ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ

  ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ ພາຍໃຕ້ຄໍາຂັວນ: ຍົກສູງບົດບາດການນໍາພາຂອງພັກເຂົ້າໃນວຽກງານບໍລິຫານສານ-ບໍລິຫານຄະດີໃນໄລຍະໃໝ່ ເພື່ອໃຫ້ສານປະຊາຊົນມີການພັດທະນາຢ່າງບໍ່ຢຸດຢັ້ງ​ໃນວັນທີ 10 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາ​ຊົນ​ສູງ​ສຸດແຫ່ງ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.     ສະຫາຍ ນາງ ວຽງທອງ ສີພັນດອນ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກສະໄໝທີ IV (2021-2025) ຍົກໃຫ້ເຫັນຜົນງານໃນໄລຍະ 5 ປີຜ່ານມາແຫ່ງການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກສານປະຊາຊົນສູງສຸດ ເຖິງວ່າຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ, ແຕ່ດ້ວຍການນໍາພາຂອງອົງຄະນະພັກ ແລະ ຄວາມບຸກບືນເປັນເຈົ້າການນໍາໜ້າຂອງສະມາຊິກພັກ ເຮັດໃຫ້ສານປະຊາຊົນຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ສາມາດຍາດໄດ້ຜົນງານໃຫຍ່ຫຼວງໃນແຕ່ລະດ້ານ ແລະ […]

ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ

        ຂປລ. ກອງປະຊຸມເຜີຍແຜ່ຜົນການວິເຄາະກ່ຽວກັບ “ການເປັນຕົວແທນຂອງເພດຍິງ ແລະ ຄວາມສະເໝີ ພາບຍິງ-ຊາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ” ຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ, ປະທານ ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ແລະ ທ່ານ ນາງ ການນິ ວິຍາຣາຈາ(Kanni Wignaraja) ຜູ້ຊ່ວຍເລຂາທິການໃຫຍ່, ຜູ້ອໍານວຍການພາກພື້ນອາຊີ-ປາຊີຟິກ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ມີທ່ານ ນາງ ມາຕິນ ເທເຣີ ຜູ້ຕາງໜ້າ UNDP ປະຈໍາລາວ, ມີກຳມະການຄະນະປະຈໍາ ແລະ ຮອງປະ ທານກຳມາທິການ ສພຊ, ຮອງປະທານສະພາປະຊາຊົນແຂວງ (ສພຂ) ຫົວພັນ ແລະ ສາລະວັນ, […]

ປະທານຄະນະກໍາມະການປກຊ-ປກສ ແຂວງຈຳປາສັກ ຢ້ຽມຢາມ ກອງຮ້ອຍທະຫານຊາຍແດນ 522 ແລະ ປະຊາຊົນ ບ້ານຄັນຍາງ

ໃນໂອກາດກະກຽມແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈຳປາສັກ. ໃນວັນທີ 6 ກັນຍາຜ່ານາມາ, ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ພ້ອມດ້ວຍການນຳຂອງແຂວງ ແລະ ເມືອງໂພນທອງ ໄດ້ເຄື່ອນໄຫວຢ້ຽມຢາມອ້າຍນ້ອງກຳລັງທະຫານ ປະຈຳການ ທີ່ປ້ອມຈຸດກວດກາ, ກອງຮ້ອຍທະຫານຊາຍແດນ 522 ແລະ ພົບປະພໍ່ແມ່ປະຊາຊົນ ບ້ານຄັນຍາງ ເມືອງໂພນທອງ ແຂວງຈໍາປາສັກ ແລະ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການຫຼິ້ນກິລາ, ດົນຕຼິພື້ນເມືອງອີກຈຳນວນໜຶ່ງ ລວມມູນຄ່າ 131 ລ້ານກວ່າກີບ ໃຫ້ອ້າຍນ້ອງກຳລັງທະຫານ ແລະ ປະຊາຊົນ ເຂດດັ່ງກ່າວ.     ການລົງເຄື່ອນໄຫວຄັ້ງນີ້, ແມ່ນເປັນການລົງຕິດຕາມກວດກາ, ໃກ້ຊິດຕິດແທດ ກັບອ້າຍນ້ອງກຳລັງທະຫານ ທີ່ປະຈຳການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕິດຕາມສະພາບ ແລະ ຮັບຮູ້ເຖິງການດຳລົງຊີວິດ, ຈຸດພິເສດ ໃນເຂດດັ່ງກ່າວ, ພ້ອມນັ້ນ ທ່ານປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ໄດ້ເນັ້ນໃຫ້ທຸກຄົນຈົ່ງເພີ່ມທະວີປະຕິບັດໜ້າທີ່ຂອງຕົນ, […]

