ເປີດນຳໃຊ້ຢ່າງເປັນທາງການ ສະໜາມບິນສາກົນບໍ່ແກ້ວ

ສະໜາມບິນສາກົນບໍ່ແກ້ວໄດ້ເປີດບໍລິການ ຢ່າງເປັນທາງການແລ້ວໃນຕອນເຊົ້າຂອງວັນທີ 5 ກຸມພາ 2024 ນີ້ ພາຍຫຼັງລົງມືກໍ່ສ້າງເປັນເວລາ 3 ປີ ນັບແຕ່ປີ 2020 ດ້ວຍມູນຄ່າ 225 ລ້ານກວ່າໂດລາສະຫະລັດ, ຊຶ່ງສາມາດຮອງຮັບຜູ້ໂດຍສານໄດ້ 600 ກວ່າຄົນຕໍ່ວັນ ຖືເປັນສະໜາມບິນໃຫຍ່ອັນດັບທີ 3 ຂອງ ສປປ ລາວ ຮອງຈາກສະໜາມບິນສາກົນວັດໄຕ ແລະ ຫຼວງພະບາງ. ພິທີເປີດນໍາໃຊ້ສະຫນາມບິນສາກົນແຂວງບໍ່ແກ້ວໄດ້ຈັດຂຶ້ນຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາໃນເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ,ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ່າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ, ມີບັນດາຄະນະນໍາຂັ້ນສູງ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ໄດ້ວ່າ: ໂຄງກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ […]

ການຄ້າເດືອນທັນວາ ບັນລຸ 1.235 ລ້ານໂດລາສະຫະລັດ

ອີງຕາມຂໍ້ມູນລາຍງານຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງລາວ ໃຫ້ຮູ້ວ່າ ຕົວເລກການຄ້າລາວໃນເດືອນທັນວາ 2023 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ທັງໝົດປະມານ 1.235 ລ້ານໂດລາສະຫະລັດ. ສິນຄ້າສົ່ງອອກທັງໝົດ ປະມານ 531,3 ລ້ານໂດລາສະຫະລັດ ແລະ ມູນຄ່ານຳເຂົ້າແມ່ນ 703,6 ລ້ານໂດລາ ໂດຍໃນເດືອນທັນວາລາວເຮົາຂາດດູນການຄ້າກັບຕ່າງປະເທດ 172,3 ລ້ານໂດລາ. ແຕ່ໃນຈຳນວນນີ້ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ. ໃນນີ້, ສິນຄ້າສົ່ງອອກຫຼັກ 10 ອັນດັບຂອງລາວປະກອບມີ: ຄໍາປະສົມ, ຄຳແທ່ງ 72,4 ລ້ານ ໂດລາສະຫະລັດ, ຢາງພາລາ 44,6 ລ້ານໂດລາສະຫະລັດ, ແຮ່ທອງ 38,5 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37,2 ລ້ານໂດລາສະຫະລັດ, ມັນຕົ້ນ 34,8 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 24,4 ລ້ານ ໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ ແລະ […]

