ທິດທາງແຜນການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ປີ 2024

ປີ 2024 ນີ້, ກະຊວງ ອຄ ໄດ້ກໍານົດທິດທາງ ພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໂດຍວາງບັນດາໂຕເລກຄາດໝາຍສູ້ຊົນຕົ້ນຕໍຄື: ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນ ໃຫ້ບັນລຸ 17.990,10 ຕື້ກີບ; ດ້ານການຄ້າພາຍໃນ: ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ຄາດຄະເນ ໃຫ້ບັນລຸ 91.375,00 ຕື້ກີບ, ດ້ານການຄ້າຕ່າງປະເທດ: ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸ 16.010,09 ລ້ານໂດລາ, ໃນນັ້ນ, ມູນຄ່າການສົ່ງອອກ 8.724,33 ລ້ານໂດລາ ແລະ ມູນຄ່າການນໍາເຂົ້າ 7.285,76 ລ້ານໂດລາ. ສໍາລັບ ແຜນງານການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ ກະຊວງ ອຄ ຈະຈັດກອງປະຊຸມປິ່ນອ້ອມ ການເປັນປະທານອາຊຽນ ປີ […]

ປີ 2023 ຂະແໜງການອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ຂະຫຍາຍຕົວ 5-17%

ທ່າມກາງຄວາມຝືດເຄືອງ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ ປີ 2023  ທີ່ຜ່ານມາ ຂະແໜງການ ອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍມີການຂະຫຍາຍຕົວຕັ້ງແຕ່ 2,1% ໄປຮອດ 17,75%. ມູນ​ຄ່າ​ການຜະລິດ​ອຸດສາຫະກໍາ​ປຸງ​ແຕ່ງ​ ປີ 2023 ແມ່ນສາມາດ​ປະຕິບັດໄດ້ 14.531  ຕື້ກີບ,​ ເມື່ອທຽບໃສ່​ໄລຍະ​ດຽວກັນ​ຂອງປີ​ຜ່ານ​ມາ​ເຫັນ​ວ່າ​ມີອັດຕາເພີ່ມຂຶ້ນ 10%. ໃນປີ 2022 ​ມີມູນຄ່າ 13.210 ຕື້ກີບ. ອີງຕາມຂໍ້ມູນຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຜະລິດ​ອຸດສາຫະກໍາ​ປຸງ​ແຕ່ງ​ ປີ 2023 ປະເພດສິນຄ້າທີ່ມີມູນຄ່າຫຼາຍທີ່ສຸດແມ່ນໄດ້ແກ່ ປະເພດ ສະບຽງອາຫານ ມູນຄ່າ 3.403 ຕື້ກີບ, ປະເພດ ເຄື່ອງດື່ມ 2.426 ຕື້ກີບ, ເຄື່ອງນຸ່ງຫົ່ມ 1.809 ຕື້ກີບ, ເຈ້ຍ ແລະ ຜະລິດຕະພັນເຈ້ຍ 1.168 […]

ຂ່າວດີ ເປີດຂາຍປີ້ລົດໄຟລາວ-ຈີນ ລ່ວງໜ້າ 7 ວັນເນື່ອງໃນເທດສະການປີໃໝ່ລາວ

ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວໃນການເດີນທາງໄລຍະເທດສະການປີໃໝ່ລາວທີ່ຈະມາເຖິງ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເປີດຂາຍປີ້ລົດໄຟລ່ວງໜ້າເຖິງ 7 ວັນ ສຳລັບປີ້ວັນທີ 14-22 ເມສາ 2024. ນອກຈາກນີ້, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍັງເປີດນຳໃຊ້ລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ໃນລະຫວ່າງວັນທີ 12-19 ເມສາ 2024 ສໍາລັບຖ້ຽວ C92/1 ແລະ C84/3 ໄປ-ກັບ ນະຄອນຫຼວງວຽງຈັນ-ຫຼວງພະບາງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ໂດຍສານຈຳນວນຫຼວງຫຼາຍ ໃນການເດີນທາງລະຫວ່າງສອງສະຖານີນີ້. ພ້ອມດຽວກັນນັ້ນ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ປັບຕາຕະລາງເດີນລົດບາງສະຖານີ ເພື່ອອຳນວຍຄວາມສະດວກໃນການເດີນທາງຂອງຜູ້ໂດຍສານຫຼາຍຂຶ້ນ. ລາຍລະອຽດຕາຕະລາງເດີນລົດ ເບິ່ງຕາມຕາຕະລາງ. ທີ່ມາ: ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ

ນາຍົກ ແນະນຳໃຫ້ຈຳປາສັກ ເພີ່ມບໍລິການ ສາຍການບິນ ດຶງດູດການລົງທຶນ ແລະ ການທ່ອງທ່ຽວ

ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແນະນຳໃຫ້ ອຳນາດການປົກຄອງແຂວງ ຈຳປາສັກ ເປີດບໍລິການສາຍການບິນເພີ່ມ ເພື່ອອໍານວຍຄວາມສະດວກ, ດຶງດູດການລົງທຶນ, ດຶງດູດການທ່ອງທ່ຽວ ແລະ ອື່ນໆ. ຄຳເຫັນດັ່ງກ່າວມີຂຶ້ນເມື່ອບໍ່ດົນມານີ້ ໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມຊຸກຍູ້ ແລະ ຊີ້ນຳວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໂດຍມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ. ອີງຕາມຂໍ້ມູນຈາກ ເວັບໄຊ ການບິນລາວ, ປັດຈຸບັນ ຖ້ຽວບິນວຽງຈັນ-ປາກເຊ ມີ 2 ຖ້ຽວຕໍ່ມື້ ແລະ ມີ 3​ຖ້ຽວຕໍ່ມື້ ສຳລັບວັນ ວັນອັງຄານ, ວັນພະຫັດ ແລະ ວັນເສົາ, ຖ້ຽວບິນຈາກ ຫຼວງພະບາງ-ປາກເຊ ອີກ […]

ລັດວິສາຫະກິດ ຖືຮຸ້ນລາວ ສ້າງລາຍຮັບກວ່າ 50,51 ລ້ານໂດລາ ຈາກ 4 ໂຄງການ ຜະລິດພະລັງງານໄຟຟ້າ

ໃນປີ 2023 ລັດວິສາຫະກິດ ຖືຮຸ້ນລາວ ສ້າງລາຍຮັບກວ່າ 50,51 ລ້ານໂດລາ ຈາກການຖືຮຸ້ນ 4 ໂຄງການ ຜະລິດພະລັງງານໄຟຟ້າ, ມີຜົນກໍາໄລທາງການບັນຊີ 21,86 ລ້ານໂດລາ,ໄດ້ຊຳລະຕົ້ນທຶນ-ດອກເບັ້ຍໃຫ້ກະຊວງການເງິນ ແລະ ທະນາຄານທຸລະກິດພາຍໃນປະເທດຕາມສັນຍາ ແລະ ປະຕິບັດພັນທະອາກອນ 5,51 ລ້ານໂດລາສະຫະລັດ. ໃນວັນທີ 26 ມີນາ 2024 ນີ້, ທີ່ຫໍປະຊຸມແຫ່ງຊາດ ລັດວິສາຫະກິດຖືຮຸ້ນລາວ ຫຼື ລຮລ, ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024, ໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ມີທ່ານ ມານະສິນ ວົງໄຊ ຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ ແລະ ບັນດາກົມກອງ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໂດຍໃນ 4 ໂຄງການທີ່ລັດວິສາຫະກິດຖືຮຸ້ນລາວຮ່ວມຖືຮຸ້ນໃນປັດຈຸບັນສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 19.688 ລ້ານກິໂລວັດໂມງ(kWh) ໃນນັ້ນ, ໂຄງການໄຟຟ້ານໍ້າເທີນ […]

ແຈ້ງປັບລາຄານ້ຳມັນລົງ 14/03/2024

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ປັບລົງລາຄານ້ຳມັນແອັດຊັງພິເສດ ແລະ ກາຊວນ, ສ່ວນລາຄານ້ຳມັນແອັດຊັງທໍາມະດາ ຍັງລາຄາເກົ່າ, ເລີ່ມປະຕິບັດ ມື້ອື່ນ ນັບແຕ່ເວລາ 06:00 ໂມງ.

ລາວ-ອົດສະຕຣາລີ ລົງນາມເຊັນສັນຍາ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທ່ານ ແອນໂທນີ ອານບານີຊີ (Anthony Albanese) ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ໄດ້ລົງນາມເຊັນສັນຍາ ຍົກລະດັບສາຍພົວພັນ ລະຫວ່າງ ອົດສະຕຣາລີ ແລະ ລາວ ໃຫ້ເປັນ ຄູ່ຮ່ວມມືຮອບດ້ານ. ການລົງນາມດັ່ງກ່າວ ມີຂຶ້ນ ໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ, ໃນລະຫວ່າງວັນທີ 4-7 ມີນາ 2024. ທ່ານນາຍົກລັດຖະມົນຕີ ແອນໂທນີ ອານບານີຊີ ກ່າວ​ວ່າ: “ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ອັນ​ສຳຄັນ​ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ພວກ​ເຮົາ​ທີ່​ຈະ​ນຳ​ເອົາ​ອົດ​ສະ​ຕຣາ​ລີ ​ແລະ ສປປ ລາວ ​ເຂົ້າ​ໃກ້​ກັນໃຫ້​ຫຼາຍຂຶ້ນ​ກວ່າ​ເກົ່າ”. ທ່ານ ແອນໂທນີ ອານບາຊີນີ […]

