ທຣັມປ໌ປະກາດເປີດສົງຄາມການຄ້າກັບສາມພັນທະມິດຫຼັກ. ຈີນ-ແຄນາດາ-ເມັກຊິໂກ ຕອບໂຕ້ທັນທີ!

ປະທານາທິບໍດີໂດນັລ ທຣັມປ໌ ເລີ່ມສົງຄາມການຄ້າກັບສາມພັນທະມິດການຄ້າລາຍໃຫຍ່ຂອງສະຫະລັດ ເມື່ອວັນອັງຄານທີ່ຜ່ານມາ (4 ມີນາ 2025) ສົ່ງຜົນໃຫ້ເມັກຊິໂກ, ແຄນາດາ ແລະ ຈີນ ອອກມາຕອບໂຕ້ທັນທີ. ການເຮັດສົງຄາມການຄ້າຂອງທຣັມປ໌ໃນຄັ້ງນີ້ສົ່ງຜົນໃຫ້ຕະຫຼາດການເງິນຕົກຕໍ່າ ເນື່ອງຈາກສະຫະລັດຕ້ອງຜະເຊີນກັບການຄຸກຄາມຈາກເງິນເຟີ້ທີ່ອາດກັບມາ ແລະ ຄວາມບໍ່ແນ່ນອນທາງທຸລະກິດທີ່ອາດທະວີຄວາມຮຸນແຮງຂຶ້ນ.   ຫຼັງທ່ຽງຄືນ ທຣັມປ໌ໄດ້ກຳນົດພາສີ 25% ຫຼື ພາສີສຸນລະກາກອນສິນຄ້ານຳເຂົ້າຈາກເມັກຊິໂກ ແລະ ແຄນາດາ ແລະ ຫຼຸດພາສີລົງເຫຼືອ 10% ສຳລັບພະລັງງານຈາກແຄນາດາ. ນອກຈາກນີ້ຍັງເພີ່ມພາສີຈາກສິນຄ້າຈີນເປັນ 20% ຊຶ່ງເປັນການເພີ່ມຂຶ້ນສອງເທົ່າຈາກເດີມ.   ປັກກິ່ງຕອບໂຕ້ດ້ວຍການເກັບພາສີສູງສຸດເຖິງ 15% ກັບສິນຄ້າການກະເສດຂອງສະຫະລັດ ແລະ ຂະຫຍາຍຈຳນວນບໍລິສັດຂອງສະຫະລັດທີ່ຖືກຄວບຄຸມການສົ່ງອອກ ແລະ ຂໍ້ຈຳກັດອື່ນໆ ອີກປະມານຊາວລາຍ.   ດ້ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີແຄນາດາ ອອກມາລະບຸວ່າແຄນາດາຈະເກັບພາສີສິນຄ້າສະຫະລັດ ມູນຄ່າກວ່າ 100,000 ລ້ານໂດລາພາຍໃນ 21 ວັນ.   “ມື້ນີ້ສະຫະລັດໄດ້ເປີດສົງຄາມການຄ້າກັບແຄນາດາ ຊຶ່ງເປັນພັນທະມິດທີ່ໃກ້ຊິດທີ່ສຸດຂອງພວກເຂົາ. ໃນຂະນະດຽວກັນ, […]