ສະພາບການ ສະໜອງນ້ຳມັນ ເຊື້ອໄຟ ພາຍໃນ ສປປ ລາວ

ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ໄດ້ປະສານຫາບັນດາບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ເລັ່ງຈັດຫານ້ຳມັນຈາກແຫຼ່ງຕ່າງໆ ຈາກປະເທດໃກ້ຄຽງ ເຂົ້າມາສະໜອງໃຫ້ສັງຄົມຢ່າງພຽງພໍ ຫຼັງຈາກແຫຼ່ງສະໜອງສຳຄັນ ໄດ້ມີການປິດບາງສາຍການຜະລິດຊົ່ວຄາວກະທັນຫັນ ເພື່ອປັບປຸງການຜະລິດ. ສະມາຄົມນໍ້າມັນເຊື້ອໄຟແລະ ອາຍແກັດລາວລາຍງານວ່າ: ສປປ ລາວ ມີການຊົມໃຊ້ນ້ຳມັນເຊື້ອໄຟ ທີ່ມີທ່າອ່ຽງເພີ່ມຂຶ້ນຕະຫຼອດໄລຍະຫຼາຍປີຜ່ານມາ ຕາມອັດຕາການຂະຫຍາຍຕົວຂອງເສດຖະກິດ, ໃນປີ 2023 ມີການນໍາເຂົ້ານ້ຳມັນທັງໝົດ 1.654 ລ້ານລິດ ໃນນີ້ເປັນ ນໍ້າມັນ ກາຊວນ 1.259 ລ້ານ ລິດ, ແອັດຊັງ ທໍາມະດາ ຈໍານວນ 365 ລ້ານລິດ ແລະ ນໍ້າມັນປະເພດອື່ນໆ. ສະເລ່ຍການຊົມໃຊ້ແມ່ນ 135 ຫາ 140 ລ້ານລິດ/ເດືອນ; ໃນນີ້ ນ້ຳມັນແອັດຊັງ30ລ້ານລິດ/ເດືອນ ຫຼື 1 ລ້ານລິດ/ມື້ ແລະ ນ້ຳມັນກາຊວນ 105 ລ້ານລິດ/ເດືອນຫລື 3,5 […]

ປັບປຸງຂັ້ນຕອນການອອກ ໃບອະນຸຍາດດໍາເນີນທຸລະກິດ

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຄົບຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ (ຄັ້ງທີ 4) ໃນວັນທີ 22 ມັງກອນ 2024 ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ , ທັງເປັນ ຫົວໜ້າຄະນະປະສານງານ ກ່ຽວກັບການປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດ; ມີ ຮອງລັດຖະມົນຕີ, ບັນດາທ່ານຜູ້ຕາງໜ້າຈາກ ຫ້ອງການກະຊວງ ແລະ ບັນດາກົມທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດ ວຽກງານການປັບປຸງຂັ້ນຕອນ ອອກໃບອະນຸຍາດທຸລະກິດ ໃນປີ 2023 ແລະ ປຶກສາຫາລື ທິດທາງແຜນວຽກໃນຕໍ່ໜ້າ ໂດຍລົງເລິກແຜນແກ້ໄຂບັນຫາຂໍ້ຄົງຄ້າງ, ແຜນວຽກບູລິມະສິດ ແລະ ແນວທາງໃນການເຮັດວຽກຮ່ວມກັນໃນປີ 2024. ທ່ານ ນາງ ຈັນສຸກ ແສງຈັນ ກ່າວວ່າ: ໃນໄລຍະຜ່ານມາ ຂະແໜງການທີ່ກ່ຽວຂ້ອງ ມີຄວາມ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປັບປຸງຂັ້ນຕອນການອອກໃບອະນຸຍາດໃນຂະແໜງການຂອງຕົນ ເຊິ່ງເຫັນໄດ້ຄື ຫຼາຍຂະແໜງການໄດ້ມີການສະເໜີຕັດກິດຈະການຂອງຂະແໜງການຕົນອອກຈາກບັນຊີກິດຈະການຄວບຄຸມ, […]

