7-11 ຮ້ານສະດວກຊື້ຈາກປະເທດໄທ ຈະມາເປີດສາຂາທີ່ ສປປ ລາວ ໄວໆນີ້

“ເຊເວັນອີເລເວັນ” ຮ້ານສະດວກຊື້ຈາກປະເທດໄທ ກຽມເພີ່ມສາຂາອີກ 700 ສາຂາ ໃນນັ້ນກໍກຽມປະກາດທີ່ຈະມາຂະຫຍາຍສາຂາໃນ ສປປ ລາວ 5 ສາຂາໃນປີທຳອິດ ໂດຍຈະຕັ້ງທີ່ເມືອງຫຼວງຕ່າງໆໃນລາວ. ທ່ານ ກໍ່ສັກ ໄຊຍະລັກມີສັກ ປະທານກຳມະການບໍລິຫານ ບໍລິສັດ ຊີພີ ອໍ ຈຳກັດ ຜູ້ບໍລິຫານຮ້ານເຊເວັນອີເລເວັນ ໄດ້ເປີດເຜີຍວ່າ ບໍລິສັດຈະມີການຂະຫຍາຍສາຂາເພີ່ມປະມານ 700 ສາຂາຕໍ່ປີ ຈາກປັດຈຸບັນມີປະມານ 14,000 ສາຂາ ແລະ ມີແຜນທີ່ຈະເປີດສາຂາທຳອິດໃນປະເທດລາວ ໂດຍຕັ້ງເປົ້າໝາຍວ່າປີທຳອິດ ຈະເປີດ 4-5 ສາຂາ ໃນເມືອງຫຼັກເຊັ່ນ ນະຄອນຫຼວງວຽງຈັນ ຫຼວງພະບາງ ແລະ ບັນດາແຂວງໃຫຍ່ໆໃນລາວ. ທັ້ງນີ້ການເປີດສາຂາໃນລາວທີ່ຜ່ານມາ ມີຄວາມລ່າຊ້າເນື່ອງຈາກລາວມີບັນຫາທາງດ້ານເສດຖະກິດ ທັງເລື່ອງເງິນເຟີ້ ແລະ ເງິນກີບອ່ອນຄ່າຫຼາຍ ແລະ ປັດຈຸບັນສະຖານະການມີທ່າອ່ຽງດີຂຶ້ນ ເຮັດໃຫ້ກັບມາເລີ່ມຂະບວນການ ວາງແຜນເປີດສາຂາທຳອິດໃນກາງປີນີ້.
ທ່ານນາງ ວາລີ ເວດສະພົງ ເລົ່າປະສົບການທົດລອງສັ່ງຊື້ເຄື່ອງອອນລາຍ ສຸດທ້າຍຖືກຫລອກແທ້

ວັນທີ 24 ເມສາ 2023 ນີ້ ທ່ານນາງ ວາລີ ເວດສະພົງ ສສຊ ໄດ້ໂພສເຟສບຸກສ່ວນຕົວ ແຊປະສົບການຊື້ເຄື່ອງອອນລາຍ ແຕ່ຖືກຫລອກ ທ່ານໂພສເລົ່າວ່າ: ທົດລອງ ກາເຈິອີ່ຫລີ page ທີ່ສັ່ງຊື້ເຄື່ອງນຳກໍຂຽນພາສາລາວຈົບເຈືອ (ເຄີຍໄດ້ຍິນແຕ່ຫລາຍຄົນເວົ້າສູ່ຟັງຊື້ເຄື່ອງ ອອນລາຍສິນຄ້າໂຄສະນາກັບສິນຄ້າທີ່ໄດ້ ຮັບຕົວຈິງບໍ່ຄືກັນ), ຜູ້ຂາຍອອນລາຍດີໆມີຈັນຍາບັນ ກໍມີເດີບໍ່ໄດ້ເໝົາລວມ ຂໍອອກໂຕໄວ້ກ່ອນ (ເຖິງວ່າການຂາຍສິນຄ້າທາງອອນລະາຍຈະເກັບເງິນປາຍທາງກໍຕາມ ນັກຕົ້ມຕຸນດຽວນີ້ສະຫລາດ) ຕ້ອງຢ່າເກງໃຈໃຫ້ສົ່ງຄືນໂລດເດີ້ ພີ່ນ້ອງ ຂະໜາດວ່າຖາມກ່ອນລະເດ້ວ່າ ສິນຄ້າຕົວຈິງກັບໂຕໂຄສະນາຄືກັນ ບໍ່ ກໍຕອບຮັບຈົບເຈືອວ່າ “ແບບດຽວກັນ” (ມື້ສິນຄ້າສົ່ງມາຮອດແມ່ນຕົນບໍ່ໄດ້ຢູ່ຮັບດ້ວຍຕົວເອງເປັນຄວາມບົກພ່ອງຂອງໂຕເອງບໍ່ໂທດສະມາຊິກທີ່ຮັບແທນ) ເວລາແຊັດຫາຄືນ ຖືກບລັອກເຟສຈ້ອຍ ແລ້ວປ່ຽນຊື່ page ເປັນແນວໃໝ່ເຂົ້າໄປຊອກຊື່ນີ້ບໍ່ເຫັນຊໍ້າ ເບິ່ງຄັກລະເດ້ ຍອມເສຍຄ່າໂງ່ ແຕ່ໂພສເປັນ ບົດຮຽນໃຫ້ຜູ້ອື່ນນຳ ຄິດວ່າຫລາຍຄົນຄົງເຄີຍມີບົດຮຽນຄືກັນ ນີ້ຄືຍຸກ ດີຈີຕອນ (Digital) ທຸກຢ່າງຈະມາຄູ່ກັນຖ້າເຮົາບໍ່ສຶກສາຮຽນຮູ້ປັບໂຕໃຫ້ທັນຍຸກສະໄໝ ກໍຈະຕົກຂະບວນລົດໄຟນຳເພິ່ນ ແລ້ວຈະຈັດການກັບກຸ່ມຄົນເຫລົ່ານີ້ແບບໃດດີ ຖືວ່າຜິດກົດໝາຍ ມາດຕາ 289 ຕາມປະມວນກົດໝາຍອາຍາ ຖານຕົ້ມຕຸນຫລອກລວງເດ້ເນາະ ເພິ່ງນັກກົດໝາຍຫລືຜູ້ຮູ້ກົດໝາຍທີ່ກ່ຽວຂ້ອງ […]
ການຊໍາລະຄ່າທໍານຽມທາງປະຈຳປີ 2023 ມີ 2 ຮູບແບບແມ່ນສາມາດຢັ້ງຢືນທາງກົດໝາຍໄດ້

ອີງຕາມ ຄໍາແນະນໍາ ວ່າດ້ວຍ ການເສຍຄ່າທໍານຽມທາງ ປະຈໍາປີ 2023, ເລກທີ 2052/ກສອ ນະຄອນຫຼວງວຽງຈັນ, ວັນທີ 1 APR 2023,ໃນຂໍ້ທີ 2. ວິທີການຄຸ້ມຄອງເກັບຄ່າທໍານຽມທາງ 2.1 ຄ ່າທໍານຽມທາງ ປະຈໍາປີ 2023 ແມ່ນໃຫ້ເກັບຜ່ານລະບົບຄ່າທໍານຽມທາງແບບເອເລັກໂຕຣນິກແບບໃຫມ່ (Road Tax Management System/RTMS) ຂອງກະຊວງການເງິນ ຊຶ່ງສາມາດຊໍາລະດ້ວຍ 02 ຮູບແບບ ຄື: ຊໍາລະຜ່ານລະບົບທະນາຄານ ໂດຍນໍາໃຊ້ແອັບພິເຄຊັນ (Application) ຂອງບັນດາທະນາຄານທີ່ເຂົ້າຮ່ວມໃນ ໂຄງການ ແລະ ຊໍາລະດ້ວຍເງິນສົດຜ່ານຄັງເງິນແຫ່ງຊາດ; 2.2 ລະບົບການເກັບຄ່າທໍານຽມທາງແມ່ນ ຕິດຕັ້ງ ແລະ ໃຫ້ບໍລິການຢູ່ບັນດາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ປະຈໍາແຂວງ ແລະ ນະຄອນຫຼວງ, ສ່ວຍສາອາກອນປະຈໍາ ແຂວງ, ເມືອງ, ເທດສະບານ, ນະຄອນ. ນອກຈາກນັ້ນ ສ່ວຍສາອາກອນປະຈໍາ ເມືອງ, […]