​ໂອ​ກາດ​ຂອງ​ຈີນ ທີ່​ມີ​ຕໍ່​ການ​ພັດ​ທະ​ນາເສດ​ຖະ​ກິດ​​ໂລກ

ຈີນ ຫຼັງ​ຈາກ​ທີ່​ມີ​ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ຫຼາຍ​ປີ, ພວມ​ກ້າວ​ໄປ​ສູ່​ການ​ພັດ​ທະ​ນາເສດ​ຖະ​ກິດ​ ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ການ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ​ໃຫ້​ທັນ​ສະ​ໄໝ​ດີກວ່າ​ເກົ່າ. ຄົນ​ທັງ​ຫຼາຍ​ໄດ້​ຮັບ​ຮູ້​ເຖິງ​ໂອ​ກາດ​ຂອງ​ຈີນ ທີ່​ມີ​ຕໍ່​ການ​ພັດ​ທະ​ນາເສດ​ຖະ​ກິດ​​ໂລກ. ເປົ້າໝາຍ​ການ​ເຕີບ​ໂຕ​ດ້ານ ​ລວມຍອດ​ຜະ​ລິດ​ຕະ​ພັນພາຍ​ໃນ ຫຼື GDP ຂອງ​ຈີນ​ໃນ​ປີ 2024 ໃຫ້​ຢູ່​ໃນ​ລະ​ດັບ​ປະ​ມານ 5% ໄດ້​ຖືກ​ເປີດ​ເຜີຍໃນ​ກອງປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ ສະ​ພາ​ເປິກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຫຼື ເອີ້ນ​ວ່າ ກອງ​ປະ​ຊຸມ​ສອງ​ສະ​ພາ, ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ແຕ່​ວັນ​ທີ 4 ຫາ 11 ເດືອນ​ມີ​ນານີ້.   ​ ໃນກອງປະຊຸມສອງສະພາປີນີ້, ເນື້ອໃນບົດລາຍງານວຽກງານຂອງລັດຖະບານຈີນລະບຸວ່າ, ເປົ້າໝາຍຕົ້ນຕໍດ້ານການພັດທະນາຂອງຈີນໃນປີນີ້ ຄື GDP ​ໃຫ້​ຢູ່​ໃນ​ລະ​ດັບປະມານ 5%; ຈຳນວນຜູ້ປະກອບອາຊີບໃນຕົວເມືອງເພີ່ມຂຶ້ນຫຼາຍກວ່າ 12 ລ້ານຄົນ, ອັດຕາຫວ່າງງານຕາມການສຳຫຼວດໃນຕົວເມືອງຢູ່ໃນປະມານ 5,5%; ລາຄາສິນຄ້າບໍລິໂພກຂອງພົນລະເມືອງເພີ່ມຂຶ້ນປະມານ 3%; ຈັງຫວະການເຕີບໂຕດ້ານລາຍຮັບຂອງພົນລະເມືອງໃຫ້ໄປຄວບຄູ່ກັບການເຕີບໂຕດ້ານເສດຖະກິດ; ລາຍຮັບລາຍຈາຍສາກົນຮັກສາຄວາມດຸ່ນດ່ຽງໂດຍພື້ນຖານ; ປະລິມານຜົນຜະລິດສະບຽງອາຫານມີຫຼາຍກວ່າ 650 ລ້ານໂຕນ ແລະ ຄຸນນະພາບຂອງສິ່ງແວດລ້ອມນິເວດໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ. ໃນປີ 2023 ​ຜ່ານ​ມາ, ເສດຖະກິດຈີນໄດ້ຟື້ນຕົວດີຂຶ້ນໂດຍລວມ, GDP […]