ສະຫວັນນະເຂດ ເກັບລາຍຮັບໄດ້ລື່ນແຜນ 1.479,9 ຕື້ກວ່າກີບ

ປີ 2023 ພາສີປະຈຳແຂວງ ສະຫວັນນະເຂດ ເກັບລາຍຮັບເຂົ້າງົບປະມານໄດ້1.479,9ຕື້ກວ່າກີບ ລື່ນແຜນ 34,54% ທຽບໃສ່ສົກປີ 2022 ຜ່ານມາ ເພີ່ມຂຶ້ນ 27,45%. ສ່ວນແຜນການປີ2024 ແມ່ນ1.517ຕື້ກວ່າກີບ. ພາສີປະຈຳແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈຳປີ 2023 ແລະກຳນົດທິດທາງແຜນການປີ 2024 ຂຶ້ນໃນວັນທີ 17 ມັງກອນ 2024 ໂດຍການເປັນປະທານຂອງທ່ານ ພົມມະຈັກ ສີພັນດອນ ຫົວໜ້າພາສີປະຈຳແຂວງ ແລະທ່ານ ສົມຫວັງ ສົມຈິນດາ ຮອງຫົວໜ້າພາສີປະຈຳແຂວງ; ມີຄະນະນຳ ແລະພະນັກງານພາສີດ່ານພາສີສາກົນຂົວມິດຕະພາບ 2, ດ່ານພາສີສາກົນແດນສະຫວັນ, ດ່ານພາສີຊາຍແດນ, ຫ້ອງການພາສີປະຈຳເຂດເສດຖະກິດພິເສດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ພົມມະຈັກ ສີພັນດອນ ກ່າວວ່າ: ການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2023 ຂອງຂະແໜງພາສີ ແມ່ນເປັນປີທີ່ພົບຄວາມຍຸ້ງຍາກຫຼາຍປະການ ໃນເງື່ອນໄຂສະພາບການຂອງພາກພື້ນ ແລະ ສາກົນທີ່ມີການຜັນແປໄປຢ່າງສັບສົນ ແລະຄາດເດົາໄດ້ຍາກ, ບັນຫາໄພເງິນເຟີ້, ສິນຄ້າລາຄາແພງ, ຄົນຫວ່າງງານ, ໄພທຳມະຊາດ ແລະບັນຫາອື່ນໆ […]

ສຶກສາຄວາມເປັນໄປໄດ້ ໂຄງການໄຟຟ້າພະລັງງານຄູ່ຖ່ານຫີນ ແລະ ຊີວະມວນ

ບໍລິສັດ ອາຊີ-ໂປຕາສ ສາກົນ ແລະ ລັດຖະບານລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມມືໂຄງການພະລັງງານແບບປະສົມ, ສ້າງສູນພະລັງງານໃນພາກພື້ນ ແລະ ເສີມຄວາມສາມາດແກ່ການພັດທະນາເສດຖະກິດ-ສັງຄົມ. ໃນວັນທີ 27 ທັນວາ 2023 ຜ່ານມາ, ບໍລິສັດອາຊີ-ໂປຕາສ ສາກົນ ແລະ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫລວດຄວາມເປັນໄປໄດ້ໃນການພັດທະນາ “ໂຄງການໄຟຟ້າພະລັງງານຄູ່ຖ່ານຫີນ ແລະ ຊີວະມວນຂະໜາດ 300 ເມກາວັດ ແລະ ໂຄງການໄຟຟ້າພະລັງງານແສງຕາເວັນຂະໜາດ 30 ເມກາວັດ” ເຊິ່ງເປັນນິມິດໝາຍຂອງການຈັດຕັ້ງປະຕິບັດ ໂຄງການຮັບປະກັນຄວາມໝັ້ນຄົງດ້ານພະລັງງານທີ່ສໍາຄັນຢ່າງເປັນທາງການ ພາຍໃຕ້ຄວາມເອົາໃຈໃສ່ຂອງລັດຖະບານ ແລະ ວິສາຫະກິດ ເພື່ອຊຸກຍູ້ “ນິຄົມອຸດສາຫະກໍາໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນຢູ່ແຂວງຄໍາມ່ວນ”. ອີງຕາມບົດບັນທຶກສະບັບນີ້, ບໍລິສັດ ຈະສ້າງໂຄງການພະລັງງານໄຟຟ້າ ແບບປະສົມຄົບວົງຈອນດຽວ ທີ່ປະກອບດ້ວຍຕາໜ່າງການໂຫລດ, ການຈັດເກັບພະລັງງານທີ່ສະອາດ, ກາກບອນຕໍ່າແລະ ເປັນມິດກັບສິ່ງແວດລ້ອມ ຢູ່ໃນນິຄົມອຸດສາຫະກຳໝູນວຽນອັດສະລິຍະອາຊີ-ໂປຕາສ ສາກົນຢູ່ແຂວງຄໍາມ່ວນ ສປປ ລາວ ເພື່ອສະໜອງພະລັງງານໄຟຟ້າ ແລະ ພະລັງງານຄວາມຮ້ອນ ທີ່ໜ້າເຊື່ອຖື, ມີຄວາມສະຖຽນ ແລະ ພຽງພໍ ໃຫ້ແກ່ການພັດທະນາອຸດສາຫະກຳທ້ອງຖິ່ນ. ນອກນີ້, ຍັງເປັນມາດຕະການທີ່ເຂັ້ມແຂງ ເພື່ອເສີມຂະຫຍາຍການສະໜອງໄຟຟ້າຢູ່ພາກກາງຂອງລາວ ຢ່າງມີປະສິດທິຜົນ ແລະ ເສີມຂະຫຍາຍຂໍ້ໄດ້ປຽບໃນການພັດທະນາຂອງລາວ. ຮ່ວມລົງນາມໃນຄັ້ງນີ້, ມີ ທ່ານ Tong Yongheng ຮອງຜູ້ອຳນວຍການໃຫຍ່ຂອງບໍລິສັດ ອາຊີ-ໂປຕາສສາກົນ, ຜູ້ຊີ້ນໍາລວມຂອງ ບໍລິສັດຊີໂນ-ອາກຣີໂປຕາສຈໍາກັດ […]