ຈົກທຶນ 2 ຕື້ກີບ ປູກຜັກປອດສານຜິດ ສະໜອງພາຍໃນ

ການປູກພືດຜັກປອດສານພິດ ແມ່ນຄວາມຕ້ອງການຂອງຜູ້ບໍລິໂພກກໍ່ຄືຕະຫລາດ. ຂະນະທີ່ການປູກພືດປອດສານພິດຍັງເປັນການຫລຸດຜ່ອນຜົນກະທົບຕໍ່ສຸຂະພາບຜູ້ຜະລິດ, ຜູ້ບໍລິໂພກລວມທັງສິ່ງແວດລ້ອມຕື່ມອີກ. ຄໍລຳ “ພັດທະນາອາຊີບໜັງສືພິມປະເທດລາວ” ສະບັບມື້ນີ້ ຂໍພາທ່ານຜູ້ອ່ານໄປຮູ້ກັບບໍລິສັດໜຶ່ງ   ຢູ່ແຂວງຫລວງນ້ຳທາທີ່ເຫັນໄດ້ຄວາມຕ້ອງການຂອງສັງຄົມໃນການບໍລິໂພກພືດຜັດປອດສານພິດ ທັງເປັນການຜະລິດພືດຮັບໃຊ້ພາຍໃນ ເພື່ອບໍລິໂພກພາຍໃນ ແລະ ຫລຸດຜ່ອນການນຳເຂົ້າຈາກພາຍນອກຕາມແນວທາງທີ່ລັດໄດ້ວາງອອກ. ໜຶ່ງໃນນັ້ນ ບໍລິສັດ ສີມອນພັດທະນາກະສິກໍາ ແລະ ບໍລິການຂາເຂ້ົາ- ຂາອອກ ຈໍາກັດ ທີ່ໄດ້ລົງທຶນປະມານ 2 ຕື້ກີບ ເຂົ້າໃນການປູກພືດປອດສານພິດເພື່ອຕອບສະໜອງແກ່ສັງຄົມ.   ຕາມການໃຫ້ຮູ້ຂອງ ທ່ານ ນາງ ສີມອນ ແກ້ວວົງເພັດ ຫົວໜ້າບໍລິສັດ ສີມອນ ພັດທະນາກະສິກຳ ແລະ ບໍລິການຂາເຂົ້າ-ຂາອອກ ຈຳກັດ ເມື່ອມໍ່ໆນີ້ວ່າ: ການປູກພືດຜັກປອດສານພິດ ແມ່ນອາຊີບທີ່ທາງບໍລິສັດໃຫ້ຄວາມສົນໃຈຢາກທົດລອງ ແລະ ຖືເປັນອາຊີບ ເພື່ອເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ມີລາຍຮັບ, ເຊິ່ງບໍລິສັດໄດ້ລົງທຶນທົດລອງປູກຜັກປອດສານພິດໃນເບື້ອງຕົ້ນແຕ່ເດືອນຕຸລາ 2024 ໃນເນື້ອທີ່ 14 ເຮັກຕາ ຢູ່ສູນບ້ານຫລວງ ແລະ ສູນຄົ້ນຄວ້າກະສິກຳບ້ານໃໝ່ເມືອງຫລວງນໍ້າທາ ໂດຍ ໃຊ້ທຶນ 2 ຕື້ກີບ. […]

ກຽມຈັດງານມະຫະກໍາບຸນຊ້າງ ທີ່ແຂວງໄຊຍະບູລີ ປະຈໍາປີ 2025

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ ມວນຊົນ ແຂວງໄຊຍະບູລີ ໃນວັນທີ 27 ພະຈິກ 2024 ນີ້ວ່າ: ການຈັດງານມະຫະກໍາບຸນຊ້າງໃນປີນີ້, ແມ່ນໄດ້ເລື່ອນຈາກວັນ ເວລາທີ່ແຂວງໄດ້ກໍານົດໃນເບື້ອງຕົ້ນ ຄືວັນທີ 25-30 ມັງກອນ 2025. ແຕ່ເນື່ອງຈາກວ່າ ໃນຊ່ວງເວລາດັ່ງກ່າວ ແມ່ນກົງກັບເທດສະການືກຸດຈີນ-ເຕດຫວຽດ ແລະ ການຈັດງານເທດສະການດອກງິ້ວບານ ຂອງແຂວງບໍ່ແກ້ວ. ເຊິ່ງອາດຈະເຮັດໃຫ້ແຂກ ແລະ ນັກທ່ອງຶທ່ຽວ ທີ່ຈະເຂົ້າມາຮ່ວມງານຫຼຸດລົງ, ສະນັ້ນ ແຂວງໄຊຍະບູລີຂອງພວກເຮົາຈຶ່ງໄດ້ ກໍານົດເອົາການຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ມາຈັດໃສ່ລະຫວ່າງວັນທີ 18-24 ກຸມພາ 2025. ສຳລັບການຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໃນປີ 2025 ນີ້ ຖືວ່າເປັນຄັ້ງທີ 18, ມີຊ້າງເຂົ້າຮ່ວມ 50 ໂຕ ຕາມຈໍານວນປີຄົບຮອບຂອງການສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ.

