twotwo-1 - 2023-04-22T231924.224
ເມືອງແກ້ວອຸດົມ ລະດົມກຳລັງເຂົ້າມອດໄຟໄໝ້ລາມປ່າພູສັນເຂື່ອນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 22 April, 2023

ຕາມການລາຍງານຂອງ ທ່ານ ສີສະຫວາດ ແສງພະຈັນ ເຈົ້າເມືອງໆແກ້ວອຸດົມ ແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ຈາກສະພາບໄຟໄໜ້ລາມປ່າພູສັນເຂື່ອນ ບ້ານແສງສະຫວ່າງ, ບ້ານຂ້າມຊ້າງ ແລະ ບ້ານພູເຂົາຄໍາ ເມືອງແກ້ວອຸດົມ ໄດ້ເກີດຂຶ້ນແຕ່ວັນທີ 17-21 ເມສາ 2023 ເຊິ່ງມີຄວາມຮຸນແຮງ ແລະ ຂະຫຍາຍເປັນວົງກວ້າງ.

ຕໍ່ເຫດການດັ່ງກ່າວ, ກຳລັງ ປກຊ, ປກສ ເມືອງແກ້ວອຸດົມ ໄດ້ສົມທົບກັບກອງບັນຊາການທະຫານແຂວງວຽງຈັນ ໄດ້ນຳໃຊ້ກຳລັງກອງພັນ 432, ກອງຮ້ອຍ 201 ກອງຮ້ອຍ 203, ອົງການປົກຄອງເມືອງແກ້ວອຸດົມ, ບ້ານ ແລະ ພາກສ່ວນຕ່າງໆ ຈຳນວນພົນ 200 ກວ່າຄົນ ເຂົ້າມອດໄຟໄໝ້ລາມປ່າພູສັນ

ເຂື່ອນ ໂດຍໃຊ້ກຳລັງພົນ, ພາຫະນະທາງບົກ ແລະ ອາກາດ ໂດຍໄດ້ປະສານສົມທົບກອງບັນຊາການທະຫານອາກາດ ແລະ ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ນຳໃຊ້ຍົນແຮລີກ໋ອບແຕ MI 17 ບິນສຳຫລວດເບິ່ງຈຸດໄຟໄໝ້ ເພື່ອຈະໄດ້ນຳເອົາກຳລັງເຂົ້າໄປມອດ ເຊິ່ງຄະນະຊີ້ນໍາແຕ່ລະ

ພາກສ່ວນໄດ້ປຶກສາຫາລື ແລະ ຕົກລົງເຫັນດີເປັນເອກະພາບໄດ້ຈັດແບ່ງອອກເປັນ 2 ຈຸດ ຄື: ຈຸດທີ 1 ແມ່ນບ້ານແສງສະຫວ່າງ ລຽບຕາມພູສັນເຂື່ອນໄຟຟ້ານໍ້າງື່ມ 1 ແລະ ຈຸດທີ 2 ແມ່ນ ບ້ານຂ້າມຊ້າງ ບ້ານພູເຂົາຄໍາ ແຕ່ລະຈຸດແມ່ນໄດ້ໃຊ້ກໍາລັງພົນຂົນນໍ້າຂຶ້ນໄປມອດ ແລະ ຖ່າງແລ່ວໄຟເພື່ອຕັດແລ່ວໄຟ, ມອດໄຟ ເພື່ອບໍ່ໃຫ້ໄຟດັ່ງກ່າວລຸກລາມໄປເປັນບໍລິເວນກວ້າງອີກ.

ທ່ານ ທ່ານ ສີສະຫວາດ ແສງພະຈັນ ໄດ້ໃຫ້ຮູ້ອີກວ່າ: ສາເຫດດັ່ງກ່າວແມ່ນເກີດມາຈາກພໍ່ແມ່ປະຊາຊົນບຸກລຸກຖ່າງປ່າເຮັດໄຮ່, ເຮັດສວນ ແລ້ວຈູດໄຮ່ ເຮັດໃຫ້ໄຟໄໝ້ລາມປ່າໄປເປັນບໍລິເວນກວ້າງ, ມາຮອດປັດຈຸບັນແມ່ນສາມາດຄວບຄຸ້ມໄຟໄດ້ຈໍານວນໜຶ່ງ.

ຂ່າວ-ພາບ: ດາວເພັດ ແກ້ວປະເສິດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