ຄະນະບໍລິຫານງານພັກແຂວງຈໍາປາສັກ ດຳເນີນຊີວິດການເມືອງທ້າຍສະໄໝທີ VIII

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝທີ VIII ຂອງຄະນະບໍລິຫານງານພັກແຂວງຈໍາປາສັກ, ໄດ້ຈັດຂຶ້ນໃນ ວັນທີ 4-5 ກັນຍາ 2025 ນີ້ ທີ່ສຳນັກງານແຂວງຈຳປາສັກ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງເລຂາພັກແຂວງ, ບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງເຂົ້າຮ່ວມ.     ສະຫາຍ ອາລຸນໄຊ ສູນນະລາດ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນປະຕິບັດຕາມກົດລະບຽບຂອງພັກ ກໍຄືຫຼັກການ ແລະ ທິດນຳຂອງການກໍ່ສ້າງພັກ ເພື່ອສໍາຫຼວດກວດກາຄວາມຮັບຜິດຊອບການເມືອງຂອງຄະນະບໍລິຫານງານພັກແຂວງ, ຕິດພັນກັບການນຳພາ-ຊີ້ນຳ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ກໍຄືມະຕິ, ຄໍາສັ່ງ ຂອງສູນກາງພັກ, […]

ເມືອງຫົງສາ ຫາລືການສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ແຂວງໄຊຍະບູລີ

ໃນວັນທີ 3 ກັນຍາຜ່ານມາ, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານສ້ອມແປງເສັ້ນທາງທີ່ເປ່ເພພາຍໃນເມືອງ ໂດຍສະເພາະແຕ່ 3 ແຍກຂົວນ້ຳເຫຼືອກ ຫາ ໂຄງການໄຟຟ້າຫົງສາ, ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງ, ໂດຍການເປັນປະທານຂອງທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຈິລະສັກ ທິບບຳລຸງ ຮອງອຳນວຍການໃຫຍ່ບໍລິສັດໄຟຟ້າຫົງສາຈຳກັດ.   ຈຸດປະສົງ ກໍເພື່ອປຶກສາຫາລື ຄົ້ນຄວ້າ ຊອກວິທີການໃນການກະກຽມສ້ອມແປງເສັ້ນທາງທີ່ເປັນຂຸມຫຼາຍຈຸດ ເພື່ອໃຫ້ການສັນຈອນໄປມາມີຄວາມສະດວກ, ປອດໄພຕໍ່ກັບຜູ້ຂັບຂີ່. ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄຳເຫັນເພື່ອຍົກໃຫ້ເຫັນບັນຫາຕົວຈິງ ແລະ ບັນຫາການປັບປຸງພັດທະນາພື້ນຖານໂຄງລ່າງຢູ່ພາຍໃນເມືອງໃຫ້ດີຂຶ້ນ.   ອົງການປົກຄອງເມືອງ ແລະ ບໍລິສັດໄຟຟ້າຫົງສາ ພ້ອມດ້ວຍບັນດາບໍລິສັດທີ່ຮັບເໝົາຢູ່ພາຍໃນໂຄງການໄຟຟ້າຫົງສາ ຈະໄດ້ຮ່ວມກັນແກ້ໄຂວຽກງານດັ່ງກ່າວ ເພື່ອເຮັດໃຫ້ມີຄວາມສະດວກຕໍ່ປະຊາຊົນພາຍໃນເມືອງ.   (ແຫຼ່ງຂ່າວ: ເມືອງຫົງສາ)

ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ

ເພື່ອກະກຽມຄວາມພ້ອມ ແລະ ເປັນເອກະພາບທາງດ້ານເຕັກນິກ ຮັບປະກັນໃຫ້ກ້ອນກຳລັງເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ (2/12/1975-2/12/2025) ທີ່ຈະມາເຖິງນີ້ໃຫ້ມີບັນຍາກາດຟົດຟື້ນເຂັ້ມແຂງຈົບງາມ.     ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຄະນະຊີ້ນຳກ້ອນກຳລັງສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ ໄດ້ໃຫ້ສຳພາດວ່າ: ກົມອົບຮົມ ກົມໃຫຍ່ເສນາທິການກອງທັບໄດ້ຮັບມອບໝາຍຮັບຜິດຊອບ ໂດຍໄດ້ສ້າງແຜນການເປີດຊຸດບຳລຸງຄູຝຶກເຕັກນິກຮູບແຖວ ການເດີນສວນສະໜາມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີເພື່ອຮັບປະກັນໃຫ້ການຈັດຕັ້ງກະກຽມ-ຫັດແອບກໍາລັງເດີນສວນສະໜາມຂອງກໍາລັງປ້ອງກັນຊາດໃຫ້ໄດ້ຕາມຄາດໝາຍແຜນການວາງອອກ ທັງເປັນການເອກະພາບຄືນວິຊາລະບຽບຕໍ່ຄູຝຶກແຕ່ລະກ້ອນສວນສະໜາມໃຫ້ມີຄວາມຮູ້ທາງດ້ານວິຊາສະເພາະ ແລະ ມີຄວາມສາມາດຈັດຕັ້ງສິດສອນໃຫ້ກົມກອງຕົນໄດ້. ໂດຍແນໃສ່ເນື້ອໃນເພື່ອເອກະພາບຄືນດ້ານເຕັກນິກ, ບັນດາຈັງຫວະການກະທໍາ ເລີ່ມແຕ່ບຸກຄົນຈົນເຖິງລວມໝູ່, ລໍາດັບ, ບາດກ້າວໃນການເດີນສວນສະໜາມ ແລະ ລະບຽບທໍານຽມຄູ ເພື່ອອົບຮົມໃຫ້ຄູຝຶກ ແລະ ພະນັກງານວິຊາສະເພາະໃນທົ່ວກອງທັບ, ກຳແໜ້ນດ້ານຫຼັກການ, ການເຄື່ອນເໜັງເຕັກນິກຈັງຫວະຕ່າງໆ ແລະ ຮູ້ສັງເກດແນະນໍາໃນການຈັດຕັ້ງຫັດແອບຢ່າງຖືກຕ້ອງ ແລະ ຄົບຖ້ວນ ທັງເປັນລະບຽບຈົບງາມ.   […]

ກຸ່ມຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ມີສີນຄ້າຫຼາຍຢ່າງເພື່ອຈຳໜ່າຍ

ການປະກອບອາຊີບຫັດຖະກຳຕໍ່າຫູກ ເປັນທຸລະກິດໜຶ່ງທີ່ປະຊາຊົນເຜົ່າລື້ ບ້ານນາຍາງເໜືອເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ພ້ອມກັນສືບທອດກັນມາຫຼາຍເຊັ່ນຄົນ ຈົນກາຍເປັນກິດຈະກຳໜຶ່ງທີ່ຕິດພັນກັບການດືງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວພາຍໃນບ້ານ ສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບປະຊາຊົນ. ທ່ານ ນາງ ຄຳໄພ ຕາງໜ້າກຸ່ມຜະລິດ ເຄື່ອງຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ໄດ້ໃຫ້ສຳພາດກັບສື່ມວນຊົນແຂວງວ່າ: ການຜະລິດສີນຄ້າຫັດຖະກຳຕໍ່າຫູກ ຂອງປະຊາຊົນເຜົ່າລື້ບ້ານນາຍາງເໜືອເມືອງນໍ້າບາກ ໄດ້ເປັນທີ່ນິຍົມໃຫ້ກັບນັກທ່ອງທ່ຽວເປັນຢ່າງດີ, ຊຶ່ງໃນແຕ່ລະປີໄດ້ມີນັກທ່ອງທ່ຽວຕ່າງປະເທດ ໃຫ້ຄວາມສົນໃຈເຂົ້າໄປທ່ອງທ່ຽວ ຮຽນຮູ້ດ້ານວິຖີການດຳລົງຊີວິດຂອງປະຊາຊົນເຜົ່າລື້, ທັງຮຽນຮູ້ກ່ຽວກັບຫັດຖະກຳຕໍ່າແຜ່ນ ດ້ວຍວິທີດັ່ງເດີມ. ປັດຈຸບັນກຸ່ມການຜະລິດໄດ້ຕັ້ງໃຫ້ມີສູນສາທິດການຜະລິດ ຕິດພັນກັບການບໍລິການທີ່ພັກແຮມ ໃຫ້ກັບນັກທ່ອງທ່ຽວ.     ສຳລັບການຜະະລິດສີນຄ້າພາຍໃນກຸ່ມການຜະລິດ ໄດ້ລິເລີ່ມກູ້ຢືມເງິນຈາກທະນາຄານນະໂຍບາຍໃນປີ 2012 ເພື່ອມາໝູນໃຊ້ເຂົ້າໃນການຈັດຊື້ວັດຖຸດີບ ແລະ ບໍລິຫານວຽກງານພາຍໃນກຸ່ມ ທັງປະຕິບັດລະບຽບການຊຳລະຕົ້ນທືນ ແລະ ດອກເບ້ຍໃຫ້ທະນາຄານຕາມກຳນົດເວລາ, ມາຮອດປີ 2023 ໄດ້ຮັບການອານຸມັດເງິນກູ້ ງວດທີ່ 4 ຈຳນວນ 600 ລ້ານກີບ ເພື່ອມານຳໃຊ້ເຂົາໃນການສ້າງຕັ້ງກຸ່ມການຜະລິດຈຳນວນ 2 ກຸ່ມ ລວມມີສະມາຊິກທັງໝົດ 12 ຄົນ, ເພື່ອໃຫ້ການຜະລິດສີນຄ້າມີຄວາມຫຼາກຫຼາຍ ແລະພ້ອມຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ, ຜ່ານມາໄດ້ຮັບການຊຸກຍູ້ຈາກຫຼາຍພາກສ່ວນ […]

