ເກີດແຜ່ນດິນໄຫວ ຂະໜາດ 2.7 ຣິກເຕີ ທີ່ແຂວງຫລວງນໍ້າທາ

ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານວ່າ: ວັນທີ 14 ພຶດສະພາ 2023 ເວລາ 19:01 ໂມງ ໄດ້ພົບສັນຍານ ແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ແຂວງຫລວງນໍ້າທາ ຈຸດສູນກາງເສັ້ນ ຂະໜານທີ່ 20.484 ອົງສາເໜືອ ແລະ ເສັ້ນແວງທີ່ 101.409 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.7 ຣີກເຕີ ເຊິ່ງມີຄວາມເລິກ ຈາກເທິງໜ້າດິນປະມານ 5 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ບໍລິເວນ ບ້ານນໍ້າກອຍ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ເຊີ່ງຈຸດ ເກິດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງຫລວງນໍ້າທາ ປະມານ 12 ກິໂລແມັດ. ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
ສານແຂວງວຽງຈັນ ຕັດສິນລົງໂທດ 5 ຈຳເລີຍ

ໃນວັນທີ 11 ພຶດສະພາ 2023 ຜ່ານມານີ້ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີຈໍາເລີຍຈໍານວນ 5 ຄົນຄື: 1. ທ້າວ ສົມບູນ ອາຍຸ 59 ປີ ອາຊີບ ຊາວນາ ຢູ່ບ້ານ ແຈ້ງ ເມືອງທຸລະຄົມ ແຂວງວຽງຈັນຖືກກັກຕົວ ຄັ້ງວັນທີ 22 ເມສາ 2021 ໃນຂໍ້ກ່າວຫາ ທຳສຳເລົາເດັກ ແລະ 2. ທ້າວ ໄມສີ ຫຼື ເຫວ ອາຍຸ 37 ປີ ອາຊີບ ຊາວນາ ຢູ່ບ້ານ ແຈ້ງ ເມືອງ ທຸລະຄົມ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 17 ເມສາ 2023 ໃນຂໍ້ກ່າວຫາ ທຳສຳເລົາເດັກ ດັ່ງນັ້ນ ສານປະຊາຊົນແຂວງວຽງຈັນ ຕັດສິນລົງໂທດຕັດອິດສະຫຼະພາບທ້າວ ສົມບູນ ແລະ […]
ເປີດສັນຈອນ ປົກກະຕິແລ້ວ ຂົວນໍ້າຄານເກົ່າ ນະຄອນ ຫຼວງພະບາງ ພາຍຫຼັງສຳເລັດການສ້ອມແປງ

ເປີດການສັນຈອນຜ່ານຂົວນໍ້າຄານເກົ່າ ນະຄອນ ຫຼວງພະບາງ ພາຍຫຼັງສຳເລັດການສ້ອມແປງ ເປັນສອງໄລຍະ.ນັບແຕ່ກາງເດືອນກຸມພາ 2023 ເປັນຕົ້ນມາ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ດຳເນີນການສ້ອມແປງຂົວນໍ້າຄານເກົ່າ ຫຼື ຂົວເບເລ ທີ່ເຊື່ອມຕໍ່ລະຫວ່າງ ບ້ານໝື່ນນາ ຫາບ້ານເມືອງງາ ໂດຍມອບໃຫ້ບໍລິສັດພັນທະມິດກໍ່ສ້າງຂົວທາງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ເຊີ່ງ ເບື້ອງຕົ້ນໄດ້ສ້ອມແປງທາງຍ່າງທັງ 2 ເບື້ອງກ່ອນ, ພາຍຫຼັງສຳເລັດ ໄດ້ເລີ້ມປິດການສັນຈອນຜ່ານຂົວ ແລະດຳເນີນການສ້ອມແປງພາຍໃນຂົວ ນັບແຕ່ວັນທີ່ 20 ເມສາເປັນຕົ້ນມາ ເຊີ່ງໜ້າວຽກໃນການສ້ອມແປງ ລວມມີ 4 ໜ້າວຽກຫຼັກຄື: ວຽກຮື້ຖອນ ໄມ້ເກົ່າອອກໝົດສ້ອມແປງ ປ່ຽນຖ່າຍໄມ້ຄືນທັງໝົດ, ຄັດ-ອະນາໄມສີເກົ່າ ແລະທາສີໃໝ່, ຕິດຕັ້ງ ດອກໄຟ ຈຳ ນວນ 6 ຈຸດເພື່ອເພີ້ມຄວາມສະຫວ່າງ, ໂດຍວາງແຜນການສ້ອມແປງໃຫ້ສຳເລັດພາຍໃນ 4 ເດືອນ ແຕ່ການປະຕິບັດຕົວຈີງ ແມ່ນສຳເລັດກ່ອນແຜນການ. ທ່ານ ຈັນສະຫວັດ ບຸນຍົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງນະຄອນໄດ້ໃຫ້ສຳພາດວ່າ: ການ ສ້ອມແປງການສ້ອມ […]
ເຈົ້າໜ້າທີ່ເມືອງສີໂຄດ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ

ເຈົ້າໜ້າທີ່ເມືອງສີໂຄດ ລົງກວດກາແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍເນື່ອງຈາກວ່າພົບເຫັນຫຼາຍປ້າຍໃນນະຄອນຫຼວງວຽງຈັນທີ່ມີແຕ່ພາສາຕ່າງປະເທດ ໂດຍບໍ່ມີພາສາລາວໃນປ້າຍ ແລະ ພົບເຫັນຄວາມບໍ່ເປັນລະບຽບນຽບຮ້ອຍໃນຕົວເມືອງ ຄະນະຮັບຜິດຊອບຈຶ່ງລົງຕິດຕາມ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ສິ່ງກີດຂວາງ ແລະ ຄວາມບໍ່ຈົບງາມ ໃນຂອບເຂດທົ່ວເມືອງສີໂຄດ ຕະບອງ ນະຄອນຫຼວງວຽງຈັນ ວັນທີ 11 ພຶດສະພາ 2023 ຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງສີໂຄດຕະບອງ ໄດ້ລົງກວດກາ ແກ້ໄຂບັນດາປ້າຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍໃນເຂດບ້ານໜອງສະໂນຄຳ ແລະ ບ້ານອຸບມຸງ ນຳໂດຍທ່ານ ວິໄຊ ໄຊທານີ ຫົວໜ້າຫ້ອງການ ຖວທ ເມືອງສີໂຄດຕະບອງ ມີບັນຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ຜ່ານການລົງກວດກາໄດ້ພົບເຫັນປ້າຍຈຳນວນໜຶ່ງບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະປ້າຍບໍ່ມີພາສາລາວ ຕໍ່ກັບເຫດການດັ່ງກໍໄດ້ຕັກເຕືອນ ແລະ ເຮັດບົດທຶກກັບເຈົ້າຂອງປ້າຍ ຖ້າບໍ່ປະຕິບັດຕາມບົດບັນທຶກຈະຖືກປັບໃໝ່ຕາມລະບຽບການທີ່ກຳນົດໄວ້ຄື ຄັ້ງທີ່ 1 ໃຫ້ເວລາໃນການປັບປຸງ ແກ້ໄຂປ້າຍທີ່ບໍ່ຖືກຕາມລະບຽບການພາຍໃນ 7 ວັນໃຫ້ສຳເລັດ ຄັ້ງທີ 2 ເຮັດບົດບັນທຶກພ້ອມ ທັງປັບໃໝສອງເທົ່າຂອງຄ່າທຳນຽມປ້າຍ ຕາມຂະໜາດຂອງປ້າຍ ຄັ້ງທີ 3 ຖ້າບໍ່ມີການປັບປຸງ ແກ້ໄຂຄະນະກຳມະການຈະໃຊ້ມາດຕະການເລີກຮື້ປ້າຍ ສ່ວນຄ່າໃຊ້ຈ່າຍໃນການເລີກຮື້ແມ່ນເຈົ້າຂອງປ້າຍເປັນຜູ້ຮັບຜິດຂອບທັງໝົດ. […]
ສະມາຄົມປິ້ງໄກ່ເຊໂນສະເໜີຫົວໜ້າອຸດສາຫະກຳ-ການຄ້າແຂວງ ຊ່ວຍເຫຼືອເລື່ອງຄ່າເຊົ່າແພງ

ພິທີພົບປະໄດ້ຈັດຂຶ້ນໃນຕອນບ່າຍຂອງ ວັນທີ 9 ພຶດສະພາ 2023 ທີ່ສາມຫຼ່ຽມ ປິ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ປອ ວັນແສງ ແກ້ວບຸນພັນ ພາຍໃນງານມີສະມາຄົມປິ້ງໄກ່ເຊໂນເມືອງ ອຸທຸມພອນ ສະເໜີຫົວໜ້າພະແນກອຸດສາຫະກໍາ-ການຄ້າແຂວງ ທີ່ລົງມາພົບປະກັບສະມາຄົມໃຫ້ຊ່ວຍເຫຼືອກ່ຽວກັບຄ່າເຊົ່າແພງ ພາຍຫຼັງທີ່ສ້ອມແປງສໍາເລັດ, ໜຶ່ງໃນຕົວແທນສະມາຄົມປິ້ງໄກ່ເຊໂນ ໄດ້ເວົ້າວ່າ: ຄ່າເຊົ່າບ່ອນຂາຍປິ້ງ ໄກ່ລາດທີ່ກໍາລັງສ້ອມແປງຢູ່ນັ້ນມີລາຄາເຊົ່າ 3-5 ລ້ານກີບ ຕໍ່ຫ້ອງ ຕໍ່ເດືອນ ຖືວ່າແພງເກີນໄປ, ບໍ່ທັນໄດ້ນັບທັງຄ່ານໍ້າ, ຄ່າໄຟຟ້າ ມາສົມທຽບໃສ່ກັບເສດຖະກິດສູ່ມື້ນີ້ແມ່ນຫຍັງກໍ່ແພງໄປໝົດ ສະນັ້ນພວກເຮົາແມ່ນສູ້ບໍ່ໄຫວ ດັ່ງນັ້ນຈິ່ງຢາກໃຫ້ທາງຂັ້ນເທິງ ແກ້ໄຂຊ່ວຍ, ຄັນຖ້າວ່າຄ່າເຊົ່າ ຢູ່ໃນລະດັບ 5 ແສນ ຫາ 1 ລ້ານກີບ ຕໍ່ຫ້ອງຕໍ່ເດືອນແມ່ນພໍຢູ່ໄດ້. ໂອກາດດັ່ງກ່າວ, ທ່ານ ປອ ວັນແສງ ແກ້ວບຸນພັນ ວ່າການຫົວ ໜ້າພະແນກອຸດສາຫະກໍາ-ການ ຄ້າແຂວງກໍ່ໄດ້ຮັບປາກກັບສະມາຄົມຈະນໍາເອົາຄໍາສະເໜີຂອງ ສະມາຄົມໄປສະເໜີຕໍ່ຂັ້ນເທິງພິຈາລະນາແກ້ໄຂຕາມສະພາບຄວາມເປັນຈິງຂອງເສດຖະກິດໃນປັດຈຸບັນ, ຄຽງຄູ່ກັນນີ້ທ່ານຍັງເນັ້ນໃຫ້ແມ່ຄ້າ ຫຼື ຮ້ານປິ້ງໄກ່ລາດ ແຕ່ລະຮ້ານທີ່ໄດ້ໂອດອບ ແລະ […]
ຫາກຍັງພົບເຫັນ ການສືບຕໍ່ແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າ ຕາມລະບຽບກົດໝາຍ

ກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ໃຫ້ຮູ້ວ່າ: ພາຍຫຼັງ ທຫລ ອອກແຈ້ງການຢຸດການອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາ ຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຈຳນວນ 113 ຮ້ານ, ໃນເດືອນເມສາ 2023 ທະນາຄານແຫ່ງ ສປປ ລາວ ໄດ້ປະສານສົມທົບກັບເຈົ້າໜ້າທີ່ຕຳຫຼວດເສດຖະກິດ ລົງຕິດຕາມກວດກາ ການເຄື່ອນໄຫວແລກປ່ຽນເງິນຕາຜິດກົດໝາຍ ໂດຍສາມາດລົງກວດກາຄືນຈຳນວນ 67 ເປົ້າໝາຍແບບກັບທີ່ ຢູ່ນະຄອນ ຫຼວງວຽງຈັນ 30 ເປົ້າໝາຍ ແລະ ຢູ່ທ້ອງຖິ່ນ 37 ເປົ້າໝາຍ. ຜ່ານການລົງກວດກາ ສ່ວນໃຫຍ່ແມ່ນໄດ້ຢຸດຕິການເຄື່ອນໄຫວແລກປ່ຽນເງິນຕາ ແຕ່ຍັງມີຈໍານວນໜຶ່ງທີ່ຍັງເຄື່ອນໄຫວແລກປ່ຽນເງິນຕາແບບຜິດກົດໝາຍ ເປັນຕົ້ນ ມີການເປີດໃຫ້ບໍລິການແລກປ່ຽນເງິນຕາແບບເປີດແປນ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະນາອັດຕາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍເງິນຕາຢ່າງເປີດແປນຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ກົດໝາຍ ເປັນຕົ້ນ Facebook, Whatsapp ແລະ ອື່ນໆ. ຕໍ່ປະກົດການດັ່ງກ່າວ, ຈຶ່ງໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດ ຢຸດດຳເນີນທຸລະກິດແລກປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ […]
ບໍ່ຄຳ-ທອງ ເຊໂປນ ໄດ້ມອບອາກອນກຳໄລ ໃຫ້ແກ່ລັດຖະບານລາວ

ຕາມການລາຍງານຂອງ ຂປລ ໃນວັນທີ 6 ພຶດສະພາ ໄດ້ລາຍງານວ່າ: ເມື່ອບໍ່ດົນມານີ້ ບໍລິສັດ ຊືເຟິງ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ມອບອາກອນກຳໄລຈຳນວນ 14.682.267,86 ໂດລາສະຫະລັດ ຈາກການຂາຍຜົນຜະລິດຄຳ ແລະ ທອງ ໃນປີ 2022, ຕາງໜ້າມອບໂດຍ ທ່ານ ໂບ ກາວ ປະທານ ລຊມລ ແລະ ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ລຊມລ, ຕາງໜ້າຮັບໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ. ທ່ານ ໂບ ກາວ ປະທານ ລຊມລ ໄດ້ກ່າວວ່າ: ພວກເຮົາມີຄວາມພາກພູມໃຈ ທີ່ໄດ້ປະກອບສ່ວນທາງດ້ານການເງິນຢ່າງເຂັ້ມແຂງ ໃຫ້ແກ່ລັດຖະບານຂອງ ສປປ ລາວ ແລະ ຈະສືບຕໍ່ປະກອບສ່ວນຢ່າງເຂັ້ມແຂງຕັ້ງໜ້າ ໃນຖານະຄູ່ຮ່ວມພັດທະນາ […]
ຖົ່ວລຽນໝອນທອງ 1 ຕົ້ນ ສາມາດ ສ້າງລາຍຮັບໄດ້ 15 ລ້ານກີບຕໍ່ປີ