ປະກາດຮັບພະນັກງານ ເຂົ້າບັນຈຸໃນຕຳແໜ່ງວຽກ 04 ຕຳແໜ່ງ

ຂ່າວດີ! ທະນາຄານແຫ່ງ ສປປ ລາວ ປະກາດຮັບພະນັກງານ ເຂົ້າບັນຈຸໃນຕຳແໜ່ງວຽກ, ເຊີ່ງມີ 04 ຕຳແໜ່ງ ປະຈຳຢູ່ ກົມເຕັກໂນໂລຊີຂໍ້ມູນຂ່າວສານ ທະນາຄານແຫ່ງ ສປປ ລາວ ຄື: 1. ຕຳແໜ່ງວິຊາການພັດທະນາໂປຣແກຣມ ຈຳນວນ 2 ຕຳແໜ່ງ 2. ຕຳແໜ່ງວິຊາການຄຸ້ມຄອງລະບົບຖານຂໍ້ມູນ ຈຳນວນ 1 ຕຳແໜ່ງ 3. ຕຳແໜ່ງວິຊາການ IT Security Operations Officer ຈຳນວນ 1 ຕຳແໜ່ງ   ທ່ານໃຜມີຄຸນວຸດທິເໝາະສົມ ສາມາດໄປຍື່ນຄຳຮ້ອງໄດ້ເລີຍ (ເລີ່ມເປີດໃຫ້ຍື່ນຄຳຮ້ອງຕັ້ງແຕ່ມື້ນີ້ 27/1-14/2/2025 ໃນໂມງລັດຖະການ) ລາຍລະອຽດທ່ານສາມາດອ່ານໃນໜັງສືແຈ້ງ ຕິດຕໍ່ສອບຖາມທີ່ເບີໂທລະສັບ 020 56667447 ຫຼື 020 22407332

ຍຶດເບຍ steen ນຳເຂົ້າບໍ່ຖືກກົດໝາຍ ແລະ ບໍ່ຮູ້ທີ່ມາ 2.483 ແກັດ

ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານໃນວັນທີ 27 ມັງກອນ 2025 ນີ້ວ່າ: ໃນໄລຍະເທດສະການປີໃໝ່ສາກົນຜ່ານມາ, ຕາມການຕິດຕາມຂອງເຈົ້າໜ້າທີ່ການຄ້າ ແລະ ຕາມການສ່ອງແສງ ແລະ ຫາງສຽງຈາກສັງຄົມ ໃຫ້ຮູ້ວ່າ: ໄດ້ມີການໂຄສະນາຂາຍ ແລະ ນຳເຂົ້າສິນຄ້າປະເພດ ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າອື່ນໆ ຈາກຕ່າງປະເທດມາຈຳໜ່າຍຢູ່ພາຍໃນປະເທດ ທີ່ບໍ່ຖືກຕ້ອງຕາມລະບຽບການ ເຊັ່ນ: ບໍ່ຕິດສະແຕັມພາສີ, ບໍ່ຕິດສະຫຼາກສິນຄ້າເປັນພາສາລາວ ແລະ ບໍ່ມີເອກະສານຢັ້ງຢືນທີ່ມາ ຫລື ກ່ຽວກັບສິນຄ້າ ເຊິ່ງອາດຈະເປັນສິນຄ້າປອມແປງລອກຮຽນແບບ ຖ້າມີການບໍລິໂພກອາດຈະເປັນອັນຕະລາຍຕໍ່ກັບສຸຂະພາບຂອງຜູ້ຊົມໃຊ້.   ທາງດ້ານເຈົ້າໜ້າທີ່ກໍພົບເຫັນວ່າ: ມີການລັກລອບນຳເຂົ້າໂດຍຊຸກເຊື່ອງມາຕາມລົດຂົນສົ່ງສິນຄ້າ ແລະ ລົດໂດຍສານລະຫວ່າງປະເທດ ຜ່ານມາສາມາດຍຶດເບຍ ໄດ້ຈຳນວນ 2.483 ແກັດ ແລະ ໄດ້ດໍາເນີນຄະດີຕໍ່ກັບເຈົ້າຂອງສິນຄ້າຕາມກົດໝາຍ.  