ດວງລາຍວັນປະຈໍາວັນຈັນ ທີ 24 ມີນາ 2023 ແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານ ຊື່ສຽງຂອງທ່ານຢູ່ໃນເກນທີ່ດີເພາະຄວາມສຳເລັດທີ່ຕົນເອງສ້າງຂຶ້ນມາ ການເງິນຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງດ້ວຍຄວາມສຳເລັດທາງດ້ານທຸລະກິດ ຄວາມຮັກຈະພົບໝູ່ເພື່ອນຄູ່ຄິດທີ່ດີ ແລະ ອາດພັດທະນາຄວາມສຳພັນເປັນຄົນຮັກໄດ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ 8 ຄົນເກີດວັນຈັນ:ການງານໃຊ້ຄວາມສະຫລຽວສະຫລາດໃນການຕິດຕໍ່ເຈລະຈາປະສົບຄວາມສຳເລັດ ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ອາດເປັນຄົນທີ່ເຂົ້າມາຊ່ວຍເຫຼືອ ຄວາມຮັກການງານນຳພາໄປພົບຮັກທີ່ດີ ຊຶ່ງອາດເປັນຄົນທີ່ທ່ານກໍຮູ້ຢູ່ແກ່ໃຈ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຂາວ ເລກນຳໂຊກ0 ຄົນເກີດວັນອັງຄານ:ການງານການເຮັດທຸລະກິດດ້ານການບັນເທີງ ເຮັດທຸລະກິດດ້ານການຄ້າອາຫານ ເຮັດທຸລະກິດດ້ານການສຶກສາ ໃນຊ່ວງນີ້ໄດ້ຜົນກຳໄລຫລາຍຂຶ້ນຢ່າງເຫັນໄດ້ແຈ້ງ ການເງິນຈະພົບຄວາມເຄັ່ງຕຶງດ້ານການເຮັດທຸລະກິດທາງດ້ານການເງິນ ຄວາມຮັກໄລຍະນີ້ຈະມີຄົນເຂົ້າມາໃຫ້ເລືອກຫລາຍກວ່າ 1 ຄົນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ6 ຄົນເກີດວັນພຸດ:ການງານໄລຍະນີ້ກຳລັງປຶກສາກັບຫຸ້ນສ່ວນຫລືທີມງານທີ່ຈະຂະຫຍາຍທຸລະກິດ ການເງິນມີໂຊກຈາກທາງຊັບສິນ ອາດຈະໄດ້ຂາຍທີ່ດິນ ຫຼື ຊື້ທີ່ດິນທີ່ລາຄາເປັນກັນເອງ ຄວາມຮັກຈະພົບຮັກກັບຄົົນທີ່ຢູ່ໄກຕົວ ແຕ່ກໍອາດເປັນຄົນທີ່ທ່ານບໍ່ເຄີຍຄິດ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ3 ຄົນເກີດວັນພະຫັດ:ການງານກຳລັງເລີ່ມທຸລະກິດທີ່ຈະນຳພາໂອກາດ ແລະ ຄວາມສຳເລັດທີ່ດີມາສູ່ຕົນ ການເງິນ ຈະໄດ້ເງິນກ້ອນໃຫຍ່ເຂົ້າມາເພີ່ມຂຶ້ນ ໃນໄລຍະນີ້ ຄວາມຮັກຕ້ອງໃຊ້ເວລາເບິ່ງໃຈກັນຕໍ່ໄປຈຶ່ງຈະດີ ເພາະໄລຍະນີ້ທ່ານ ແລະ ຄົນຮັກມີບັນຫາກັນທຸກເວລາ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີເຫຼືອງເລກນຳໂຊກ 5 ຄົນເກີດວັນສຸກ:ການງານເຮັດທຸລະກິດດ້ານຮ້ານອາຫານ ເຮັດທຸລະກິດດ້ານເສື້ອຜ້າ […]