ຢີ່ປຸ່ນອີກແລ້ວ! ສາວຖືມີດເຂົ້າໄປໃນສະຖານີລົດໄຟເມືອງໂຕກຽວ ມີ 4 ຄົນໄດ້ຮັບ

ວັນ​ທີ 3 ທັນ​ວາ 2024, ນັກ​ຂ່າວ​ NHK ໄດ້ລາຍ​ງານ​ວ່າ ເວລາ 23:00 ​ໂມງຕາມ​ເວລາ​ທ້ອງ​ຖິ່ນ​ຂອງ​ຍີ່​ປຸ່ນ ໄດ້ເກີດເຫດການຍິງສາວຄົນໜຶ່ງ ຖືມີດແກ່ວງໄປມາ ທີ່ສະ​ຖາ​ນີລົດໄຟ ເຈອາ ອາກິຮາບາຣະ ໃນນະຄອນ​ໂຕ​ກຽວ ສົ່ງຜົນໃຫ້ມີຜູ້ບາດເຈັບ 4 ຄົນ ແລະ ນຳທັງໝົດນຳສົ່ງໄປໂຮງໝໍແລ້ວ. ໂດຍມີລາຍງານວ່າ ​ເຈົ້າ​ໜ້າ​ທີ່​ສາມາດ​ຈັບ​ກຸມຕົວຍິງວສາວ​ຜູ້ຖືມີດ​ນັ້ນ​ໄດ້ ​ແລະ ​ກຳລັງ​ສືບສວນ​ເຫດການ​ດັ່ງກ່າວ​ຢ່າງ​ລະອຽດ​ເພື່ອ​ຊອກ​ຫາ​ສາເຫດ​ທີ່​ເກີດ​ຂຶ້ນ ໃນຂະນະດຽວກັນ, ໃນໂລກອອນລາຍ, ໄດ້ມີການເຜີຍແຜ່ຄລິບນາທີທີ່ຕຳຫຼວດໄດ້ເຂົ້າຄວບຄຸມຕົວຜູ້ກະທຳຜິດຢູ່ເທິງລົດໄຟໄຟຟ້າ. なんか秋葉原駅の山手線の車内で包丁振り回したらしい、、、怪我人も出てるし、、、犯人女だったし、、、ホストか何かなのかな?? pic.twitter.com/APGnMSqzH2 — ŧ‹”ŧ‹”ŧ‹”ŧ‹”ハルクンŧ‹”ŧ‹”ŧ‹”ŧ‹” (@hahanoruru) January 3, 2024