ຖໍ້າຜາຫຼວງ ຈະຖືກສ້າງເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດຂອງແຂວງສະຫວັນນະເຂດ

ໃນວັນທີ 26 ມັງກອນ 2025 ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດພ້ອມດ້ວຍທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີໄດ້ເດີນທາງໄປສຳຫຼວດຖໍ້າຜາຫຼວງ ບ້ານຕໍເຮືອ ເມືອງວິລະບູລີ ເຊິ່ງເປັນຖໍ້າຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດຄັ້ງທໍາອິດ. ພາຍຫຼັງການສຳຫຼວດ,ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ກ່າວວ່າ: ສະແດງຄວາມພາກພູມໃຈຕໍ່ການຢ້ຽມຢາມສະຖານທີ່ແຫ່ງນີ້, ເຊິ່ງເປັນສະຖານທີ່ມີຄວາມຫມາຍຄວາມສຳຄັນຕໍ່ປະຫວັດສາດຂອງແຂວງ,ໃນຕໍ່ໜ້າຖໍ້າແຫ່ງນີ້ ຈະສ້າງໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດເພື່ອໃຫ້ປະຊາຊົນລາວກໍຄືຊາວແຂວງສະຫວັນນະເຂດຮຸ່ນໜຸ່ມກໍຄືຮຸ່ນຕໍ່ໆໄປໃຫ້ສາມາດເຂົ້າມາຮຽນຮູ້ເຖິງມູນເຊື້ອປະຫວັດສາດການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງ ທີ1ອົງຄະນະພັກແຂວງ ຈົນຮອດປັດຈຸບັນກໍຄືການສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີຈະໝູນວຽນມາໃນໄວໆນີ້. ໂອກາດດຽວກັນທ່ານເຈົ້າແຂວງ ກໍໄດ້ພົບປະປະຊາຊົນບ້ານຕໍເຮືອ ແລະ ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນຫ້າມຕັດໄມ້ທໍາລາຍປ່າ,ພ້ອມທັງໃຫ້ສົ່ງເສີມລູກຫຼານຂອງຕົນໃຫ້ໄດ້ເຂົ້າໂຮງຮຽນ. ຈາກນັ້ນທ່ານເຈົ້າແຂວງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈໍານວນໜຶ່ງໃຫ້ກັບປະຊາຊົນບ້ານຕໍເຮືອນ. ຕອນບ່າຍຂອງວັນດຽວກັນ ທ່ານເຈົ້າແຂວງພ້ອມຄະນະ ແລະ ຄະນະນໍາຂອງເມືອງກໍໄດ້ໄປຢ້ຽມຢາມ ຖໍ້າຜາໂລຍ ບ້ານດົງບັງ ເມືອງວິລະບູລີ (ຖໍ້າສາງຢາຜາໂລຍ) ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈໍານວນໜຶ່ງໃຫ້ກັບປະຊາຊົນບ້ານດົງບັງ. Cr: Lao National Radio

ເຂດພັດທະນາກວມລວມໄຊເສດຖາ ດຶງດູດການລົງທຶນໄດ້ 155 ບໍລິສັດ

ທ່ານ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະ ຄອນຫຼວງວຽງຈັນ ໃຫ້ຮູ້ໃນໂອກາດທີ່ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ, ນະ ຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ ວ່າ: ນັບແຕ່ສ້າງຕັ້ງຈົນເຖິງປັດຈຸບັນສາມາດດຶງດູດການລົງທຶນຈາກພາຍ ໃນ ແລະ ຕ່າງ ປະເທດ ໄດ້ທັງໝົດ 155 ບໍລິສັດ (ຕ່າງປະເທດ 128 ບໍລິສັດ, ພາຍໃນ 19 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະ ເທດ 8 ບໍລິສັດ), ມີທຶນທັງໝົດ 2.8 ຕື້ກວ່າໂດລາ, ມີທຶນຈົດທະບຽນ 595 ລ້ານກວ່າໂດລາ ແລະ ມີການລົງທຶນຕົວຈິງໄປແລ້ວ 2.3 ຕື້ກວ່າໂດລາ, ສາມາດປະຕິບັດພັນທະເຂົ້າງົບປະມານຂອງລັດໄດ້ 262 ຕື້ກວ່າກີບ, ການນຳເຂົ້າສິນຄ້າມີມູນຄ່າ 4.2 ຕື້ກວ່າໂດລາ ແລະ ສົ່ງອອກສິນຄ້າມີມູນຄ່າ 599 ລ້ານກວ່າໂດລາ. ສະເພາະປີ 2024 ມີບໍລິສັດສ້າງຕັ້ງໃໝ່ 25 ບໍລິສັດ, […]