ມາເບິ່ງດວງປະຈຳວັນ ປະຈຳວັນອາທິດທີ 23 ເມສາ ຂອງຄົນເກີດແຕ່ລະວັນ

ຄົນເກີດວັນອາທິດ:ການງານເຮັດທຸລະກິດຈະການຄ້າ ຫລື ການເປັນນາຍໜ້າຈະປະສົບຄວາມສຳເລັດໄດ້ດີ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຫ້ໄດ້ໃຊ້ຈ່າຍ ແຕ່ຕ້ອງລະວັງບຸກຄົນເຂົ້າມາຢືມ ຄວາມຮັກໄດ້ພົບຮັກກັບຄົນຜິວສອງສີແຕ່ລາວຈະບໍ່ແມ່ນເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ1 ຄົນເກີດວັນຈັນ:ການງານການເດີນທາງຈະປະສົບຄວາມສຳເລັດເພາະທ່ານເປັນຄົນທີ່ລະອຽດ ການເງິນໄດ້ໂຊກແບບໄດ້ໄດ້ຕ້ັງໃຈ ຈະໄດ້ເງິນຈາກຜູ້ໃຫຍ່ຊ່ວຍອຸປະຖໍາ ຄວາມຮັກມີໂອກາດພົບຄົົນທີ່ມີອາຍຸຕ່າງກັນແຕ່ກໍຢູ່ໃນຊ່ວງທີ່ກໍາລັງລົມກໍາລັງພິຈາລະນາ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1 ຄົນເກີດວັນອັງຄານ:ການງານເຮັດທຸລະກິດຈະການຄ້າຈະມີກຳໄລເພີ່ມຂຶ້ນຖ້າກ່ຽວກັບດ້ານຂາຍເຄື່ອງ ການເງິນມີລາຍຈ່າຍໃນເລື່ອງຂອງການຊ່ອມແຊມທີ່ຢູ່ອາໄສແຕ່ຕ້ອງລະວັງລາຍຈ່າຍ ຄວາມຮັກບໍ່ຄ່ອຍມີເວລາໃຫ້ກັນເທົ່າໃດເພາະຕ່າງຝ່າຍຕ່າງມີເວລາທີ່ຕ້ອງຈັດການເລື່ອງຂອງຕົນເອງ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີຂາວ ເລກນຳໂຊກ6 ຄົນເກີດວັນພຸດ:ການງານທ່ານສາມາດສ້າງຜົນງານດີເກີດຄວາມສຳເລັດໃນດ້ານການງານ ການເງິນເກີດຄວາມໂຊກດີຈະໄດ້ເງິນເຂົ້າມາໃຫ້ຈັບຈ່າຍ ຄວາມຮັກພົບຄົົນທີ່ມີພາວະຄວາມເປັນຜູ້ນຳໝັ່ນໃຈຕົນເອງສູງ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຟ້າ ເລກນຳໂຊກ8 ຄົນເກີດວັນພະຫັດ:ການງານເຮັດທຸລະກິດປະສົບຄວາມສຳເລັດໄດ້ຮັບຜົນກຳໄລດີ ການເງິນມີໂຊກຈະໄດ້ຮັບຊັບໄດ້ເງິນກ້ອນໃຫຍ່ອາດມາຈາກຜູ້ໃຫຍ່ ຄວາມຮັກສຸກສົມຫວັງໃນເລື່ອງຮັກໄດ້ພົບຮັກກັບຄົົນທີ່ຖືກໃຈ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີບົວອ່ອນ ເລກນຳໂຊກ3 ຄົນເກີດວັນສຸກ:ການງານລະວັງຈະມີບັນຫາໃນເລື່ອງການເຮັດທຸລະກິດຮ່ວມຫຸ້ນສ່ວນ ການເງິນໄດ້ເງິນເຂົ້າມາກໍຕ້ອງຈ່າຍອອກໄປແບບວ່ອງໄວ ຄວາມຮັກອາດຕົກຢູ່ໃນສະຖານນະການຮັກຊ້ອນເພາະຢູ່ໃນຊ່ວງປັບຕົວ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ1 ຄົນເກີດວັນເສົາ:ການງານ ໄດ້ເດິນທາງຕິດຕໍ່ງານເພື່ອຂະຫຍາຍທຸລະກິດໄດ້ຜົນກຳໄລດີ ການເງິນໃຊ້ເງິນກ້ອນໃຫຍ່ໃນການຕໍ່ລອງເລື່ອງທຸລະກິດ ຄວາມຮັກຍັງບໍ່ຕັດສິນໃຈທີ່ຈະເລືອກໃຜເພາະທ່ານຄິດວ່າຍັງບໍ່ມີໃຜທີ່ຖືກໃຈໃນຊ່ວງນີ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີເທົາ ເລກນຳໂຊກ2
ຫລວງພະບາງອັງເຊີນພະມ່ານ ພຣະຄູ່ບ້ານຄູ່ເມືອງຫລວງພະບາງ ລົງມາຫົດສົງຈົນເຖິງ 29 ເມສາ 2023

ວັນທີ 22 ເມສາ 2023 ໄດ້ມີພິທີອາລາດທະນາອັງເຊີນພຣະມ່ານລົງຫົດສົງທີ່ວັດຊຽງທອງ, ນະຄອນຫລວງພະບາງ ໂດຍມີພຣະສົງສາມະເນນ, ການນຳຂອງແຂວງ, ນະຄອນ, ເຖົ້າແກ່, ໜຸ່ມ-ສາວນ້ອຍໃຫຍ່ ຕະຫລອດຮອດພໍ່ແມ່ປະຊົນຊາວພຸດພາຍໃນນະຄອນຫລວງພະບາງ ທີ່ສັດທາ ເຂົ້າຮ່ວມຢ່າງຫລວງຫລາຍ ເຊິ່ງຈະໄດ້ດຳເນີນໄປຈົນເຖີງ ວັນທີ 29 ເມສາ 2023 ຈຶ່ງຈະສຳເລັດພິທີ. ພຣະມ່ານເປັນພຣະຄູ່ບ້ານຄູ່ເມືອງ ຂອງຊາວຫລວງພະບາງ ມາແຕ່ດົນນານ ໂດຍບຸນປີໃໝ່ລາວແຕ່ລະປີ, ຊາວພຸດ ທົ່ວສາລະທິດ ຈະແຫ່ກັນໄປ ຫົດສົງນໍ້າພຣະມ່ານ ເພື່ອເສີ່ມສ້າງບາລະມີໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ເຢັນມີສຸກ. ຕາມການບອກເລົ່າເມື່ອ 700 ກວ່າປີ, ພະມ້າໄດ້ສ້າງອົງພຣະຈາກຄຳເນື້ອນົບພຣະເກົ້າ (ຄຳເນື້ອເກົ້າ ແມ່ນຄຳ ທີ່ງົດງາມ ແລະ ມີຄ່າທີ່ສຸດ) ປະດັບດ້ວຍອັນຍະມະນີນົບພະເກົ້ານ້ຳດີທີ່ສຸດທັງ 9 ສີ, ບໍລິເວນເຂັມຂັດສ້ອຍສັງວານຊາຍໄຫວ ແລະ ເຄື່ອງຊົງ ທັງອົງພະມ້າໄດ້ສ້າງສຳເລັດ ແລະ ໄດ້ນຳໃສ່ ແພລ່ອງ ແມ່ນ້ຳ ຂອງເພື່ອກັບພະມ້າ ແຕ່ພໍໃກ້ຮອດ ບໍລິເວນ ເມືອງຫລວງພະບາງອົງພະໄດ້ຢຸດ […]
ເມືອງແກ້ວອຸດົມ ລະດົມກຳລັງເຂົ້າມອດໄຟໄໝ້ລາມປ່າພູສັນເຂື່ອນ