ປີ 2023 ມີບໍລິສັດເຂົ້າໄປລົງທຶນແລ້ວ 170 ກວ່າບໍລິສັດ ໃນເຂດເສດຖະກິດພິເສດຢູ່ລາວ

ໃນຫຼາຍປີນມານີ້ ການພັດທະນາໃນແຕ່ລະເຂດເສດຖະກິດພິເສດແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າແກ່ການພັດທະນາ ສປປ ລາວ ບໍ່ວ່າໃນພາບລວມທາງເສດຖະກິດຂອງຊາດກໍ່ຄືການສ້າງວຽກເຮັດງານທຳແກ່ປະຊາຊົນລາວບັນດາເຜົ່າ ສະເພາະປີ 2023 ມີບໍລິສັດເຂົ້າໄປລົງທຶນແລ້ວ 170 ກວ່າບໍລິສັດ ໃນນັ້ນຫຼາຍກວ່າໝູ່ແມ່ນຂະແໜງບໍລິການ. ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ກະຊວງ ແຜນນການ ແລະ ການລົງທຶນໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2023 ຜ່ານມາ ທົ່ວປະເທດມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ເຂດເສດຖະກິດພິເສດ (ຂສພ) ທັງໝົດ 178 ບໍລິສັດ, ກວມເອົາຂະແໜງອຸດສາຫະກໍາ 18 ບໍລິສັດ, ການຄ້າ 30 ບໍລິສັດ, ບໍລິການ 127 ບໍລິສັດ ແລະ ກະສິກໍາ 3 ບໍລິສັດ ໂດຍມີທຶນທັງໝົດ 520 ລ້ານກວ່າໂດລາ ແລະ ທຶນຈົດ ທະບຽນ 178 ລ້ານກວ່າໂດລາ. ນອກຈາກບໍລິສັດທີ່ເຂົ້າມາລົງທຶນແລ້ວ […]

ຕັ້ງເປົ້າເກັບລາຍຮັບ ເຂົ້າງົບປະມານໃຫ້ໄດ້ 50.107 ຕື້ກີບໃນປີ 2024 ນີ້

ຕົວເລກແຜນລາຍຮັບງົບປະມານ ປີ 2024 ມີທັງໝົດ 50.107 ຕື້ກີບ ເພີ່ມຂຶ້ນ 30,32% ທຽບໃສ່ປີ 2023; ສ່ວນລາຍຈ່າຍ 58.914 ຕື້ກີບ. ອີງຕາມຂໍ້ມູນຈາກກອງປະຊຸມສະຫຼຸບວຽກງານການເງິນທົ່ວປະເທດ ປະຈຳປີ 2023 ແລະ ທິດທາງປີ 2024 ໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນ 2023 ຫາ ວັນທີ 15 ທັນວາ 2023 ສາມາດປະຕິບັດລາຍຮັບໄດ້ທັງໝົດ 38.530 ຕື້ກີບ ເທົ່າກັບ 100,21% ຂອງແຜນການປີ. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 37.241 ຕື້ກີບ ເທົ່າກັບ 106,71% ຂອງແຜນການປີ, ສ່ວນການປະຕິບັດລາຍຈ່າຍງົບປະມານໄດ້ທັງໝົດ 33.120 ຕື້ກີບ ເທົ່າກັບ 73,66% ຂອງແຜນການປີ.   ໃນນັ້ນ, ລາຍຈ່າຍປົກກະຕິ 24.763 ຕື້ກີບ ເທົ່າກັບ 81,21% […]

