2
ສຳປະທານດິນ 3.000 ກວ່າເຮັກຕາ ປູກຫຍ້າ ແລະ ລ້ຽງງົວ ເພື່ອສົ່ງອອກ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 22 ເດືອນກຸມພາ, 2024

ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ສຳປະທານທີ່ດິນລັດ 3.000 ກວ່າເຮັກຕາ ຢູ່ແຂວງ ບໍ່ແກ້ວ ເພື່ອປູກຫຍ້າ ແລະ ລ້ຽງງົວ ເພື່ອຕອບສະໜອງຄວາມຕ້ອງການຊີ້ນງົວຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໂດຍແນໃສ່ຕະຫຼາດຈີນເປັນຕະຫຼາດຫຼັກ.

ອີງຕາມການລາຍງານຂອງ ໜັງສືພິມ ເສດຖະກິດ-ການຄ້າ, ທ່ານ ຄຳຝາຍ ສີລາຊາ ປະທານ ກຸ່ມບໍລິສັດ ດວງຈະເລີນ ກໍ່ສ້າງ ຈຳກັດ ໃນນາມຜູ້ພັດທະນາປູກຝັງ ແລະ ລ້ຽງສັດຢູ່ແຂວງບໍ່ແກ້ວ ກ່າວວ່າ: ໂຄງການດັ່ງກ່າວ ເລີ່ມມາແຕ່ປີ 2021 ໄດ້ສຳປະທານດິນທັງໝົດ 5 ຕອນເນື້ອທີ່ລວມ 3.687 ເຮັກຕ້າ ຕັ້ງຢູ່ໃນເນື້ອທີ່ຂອງ 2 ເມືອງໃນແຂວງບໍ່ແກ້ວ, ເນື້ອທີ່ສ່ວນຫຼາຍແມ່ນເປັນເຂດພູດອຍ ສະຫຼັບກັບພູພຽງ ເໝາະສຳລັບການປູກຝັງລ້ຽງສັດ.

ໂດຍໂຄງການດັ່ງກ່າວ ໄດ້ທົດລອງລ້ຽງງົວຢູ່ 4 ສາຍພັນ ປະກອບມີ: ສາຍພັນ ແອັງກາສ ວາກິວ ນຳເຂົ້າຈາກ ອົດສະເຕເລຍ ຈຳນວນ 450 ໂຕ, ສາຍພັນ ບຣາມັນ ນຳເຂົ້າຈາກປະເທດ ໄທ 370 ໂຕ, ສາຍພັນ ລູກປະສົມ ບຣາມັນ ແລະ ສາຍພັນງົວລາດພື້ນເມືອງລາວ ຈໍານວນ 2.000 ໂຕ ລວມທັງໝົດ 3.620 ໂຕ ມາຮອດປັດຈຸບັນ ທາງບໍລິສັດ ສາມາດນຳຜະລິດຕະພັນຈາກງົວໃນຟາມອອກຈຳໜ່າຍໄປຕ່າງປະເທດໄດ້ແລ້ວ 1.000 ກວ່າໂຕ.

ທ່ານ ຄຳຝາຍ ສີລາຊາ ກ່າວຕື່ມອີກວ່າ: ທິດທາງການຈຳໜ່າຍງົວອອກໄປທັງພາຍໃນ ແລະ ຕ່າງປະເທດ ຕາມແຜນຂອງບໍລິສັດ ການຈຳໜ່າຍງົວ ສາຍພັນ ແອັງກາສ ວາກິວ ແມ່ນຈະຂາຍໃຫ້ຕະຫຼາດລາວ ແລະ ສົ່ງອອກປະເທດໄທ, ສ່ວນສາຍພັນ ບຣາມັນ ຂາຍໃນຕະຫຼາດລາວ ແລະ ຈີນ, ສາຍພັນງົວລາດພື້ນເມືອງລາວ ຂາຍໃນຕະຫຼາດລາວ ແລະ ສົ່ງອອກຫວຽດນາມ.

ແຕ່ຢ່າງໃດກໍຕາມ ການນຳສົ່ງອອກສິນຄ້າ ໂດຍສະເພາະ ງົວ ໄປຕ່າງປະເທດ ກໍຍັງມີຄວາມຫຍຸ້ງຍາກ ແລະ ທ້າທາຍຢູ່. ໂດຍທ່ານ ຄຳຜາຍ ກ່າວວ່າ: ກ່ອນຈະນຳງົວອອກໄປຕ່າງປະເທດ ຕ້ອງປະຕິບັດຕາມຫຼາຍຂັ້ນຕອນ ຜ່ານສູນກັກກັນ ຜ່ານສູນກວດກາ ຕ້ອງໃຊ້ເວລາກວ່າ 75 ວັນ ຈຶ່ງຈະສາມາດຂາຍງົວອອກໄປຕ່າງປະເທດໄດ້.

ນອກຈາກນີ້, ການລ້ຽງງົວບາງສາຍພັນຍັງລ້ຽງຍາກ ໃຊ້ງົບປະມານສູງ ການປັບຕົວຂອງງົວບາງສາຍພັນ ໃຫ້ເຂົ້າກັບສະພາບອາກາດໃນທ້ອງຖິ່ນທີ່ຕ້ອງໃຊ້ເວລາ ແລະ ມັກເຮັດໃຫ້ງົວເຈັບໄຂ້ໄດ້ງ່າຍ ທາງບໍລິສັດ ຈຶ່ງຢາກສະເໜີໃຫ້ພາກລັດ ພິຈາລະນາ ຈັດສັນແຫຼ່ງທຶນ ໃຫ້ພາກທຸລະກິດ ໄດ້ມີທຶນໝຸນວຽນໃນຕໍ່ໜ້າ ເພື່ອສົ່ງເສີມການກະສິກຳ ໃນປະເທດໄດ້ປະສິດທິຜົນເຕັມທີ່ ແລະ ເຮັດໃຫ້ປະຊາຊົນມີວຽກເຮັດງານທຳຫຼາຍຂຶ້ນ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