ຕາມການລາຍງານຂອງ ທ່ານ ສີສະຫວາດ ແສງພະຈັນ ເຈົ້າເມືອງໆແກ້ວອຸດົມ ແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ຈາກສະພາບໄຟໄໜ້ລາມປ່າພູສັນເຂື່ອນ ບ້ານແສງສະຫວ່າງ, ບ້ານຂ້າມຊ້າງ ແລະ ບ້ານພູເຂົາຄໍາ ເມືອງແກ້ວອຸດົມ ໄດ້ເກີດຂຶ້ນແຕ່ວັນທີ 17-21 ເມສາ 2023 ເຊິ່ງມີຄວາມຮຸນແຮງ ແລະ ຂະຫຍາຍເປັນວົງກວ້າງ. ຕໍ່ເຫດການດັ່ງກ່າວ, ກຳລັງ ປກຊ, ປກສ ເມືອງແກ້ວອຸດົມ ໄດ້ສົມທົບກັບກອງບັນຊາການທະຫານແຂວງວຽງຈັນ ໄດ້ນຳໃຊ້ກຳລັງກອງພັນ 432, ກອງຮ້ອຍ 201 ກອງຮ້ອຍ 203, ອົງການປົກຄອງເມືອງແກ້ວອຸດົມ, ບ້ານ ແລະ ພາກສ່ວນຕ່າງໆ ຈຳນວນພົນ 200 ກວ່າຄົນ ເຂົ້າມອດໄຟໄໝ້ລາມປ່າພູສັນ ເຂື່ອນ ໂດຍໃຊ້ກຳລັງພົນ, ພາຫະນະທາງບົກ ແລະ ອາກາດ ໂດຍໄດ້ປະສານສົມທົບກອງບັນຊາການທະຫານອາກາດ ແລະ ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ນຳໃຊ້ຍົນແຮລີກ໋ອບແຕ MI 17 ບິນສຳຫລວດເບິ່ງຈຸດໄຟໄໝ້ ເພື່ອຈະໄດ້ນຳເອົາກຳລັງເຂົ້າໄປມອດ ເຊິ່ງຄະນະຊີ້ນໍາແຕ່ລະ […]
ເຈົ້ານະຄອນຫຼວງພະບາງ ແຈ້ງການຂົວນໍ້າຄານເກົ່າຈະປິດສ້ອມແປງຊົ່ວຄາວ

ເຈົ້ານະຄອນຫຼວງພະບາງ ແຈ້ງການມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານຕໍາຫຼວດ, ຜູ້ປະກອບການ ຕະຫຼອດຮອດ ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມທັງແຂກພາຍໃນ ແລະ ຕ່າງປະເທດທີ່ມາທ່ຽວຊົມ ນະຄອນ ຫລວງພະ ບາງ ທີ່ສັນຈອນຜ່ານຂົວນໍ້າຄານເກົ່າ (ຂົວເບເລ) ບ້ານຫມື່ນນາ – ບ້ານເມືອງງາ ນະຄອນຫຼວງພະບາງ ຮັບຊາບວ່າ: ປະຈຸບັນ ຂົວນໍ້າຄານເກົ່າ (ຂົວເບເລ) ບ້ານຫມື່ນນາ – ບ້ານເມືອງງາ ກໍາລັງຢູ່ໃນໄລຍະການສ້ອມແປງ ແລະ ຈະໄດ້ປິດ ຊ່ອງການສັນຈອນເທິງຫນ້າຂົວຊົ່ວຄາວ ໃນລະຫວ່າງວັນທີ 22 ເມສາ 2023 – 10 ພຶດສະພາ 2023 ເພື່ອຮັບປະກັນ ການສ້ອມແປງໃຫ້ຖືກຕ້ອງຕາມມາດຖານເຕັກນິກ ແລະ ຮັບປະກັນຄວາມປອດໄພໃນໄລຍະການສ້ອມແປງ ເຊີ່ງລາຍ ລະອຽດໃນການປິດຊ່ອງຈາລະຈອນ ມີດັ່ງນີ້: ວັນທີ 22 ເມສາ 2023 – ວັນທີ 10 ພຶດສະພາ 2023 ເວລາ […]