ດວງລາຍວັນປະຈໍາວັນອັງຄານ ທີ 02 ມັງກອນ 2023

ຄົນເກີດວັນອາທິດ:ການ​ງານ ຈະ​ເຮັດ​ທຸລະກິດ​ຫຍັງ​ກໍ​ຈະ​ໂຊກ​ດີ​ ປະ​ສົບ​ຄວາມ​ສຳ​ເລັດ​ດີ​ຂຶ້ນ​ໄປ​ທຸກ​ຢ່າງ​ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ ແຕ່​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ເຊັ່ນ​ກັນ​ ຄວາມ​ຮັກ ເບິ່ງ​ຄື​ວ່າ​ຈະ​ມີ​ບັນຫາ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ຢູ່​ໃນ​ໄລຍະ​ນີ້​ ເຄື່ອງມຸງຄຸນ ສາຍຄໍ ສີມຸງຄຸນ​ ສີຟ້າ ເລກ​ນຳ​ໂຊກ​ 9 ຄົນເກີດວັນຈັນ:ການ​ງານ ຄວນ​​ເບິ່ງ​ແຍງ​ລາຍ​ລະອຽດ​ໃນ​ການ​ເຮັດ​ວຽກງານ​ຢ່າງ​ຮອບຄອບ​ ການ​ເງິນ ພາລະ​ລາຍ​ຈ່າຍ​ຂ້ອນ​ຂ້າງ​ຫຼາຍ​ເປັນ​ພິເສດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍໄດ້​ດີພໍ​ ຄວາມ​ຮັກ​ ​ໄລຍະ​ທາງ​ຍັງ​ເປັນ​ອຸປະສັກ​ຕໍ່​ຄວາມ​ສຳພັນ​ໃ​ນຕອນນີ້​ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີແດງ ເລກ​ນຳ​ໂຊກ​ 2 ຄົນເກີດວັນອັງຄານ:ການ​ງານ ຄວາມ​ສະຫຼາດ​ໃນ​ທາງ​ດ້ານ​ການ​ງານ​ກໍ່​ໃຫ້​ເກີດ​ໂອ​ກາດທີ່​ດີ​ ການ​ເງິນ ໃນ​ໄລຍະ​ນີ້​ໃຊ້​ເງິນ​ຫຼາຍ​ເປັນ​ພິເສດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ​ໄດ້​ ຄວາມ​ຮັກ ມີ​ເກນ​ສົມ​ຫວັງ​ດ້ານ​ຄວາມ​ຮັກ​ ຖ້າ​ບໍ່​ມີ​ການ​ເອົາ​ຊະນະ​ກັນ​ຫຼາຍ​ເກີນ​ໄປ​ ເຄື່ອງມຸງຄຸນ​ ​ຄໍາ ສີມຸງຄຸນ ສີຂາວ ເລກ​ນຳ​ໂຊກ​ 6 ຄົນເກີດວັນພຸດ:ການ​ງານ ພົບ​ອຸປະສັກ​ທາງ​ດ້ານ​ການ​ງານ​ເຮັດໃຫ້​ຮູ້ສຶກ​​ເມື່ອຍ​ເປັນ​ຢ່າງ​ຫຼາຍ​ໃນ​ໄລຍະ​ນີ້​ ການ​ເງິນ ໃຊ້​ເງິນ​ຫຼາຍ​ເປັນ​ພິເສດ​ຫາ​ໄດ້​ມາ​ກໍ​ຕ້ອງ​ໃຊ້​ອອກ​ໄປ ຄວາມ​ຮັກ ຍັງ​ບໍ່​ຕັດ​ສິນ​ໃຈ​ໃນ​ເລື່ອງ​ຄວາມ​ຮັກ​ ແຕ່​ພາບ​ທັງໝົດ​ຢູ່ໃນ​ເກນ​ທີ່ສົ​ມ​ຫວັງ ເຄື່ອງມຸງຄຸນ​​ ໄຂ່ມຸກ ສີມຸງຄຸນ ສີສົ້ມ ເລກ​ນຳ​ໂຊກ​ 3 ຄົນເກີດວັນພະຫັດ:ການ​ງານ […]