຈົນໃນທີ່ສຸດກໍ່ສາມາດດຶງແມງສາບທັງໂຕອອກມາໄດ້ສຳເລັດ ເດັກຍິງຜູ້ໂຊກຮ້າຍກ່າວວ່າໃນຂະນະທີ່ກຳລັງຄົ້ນຄົ້ວບົດຮຽນກັນຢູ່ ຢູ່ຊື່ໆກໍ່ຮູ້ສຶກວ່າມີຫັຍງເຄື່ອນໄຫວຢ່າງໄວວາໃນຫູຂອງຕົນເອງ, ເພາະຂໍໃຫ້ໝູ່ຊ່ວຍເອົາມັນອອກໃຫ້ເພາະວ່າຕົນເອງທົນຕໍ່ຄວາມເຈັບປວດບໍ່ໄຫວເພາະຖ້າຈົນຮອດເຊົ້າຄົງຈະເຈັບປວດກວ່ານີ້ ແລະເມື່ອເອົາອອກຄວາມເຈັບປວດກໍ່ຫາຍໄປທັນທີຫຼັງຈາກເອົາແມງສາບອອກຈາກຫູ ແພດຜ່າຕັດຫູ, ດັງ ແລະ ຄໍ ໄດ້ລະບຸວ່າ: ຖ້າເກີດເຫດການໃນລັກສະນະນີ້ຂຶ້ນກັບຄົນທີ່ນັ່ງຫຼື ນອນຢູ່ພື່ນ ແນະນຳໃຫ້ຄວນໄປໂຮງໝໍທັນທີເພື່ອກວດກາເບິ່ງວ່າແມງໄມ້ທີ່ເຂົ້າມາໃນຫູນັ້ນມີຊີວິດຢູ່ຫຼືຕາຍ. ແລະເອົາແມງໄມ້ອອກຢ່າງໄວເທົ່າທີ່ຈະໄວໄດ້
ດວງລາຍວັນປະຈໍາວັນພຸດ ທີ 26 ເມສາ 2023 ການງານ ການເງິນ ຄວາມຮັກ

ຄົນເກີດວັນອາທິດ:ການງານເຮັດທຸລະກິດວຽກງານບໍລິການຈະກໍໃຫ້ເກີດຄວາມຈະເລີນຮຸ່ງເຮືອງ ການເງິນຈະໄດ້ຮັບຂ່າວດີທາງດ້ານການເງິນ ໃນໄວໆນີ້ ຄວາມຮັກມີໂອກາດພົບໃຜເຂົ້າມາໃຫ້ເລືອກຫລາຍກວ່າ 1 ຄົນ ໃນໄລຍະນີ້ ທ່ານເປັນຜູ້ທີ່ມີສະເໜ່ຫລາຍໆ ເຄື່ອງມຸງຄຸນເງິນ ສີມຸງຄຸນສີສົ້ມ ເລກນຳໂຊກ8 ຄົນເກີດວັນຈັນ:ການງານມີໂອກາດໄດ້ຮັບຕຳແໜ່ງໃໝ່ທີ່ຕ້ອງແບກພາລະຫນ້າທີ່ໆຫລາຍຂຶ້ນ ການເງິນຈະໄດ້ເງິນເຂົ້າມາເລື້ອຍໆ ອາດມາຈາກຜູ້ໃຫຍ່ຊ່ວຍອຸປະຖໍາ ຄວາມຮັກບໍ່ລົງຕົວໃນເລື່ອງຂອງຄວາມສຳພັນ ເພາະຊ່ວງນີ້ມີເລື່ອງໃຫ້ຜິດໃຈກັນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ4 ຄົນເກີດວັນອັງຄານ:ການງານເມື່ອແກ້ບັນຫາດ້ານການງານໄດ້ແລ້ວອາດໄດ້ເລື່ອນຕຳແໜ່ງ ການເງິນໂຊກດີຫລາຍໆ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາ ຄວາມຮັກສົມຫວັງດ້ານຄວາມຮັກເພາະໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົົນທີ່ມີສະເໜ່ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ0 ຄົນເກີດວັນພຸດການງານຈະໄດ້ພົບເສັ້ນສາຍທີ່ດີການຕິດຕໍ່ທຸລະກິດປະສົບຄວາມສຳເລັດ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາແຕ່ຕ້ອງໃຫ້ລະວັງເລື່ອງລາຍຈ່າຍ ຄວາມຮັກຈະຕົກຢູ່ໃນສະຖານະການຮັກຊ້ອນກໍເປັນໄປໄດ້ ເຄື່ອງມຸງຄຸນຫິນນໍາໂຊກສີບົວ ສີມຸງຄຸນສີຂາວ ເລກນຳໂຊກ4 ຄົນເກີດວັນພະຫັດ:ການງານເດີນທາງຕິດຕໍ່ວຽກງານໃນໄລຍະນີ້ຫລາຍເປັນພິເສດ ການເງິນຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃນໄລຍະນີ້ເກີດຄວາມຫມັ້ນຄົງແລະຖານະດີຂຶ້ນ ຄວາມຮັກຈະພົບຄົົນທີ່ມີສະເໜ່ ລາວເປັນຄົນທີ່ມີຜິວຂາວ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີດໍາ ເລກນຳໂຊກ7 ຄົນເກີດວັນສຸກ:ການງານໝູ່ເພື່ອນຈະມີສ່ວນຊ່ວຍແນະນຳໃຫ້ຮູ້ຈັກການງານທີ່ດີ ການເງິນລະວັງເອກະສານສັນຍາຈະເປັນໂມຄະ ຕ້ອງລະວັງອ່ານໃຫ້ຄົບທຸກຢ່າງຈະເປັນການດີ ເພາະຈະສົ່ງຜົນໃນດ້ານການເງິນ ຄວາມຮັກທ່ານເປັນຜູ້ມີສະເໜ່ຈຶ່ງມີຄົນເຂົ້າມາສົນໃຈຫລາຍກວ່າ 1 ຄົນ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ1 ຄົນເກີດວັນເສົາ:ການງານຈະພົບຄວາມຫມັ້ນຄົງ ແລະ ຄວາມສຳເລັດທີ່ດີ ການເງິນມີໂອກາດຈະຮັບຊັບ ແລະ ຈະເກີດຄວາມໂຊກດີ […]
ການຄ້ານະຄອນຫຼວງວຽງຈັນ ອອກແຈ້ງການໃຫ້ເອົາໃສໃນການຊື້-ຂາຍ ຜ່ານທາງອອນລາຍ

ການຄ້ານະຄອນຫຼວງວຽງຈັນ ອອກແຈ້ງການໃຫ້ເອົາໃສໃນການຊື້-ຂາຍ ແລະ ຊົມໃຊ້ການບໍລິການຜ່ານທາງອອນລາຍ ໃຫ້ມີຄວາມຮັບປະກັນຜົນປະໂຫຍດທັງຜູ່ຊື້ ແລະ ຜູ່ຂາຍ. ພະແນກອຸດສາຫະກໍາແລະການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການວັນທີ 12 ເມສາ 2023 ເຖິງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການຄ້າຂາຍ ຫຼື ຊື້, ຊົມໃຊ້ ສິນຄ້າ ຫຼື ການບໍລິການຜ່ານທາງເອເລັກໂຕຣນິກ ໃນທົ່ວນະຄອນຫຼວງວຽງຈັນ, ເລື່ອງໃຫ້ເອົາໃຈໃສ່ໃນການຊື້-ຂາຍ ແລະ ຊົມໃຊ້ການບໍລິການຜ່ານທາງເອເລັກໂຕຣນິກ ໃຫ້ມີຄວາມຮັບປະກັນຜົນປະໂຫຍດທັງຜູ່ຊື້ ແລະ ຜູ່ຂາຍ. ອີງຕາມ ກົດໝາຍວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02 / ສພຊ, ລົງວັນທີ 30 ມີຖຸນາ 2010. ອີງຕາມ ດຳລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296 / ລບ, ລົງວັນທີ 12 ເມສາ 2021. ອີງຕາມ ຂໍ້ຕົກລົງວ່າດ້ວຍ […]