ເປີດນໍາໃຊ້ເສັ້ນທາງເບຕົງແບບມີສ່ວນຮ່ວມບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ

ພິທີເປີດນໍາໃຊ້ເສັ້ນທາງເບຕົງແບບມີສ່ວນຮ່ວມບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກຈັດຂຶ້ນ ໃນວັນທີ 29 ສິງຫາຜ່ານມານີ້ ທີ່ນະຄອນປາກເຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈຳປາສັກ ພ້ອມດ້ວຍການນຳຂັ້ນສູງຈາກສູນກາງ, ນະຄອນປາກເຊ, ນັກທຸລະກິດ-ຜູ້ປະກອບການກ່ຽວຂ້ອງເຂົ້າຮ່ວມ.     ທ່ານ ສຸພາບ ທຳມະຮັກສາ ເລຂາພັກນະຄອນປາກເຊ ໄດ້ລາຍງານກ່ຽວກັບການກໍ່ສ້າງ, ປັບປຸງ, ຍົກລະ ດັບເສັ້ນທາງບ້ານໂພນໄຊຈາກເສັ້ນທາງປູຢາງມາເປັນເສັ້ນທາງເບຕົງ ໃນຮູບແບບສົມທົບທຶນລະຫວ່າງພາກລັດສັງຄົມ ແລະ ປະຊາຊົນມີສ່ວນຮ່ວມ. ບ້ານໂພນໄຊຕັ້ງຢູ່ໃຈກາງຂອງນະຄອນປາກເຊໄດ້ຮັບການຢັ້ງຢືນເປັນບ້ານພັດທະນາຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 1571/ຈຂ.ຈສ, ລົງວັນທີ 29 ພະຈິກ 2011 ແລະ ໄດ້ປະກາດເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 181/ຈຂ.ຈສ ລົງວັນທີ 28 ກຸມພາ 2023 ເປັນບ້ານທໍາອິດຂອງແຂວງຈໍາປາສັກ. ໂດຍກອງປະຊຸມເລຂາ-ຮອງເລຂາພັກແຂວງສະໄໝວິສາມັນ ຄັ້ງວັນທີ 28 […]

ກຸ່ມຊາວນາ ເຂດຊົນລະປະທານ ຫ້ວຍລຽງ 2 ໄດ້ຮັບອຸປະກອນສ້ອມແປງຄອງເໝືອງ

ຕອນບ່າຍ ຂອງວັນທີ 28 ສິງຫາ 2025ນີ້ ທ່ານ ອ່ຽມສັກ ສິດທິຍະວົງ ຮອງຫົວໜ້າພະແນກ ກະສິກຳ ແລະ ສິງແວດລ້ອມ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນຊ່ວຍເຫຼືອ ແກ້ໄຂສຸກເສີນສ້ອງແປງຄອງເໝືອງ ຊົນລະປະທານ ທີ່ໄດ້ຮັບຜົນເສຍຫາຍເປ່ເພຈາກພະຍຸວິພາ ໃນລະຫວ່າງ ວັນທີ 21 ຫາ 30 ກໍລະກົດຜ່ານມາ ມອບໃຫ້ ກຸ່ມຊາວນາ ເຂດຊົນລະປະທານ ຫ້ວຍລຽງ 2 ບ້ານວຽງຄຳໃຫ່ຍ ເມືອງຜາອຸດົມ ແຂວງບໍ່ແກ້ວ. ເຂົ້າຮ່ວມມີ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ພ້ອມດ້ວຍຫົວໜ້າກຸ່ມຊາວນາ ຕະຫຼອດຮອດປະຊາຊົນ ເຂົ້າຮ່ວມ.   ອຸປະກອນທີ່ນຳມາມອບຄັ້ງນີ້, ປະກອບມີ ທໍ່ PVC ຈໍານວນ 45 ທ່ອນ, ປູນຊີມັງ 4 ເປົາ ລວມມູນຄ່າທັງໝົດ 18 ລ້ານກວ່າກີບ ຊຶ່ງງົບປະມານທັງໝົດ ແມ່ນໄດ້ມາຈາກກອງທຶນໄພພິບັດຂັ້ນແຂວງ. ໂອກາດນີ້, ທ່ານ […]

ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 1 ໃນລະຫວ່າງວັນທີ 29 – 31 ສິງຫາ 2025

ຕາມການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ມີການ ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 1 ໃນລະຫວ່າງວັນທີ 29 – 31 ສິງຫາ 2025     ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