ຂປລ.ທ່ານ ກິມຫງ້ຽນ ພົງສະຫວັດ ເຈົ້າຂອງບໍລິສັດ ກິມຫງ້ຽນ ພັດທະນາກະສິກຳ ຂາເຂົ້າ-ຂາອອກ ເຈົ້າຂອງສວນຖົ່ວລຽນ ບ້ານຫລັກ 24 ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ເປີດເຜີຍວ່າ: ບໍລິ ສັດ ໄດ້ທົດລອງນຳເອົາຕົ້ນຖົ່ວລຽນພັນໝອນທອງ ມາປູກໃນເນື້ອທີ 15 ເຮັກຕາຈຳນວນ 300 ຕົ້ນ ເຊິ່ງຕົ້ນຖົ່ວລຽນສາມາດມີອາຍຸໃຫ້ໝາກໄດ້ 4 ປີຂຶ້ນໄປ ໃຫ້ຜົນຜະລິດໄດ້ສະເລ່ຍ 200-300 ກິໂລ ຕໍ່ຕົ້ນຕໍ່ປີ ຄິດເປັນຈຳນວນເງິນປະມານ 15 ລ້ານກີບຂຶ້ນໄປ; ບາງຕົ້ນໃຫ້ໝາກມີນ້ຳໜັກເຖິງ 8 ກິໂລຕໍ່ໜ່ວຍ. ປີ ຜ່ານມາເກັບຜົົນຜະລິດໄດ້ທັງໝົດສະເລ່ຍ 40 ກວ່າໂຕນ, ປັດຈຸບັນໝາກຖົ່ວລຽນຍັງບໍ່ພຽງຕໍ່ຄວາມຕ້ອງ ການຂອງຕະຫລາດ. ດັ່ງນັ້ນ ບໍລິສັດ ກຳລັງຂະຫຍາຍເນື້ອທີ່ປູກຕື່ມອີກ 200 ກວ່າເຮັກຕາ ແລະ ໄດ້ນຳເອົາແນວພັນ ໝອນທອງ, ກ້ານຍາວ, ມູນຊັງຄິງ ແລະ ໜາມ ດຳ ຈຳນວນ 30.000 […]
ເກີດອຸບັດຕິເຫດລົດພວງ ຢຽບຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ

ໃນວັນທີ 9 ພຶດສະພາ 2023, ເວລາປະມານ 12:30 ໂມງ ໄດ້ເກີດອຸບັດຕິເຫດລົດພວງ ຢຽບຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ່ຢຸ່ເສັ້ນທາງ 5 ແຍກດົງຈອງ ບ້ານແສງສະ ຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ກູ້ໄພ ໃຫ້ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ຜູ້ເສຍຊີວິດເປັນເພດຍິງ ຢູ່ບ້ານສາລາຄຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ສ່ວນລາຍລະອຽດຈະລາຍງານເພີ່ມເຕີມຈະລາຍງານໃຫ້ທ່ານຊາຍອີກ. ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດດ້ວຍ. ຂໍ້ມູນ: ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ.
ທະນາຄານແຫ່ງ ສປປ ລາວ ຈະຈຳໜ່າຍພັນທະບັດງວດໃໝ່ 2.000 ຕື້ກີບ

ວັນທີ 8 ພຶດສະພາ 2023 ນີ້ ຫ້ອງການ ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເລື່ອງ ຈະອອກຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ (ທຫລ) ສະກຸນເງິນກີບ ງວດທີ 2 ຄັ້ງທີ 3 ໃຫ້ແກ່ມວນຊົນ ໃນວົງເງິນຈໍາໜ່າຍທັງໝົດ 2.000.000.000.000 ກີບ (ສອງພັນຕື້ກີບ), ອັດຕາດອກເບ້ຍ 15% ຕໍ່ປີ, ມີອາຍຸຄົບກໍານົດ 6 ເດືອນ. ສໍາລັບມື້ເລີ່ມຈໍາໜ່າຍພັນທະບັດ ທຫລ ຕົວຈິງ ແລະ ວິທີການຈໍາໜ່າຍແມ່ນຈະແຈ້ງໃຫ້ຊາບໃນພາຍຫຼັງຕື່ມ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ກະກຽມຄວາມພ້ອມເພື່ອປະກອບສ່ວນໃນການຖືຄອງ ພັນທະບັດ ທຫລ ທີ່ຈະອອກຈໍາໜ່າຍໃນໄວໆນີ້ດ້ວຍ.