ອ່ານດວງລາຍວັນປະຈໍາວັນອາທິດ ທີ 23 ເມສາ 2023

ຄົນເກີດວັນອາທິດ:ການງານເຮັດທຸລະກິດຈະການຄ້າ ຫລື ການເປັນນາຍໜ້າຈະປະສົບຄວາມສຳເລັດໄດ້ດີ ການເງິນມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຫ້ໄດ້ໃຊ້ຈ່າຍ ແຕ່ຕ້ອງລະວັງບຸກຄົນເຂົ້າມາຢືມ ຄວາມຮັກໄດ້ພົບຮັກກັບຄົນຜິວສອງສີແຕ່ລາວຈະບໍ່ແມ່ນເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ1 ຄົນເກີດວັນຈັນ:ການງານການເດີນທາງຈະປະສົບຄວາມສຳເລັດເພາະທ່ານເປັນຄົນທີ່ລະອຽດ ການເງິນໄດ້ໂຊກແບບໄດ້ໄດ້ຕ້ັງໃຈ ຈະໄດ້ເງິນຈາກຜູ້ໃຫຍ່ຊ່ວຍອຸປະຖໍາ ຄວາມຮັກມີໂອກາດພົບຄົົນທີ່ມີອາຍຸຕ່າງກັນແຕ່ກໍຢູ່ໃນຊ່ວງທີ່ກໍາລັງລົມກໍາລັງພິຈາລະນາ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1 ຄົນເກີດວັນອັງຄານ:ການງານເຮັດທຸລະກິດຈະການຄ້າຈະມີກຳໄລເພີ່ມຂຶ້ນຖ້າກ່ຽວກັບດ້ານຂາຍເຄື່ອງ ການເງິນມີລາຍຈ່າຍໃນເລື່ອງຂອງການຊ່ອມແຊມທີ່ຢູ່ອາໄສແຕ່ຕ້ອງລະວັງລາຍຈ່າຍ ຄວາມຮັກບໍ່ຄ່ອຍມີເວລາໃຫ້ກັນເທົ່າໃດເພາະຕ່າງຝ່າຍຕ່າງມີເວລາທີ່ຕ້ອງຈັດການເລື່ອງຂອງຕົນເອງ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີຂາວ ເລກນຳໂຊກ6 ຄົນເກີດວັນພຸດ:ການງານທ່ານສາມາດສ້າງຜົນງານດີເກີດຄວາມສຳເລັດໃນດ້ານການງານ ການເງິນເກີດຄວາມໂຊກດີຈະໄດ້ເງິນເຂົ້າມາໃຫ້ຈັບຈ່າຍ ຄວາມຮັກພົບຄົົນທີ່ມີພາວະຄວາມເປັນຜູ້ນຳໝັ່ນໃຈຕົນເອງສູງ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຟ້າ ເລກນຳໂຊກ8 ຄົນເກີດວັນພະຫັດ:ການງານເຮັດທຸລະກິດປະສົບຄວາມສຳເລັດໄດ້ຮັບຜົນກຳໄລດີ ການເງິນມີໂຊກຈະໄດ້ຮັບຊັບໄດ້ເງິນກ້ອນໃຫຍ່ອາດມາຈາກຜູ້ໃຫຍ່ ຄວາມຮັກສຸກສົມຫວັງໃນເລື່ອງຮັກໄດ້ພົບຮັກກັບຄົົນທີ່ຖືກໃຈ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີບົວອ່ອນ ເລກນຳໂຊກ3 