ຍີ່ປຸ່ນ ສົ່ງເສີມກະສິກອນສວນກາເຟ ຢູ່ 8 ບ້ານ ໃນເມືອງໂພນໄຊ ແລະ ເມືອງວຽງຄຳ

ລັດຖະບານຍີ່ປຸ່ນ ໃຫ້ທຶນສະໜັບສະໜູນໂຄງການສ້າງການຄ້ຳປະກັນສະບຽງອາຫານໃຫ້ຊາວກະສິກອນ ແລະ ເຊື່ອມໂຍງທາງດ້ານເສດຖະກິດ ກັບຍີ່ປຸ່ນ (COFFEE-JAPAN) ປະມານ 1 ລ້ານໂດລາສະຫະລັດ ຊຶ່ງໂຄງການນີ້ ແນໃສ່ການສົ່ງເສີມກະສິກອນສວນກາເຟ ຢູ່ 8 ບ້ານ ໃນເມືອງໂພນໄຊ ແລະ ເມືອງວຽງຄຳ ແຂວງຫຼວງພະບາງ ໃນໄລຍະເວລາ 30 ເດືອນ, ພ້ອມທັງຊຸກຍູ້ຄວາມພະຍາຍາມໃນການຜະລິດ, ການຕະຫຼາດ, ສົ່ງເສີມການເຂົ້າເຖິງ ແລະ ຄວາມເຂົ້າໃຈ ກ່ຽວກັບດ້ານໂພຊະນາການທີ່ຈໍາເປັນ ເຊິ່ງກາເຟທີ່ຜະລິດໄດ້ແມ່ນຈະສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ. ທ່ານ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ໄດ້ກ່າວວ່າ: ກາເຟ ເປັນພືດທີ່ມີທ່າແຮງສູງ ໃນການສ້າງໂອກາດທາງເສດຖະກິດໃຫ້ປະຊາຊົນ. ແຕ່ກາເຟທີ່ມີຄຸນນະພາບສູງເພື່ອສາມາດສົ່ງອອກສູ່ຕະຫຼາດສາກົນແມ່ນຍັງຂາດແຄນ ເນື່ອງຈາກກະສິກອນຢູ່ເຂດພາກເໜືອຂອງປະເທດລາວ ຍັງມີທັກສະທີ່ຈຳກັດ ໃນການປູກກາເຟ ທີ່ມີຄຸນນະພາບຕາມຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດສາກົນ. ການສະໜັບສະໜູນຈາກປະເທດຍີ່ປຸ່ນ ແລະ ການຮ່ວມມືຂອງຫຼາຍພາກສ່ວນໃນຄັ້ງນີ້ ຈະຊ່ວຍສ້າງລາຍຮັບໃຫ້ກະສິກອນສວນກາເຟ, ພ້ອມທັງຮັບປະກັນໃຫ້ເຂົາເຈົ້າໄດ້ຮຽນຮູ້ ກ່ຽວກັບໂພຊະນາການ ແລະ ເຂົ້າເຖິງອາຫານ ເພື່ອສຸຂະພາບຕື່ມອີກ. ທ່ານ ເຄນິຈິ ໂກບາຢາຊິ ເອກອັກຄະຣາຊະທູດຍີ່ປຸ່ນ […]

ສຳປະທານດິນ 3.000 ກວ່າເຮັກຕາ ປູກຫຍ້າ ແລະ ລ້ຽງງົວ ເພື່ອສົ່ງອອກ

ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ສຳປະທານທີ່ດິນລັດ 3.000 ກວ່າເຮັກຕາ ຢູ່ແຂວງ ບໍ່ແກ້ວ ເພື່ອປູກຫຍ້າ ແລະ ລ້ຽງງົວ ເພື່ອຕອບສະໜອງຄວາມຕ້ອງການຊີ້ນງົວຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໂດຍແນໃສ່ຕະຫຼາດຈີນເປັນຕະຫຼາດຫຼັກ. ອີງຕາມການລາຍງານຂອງ ໜັງສືພິມ ເສດຖະກິດ-ການຄ້າ, ທ່ານ ຄຳຝາຍ ສີລາຊາ ປະທານ ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ໃນນາມຜູ້ພັດທະນາປູກຝັງ ແລະ ລ້ຽງສັດຢູ່ແຂວງບໍ່ແກ້ວ ກ່າວວ່າ: ໂຄງການດັ່ງກ່າວ ເລີ່ມມາແຕ່ປີ 2021 ໄດ້ສຳປະທານດິນທັງໝົດ 5 ຕອນເນື້ອທີ່ລວມ 3.687 ເຮັກຕ້າ ຕັ້ງຢູ່ໃນເນື້ອທີ່ຂອງ 2 ເມືອງໃນແຂວງບໍ່ແກ້ວ, ເນື້ອທີ່ສ່ວນຫຼາຍແມ່ນເປັນເຂດພູດອຍ ສະຫຼັບກັບພູພຽງ ເໝາະສຳລັບການປູກຝັງລ້ຽງສັດ. ໂດຍໂຄງການດັ່ງກ່າວ ໄດ້ທົດລອງລ້ຽງງົວຢູ່ 4 ສາຍພັນ ປະກອບມີ: ສາຍພັນ ແອັງກາສ ວາກິວ ນຳເຂົ້າຈາກ ອົດສະເຕເລຍ […]