ຄົນເກີດວັນສຸກ:ການງານລະວັງຈະມີບັນຫາໃນເລື່ອງການເຮັດທຸລະກິດຮ່ວມຫຸ້ນສ່ວນ ການເງິນໄດ້ເງິນເຂົ້າມາກໍຕ້ອງຈ່າຍອອກໄປແບບວ່ອງໄວ ຄວາມຮັກອາດຕົກຢູ່ໃນສະຖານນະການຮັກຊ້ອນເພາະຢູ່ໃນຊ່ວງປັບຕົວ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ1 ຄົນເກີດວັນເສົາ:ການງານ ໄດ້ເດິນທາງຕິດຕໍ່ງານເພື່ອຂະຫຍາຍທຸລະກິດໄດ້ຜົນກຳໄລດີ ການເງິນໃຊ້ເງິນກ້ອນໃຫຍ່ໃນການຕໍ່ລອງເລື່ອງທຸລະກິດ ຄວາມຮັກຍັງບໍ່ຕັດສິນໃຈທີ່ຈະເລືອກໃຜເພາະທ່ານຄິດວ່າຍັງບໍ່ມີໃຜທີ່ຖືກໃຈໃນຊ່ວງນີ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີເທົາ ເລກນຳໂຊກ2
ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຈະເລີ່ມການກໍ່ສ້າງໃນລະຫວ່າງປາຍປີ 2023-ຕົ້ນປີ 2024

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດປີໂຕລ້ຽມເທດດິ້ງລາວມະຫາຊົນ ບໍລິສັດຜູ້ ສໍາຫລວດ ອອກແບບ ແລະ ພັດທະນາໂຄງການ ກໍ່ສ້າງທາງ ລົດໄຟລາວ-ຫວຽດນາມ ໄດ້ກ່າວກັບ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ວັນທີ 10 ເມສາ 2023 ຜ່ານມານີ້ວ່າ: “ຖ້າທຸກຢ່າງເປັນໄປຕາມຄາດໝາຍ ໂຄງການດັ່ງກ່າວຈະເລີ່ມກໍ່ສ້າງໃນປາຍປີນີ້ ຫຼື ໄຕມາດທໍາອິດໃນປີໜ້າ”. ໂດຍຄາດການໄລຍະທໍາອິດໃນການກໍ່ສ້າງແມ່ນຈະເລີ່ມກໍ່ສ້າງໃນສ່ວນຂອງ ຊາຍແດນຫວຽດນາມ ຫາເມືອງທ່າແຂກແຂວງຄໍາມ່ວນ ດ້ວຍໄລຍະທາງ 139.18 ກິໂລແມັດ ເຊິ່ງຄາດວ່າຈະມີການນໍາທຶ ຈາກສະຖາບັນການເງິນສາກົນມາກໍ່ສ້າງໃນພາກສ່ວນນີ້. ໂຄງການດັ່ງກ່າວຈະມີມູນຄ່າການລົງທຶນທັງໝົດປະມານ 5 ຕື້ໂດລາສະຫະລັດ, ໄລຍະທາງລວມທັງໝົດແຕ່ນະຄອນຫຼວງວຽງຈັນ ສປປ ລາວ ໄປຫາທ່າເຮືອຫວຸງອາງ ແຂວງຮາຕິງ ສສ ຫວຽດນາມ ປະມານ 544 ກິໂລແມັດ. ເສັ້ນທາງລົດໄຟລາວ-ຫວຽດນາມ ດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການ Lao Logistics Link (LLL) ຄູ່ຮ່ວມມືກັບລັດຖະບານລາວ ແລະ ຫວຽດນາມ […]